ແຫລ່ງທ່ອງທ່ຽວເຂດອ່າງນ້ຳງື່ມ 1 ເປີດໃຫ້ບໍລິການຕົ້ນເດືອນທັນວານີ້

04/12/2024 10:33
Email Print 2265
ຂປລ ການກໍ່ສ້າງຂອງໂຄງການປັບປຸງ ແລະ ພັດທະນາພື້ນຖານໂຄງລ່າງສິ່ງອຳນວຍຄວາມສະດວກ ຢູ່ສະຖານທີ່ທ່ອງທ່ຽວເຂດອ່າງນ້ຳງື່ມ 1 ມາຮອດປະຈຸບັນແມ່ນໄດ້ສຳເລັດການກໍ່ສ້າງແລ້ວ 100%.

     *ການກໍ່ສ້າງຂອງໂຄງການປັບປຸງ ແລະ ພັດທະນາພື້ນຖານໂຄງລ່າງສິ່ງອຳນວຍຄວາມສະດວກ ຢູ່ສະຖານທີ່ທ່ອງທ່ຽວເຂດອ່າງນ້ຳງື່ມ 1 ມາຮອດປະຈຸບັນແມ່ນໄດ້ສຳເລັດການກໍ່ສ້າງແລ້ວ 100% ແລະ ພວມກະກຽມພິທີເປີດນຳໃຊ້ຢ່າງເປັນທາງການ ໃນວັນທີ 3 ທັນວາ 2024 ທີ່ຈະມາເຖິງນີ້.

       ທ່ານ ດາວເຮືອງ ນັນທະວົງ ຮອງເຈົ້າແຂວງວຽງຈັນ ໄດ້ໃຫ້ສຳພາດ ໃນວັນທີ 28 ພະຈິກ 2024 ນີ້ວ່າ: ການກໍ່ສ້າງຂອງໂຄງການປັບປຸງ ແລະ ພັດທະນາພື້ນຖານໂຄງລ່າງສິ່ງອຳນວຍຄວາມສະດວກ ຢູ່ສະຖານທີ່ທ່ອງທ່ຽວເຂດອ່າງນ້ຳງື່ມ 1 ມາຮອດປະຈຸບັນແມ່ນໄດ້ສຳເລັດການກໍ່ສ້າງແລ້ວ 100% ມາຮອດປະຈຸນບັນແມ່ນໄດ້ມີການກະກຽມພິທີມອບ-ຮັບ ແລະ ເປີດນຳໃຊ້ຢ່າງເປັນທາງການ ໃນວັນທີ 3 ທັນວາ 2024 ທີ່ຈະມາເຖິງນີ້. ສຳລັບການກະກຽມງານເປີດງານແມ່ນໄດ້ປະສານສົມທົບກັບຄະນະກຳມະການຂັ້ນແຂວງ ຂໍອະນຸມັດຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນຮັບຜິດຊອບການກະກຽມພິທີມອບ-ຮັບ ແລະ ເປີດການນຳໃຊ້ສະຖານທີ່ທ່ອງທ່ຽວໜ້າເຂື່ອນນ້ຳງື່ມ 1 ແລະ ພາຍໃນງານມີການຈະມີການສະແດງສິລະປະວັນນະຄະດີ, ວາງສະແດງສິນຄ້າ, ການບໍລິການທ່ອງທ່ຽວທ່ອງທ່ຽວ ແລະ ສິນຄ້າ ໂອດ໊ອບ ຄາດວ່າຈະມີແຂກທີ່ຖືກເຊີນນັບແຕກຂັ້ນສູນກາງຮອດທ້ອງຖິ່ນ ນັບທັງພາກລັດ ແລະ ພາກທຸລະກິດ ເຂົ້າຮ່ວມປະມານ 400 ກວ່າຄົນ.

       ທ່ານຮອງເຈົ້າແຂວງກ່າວອີກວ່າ: ສຳລັບການບໍລິຫານຈັດການໃນສະເພາະໜ້າ ແລະ ຍາວນານ ການນຳແຂວງວຽງຈັນ ໄດ້ອະນຸມັດຂໍ້ຕົກລົງວ່າດ້ວຍການຄຸ້ມຄອງການທ່ອງທ່ຽວທາງນ້ຳ ຢູ່ແຂວງວຽງຈັນ ສະບັບເລກທີ 2674/ຈຂ.ວຈ, ລົງວັນທີ 12 ພະຈິກ 2024 ແລະ ໄດ້ສ້າງມາດຕະຖານການບໍລິການເຮືອນຳທ່ຽວຢູ່ເຂື້ອນນ້ຳງື່ມ 1 ພ້ອມທັງປະເມີນມາດຕະຖານການບໍລິການເຮືອນຳທ່ຽວຮອບທີ 1 ແລະ ຮອບທີ 2 ຄະນະຮັບຜິດຊອບໂຄງການ ໄດ້ສຸ່ມໃສ່ວາງໜ້າວຽກດັ່ງນີ້: ປະດັບປະດາອານາໄມເສັ້ນທາງ, ອານຄານຮ້ານຄ້າ, ສະຖານທີ່ສາທາລະນະໃຫ້ສະອາດຈົບງາມ; ຈັດສັນແບ່ງໂຊນຮ້ານຄ້າຕາມແຕ່ລະປະເພດສິນຄ້າ ເຊັ່ນ: ອາຄານ A: ຂາຍຜະລິດຕະພັນປາ, ອາຄານ B: ຂາຍເຄື່ອງທີ່ລະນຶກ; ອາຄານ C: ຮ້ານຂາຍເຄື່ອງດື່ມ, ອາຄານ D: ຮ້ານອາຫານ, ອາຄານ E: ຮ້ານວາງສະແດງສິນຄ້າ ແລະ ອື່ນໆ ປະຈຸບັນມີຜູ້ປະກອບການຮ້ານຄ້າ, ຮ້ານອາຫານ-ເຄື່ອງດື່ມ ແລະ ຮ້ານຂາຍເຄື່ອງທີ່ລະນຶກ ຈໍານວນ 32 ຫົວໜ່ວຍ.

     ພ້ອມນີ້ໄດ້ການຝຶກອົບຮົມ ໃຫ້ແກ່ປະຊາຊົນປະຜູ້ປະກອບການໃນຫລາຍຫົວຂໍ້ເຊັ່ນ: ການສ້າງແຜນດຳເນີນທຸລະກິດ;  ການນຳໃຊ້ພື້ນທີ່ທຸລະກິດ ແລະ ຮ້ານຄ້າໃຫ້ເກີດປະໂຫຍດສູງສຸດ; ການນຳໃຊ້ພາຊະນະໃສ່ອາຫານ ແລະ ເຄື່ອງດື່ມທີ່ເໝາະສົມ; ການຮັກສາຫລັກສຸຂະອານາໄມ ແລະ ການທຳຄວາມສະອາດຮ້ານຄ້າ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ; ໄດ້ກວດກາມາດຕະຖານເຮືອນໍາທ່ຽວ, ປະກອບຖັງບັນຈຸສິ່ງປະຕິກູນໃຫ້ກັບເຮືອນຳທ່ຽວທຸກລໍາ; ຝຶກອົບຮົມພະນັກງານຂັບເຮືອ, ພະນັກງານຕ້ອນຮັບແຂກ; ຊຸກຍູ້ຜູ້ປະກອບການເຮືອອານາໄມທາສີຕົບແຕ່ງສ້ອມແປງເຮືອຂອງຕົນໃຫ້ມີຄວາມສະອາດ ມີເຮືອນໍາທ່ຽວພ້ອມທີ່ຈະບໍລິການທັງໝົດ 35 ລຳ, ຈັດກອງປະຊຸມປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອສ້າງຄວາມເປັນເອກະພາບກ່ຽວກັບການບໍລິຫານຄຸ້ມຄອງຊົ່ວຄາວສຳລັບສະຖານທີ່ທ່ອງທ່ຽວເຂດໜ້າເຂື່ອນນໍ້າງື່ມ 1 ໂດຍມອບໃຫ້ກຸ່ມເຮືອນໍາທ່ຽວເປັນຜູ້ບໍລິຫານຄຸ້ມຄອງ ເປັນການຊົ່ວຄາວຊຶ່ງຕາມແຜນແມ່ນຈະໄດ້ຈັດຫາບໍລິສັດທີ່ມີປະສົບການມາບໍລິຫານໃນຕໍ່ໜ້າ.

         ທ່ານ ຄຳຟອງ ພັນປະດິດ ປະທານບໍລິສັດຄຳຟອງກຣຸບ ຈຳກັດຜູ້ດຽວ ໃນນາມຜູ້ຮັບເໝົາກໍ່ສ້າງ ກ່າວວ່າ: ໂຄງການດັ່ງກ່າວເລີ່ມລົງມືກໍ່ສ້າງມາແຕ່ວັນທີ 1 ກໍລະກົດ 2021 ລວມເປັນມູນຄ່າທັງໝົດໃນສັນຍາ 5.330.799 ໂດລາສະຫະລັດ ມາຮອດປະຈຸບັນແມ່ນສຳເລັດ 100% ແລະ ຈະມີພິທີມອບ-ຮັບ ຢ່າງເປັນທາງການ ໃນວັນທີ 3 ທັນວາ 2024ນີ້.

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top