ຖອດຖອນບົດຮຽນ ການຮ່ວມຊ້ອມຮົບ ລະຫັດ "ສັນຕິພາບ ມິດຕະພາບ -2023"

06/12/2024 12:03
Email Print 1486
ຂປລ ຂປລ. ກອງປະຊຸມສະຫລຸບ ຖອດຖອນບົດຮຽນ ການເຂົ້າຮ່ວມຊ້ອມຮົບ ປະສານສົມທົບຫລາຍປະເທດ ພາຍໃຕ້ລະຫັດ "ສັນຕິພາບ ມິດຕະພາບ 2023" ທີ່ ສປ ຈີນ ຈັດ​ຂຶ້ນ​ໃນວັນທີ 4 ທັນ ວາ 2024 ຢູ່ທີ່ສະໂມສອນກົມໃຫຍ່ເສນາທິການກອງທັບ



ຂປລ. ກອງປະຊຸມສະຫລຸບ ຖອດຖອນບົດຮຽນ ການເຂົ້າຮ່ວມຊ້ອມຮົບ ປະສານສົມທົບຫລາຍປະເທດ ພາຍໃຕ້ລະຫັດ "ສັນຕິພາບ ມິດຕະພາບ
2023" ທີ່ ສປ ຈີນ ຈັດ​ຂຶ້ນ​ໃນວັນທີ 4 ທັນ ວາ 2024 ຢູ່ທີ່ສະໂມສອນກົມໃຫຍ່ເສນາທິການກອງທັບ ​ໂດຍ​ການເປັນປະທານຂອງ ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ ເສນາທິການກອງທັບ, ມີຄະນະ ຊີ້ນໍາ, ອະນຸກໍາມະການ, ພ້ອມດ້ວຍພະນັກງານວິຊາການ ແລະ ກຳລັງທີ່ເຂົ້າຊ້ອມຮົບເຂົ້າຮ່ວມ.




ສະຫາຍ ພັນໂທ ສັນຕິ ຈັນທະລັງສອນ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ
, ຄະນະຮັບຜິດຊອບເນື້ອໃນການຈັດຕັ້ງຊ້ອມຮົບຫລາຍຝ່າຍ ຂອງກອງທັບປະຊາຊົນລາວ ໄດ້​ໃຫ້​ຮູ້ວ່າ: ການຝຶກແອບ ແລະ ຊ້ອມຮົບຄັ້ງນີ້ ແມ່ນການຊ້ອມຮົບຮ່ວມຫລາຍຝ່າຍ ພາຍໃຕ້ລະຫັດ ສັນຕິພາບ ມິດຕະພາບ 2023" ລວມມີ 2 ເນື້ອໃນຫລັກຄື: ການຝຶກຊ້ອມ ທາງບົກ ແລະ ການຝຶກຊ້ອມທາງທະເລ. ໃນນີ້, ກອງທັບປະຊາຊົນລາວ ໄດ້ເຂົ້າຮ່ວມຝຶກຊ້ອມທາງບົກ ໃນຫົວຂໍ້: ການປະຕິ ບັດການທາງທະຫານຮ່ວມ ຕໍ່ຕ້ານການ ກໍ່ການຮ້າຍຕົ້ນຕໍແມ່ນ ການຕ້ານການກໍ່ການຮ້າຍ, ການຊອກຄົ້ນ ແລະ ຊ່ວຍເຫລືອຕົວປະກັນ, ການອົບພະຍົບຮີບດ່ວນ. ຜ່ານການຝືກຊ້ອມເຫັນວ່າ ບັນດາສະ ຫາຍໃນຄະນະຊີ້ນໍາ ໄດ້ເອົາໃຈໃສ່ຊີ້ ນໍາຢ່າງໃກ້ຊິດ, ຕິດແທດແຕ່ຕົ້ນຕະຫລອດປາຍ, ເລີ່ມແຕ່ການສ້າງແຜນການ, ກະກຽມເນື້ອໃນຫັດແອບ, ວັດຖຸອຸປະກອນ ແລະ ການກະກຽມກຳລັງເຂົ້າຮ່ວມ ການຫັດແອບ ໄດ້ທັນເວລາ, ເຮັດໃຫ້ການ ຈັດຕັ້ງປະຕິບັດ ຂອງແຕ່ລະພາກສ່ວນທີ່ກ່ຽວຂ້ອງ ມີຄວາມຄ່ອງຕົວດີ, ສະແດງອອກໃນເວລາ ເຂົ້າຮ່ວມຊ້ອມຮົບ ຢູ່ ສປ ຈີນ ຜ່ານມານັ້ນ, ຮັບປະກັນຄວາມ ປອດໄພ 100%  ແລະ ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້. 




ໃນ​ພິທີ, ຍັງ​ໄດ້ມອບຫລຽນໄຊພິລະອາດຫານ ຊັ້ນ
III ໃຫ້ແກ່ຄະນະຊີ້ນຳ, ບັນດາອະນຸກຳມະ ການຮັບປະກັນ ແລະ ກໍາລັງເຂົ້າຮ່ວມຊ້ອມຮົບຫລາຍຝ່າຍ ທີ່ ສປ ຈີນ 57 ສະຫາຍ, ໃບຍ້ອງຍໍກະຊວງປ້ອງກັນປະເທດ 45 ສະຫາຍ ແລະ ໃບຍ້ອງຍໍກົມໃຫຍ່ການເມືອງກອງທັບ 22 ສະຫາຍ.

ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ມີຄຳເຫັນໂອ້ລົມ​ ໂດຍເນັ້ນບາງບັນຫາສໍາຄັນວ່າ: ໃນຕໍ່ໜ້າ ໃນການຈັດຕັ້ງຊ້ອມຮົບຫລາຍຝ່າຍ, ສອງຝ່າຍ ໃຫ້ບັນດາສະຫາຍຄະນະຊີ້ນໍາ ເອົາໃຈປັບປຸງຄືນບັນດານິຕິກຳ ກ່ຽວກັບການຊ້ອມຮົບ ທີ່ມີແລ້ວໃຫ້ຄົບຖ້ວນ, ສົມບູນ ແລະ ໃຫ້ຫັດກຸມກວ່າເກົ່າ, ພ້ອມທັງສະຫລຸບສັງຮວມ ບັນດາເອກະສານ ແລະ ຂໍ້ມູນຕ່າງໆ ສ້າງເປັນເອກະສານຄູ່ມື ເພື່ອເປັນບົດຮຽນໃຫ້ແກ່ ການຫັດແອບຊ້ອມຮົບ ໃນຄັ້ງຕໍ່ໆໄປໃນອະນາຄົດ ໃຫ້ສາມາດຈັດຕັ້ງປະຕິບັດ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ. ພ້ອມນີ້, ໃຫ້ແຕ່ລະກົມກອງ ທີ່ໄດ້ເຂົ້າຮ່ວມການຊ້ອມຮົບປະສານຫລາຍຝ່າຍ ໃຫ້ຖືເອົາຜົນການເຂົ້າຮ່ວມ ຊ້ອມຮົບຫລາຍຝ່າຍຄັ້ງນີ້ ເປັນບ່ອນອີງ ໃນການຕີລາຄາຄວາມສາມາດ ກຽມພ້ອມສູ້ຮົບ ຂອງກົມກອງ ແລະ ນໍາເອົາບົດຮຽນທີ່ຖອດຖອນໄດ້ ຈາກການເຂົ້າຮ່ວມຊ້ອມຮົບ ມາຜັນຂະຫຍາຍ ແລະ ຫັດແອບຢູ່ກົມ ກອງໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ ເພື່ອກໍ່ສ້າງກົມ ກອງຂອງຕົນ ກໍຄື ການກໍ່ສ້າງກອງທັບປະຊາຊົນລາວ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ.

ຂ່າວ: ບິກໄຊ ສົມພູ

KPL

ຂ່າວອື່ນໆ

    • ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງການເມືອງ

      ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

      1/7/2026 2:39:08 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

    • ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດການເມືອງ

      ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດ

      1/7/2026 2:33:02 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.

    • ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ  ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝການເມືອງ

      ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝ

      1/7/2026 2:26:55 PM

      ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກ ປປ ລາວ ກໍຄື ຄະນະບໍລິຫານງານສູນກາງພັກ ຊຸດທີ XII ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃຫ້ໂປ່ງໃສຍິ່ງຂຶ້ນ, ຫລຸດຜ່ອນຂອດຂັ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນເປັນທັນສະໄໝ-ຫັນເປັນດີຈິຕອນ, ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະ ລິດ-ທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນໃນການແຂ່ງຂັນ.

    • ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນການເມືອງ

      ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ

      1/7/2026 2:06:59 PM

      ໄລຍະ 5 ປີ (2026-2030) ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທັງເປັນແຜນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດການພັດທະນາ ໄລຍະ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸ ໃຫ້ແຂງແຮງ, ເລິກເຊິ່ງ.

    • ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນການເມືອງ

      ກອງປະຊຸມໃຫຍ່ຄັ້ງທີ XII ຂອງມື້ທຳອິດ ຕົກລົງ-ຮັບຮອງເອົາຫລາຍບັນຫາສຳຄັນ

      1/7/2026 7:47:13 AM

      ໃນວາລະດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດລາວໃນມື້ທຳອິດ ໃນວັນທີ 6 ມັງກອນ 2026.

ads
ads

Top