ມອບລາງວັນແຂ່ງຂັນຂຽນຂ່າວ ບັນຫາສີຂຽວ ປະຈຳປີ 2026

05/10/2026 09:38
ຂປລ ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບອົງການ CARE ສາກົນປະຈຳ ສປປ ລາວ ຈັດພິທີມອບລາງວັນການແຂ່ງຂັນ ຂຽນຂ່າວປະຈຳປີ 2026 ພາຍໃຕ້ໂຄງການ “ສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນ ໂດຍການມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ

      ຂປລ. ເພື່ອການພັດທະນາສີຂຽວໃນ ສປປ ລາວ” ຫລື GAMCIL ໃນວັນທີ 2 ຕຸລາ 2026 ໂດຍມີຈຸດປະສົງຍ້ອງຍໍ ແລະ ເຊີດຊູຜົນງານຂອງນັກຂ່າວ ລວມເຖິງຜູ້ຜະລິດເນື້ອໃນສື່ອອນລາຍທີ່ມີຜົນງານການລາຍງານກ່ຽວກັບບັນຫາສີຂຽວ ແລະ ການພັດທະນາທີ່ຍືນຍົງ ໂດຍມີ ທ່ານ ວັນສີ ກົວມົວ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ທ່ານ ນາງ ແກ້ວອຳພອນ ສຸວັນນະພູມ ຜູ້ອຳນວຍການອົງການ CARE ສາກົນ ປະຈຳ ສປປ ລາວ ແລະ ທ່ານ ມາກ ກາລາເຮີ ເອກອັກຄະລັດຖະທູດສະຫະພາບເອີຣົບປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ການແຂ່ງຂັນຂຽນຂ່າວປະຈຳປີ 2026 ຈັດຂຶ້ນໃນຮູບແບບຜົນງານຂ່າວວິດີໂອ ແລະ ຂ່າວໂປສເຕີ ໂດຍແບ່ງຜູ້ເຂົ້າຮ່ວມເປັນ 2 ກຸ່ມຄື: ກຸ່ມນັກຂ່າວພາກລັດ ແລະ ກຸ່ມຜູ້ນໍາໃຊ້ສື່ອອນລາຍ ລວມທັງຕົວແທນອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕ້ັງທາງສັງຄົມ. ສຳລັບຜົນການແຂ່ງຂັນ, ປະເພດຂ່າວວິດີໂອກຸ່ມນັກຂ່າວພາກລັດ ລາງວັນຊະນະເລີດແມ່ນທ່ານ ຫັດສະດີ ສຸດດາວົງ ຈາກວິທະຍຸ-ໂທລະພາບ ແຂວງອັດຕະປື, ຮອງຊະນະເລີດ ທ່ານ ທອງດຳ ວົງວຽງໄຊ, ທ່ານ ນາງ ແສງພະຈັນ ວັນສະເຫລີມ ແລະ ທ່ານ ອ່ອນ ມະນີສອນ ຈາກຄະນະໂຄສະນາອົບຮົມແຂວງສາລະວັນໃນນາມທີມ.

     ປະເພດຂ່າວໂປສເຕີກຸ່ມນັກຂ່າວພາກລັດ ລາງວັນຊະນະເລີດ ແມ່ນທ່ານ ນາງ ວັນດາພອນ ຊື່ນພັນ ຈາກຄະນະໂຄສະນາອົບຮົມແຂວງ ຈຳປາສັກ (ໂທລະພາບແຂວງ), ຮອງຊະນະເລີດ ທ່ານ ນາງ ທອງໃສ ແກ້ວບົວລະພາ ຈາກມະຫາວິທະຍາໄລສຸພານຸວົງ ແລະ ສະຖານີວິທະຍຸ ແຂວງຄຳມ່ວນ.

      ສ່ວນກຸ່ມຜູ້ນຳໃຊ້ສື່ອອນລາຍ ແລະ ອົງການຈັດຕັ້ງທາງສັງຄົມ ປະເພດຂ່າວວິດີໂອ ລາງວັນຊະນະເລີດ ທ່ານ ຈັນທະວີສຸກ ພອນມະນີ ຈາກມະຫາວິທະຍາໄລແຫ່ງຊາດ, ຮອງຊະນະເລີດ ທ່ານ ໄຊຊະນະ ພັນແພງດີ ຈາກສະຖາບັນພາສາຕ່າງປະເທດ Logos ແລະ ລາງວັນຊົມເຊີຍອີກຈຳນວນໜຶ່ງ.

     ສຳລັບປະເພດຂ່າວໂປສເຕີ ໃນກຸ່ມຜູ້ນໍາໃຊ້ສື່ອອນລາຍ ແລະ ອົງການຈັດຕັ້ງທາງສັງຄົມລາງວັນຊະນະເລີດແມ່ນທ່ານ ເພັດລະຄອນ ໜ່ໍບຸບຜາສະຫວັນ ຈາກມະຫາວິທະຍາໄລສະຫວັນນະເຂດ, ຮອງຊະນະເລີດທ່ານ ພຸດທະວີ ໄຊຍະສອນ ຈາກໂຄງການ ProFEB ແລະ ລາງວັນຊົມເຊີຍທ່ານ ສຸລິໂຍ ເມກສຸວັນ ຈາກວິສາຫະກິດເພ່ືອສັງຄົມພັນຖິ່ນ.

    ການຈັດກິດຈະກໍາຄັ້ງນີ້, ນອກຈາກເປັນການຍ້ອງຍໍຜົນງານຂອງນັກຂ່າວ ແລະ ຜູ້ຜະລິດເນື້ອໃນສ່ືມວນຊົນແລ້ວຍັງເປັນກົນໄກໜຶ່ງ ໃນການສົ່ງເສີມການລາຍງານຂ່າວກ່ຽວກັບບັນຫາສີຂຽວໃນ ສປປ ລາວ ໃຫ້ມີຄຸນນະພາບ, ຮອບດ້ານ ແລະ ເປັນມືອາຊີບຫລາຍຂຶ້ນ, ພ້ອມທັງຊຸກຍູ້ໃຫ້ສື່ມວນຊົນ ແລະ ຜູ້ນຳໃຊ້ສື່ອອນລາຍມີສ່ວນຮ່ວມໃນການເຜີຍແຜ່ຂ່າວສານ ແລະ ສ້າງຄວາມຮັບຮູ້ສັງຄົມກ່ຽວກັບການອະນຸລັກສ່ິງແວດລ້ອມ, ການພັດທະນາສີຂຽວ ແລະ ການພັດທະນາແບບຍືນຍົງ.

   ໂຄງການ GAMCIL ໄດ້ສົ່ງເສີມການມີສ່ວນຮ່ວມຂອງນັກຂ່າວລາວ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງທາງສັງຄົມ ແລະ ຜູ້ນຳໃຊ້ສື່ອອນລາຍຈາກທ່ົວປະເທດໃນການຜະລິດ ແລະ ລາຍງານເນື້ອໃນຂ່າວສານກ່ຽວກັບ “ບັນຫາສີຂຽວ”. ໂຄງການຍັງໄດ້ຍົກລະດັບທັກສະວິຊາຊີບ, ຄວາມສາມາດດ້ານດີຈິຕອນ, ການນຳໃຊ້ເຄື່ອງມື ແລະ ເຕັກໂນໂລຊີໃໝ່ຕະຫລອດຮອດການຜະລິດເນື້ອໃນສື່ມວນຊົນ ເພື່ອສົ່ງເສີມການລາຍງານຂ່າວຢ່າງຮັບຜິດຊອບ ແລະ ເປັນມືອາຊີບ.

          ຂ່າວ: ໄມຕຣີ

KPL

ຂ່າວອື່ນໆ

    • ສົ່ງເສີມສິດທິດ້ານແຮງງານໃນຂະແໜງກາເຟ-ຊາ ແລະ ປ່າໄມ້ໃນລາວບົດ-ສາລະຄະດີ

      ສົ່ງເສີມສິດທິດ້ານແຮງງານໃນຂະແໜງກາເຟ-ຊາ ແລະ ປ່າໄມ້ໃນລາວ

      10/1/2026 9:35:47 AM

      ພິທີນຳສະເໜີໂຄງສ້າງຄວາມກ້າວໜ້າ ໃຫ້ແກ່ລະບົບປົກປ້ອງສັງຄົມ ແລະ ສິດທິດ້ານແຮງງານໃນຂະແໜງກາເຟ, ຊາ ແລະ ປ່າໄມ້ ໄລຍະ II (SOLAR II) ຈັດຂຶ້ນໃນວັນທີ 29 ກັນຍາ 2026 ໂດຍໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບ (EU) ແລະ ນຳພາໂດຍອົງການແຮງງານສາກົນ (ILO) ເພື່ອສ້າງຄວາມເຂັ້ມແຂງດ້ານສິດທິດ້ານແຮງງານ, ການປົກປ້ອງສັງຄົມ ແລະ ສະພາບການເຮັດວຽກທີ່ດີໃນຂະແໜງກາເຟ, ຊາ ແລະ ປ່າໄມ້ຂອງ ສປປ ລາວ.

    • ສນຊ ຫາລືກະກຽມບຸນກິນຈຽງ ຊົນເຜົ່າມົ້ງ ປະຈຳປີ 2026ບົດ-ສາລະຄະດີ

      ສນຊ ຫາລືກະກຽມບຸນກິນຈຽງ ຊົນເຜົ່າມົ້ງ ປະຈຳປີ 2026

      10/1/2026 9:29:27 AM

      ເມື່ອບໍ່ດົນມານີ້, ສູນກາງແນວລາວສ້າງຊາດ (ສນຊ) ຈັດກອງປະຊຸມປຶກສາຫາລື ເພື່ອກະກຽມຄວາມພ້ອມຮອບດ້ານໃນການຈັດບຸນກິນຈຽງ (ນໍ່ເປ້ເຈົາ) ຂອງຊົນເຜົ່າມົ້ງ ປະຈໍາປີ 2026 ໂດຍການເປັນປະທານຂອງ ທ່ານລາວປາວຊົ່ງ ນະວົງໄຊ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ປານີ ຢາທໍ່ຕູ້ ອະດີດຮອງປະທານປະເທດ, ມີອະດີດຮອງປະທານສະພາແຫ່ງຊາດ, ພ້ອມດ້ວຍບັນດາຫົວໜ້າກົມ-ຮອງກົມ,ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ຄຊປປລ ສ່ອງແສງຜົນງານໄຕມາດ III ແລະ ກຳນົດແຜນໄຕມາດ IV ປີ 2026ບົດ-ສາລະຄະດີ

      ຄຊປປລ ສ່ອງແສງຜົນງານໄຕມາດ III ແລະ ກຳນົດແຜນໄຕມາດ IV ປີ 2026

      9/29/2026 2:10:02 PM

      ໃນວັນທີ 25 ກັນຍາ 2026 ຜ່ານມາ, ຢູ່ຄະນະໂຄສະນາອົບຮົມສູນກາງພັກ, ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ຄຊປປລ) ຈັດກອງປະຊຸມສ່ອງແສງເຄື່ອນທີ່ ປະຈໍາ ໄຕມາດ III ຂອງບັນດາກະຊວງ, ອົງການ ແລະ ນະຄອນຫລວງວຽງຈັນ.

    • ຫາລືແກ້ໄຂບັນຫາການຂາດແຄນແຮງງານບົດ-ສາລະຄະດີ

      ຫາລືແກ້ໄຂບັນຫາການຂາດແຄນແຮງງານ

      9/28/2026 12:35:11 PM

      ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມປຶກສາຫາລືຮ່ວມກັບຄູ່ຮ່ວມງານ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາການຂາດແຄນແຮງງານ, ພ້ອມທັງກໍານົດແຜນການຮ່ວມກັນ ໃນການສະໜອງແຮງງານ ທັງໄລຍະສັ້ນ ແລະ ໄລຍະຍາວ ໃນວັນທີ 24 ກັນຍາ 2026 .

    • ອົງການກາແດງສະວິດ ມອບພາຫະນະ ແລະ ອຸປະກອນຮັບໃຊ້ ໃຫ້ອົງການກາແດງແຫ່ງຊາດລາວບົດ-ສາລະຄະດີ

      ອົງການກາແດງສະວິດ ມອບພາຫະນະ ແລະ ອຸປະກອນຮັບໃຊ້ ໃຫ້ອົງການກາແດງແຫ່ງຊາດລາວ

      9/28/2026 10:02:37 AM

      ອົງການກາແດງສະວິດ ໄດ້ມອບພາຫະນະ ແລະ ອຸປະກອນໃຫ້ແກ່ອົງການກາແດງແຫ່ງຊາດລາວ ເພື່ອຮັບໃຊ້ເຂົ້າໃນການຈັດຕັ້ງປະຕິບັດ 2 ໂຄງການຄື: “ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ (NBTS)” ແລະ “ໂຄງ ການສ້າງຄວາມເຂັ້ມແຂງດ້ານການກຽມຄວາມພ້ອມຮັບມືເຫດສຸກເສີນໃນໂຮງຮຽນ ແລະ ຊຸມຊົນ (SAFER)”. ພິທີມອບ-ຮັບພາຫະນະ ແລະ ອຸປະກອນດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 25 ກັນຍາ 2026 ນີ້ທີ່ສະຖາບັນເລືອດແຫ່ງຊາດ ນະຄອນຫລວງວຽງຈັນ.

ads
ads

Top