ຂປລ
ໃນວັນທີ 3 ຕຸລາ 2026, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງທ່ານ ລີ ແຈ ມຽງ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫລີ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ເກົາຫລີ ຄົບຮອບ 77 ປີ.
ຂປລ. ເນື້ອໃນສານໄດ້ລະບຸວ່າ: ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງທ່ານ ແລະ ປະຊາຊົນ ສ ເກົາຫລີ ເພື່ອນມິດທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດແຫ່ງ ສາທາລະນະລັດ ເກົາຫລີ ຄົບຮອບ 77 ປີ.
ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ເຫັນວ່າ ໃນປີ 2025 ທີ່ຜ່ານມາໃນໂອກາດການສະເຫລີມສະຫລອງສາຍພົວພັນການທູດ ຄົບຮອບ 30 ປີ, ສອງປະເທດພວກເຮົາໄດ້ມີການຍົກລະດັບການພົວພັນທາງການທູດມາເປັນ “ຄູ່ຮ່ວມມືຮອບດ້ານ” ຊຶ່ງເປັນຂີດ ໝາຍທາງປະຫວັດສາດທີ່ສໍາຄັນທີ່ເປີດໂອກາດໃໝ່ໃຫ້ແກ່ການເພ່ີມທະວີການຮ່ວມມືໃນຂົງເຂດການເມືອງ, ເສດຖະກິດ-ການຄ້າ, ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ການພັດທະນາພື້ນຖານໂຄງລ່າງ ກໍຄື ການແລກປ່ຽນລະຫວ່າງປະຊາຊົນສອງຊາດພວກເຮົາ.
ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍຄວາມພະຍາຍາມຮ່ວມກັນ, ສາຍພົວພັນຮ່ວມມືອັນດີງາມລະຫວ່າງ ສປປ ລາວ-ສ ເກົາຫລີ ຈະສືບຕ່ໍໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນຂອງສອງຊາດພວກເຮົາ ກໍຄື ເພ່ືອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.
ໃນໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍອວຍພອນໃຫ້ທ່ານ ຈ່ົງມີສຸຂະພາບເຂ້ັມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນພາລະກິດອັນມີກຽດສູງສົ່ງຂອງທ່ານ ແລະ ປະຊາຊົນ ສ ເກົາຫລີ ເພ່ືອນມິດຈົ່ງສືບຕໍ່ມີຄວາມກ້າວໜ້າ ແລະ ວັດທະນະຖາວອນຕະຫລອດໄປ.
ໃນວັນດຽວກັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງທ່ານ ນາງ ຮັນ ຊອງ ຊຸກ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ເກົາຫລີ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງທ່ານ ໂຈ ຮຸນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ເກົາຫລີ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ເກົາຫລີ ຄົບຮອບ 77 ປີ ເຊັ່ນດຽວກັນ.
KPL