ເພາະກາຍລາວຍາດໄດ້ 3 ຫລຽນຄຳ ແລະ 3 ຫລຽນເງິນ ການແຂ່ງຂັນຊິງແຊ້ມອາຊີ

30/09/2026 01:45
Email Print 1983
ຂປລ ຂປລ. ທັບນັກກິລາເພາະກາຍ ທີມຊາດລາວ ສ້າງຜົນງານໂດດ ເດັ່ນ ສາມາດຄວ້າ 3 ຫລຽນຄຳ ແລະ 3 ຫລຽນເງິນ ໃນການແຂ່ງຂັນ ກິລາເພາະກາຍ ຊີງແຊັມອາຊີ ຄັ້ງທ ີ 58 ທີ່ຈັດຂຶ້ນລະຫວ່າງວັນທີ 22- 28 ກັນຍາ 2026 ທີ່ນະຄອນ ຫລວງບາງກອກ ປະເທດໄທ ໂດຍ ມີ 44 ປະເທດສະມາຊິກເຂົ້າຮ່ວມ.

ຈາກການແຂ່ງຂັນດັ່ງກ່າວ,  ທີມນັກກິລາລາວ ໄດ້ສະແດງສັກ ກະຍະພາບຕໍ່ສູ້ຢ່າງສຸດຄວາມ ສາມາດ ຈົນສາມາດບັນລຸເປົ້າໝາຍ ທີ່ສະຫະພັນຕັ້ງໄວ້ໄດ້ຢ່າງສຳເລັດ ຜົນ. ໃນການແຂ່ງຂັນມື້ສຸດທ້າຍ  ວັນທີ 27 ກັນຍາ 2026 ນາງ  ສົມມະນິນ ພານຸສິດ ໄດ້ສະແດງ ຄວາມສາມາດໄດ້ຢ່າງໜ້າປະທັບ ໃຈກໍາມະການສາມາດຄວ້າເພີ່ມ ອີກ 2 ຫລຽນລວມ (1 ຫລຽນຄຳ  ຈາກລາຍການເພາະກາຍຍິງຫຸ່ນ ງາມ ອາຍຸ 35 ປີຂຶ້ນໄປ ແລະ 1 ຫລຽນເງິນ ຈາກລາຍການເພາະ ກາຍຍິງຫຸ່ນງາມ ຄວາມສູງບໍ່ເກີນ 165 ຊັງຕີແມັດ).

ສຳລັບຜົນງານລວມທັງ 3 ມ  3 ຫລຽນຄຳ ໄດ້ຈາກ ນາງ ເພັດ ສະລາ ວັນນະສານ ລາຍການເພາະ ກາຍຍິງຫຸ່ນງາມ ຄວາມສູງບໍ່ເກີນ 155 ຊັງຕີແມັດ, ນາງ ຈິນຕະນາ ຄຳບຸນເຮືອງ ລາຍການເພາະກາຍ ຍິງຫຸ່ນງາມ ຄວາມສູງບໍ່ເກີນ 165 ຊັງຕີແມັດ ແລະ ນາງ ສົມມະນິນ  ພານຸສິດ ລາຍການເພາະກາຍຍິງ ຫຸ່ນງາມ ອາຍຸ 35 ປີຂຶ້ນໄປ. ຂະນະ ທີ່ 3 ຫລຽນເງິນ ໄດ້ຈາກ ນາງ ເພັດສະລາ ວັນນະສານ ລາຍການ  (Model Physique) ຄວາມ ສູງບໍ່ເກີນ 165 ຊັງຕີແມັດ, ນາງ  ຈິນຕະນາ ຄຳບຸນເຮືອງ ຍິງຫຸ່ນ ງາມ ອາຍຸ 35 ປີຂຶ້ນໄປ ແລະ ນາງ  ສົມມະນິນ ພານຸສິດ ຍິງຫຸ່ນງາມ ຄວາມສູງບໍ່ເກີນ 165 ຊັງຕີແມັດ. ໃນໂອກາດນີ້ ສະຫະພັນກິລາ ເພາະກາຍແຫ່ງຊາດລາວ ຍັງ ໄດ້ສະແດງຄວາມຊົມເຊີຍຕໍ່ນັກ ກິລາທຸກທ່ານ ປະກອບມີນາງ  ວອນມະນີ ໄຊຍະສານ, ທ້າວ  ແກ້ວຕາ ພະພິລົມລາສັກ, ທ້າວ ສິນປະເສີດ ວົງພັນ ແລະ  ທ້າວ ສັນຕິສຸກ ດວງແກ້ວມະນີ ພ້ອມ ດ້ວຍຄະນະນຳສະຫະພັນ ທີ່ໄດ້ສ້າງ ຊື່ສຽງ ແລະ ຄວາມພາກພູມໃຈມາ ໃຫ້ປະເທດຊາດ. ຈາກປະສົບການ ຈາກເວທີອາຊີຄັ້ງນີ້, ຈະເປັນກຳລັງ ໃຈສຳຄັນໃນການກຽມພ້ອມລຸຍຕໍ່ ລາຍການໃຫຍ່ ໃນການແຂ່ງຂັນ ເພາະກາຍ ຊີງແຊັມໂລກ ຄັ້ງທີ 17 ທີ່ ສປປ ລາວ ຈະໄດ້ຮັບກຽດເປັນ  ເຈົ້າພາບ ໃນເດືອນທັນວາ 2026 ທີ່ຈະມາເຖິງນີ້.     ຂ່າວ: ສີພອນ

KPL

ຂ່າວອື່ນໆ

    • ຍົກລະດັບມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນມະຫາວິທະຍາໄລວິທະຍາສາດສຸຂະພາບແຫ່ງຊາດສຶກສາ-ກິລາ

      ຍົກລະດັບມະຫາວິທະຍາໄລວິທະຍາສາດສຸຂະພາບ ເປັນມະຫາວິທະຍາໄລວິທະຍາສາດສຸຂະພາບແຫ່ງຊາດ

      11/16/2026 10:04:52 AM

      ພິທີປະກາດຍົກລະດັບ ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ເປັນມະຫາວິທະຍາໄລວິທະຍາສາດສຸຂະພາບແຫ່ງຊາດ (ມວສຊ), ພ້ອມທັງເປີດສົກຮຽນໃໝ່ 2026- 2027 ຈັດຂຶ້ນໃນວັນທີ 13 ພະຈິກ 2026 ຢູ່ວິທະຍາເຂດດົງໂພສີ ມວສຊ, .

    • ແລກປ່ຽນບົດຮຽນວຽກບໍລິຫານໂຮງຮຽນກິນນອນສຶກສາ-ກິລາ

      ແລກປ່ຽນບົດຮຽນວຽກບໍລິຫານໂຮງຮຽນກິນນອນ

      11/16/2026 9:53:51 AM

      ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ແລະ ສະຖາບັນກິລາ-ກາຍຍະກຳ ພົບປະແລກປ່ຽນບົດຮຽນ ວຽກງານການບໍລິຫານໂຮງຮຽນກິນນອນ

    • ມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງສຶກສາ-ກິລາ

      ມອບ-ຮັບໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

      11/12/2026 9:55:11 AM

      ພິທີ ມອບ-ຮັບ ໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ ຈັດຂຶ້ນ ໃນວັນທີ 11 ພະຈິກ 2026 ໂດຍມີ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາ ຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ລາວ, ມີຮອງປະ ທານຄະນະກຳມາທິການບໍລິຫານງານອົງການ JICA, ບັນດາການນຳພັກ, ລັດ ຂອງ ສອງປະເທດ ລາວ-ຍີ່ປຸ່ນ ເຂົ້າຮ່ວມ.

    • ລາວ-ຈີນ ຫາລືແຜນຮ່ວມມືຍຸດທະສາດດ້ານການສຶກສາສຶກສາ-ກິລາ

      ລາວ-ຈີນ ຫາລືແຜນຮ່ວມມືຍຸດທະສາດດ້ານການສຶກສາ

      11/11/2026 9:52:12 AM

      ເມ່ືອບ່ໍດົນມານີ້, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່່ານັບຂອງທ່ານນາງ ເຫວີຍສືເຈີນ ຜູ້ອໍານວຍການໃຫຍ່ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ເພື່ອເຂົ້າຢ້ຽມຢາມ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມືຍຸດທະສາດລະຫວ່າງສອງປະເທດ ລາວ-ຈີນ ໂດຍມີຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ.

    • ສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນຢູ່ ສປປ ລາວສຶກສາ-ກິລາ

      ສົ່ງເສີມການສະໜັບສະໜູນຄູ ເນັ້ນໃສ່ການນຳພາໃນຂັ້ນທ້ອງຖິ່ນຢູ່ ສປປ ລາວ

      10/30/2026 9:31:17 AM

      ກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ຈັດສຳມະນາຄັ້ງທີ 2 ກ່ຽວກັບ “ການຂຽນເອກະສານການຊ່ວຍເຫຼືອຄູ” ໃນວັນທີ 19-23 ຕຸລາ 2026. ກອງປະຊຸມດັ່ງກ່າວຈະຊ່ວຍໃຫ້ຜູ້ຝຶກອົບຮົມຄູສາມາດພັດທະນາເອກະສານທີ່ນຳໄປໃຊ້ໄດ້ຈິງ ເພື່ອສະໜັບສະໜູນຄູ, ພ້ອມທັງສົ່ງເສີມຄວາມສາມາດຂອງເຂົາເຈົ້າໃນການສ້າງ ແລະ ປັບປຸງເອກະສານເຫຼົ່ານັ້ນໃນອະນາຄົດ.

ads
ads

Top