ຂປລ
ໃນວັນທີ 30 ກັນຍາ 2026 ຜ່ານມາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງທ່ານ ສີຫະສັກ ພວງເກດແກ້ວ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ ຕໍ່ກັບເຫດການອຸທົກກະໄພຢ່າງຮຸນແຮງທີ່ນະຄອນຫລວງບາງກອກ ແລະ ຫລາຍແຂວງຂອງລາຊະອານາຈັກໄທ.
ຂປລ. ເນື້ອໃນສານສະແດງຄວາມເຫັນໃຈໄດ້ລະບຸວ່າ: ຂ້າພະເຈົ້າໃນນາມຕາງໜ້າໃຫ້ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂໍສະແດງຄວາມເຫັນໃຈເປັນຢ່າງຍິ່ງມາຍັງທ່ານ ແລະ ຜ່ານທ່ານໄປຍັງປະຊາຊົນຊາວໄທທຸກຖ້ວນໜ້າ ໂດຍສະເພາະຜູ້ທີ່ໄດ້ຮັບຜົນກະທົບຈາກເຫດການອຸທົກກະໄພຢ່າງຮຸນແຮງທີ່ນະຄອນຫລວງບາງກອກ ແລະ ຫລາຍແຂວງຂອງລາຊະອານາຈັກໄທ ຊຶ່ງໄດ້ສ້າງຄວາມເສຍຫາຍທາງດ້ານຊີວິດ, ຊັບສິນຂອງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ.
ຂ້າພະເຈົ້າເຊື່ອໝັ້ນວ່າພາຍໃຕ້ການນຳພາ ແລະ ຄວາມເອົາໃຈໃສ່ຊ່ວຍເຫລືອຢ່າງໃກ້ຊິດຂອງລັດຖະບານ ກໍຄື ອຳນາດການປົກຄອງທ້ອງຖ່ິນ ແລະ ຄວາມຮ່ວມແຮງຮ່ວມໃຈກັນຂອງທຸກພາກສ່ວນ, ປະຊາຊົນໄທ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ສາມາດຟື້ນຟູຊີວິດການເປັນຢູ່ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.
KPL