ຂປລ
ທ້າຍເດືອນມິຖຸນາ 2026 ຜ່ານມາ, ທີ ່ນະຄອນນິວຢອກ, ສະ ຫະລັດອາເມລິກາ, ໄດ້ມີພິທີລົງນາມຖະແຫລງການຮ່ວມວ່າດ້ວຍການ ສ້າງຕັ ້ງສາຍພົວພັນການທູດລະ ຫວ່າງ ສປປ ລາວ ແລະ ເຄືອຈັກ ກະພົບບາຮາມາສ,
ຕາງໜ້າໃຫ້
ລັດຖະບານ ແຫ່ງ ສປປ ລາວ ຮ່ວມ
ລົງນາມໂດຍທ່ານ ທອງຜ່ານ
ສະຫວັນເພັດ ເອກອັກຄະລັດຖະທູດ
ວິສາມັນຜູ ້ມີອຳນາດເຕັມ, ຜູ ້ຕາງ
ໜ້າຖາວອນ ແຫ່ງ ສປປ ລາວ ປະ
ຈໍາອົງການ ສປຊ ແລະ ຕາງໜ້າ
ໃຫ້ລັດຖະບານແຫ່ງເຄືອຈັກກະພົບ
ບາຮາມາສ ໂດຍທ່ານ ສະແຕນ
ໂອດູມາ ສະມິດຕ໌ (H.E. Mr.
Stan Oduma Smith) ເອກ
ອັກຄະລັດຖະທູດວິສາມັນຜູ ້ມີອຳ
ນາດເຕັມ, ຜູ ້ຕາງໜ້າຖາວອນແຫ່ງ
ເຄືອຈັກກະພົບບາຮາມາສ ປະຈໍາ
ອົງການ ສປຊ, ມີບັນດານັກການ
ທູດທັງສອງຝ່າຍເຂົ ້າຮ່ວມເປັນສັກ
ຂີພິຍານ.
ເຄືອຈັກກະພົບ ບາຮາມາສ ໄດ້
ຮັບເອກະລາດ ໃນວັນທີ 10 ກໍລະກົດ
1973 ຈາກປະເທດອັງກິດ, ມີນະ
ຄອນຫລວງຊື ່ວ່າ ນັສເຊົາ
(Nassau). ບາຮາມາສ ມີລະບົບການປົກຄອງແບບເຄືອຈັກກະພົບ
ໂດຍມີກະສັດອັງກິດ ເປັນປະມຸກ
ລັດ ຊຶ ່ງມີຜູ ້ສໍາເລັດຣາຊະການ ເປັນ
ຜູ ້ຕາງໜ້າ ແລະ ນາຍົກລັດຖະມົນຕີ
ເປັນຫົວໜ້າລັດຖະບານ; ບາຮາ
ມາສ ເປັນປະເທດເກາະດອນ ປະ
ກອບດ້ວຍເກາະດອນໃຫຍ່ ແລະ
ນ້ອຍກວ່າ 700 ດອນ, ມີເນື ້ອທີ ່
ທັງໝົດ 13.943 ກິໂລຕາແມັດ,
ຕັ ້ງຢູ ່ມະຫາສະໝຸດອັດລັງຕິກ, ມີ
ປະຊາກອນປະມານ 412.628
ຄົນ; ພາສາທາງການ: ອັງກິດ, ນັບ
ຖືສາສະໜາຄຣິສ ເປັນສ່ວນໃຫຍ່
(ໂປຣແຕັສແຕັງ, ກາໂຕລິກ)
ແລະ ຖືສາສະໜາອື ່ນໆ ແລະ ໃຊ້
ສະກຸນເງິນ: Bahamian dollar
(BSD), ລາຍໄດ້ສະເລ່ຍຕໍ ່ຫົວ
ຄົນຕໍ ່ປີປະມານ 35.257 ໂດລາ
ສະຫະລັດ(2024), ທ່າແຮງດ້ານ
ເສດຖະກິດທີ ່ສຳຄັນແມ່ນການທ່ອງ
ທ່ຽວ (ປະມານ 11 ລ້ານຄົນ ໃນປີ
2024), ການບໍລິການດ້ານການ
ເງິນ, ສາຂາສະຖາບັນການເງິນ
ທີ ່ສໍາຄັນຂອງໂລກຈໍານວນໜຶ ່ງ
ແລະ ອື ່ນໆ.
ເຄືອຈັກກະພົບ ບາຮາມາສ
ໄດ້ເຂົ ້າເປັນສະມາຊິກອົງການສະ
ຫະປະຊາຊາດ ໃນວັນທີ 18 ກັນຍາ
1973, ໃນຖານະທີ ່ເປັນສະມາຊິກ
ຂອງສະຫະປະຊາຊາດ, ບາຮາ
ມາສ ໄດ້ປະກອບສ່ວນຢ່າງຫ້າວ
ຫັນໃນຂົງເຂດຕ່າງໆຂອງ ສປຊ
ລວມທັງເປັນສະມາຊິກຂອງສະ
ພາເສດຖະກິດ-ສັງຄົມ ສປຊ
(ECOSOC) ການລົງສະໝັກ
ເປັນສະມາຊິກບໍ ່ຖາວອນສະພາ
ຄວາມໝັ ້ນຄົງຂອງອົງການສະຫະ
ປະຊາຊາດ ສໍາລັບສົກປີ 2032
2033 ຊຶ ່ງສະແດງໃຫ້ເຫັນຄວາມ
ມຸ ່ງໝັ ້ນທີ ່ຈະປະກອບສ່ວນການ
ເຄື ່ອນໄຫວໃນຂອບວຽກອົງການ
ສປຊ ຢ່າງຕັ ້ງໜ້າ ເພື ່ອເຮັດບົດບາດ
ປະກອບສ່ວນການແກ້ໄຂບັນຫາ
ຕ່າງໆເຊັ ່ນ: ສະພາບການປ່ຽນແປງ
ດິນຟ້າອາກາດ ແລະ ການແກ້ໄຂ
ບັນຫາດ້ານການພັດທະນາຂອງ
ບັນດາປະເທດທີ ່ເກາະດອນນ້ອຍ
ກຳລັງພັດທະນາ(SIDS). ນອກຈາກນັ ້ນ, ຍັງມີບົດບາດການເຄື ່ອນ
ໄຫວຢ່າງຫ້າວຫັນໃນນາມເປັນສະ
ມາຊິກຂອງຂະບວນການບໍ ່ຮ່ວມ
ກຸ ່ມ NAM ແລະ ກຸ ່ມ G77 ແລະ
ສປ ຈີນ.
ໂອກາດນີ ້, ທັງສອງຝ່າຍຍັງ
ໄດ້ຢືນຢັນຄືນໃນການສືບຕໍ ່ເສີມ
ຂະຫຍາຍສາຍພົວພັນ ແລະ ການ
ຮ່ວມມືໃນດ້ານຕ່າງໆໃນຕໍ ່ໜ້າ,
ລວມທັງການສະໜັບສະໜູນເຊິ ່ງ
ກັນ ແລະ ກັນໃນເວທີສາກົນ. ປັດ
ຈຸບັນ, ສປປ ລາວ ພວມເຮັດໜ້າທີ ່
ເປັນສະມາຊິກສະພາບໍລິຫານອົງ
ການອຸຍນີເຊັບ ແລະ ສະພາບໍລິຫານ
ງານກຸ ່ມປະເທດກຳລັງພັດທະນາ
ທີ ່ບໍ ່ມີຊາຍແດນຕິດກັບທະເລ
(LLDCs). ການສ້າງຕັ ້ງສາຍ
ພົວພັນການທູດຄັ ້ງນີ ້ ເປັນການ
ປະກອບສ່ວນໃຫ້ແກ່ການຈັດຕັ ້ງປະ
ຕິບັດແນວທາງການຕ່າງປະເທດ
ຂອງ ສປປ ລາວ “ສັນຕິພາບ,
ເອກະລາດ, ມິດຕະພາບ ແລະ ການ
ຮ່ວມມື” ອັນສະເໝີຕົ ້ນສະເໝີປາຍ
ຂອງ ສປປ ລາວ ແລະ ເຮັດໃຫ້
ສປປ ລາວ ມີສາຍພົວພັນການທູດ
ກັບຕ່າງປະເທດເພີ ່ມຂຶ ້ນເປັນ 153
ປະເທດ ໃນທົ ່ວໂລກ
KPL