ຂປລ
ໂດຍຕອບສະໜອງ ຕາມການເຊ້ືອເຊີນຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະ ເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ສີຫະສັກ ພວງເກດແກ້ວ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງລະຫວ່າງສອງຊາດ ລາວ-ໄທ ໃຫ້ພັດທະນາ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ພ້ອມທັງເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມວ່າດ້ວຍ ການຮ່ວມມື (JC) ລາວ-ໄທ ຄັ້ງທີ 23 ໃນລະຫວ່າງວັນທີ 30 ກັນຍາ - 2 ຕຸລາ 2026.
ຂປລ.ກອງປະຊຸມຄະນະກໍາມາທິການຮ່ວມວ່າດ້ວຍການຮ່ວມມື ລາວ- ໄທ ຄັ້ງທີ 23 ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 2 ຕຸລາ 2026 ທີ່ແຂວງຫລວງພະບາງ ສປປ ລາວ, ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານ ສີຫະສັກ ພວງເກດແກ້ວ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 23 ນີ້ ຈັດຂຶ້ນໃນທ່າມກາງບັນຍາກາດ ທ່ີການພົວພັນ ແລະ ການຮ່ວມມືຂອງສອງປະເທດ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງຕ່ໍເນື່ອງ, ນັບມື້ເລິກເຊິ່ງ ແລະ ກວ້າງຂວາງໃນຫລາຍຂົງເຂດ. ກອງປະຊຸມຄັ້ງນີ້, ໄດ້ທົບທວນຄືນຜົນ ສໍາເລັດຂອງການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະກໍາມາທິການຮ່ວມວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 22 ແລະ ຮ່ວມກັນປຶກສາຫາລື ເພື່ອກໍານົດທິດທາງແຜນງານການຮ່ວມມືໃນຕໍ່ໜ້າ. ກອງປະຊຸມໄດ້ຕີລາຄາສູງຕໍ່ການຮ່ວມມືສອງຝ່າຍຢ່າງຮອບດ້ານຕະຫລອດໄລຍະ 5 ປີຜ່ານມາ ເປັນຕົ້ນແມ່ນດ້ານການເມືອງ ແລະ ຄວາມໝັ້ນຄົງ, ເສດຖະກິດ-ສັງຄົມ, ການຄ້າ, ການລົງທຶນ, ທ່ອງທ່ຽວ ແລະ ດ້ານອ່ືນໆ ໄດ້ຂະຫຍາຍຕົວຂຶ້ນຢ່າງກວ້າງຂວາງ. ຍິ່ງກວ່ານັ້ນ, ສາຍພົວພັນ ລະຫວ່າງ ສອງປະເທດ ລາວ ແລະ ໄທ ໄດ້ກ້າວຂຶ້ນສູ່ລະດັບໃໝ່ພາຍຫລັງສອງປະເທດໄດ້ຍົກລະດັບສາຍພົວພັນມິດຕະພາບເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງໃນປີ 2022. ຄຽງຄູ່ກັນນັ້ນ, ສອງຝ່າຍກໍໄດ້ມີການພົບປະ ແລະ ແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນລະດັບສູງລະຫວ່າງສອງປະເທດຢ່າງເປັນປົກກະຕິ, ພິເສດແມ່ນການແລກປ່ຽນການຢ້ຽມຢາມ ແລະ ການເຂົ້າຮ່ວມພິທີເປີດຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ຢ່າງເປັນ ທາງການຂອງປະມຸກລັດສອງປະເທດໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ໄທ ຄົບຮອບ 75 ປີ ໃນປີ 2025 ທີ່ຜ່ານມາ.
ກອງປະຊຸມຄັ້ງນີ້, ໄດ້ລົງເລິກປຶກສາຫາລືການຮ່ວມມືສອງຝ່າຍ ຢ່າງຮອບດ້ານເປັນຕ້ົນແມ່ນການຮ່ວມມື ດ້ານການເມືອງ ແລະ ຄວາມໝັ້ນຄົງ ໂດຍສະເພາະການຮັກສາຄວາມໝັ້ນຄົງ ແລະ ຄວາມສະຫງົບ ຮຽບຮ້ອຍຕາມບໍລິເວນຊາຍແດນ ລາວ-ໄທ, ການຊຸກຍູ້ການສຳຫລວດ ແລະ ປັກຫລັກໝາຍຊາຍແດນລາວ-ໄທ ທັງທາງບົກ, ທາງນ້ຳ ແລະ ຊຸກຍູ້ໜ້າວຽກຄົງຄ້າງຕ່າງໆໃຫ້ມີຄວາມຄືບໜ້າ ແລະ ສຳເລັດເປັນຮູບປະທຳລວມເຖິງການປ້ອງກັນ ແລະ ສະກັດກ້ັນຢາເສບຕິດ, ອາຊະຍາກໍາທາງເຕັກໂນໂລຊີ-ການສື່ສານ, ຕ້ານການຄ້າມະນຸດ ແລະ ອື່ນໆ; ການຮ່ວມມືດ້ານເສດຖະກິດ-ການຄ້າ-ການລົງທຶນເຫັນວ່າມີການຂະຫຍາຍຕົວ ໂດຍສະເພາະການຮ່ວມມືລະຫວ່າງພາກເອກະຊົນ, ເສດຖະກິດດີຈິຕອນ, ການສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ; ການຮ່ວມມືດ້ານເສດຖະກິດໃນຂອບອະນຸພາກພ້ືນ; ການຮ່ວມມືດ້ານວຽກງານການທູດເສດຖະກິດ; ການຮ່ວມມືເພື່ອການເຊື່ອມໂຍງ ໂດຍສະເພາະແມ່ນການເຊ່ືອມຕ່ໍລົດໄຟລາວ-ຈີນ ກັບລະບົບລາງຂອງໄທ, ໂຄງການກໍ່ສ້າງຂົວຂ້າມນໍ້າຂອງຊຽງແມນ-ຫລວງພະ ບາງ ສປປ ລາວ, ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 6 (ສາລະວັນ-ອຸບົນຣາຊະທານີ), ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 7 (ເມືອງໝື່ນ, ແຂວງວຽງຈັນ-ອຳເພີປາກຊົມ, ຈັງຫວັດເລີຍ) ແລະ ໂຄງການພັດທະນາເສັ້ນທາງອື່ນໆ; ການຮ່ວມມືດ້ານການທ່ອງທ່ຽວ, ການຮ່ວມມືດ້ານກົດໝາຍ ແລະ ຍຸຕິທໍາ, ການຮ່ວມມືດ້ານແຮງງານ, ການຮ່ວມມືດ້ານພະລັງງານໄຟຟ້າ ແລະ ພະລັງງານອື່ນໆ, ການຮ່ວມມືດ້ານການເງິນ-ການທະນາຄານ, ການຮ່ວມມືດ້ານສັງຄົມ ແລະ ການພັດທະນາ; ການຮ່ວມມືດ້ານກະສິກໍາ; ການຮ່ວມມືດ້ານສາທາລະນະສຸກ; ການຮ່ວມມືດ້ານການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ; ການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ; ການຮ່ວມມືດ້ານສ່ິງແວດລ້ອມ ແລະ ຊັບພະຍາກອນທໍາມະຊາດ, ການຄຸ້ມຄອງນໍ້າຢ່າງຍືນຍົງ; ການຮ່ວມມືດ້ານວັດທະນະທໍາ-ສັງຄົມ; ການຮ່ວມມືດ້ານສື່ມວນຊົນ; ການຮ່ວມມືລະຫວ່າງສະມາຄົມ ລາວ-ໄທ, ໄທ-ລາວ ເພື່ອມິດຕະພາບ ແລະ ການຮ່ວມມືດ້ານອື່ນໆ.
ກອງປະຊຸມຄັ້ງນີ້, ຍັງໄດ້ປຶກສາຫາລືເພື່ອກໍານົດແຜນງານການຮ່ວມມືໃນຕໍ່ໜ້າ ໂດຍໄດ້ຢືນຢັນເຈດຕະນາລົມຂອງລັດຖະບານທັງສອງປະເທດ ທີ່ຈະເພີ່ມທະວີການຮ່ວມມືທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍລວມທັງການພົບປະ ແລະ ແລກປ່ຽນການຢ້ຽມຢາມລະຫວ່າງກັນຂອງເຈົ້າໜ້າທີ່ລະດັບຕ່າງໆທັງສູນກາງ ແລະ ທ້ອງຖ່ິນ ແນໃສ່ຊຸກຍູ້ ແລະ ສ້າງສະພາບແວດລ້ອມໃຫ້ເອື້ອຍອໍານວຍຕໍ່ການເປັນ “ຄູ່ຮ່ວມຍຸດທະສາດ ເພ່ືອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ” ໃຫ້ເປັນຮູບປະທໍາ ແລະ ນໍາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງປະເທດຢ່າງແທ້ຈິງ.
ໃນຕອນທ້າຍຂອງກອງປະຊຸມ, ທ່ານປະທານກອງປະຊຸມຮ່ວມທັງສອງໄດ້ຮ່ວມກັນຮັບຮອງເອົາບົດບັນທຶກກອງປະຊຸມຄະນະກໍາມາທິການຮ່ວມວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 23 ເພື່ອເປັນພ້ືນຖານອັນສໍາຄັນ ແລະ ໜັກແໜ້ນໃນການສືບຕໍ່ສົ່ງເສີມການພົວພັນຮ່ວມມືບົນພື້ນຖານບ້ານໃກ້ເຮືອນຄຽງທີ່ດີ, ເຕັມໄປດ້ວຍໄມຕີຈິດມິດຕະພາບ, ການຊ່ວຍເຫລືອເຊ່ິງກັນ ແລະ ກັນ ແລະ ຮ່ວມກັນກ້າວຂຶ້ນຕະຫລອດ ໄປ.
ຈາກນ້ັນ, ສອງຮອງນາຍົກລັດຖະມົນຕີ ລາວ ແລະ ໄທ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມໜັງສືເຈດຈໍານົງໃນການສ້າງຕັ້ງສາຍພົວພັນມິດຕະພາບລະຫວ່າງແຂວງຫລວງພະບາງ ແຫ່ງ ສປປ ລາວ ແລະ ຈັງຫວັດນ່ານ ແຫ່ງ ລາຊະອານາຈັກໄທ ແລະ ພິທີ ແລກປ່ຽນເອກະສານແຜນປະຕິບັດງານວຽກງານຊາຍແດນ ລາວ- ໄທ ແລະ ໂຄງການກໍ່ສ້າງຂົວຊຽງແມນ-ຫລວງພະບາງ ສປປ ລາວ.
ນອກຈາກນັ້ນ, ສອງຮອງນາຍົກລັດຖະມົນຕີ ລາວ ແລະ ໄທ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍຍັງໄດ້ໄປກວດກາຈຸດໂຄງການກໍ່ສ້າງຂົວຂ້າມນໍ້າຂອງຊຽງແມນ-ຫລວງພະບາງ ແລະ ຢ້ຽມຊົມວັດຊຽງທອງ ອີກດ້ວຍ.
ຂ່າວ: ກົມການຂ່າວ, ກະຊວງການ ຕ່າງປະເທດ; ພາບ: ເກດສະໜາ
KPL