ສານສະແດງຄວາມເຫັນໃຈ ຕໍ່ເຫດການນໍ້າຖ້ວມຢ່າງຮຸນແຮງຢູ່ລາຊະອານາຈັກໄທ

05/10/2026 09:22
ຂປລ ໃນວັນທີ 2 ຕຸລາ 2026, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະ ແດງຄວາມເຫັນໃຈເຖິງທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ລາຊະອານາຈັກໄທ ຕໍ່ຜົນກະທົບຈາກເຫດການນໍ້າຖ້ວມຢ່າງຮຸນແຮງ.

    ຂປລ. ເນື້ອໃນສານໄດ້ລະບຸວ່າ: ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມເປັນຫ່ວງເປັນໃຍ ແລະ ເຫັນໃຈເປັນຢ່າງຍິ່ງ ມາຍັງທ່ານ, ລັດຖະບານ ແລະ ປະຊາຊົນໄທ ໂດຍສະເພາະຜູ້ທີ່ໄດ້ຮັບຜົນກະທົບຈາກເຫດການນໍ້າຖ້ວມຢ່າງຮຸນແຮງທີ່ນະຄອນຫລວງບາງກອກ ແລະ ບັນດາຈັງຫວັດໃກ້ຄຽງຂອງລາຊະອານາຈັກໄທ ຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນໃນເຂດດັ່ງກ່າວ.

    ຂ້າພະເຈົ້າເຊື່ອໝັ້ນເປັນຢ່າງຍິ່ງວ່າ ພາຍໃຕ້ຄວາມເອົາໃຈໃສ່ຢ່າງໃກ້ຊິດໃນການໃຫ້ການຊ່ວຍເຫລືອຈາກທ່ານ ກໍຄື ຈາກລັດຖະບານ, ປະຊາຊົນ ແຫ່ງ ລາຊະອານາຈັກໄທ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກທີ່ເກີດຂຶ້ນຈາກເຫດການໃນ ຄັ້ງນີ້ ແລະ ສາມາດຟື້ນຟູເຂດທີ່ໄດ້ຮັບຜົນກະທົບໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

KPL

ຂ່າວອື່ນໆ

    • ສານສະແດງຄວາມເຫັນໃຈການເມືອງ

      ສານສະແດງຄວາມເຫັນໃຈ

      10/5/2026 9:31:03 AM

      ໃນວັນທີ 30 ກັນຍາ 2026 ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງທ່ານ ສີຫະສັກ ພວງເກດແກ້ວ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ ຕໍ່ກັບເຫດການອຸທົກກະໄພຢ່າງຮຸນແຮງທີ່ນະຄອນຫລວງບາງກອກ ແລະ ຫລາຍແຂວງຂອງລາຊະອານາຈັກໄທ.

    • ສານສະແດງຄວາມຊົມເຊີຍ ວັນຊາດ ສ ເກົາຫລີ ຄົບຮອບ 77 ປີການເມືອງ

      ສານສະແດງຄວາມຊົມເຊີຍ ວັນຊາດ ສ ເກົາຫລີ ຄົບຮອບ 77 ປີ

      10/5/2026 9:19:07 AM

      ໃນວັນທີ 3 ຕຸລາ 2026, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງທ່ານ ລີ ແຈ ມຽງ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫລີ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ເກົາຫລີ ຄົບຮອບ 77 ປີ.

    • ເປີດກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 23ການເມືອງ

      ເປີດກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມື ລາວ-ໄທ ຄັ້ງທີ 23

      10/5/2026 9:14:02 AM

      ໂດຍຕອບສະໜອງ ຕາມການເຊ້ືອເຊີນຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະ ຊວງການຕ່າງປະ ເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ສີຫະສັກ ພວງເກດແກ້ວ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງລະຫວ່າງສອງຊາດ ລາວ-ໄທ ໃຫ້ພັດທະນາ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ພ້ອມທັງເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມວ່າດ້ວຍ ການຮ່ວມມື (JC) ລາວ-ໄທ ຄັ້ງທີ 23 ໃນລະຫວ່າງວັນທີ 30 ກັນຍາ - 2 ຕຸລາ 2026.

    • ສານອວຍພອນວັນຊາດການເມືອງ

      ສານອວຍພອນວັນຊາດ

      10/1/2026 9:24:18 AM

      ໃນວັນທີ 30 ກັນຍາ 2026 ທ່ີນະຄອນຫລວງວຽງຈັນ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະ ມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນວັນຊາດເຖິງ ສະຫາຍ ຫລີ ສຽງ ກໍາມະການປະຈໍາກົມການ ເມືອງສູນກາງພັກກອມມູນິດຈີນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ.

    • ເລຂາທິການໃຫຍ່ ພັກ ປປ ລາວ ສົ່ງໂທລະເລກອວຍພອນວັນຊາດເຖິງເລຂາທິການໃຫຍ່ພັກກອມມູນິດຈີນການເມືອງ

      ເລຂາທິການໃຫຍ່ ພັກ ປປ ລາວ ສົ່ງໂທລະເລກອວຍພອນວັນຊາດເຖິງເລຂາທິການໃຫຍ່ພັກກອມມູນິດຈີນ

      10/1/2026 9:19:19 AM

      ໃນວັນທີ 1 ຕຸລາ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະ ເທດແຫ່ງ ສປປ ລາວ ໄດ້ສົ່ງໂທລະເລກອວຍພອນ ເຖິງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ..

ads
ads

Top