ຂປລ
ເພື່ອຮັບປະກັນວຽກຈຸດສຸມຂອງການປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສະເພາະການກໍ່ສ້າງພື້ນຖານໂຄງລ່າງໃຫ້ບັນລຸຕາມຄາດໝາຍ,ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຈະສຸມໃສ່ 2 ວຽກຈຸດສຸມໃຫຍ່ ຄື: ພັດທະ ນາເສັ້ນທາງຍຸດທະສາດ ແລະ ບັນດາເສັ້ນທາງສາຍຫລັກ.
ຂປລ. ໂດຍສະເພາະແມ່ນທາງຫລວງແຫ່ງຊາດ ທ່ີເປັນເສັ້ນທາງເຊື່ອມໂຍງ-ເຊື່ອມຈອດລະຫວ່າງປະເທດ, ເສັ້ນທາງແຂວງ-ແຂວງ, ແຂວງ-ເມືອງ, ເມືອງ-ຕາແສງ, ຕາແສງ-ບ້ານ ແລະ ເຂດຈຸດສຸມພັດທະນາຕ່າງໆ; ຈະຂະຫຍາຍ ແລະ ພັດທະນາລະບົບສະໜອງນໍ້າປະປາໃຫ້ແກ່ຊຸມຊົນ ໂດຍສະເພາະບັນດາຕາແສງ ແລະ ບ້ານທີ່ຍັງບໍ່ທັນມີນໍ້າກິນ-ນໍ້າໃຊ້ ແລະ ການພັດທະນາຕົວເມືອງ (ແຜນຜັງຕາແສງ ແລະ ບ້ານ). ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດກ່ຽວກັບການພັດທະນາພື້ນຖານໂຄງລ່າງ ໂດຍສະເພາະການກ່ສ້າງ-ສ້ອມແປງຖະໜົນຫົນທາງ ແລະ ການພັດທະນາລະບົບສະໜອງນ້ຳປະປາໃຫ້ແກ່ຊຸມຊົນໃນກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ກໍລະກົດ 2026 ນ້ີວ່າ: ເພື່ອຮັບປະກັນການກໍ່ສ້າງ, ບູລະນະສ້ອມແປງເສັ້ນທາງຫລວງແຫ່ງຊາດ, ເສັ້ນທາງທ້ອງຖິ່ນ, ເສ້ັນທາງເຊື່ອມຕ່ໍລະຫວ່າງແຂວງ, ເມືອງ, ຕາແສງ ແລະ ບ້ານເຮັດໃຫ້ການຂົນສົ່ງສິນຄ້າ, ການທ່ອງທ່ຽວ ແລະ ການສັນຈອນຂອງປະຊາຊົນ ມີຄວາມສະດວກໂລ່ງລ່ຽນ ແລະ ຫລຸດຜ່ອນອຸບັດເຫດ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ວາງກົນໄກໃນການຈັດຕັ້ງປະຕິບັດ ໂດຍຈະສຸມໃສ່ຈັດຕັ້ງປະຕິບັດບັນດາໂຄງການ ທີ່ມີທຶນແລ້ວ ແລະ ບັນດາໂຄງການທີ່ໄດ້ເຊັນສັນຍາກັບລັດຖະບານແລ້ວ ໂດຍສະເພາະກອງທຶນທາງທີ່ກໍາລັງຈັດຕັ້ງປະຕິບັດຢູ່ໃນຂອບເຂດທົ່ວປະເທດ; ຄົ້ນຄວ້າສ້າງແຜນຟື້ນຟູ ແລະ ກໍ່ສ້າງໃໝ່ ໂດຍນຳໃຊ້ແຫລ່ງທຶນຕ່າງໆເປັນຕົ້ນ ບ້ວງກອງທຶນທາງໃຫ້ໄດ້ 2.000-2.500 ຕື້ຕ່ໍປີ, ການລົງທຶນບ້ວງປົກກະຕິຂອງລັດ, ທຶນ ODA, ທຶນລັດ ແລະ ເອກະຊົນ ຕາມມະຕິ 165/ສພຊ ກໍຄືມະຕິ 10/ລບ ວ່າດ້ວຍນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃນໄລຍະໃໝ່, ທຶນໃນຮູບແບບ BOT ຫລື PPP, ທຶນເກີນແຜນຂອງອົງການປົກຄອງທ້ອງຖິ່ນ, ການປະກອບສ່ວນຂອງພາກທຸລະກິດ ແລະ ສັງຄົມ. ພ້ອມນ້ີ, ກະຊວງ ຍທຂ ຍັງຈະສຸມໃສ່ຈັດຕັ້ງ ປະຕິບັດບັນດາໂຄງການນໍ້າປະປາທີ່ມີທຶນແລ້ວ, ການລົງທຶນປົກກະຕິຂອງລັດ ແລະ ລັດວິສາຫະກິດນ້ໍາປະປາ, ພ້ອມນັ້ນຍັງຈະເລັ່ງສຸມໃສ່ແກ້ໄຂບັນຫານໍ້າສູນເສຍບໍ່ເປັນເສດຖະກິດໃຫ້ຫລຸດໜ້ອຍຖອຍລົງ, ຄົ້ນຄວ້າສ້າງແຜນລົງທຶນພັດທະນາລະບົບນໍ້າປະປາໃໝ່ຢູ່ບັນດາເມືອງ ແລະ ຕາແສງ, ວາງແຜນຜັງເມືອງ, ມາດຕະການບັງຄັບໃຊ້ກົດໝາຍຜັງເມືອງ ແລະ ຍົກຄຸນນະພາບໃນການບໍລິຫານ ແລະ ຄຸ້ມຄອງຕົວເມືອງ (ການແກ້ໄຂບັນຫາຂ້ີເຫຍ້ືອ, ນ້ໍາຖ້ວມຂັງ).
ສຳລັບມາດຕະການຈັດຕັ້ງປະຕິບັດກະຊວງ ຍທຂ ຈະສົມທົບກັບກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອສ້າງແຜນພັດທະນາເສັ້ນທາງເຂົ້າສູ່ແຫລ່ງທ່ອງທ່ຽວ ໃນຂອບເຂດທົ່ວປະເທດ ແລະ ສະເໜີລັດຖະບານອອກເປັນມະຕິຮັບຮອງ; ຈະສົມທົບກັບກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອສ້າງແຜນພັດທະນາເສ້ັນທາງເຂ້ົາສູ່ເຂດການຜະລິດໃນຂອບເຂດທົ່ວປະເທດ ແລະ ສະເໜີລັດຖະບານອອກເປັນມະຕິຮັບຮອງ. ສ່ວນການຂະຫຍາຍລະບົບນໍ້າປະປາ ແລະ ການພັດທະນາຕົວເມືອງ, ກະຊວງ ຍທຂ ຈະສົມທົບກັບອົງການປົກຄອງທ້ອງຖິ່ນເພື່ອສ້າງແຜນພັດທະນາລະບົບນ້ໍາປະປາຊຸມຊົນຢູ່ບັນດາຕົວເມືອງ, ຕາແສງ ແລະ ເຂດຈຸດສຸມການພັດທະນາ ໂດຍຈະລະດົມຂໍທຶນ ODA ຈາກບັນດາຄູ່ຮ່ວມພັດທະນາເປັນຕົ້ນທະນາຄານໂລກ, ADB, AIIB ແລະ ຄູ່ຮ່ວມພັດທະນາອື່ນໆ ລວມທັງທຶນຂອງລັດຖະບານ.
ຂ່າວ: ທະນູທອງ; ພາບ: ອ່າຍຄຳ
KPL