ຜັກຊະນິດໃດສາມາດຕ້ານມະເຮັງໄດ້?

25/11/2024 10:56
Email Print 1537
ຂປລ ຜັກ​ຊະນິດ​ຕ່າງໆ ແມ່ນອາຫານ​ທີ່​ເຮົາ​ຂາດ​ບໍ່​ໄດ້​ໃນ​ຊີ​ວິດ​ປະ​ຈໍາ​ວັນ ​ເພື່ອ​ບໍາລຸງ​ຮ່າງກາຍ ​ແລະ ​ເຮັດ​ໃຫ້​ລະລະບົເຮັດ​ວຽກ​ຕ່າງໆໃນຮາງກາຍໄດ​້ດີ​ຂຶ້ນ ນອກ​ນີ້​​ແລ້ວ ຜັກ​ຫຍາ​ຍຊະນິດ​ຍັງ​ມີ​ສັບພະ​ຄຸນ​ຕ້ານ​ມະ​ເຮັງ​ອີກ​ດ້ວຍ.

     *ຜັກ​ຊະນິດ​ຕ່າງໆ ແມ່ນອາຫານ​ທີ່​ເຮົາ​ຂາດ​ບໍ່​ໄດ້​ໃນ​ຊີ​ວິດ​ປະ​ຈໍາ​ວັນ ​ເພື່ອ​ບໍາລຸງ​ຮ່າງກາຍ ​ແລະ ​ເຮັດ​ໃຫ້​ລະລະບົເຮັດ​ວຽກ​ຕ່າງໆໃນຮາງກາຍໄດ​້ດີ​ຂຶ້ນ ນອກ​ນີ້​​ແລ້ວ ຜັກ​ຫຍາ​ຍຊະນິດ​ຍັງ​ມີ​ສັບພະ​ຄຸນ​ຕ້ານ​ມະ​ເຮັງ​ອີກ​ດ້ວຍ.

ຜັກກາດນາ: ມີປະໂຫຍດໃນດ້ານການຢຸດມະເຮັງ ເນື່ອງຈາກໃນຜັກກາດນາມີເບຕ້າແຄໂຮທີນຫລາຍ.

ຜັກຕໍານິນ:  ເປັກຜັກທີ່ມີວິຕາມິນເອ, ແຄວຊຽມ ແລະ ຟົດສະຟໍຣິກ ​ເຊິ່ງມີສັບພະຄຸນປ້ອງກັນພະຍາດໄດ້ຫລາຍຊະນິດ ລວມເຖິງຊ່ວຍປ້ອງກັນພະຍາດມະເຮັງໄດ້.

ໝາກມາຮະ: ມີວິຕາມິນເອສູງທີ່ຊ່ວຍໃນການຕ້ານເຊື້ອໄວຣັດ ລວມເຖິງຂ້າເຊວມະເຮັງໄດ້ ໂດຍສະເພາະມະເຮັງເຕົ້ານົມ, ພະຍາດຮ້າຍທີ່ເປັນໄພກັບຜູ້ຍິງ ນອກຈາກນີ້ ໝາກມາຮະຍັງມີຄຸນສົມບັດເດັ່ນ ໃນການຂ້າເຊວມະເຮັງສະໝອງ
                 ໄດ້ອີກ.

ຜັກໜອກ:  ມີວິຕາມິນເອ, ບີ 1 ແລະ ແຄວຊຽມສູງ ສານສໍາຄັນໃນຜັກໜອກຄື ກະໄລໂຄໄຊດ໌ ທີ່ຊ່ວຍໃນເລື່ອງຂອງຜິວ ຊ່ວຍໃຫ້ຜິວແຂງແຮງ ແລະ ບັນເທົາອາການເສັ້ນເລືອດຂອດ ນອກຈາກນີ້ ສານສະກັດຈາກໃບຜັກໜອກລ້ວນ
               ມີສັບພະຄຸນຊ່ວຍຢຸດການແພ່ຂະຫຍາຍຂອງແບັກທີເຣຍ ຊ່ວຍລະງັບການອັກເສບ ແລະ ທໍາລາຍເຊວມະເຮັງ.

ຜັກກະລໍາປີ-ຫົວຜັກກາດ: ມີສານຊິລີນຽມ ເປັນຕົວທີ່ສາມາດຢຸດ ຫລື ປ້ອງກັນການເກີດມະເຮັງເຕົ້ານົມ ທັງຫລຸດບໍ່ໃຫ້ເກີດກ້ອນມະເຮັງເພີ່ມຂຶ້ນ ໂດຍທີ່ສານໃນຜັກເຫລົ່ານີ້ ຈະມີຄຸນສົມບັດໃນການກະຕຸ້ນເອນໄຊມ໌ທີ່ມີໜ້າທີ່ກໍາຈັດສານ
                               ພິດ ອອກຈາກຮ່າງກາຍ ສານພິດທີ່ພ້ອມຈະປ່ຽນເຊວດີໆໃຫ້ກາຍເປັນເຊວມະເຮັງ ແລະ ໃນຫົວຜັກກາດມີສານທີ່ຊ່ວຍເຮັດໃຫ້ກ້ອນເນື້ອງອກນ້ອຍລົງ ໂອກາດທີ່ຈະກາຍເປັນເຊວມະເຮັງຈຶ່ງໜ້ອຍລົງ.

ເຫັດຫລິນຈື ຫລື ເຫັດໝື່ນປີ: ໃນເຫັດຫລິນຈືມີສານພວກໂພລີແຊດດາ, ໄຣດ໌ຊະນິດເບຕ້າດີ-ກລູແຄນ ທີ່ສະຖາບັນມະເຮັງແຫ່ງຊາດ ຄົ້ນພົບວ່າມີລິດຊ່ວຍໃຫ້ຮ່າງກາຍມີລະບົບພູມຄຸ້ມກັນທີ່ດີ ແລະ ຕ້ານພິດທີ່ເກີດຈາກການສາຍລັງສີ
                                    ຈຶ່ງເຊື່ອວ່າການໃຊ້ເຫັດຫລິນຈື ຈະຊ່ວຍຢັບຢັ້ງການລຸກລາມຂອງມະເຮັງໄດ້

ຜັກບົວລະພາ: ມີຄ່າທາງອາຫານ ແລະ ສັບພະຄຸນເປັນຢາປິ່ນປົວພະຍາດ ຊ່ວຍຂ້າເຊື້ອແບັກທີເຣຍ, ເຊື້ອລາ ແລະ ເຊື້ອໄວຣັດ ລວມເຖິງປ້ອງກັນມະເຮັງ
ຫົວສີໃຄ:  ມີແຄວຊຽມ ແລະ ຟົດສະຟໍຣິກທີ່ມີຄຸນສົມບັດປ້ອງກັນການເກີດມະເຮັງທາງເດີນອາຫານໃນໄລຍະເລີ່ມຕົ້ນ

ໂດຍ: ມາລີດາ

KPL

ຂ່າວອື່ນໆ

ads
ads

Top