ຄຊປປລ ສ່ອງແສງຜົນງານໄຕມາດ III ແລະ ກຳນົດແຜນໄຕມາດ IV ປີ 2026

29/09/2026 14:10
Email Print 129
ຂປລ ໃນວັນທີ 25 ກັນຍາ 2026 ຜ່ານມາ, ຢູ່ຄະນະໂຄສະນາອົບຮົມສູນກາງພັກ, ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ຄຊປປລ) ຈັດກອງປະຊຸມສ່ອງແສງເຄື່ອນທີ່ ປະຈໍາ ໄຕມາດ III ຂອງບັນດາກະຊວງ, ອົງການ ແລະ ນະຄອນຫລວງວຽງຈັນ.

    ຂປລ. ໂດຍການເປັນປະທານຮ່ວມຂອງສະຫາຍ ທອງລີ ສີສຸລິດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ຄອສພ, ມີບັນດາເລຂາ- ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ-ອົງການ ແລະ ນະຄອນຫລວງວຽງຈັນ, ພ້ອມດ້ວຍຄະນະໜ່ວຍຊາວໜຸ່ມທີ່ຂຶ້ນກັບ ຄອສພ ເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງລາຍງານວຽກງານພົ້ນເດັ່ນ ຂອງ ຄຊປປລ, ຄຊປປລ ຄອສພ, ໂຄງການອາສາສະໝັກຕະລຸມບອນບໍາລຸງນັກຮຽນອ່ອນ ຢູ່ເຂດຫ່າງໄກສອກຫລີກ, ອັດຕາການປະລະການຮຽນ ຂອງຂະແໜງສຶກສາທິການ ແລະ ກິລາ ທີ່ໄດ້ຮ່ວມມືກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຮັບຟັງການລາຍງານວຽກງານເຕັກໂນໂລຊີ ແລະ ການສື່ສານໄລຍະໃໝ່.  ພ້ອມນີ້ຜູ້ຕາງໜ້າຈາກ ຄຊປປລ ບັນດາກະຊວງ, ອົງການ ແລະ ນະຄອນຫລວງວຽງຈັນ ໄດ້ພ້ອມກັນປະກອບຄໍາເຫັນໃສ່ບົດລາຍງານວຽກງານພົ້ນເດັ່ນໄຕມາດ III ປີ 2026 ແລະ ສະເໜີແຜນການເຄື່ອນໄຫວໄຕມາດ IV ປີ 2026.

     ສະຫາຍ ທອງລີ ສີສຸລິດ ກ່າວວ່າ: ກອງປະຊຸມໃນຄັ້ງນີ້,  ບໍ່ແມ່ນພຽງແຕ່ຮັບຟັງການລາຍງານຜົນງານພົ້ນເດັ່ນຕາມລະບຽບການບໍລິຫານທົ່ວໄປເທົ່ານັ້ນ, ແຕ່ແມ່ນບັ້ນດໍາເນີນຊີວິດການເມືອງອັນສໍາຄັນ ເພື່ອຮັບຟັງການສ່ອງແສງ ເພື່ອຍົກໃຫ້ເຫັນເຖິງສະພາບຄວາມເປັນຈິງຢ່າງພາວະວິໄສ, ເພື່ອຕີລາຄາຄືນຄວາມຮັບຜິດຊອບການເມືອງ ແລະ ຄວາມເປັນເສນາທິການຂອງຄະນະພັກ, ຄະນະນຳຊາວໜຸ່ມແຕ່ລະຂັ້ນ ຕໍ່ກັບສະພາບການທີ່ປະເທດຊາດ ແລະ ສັງຄົມເຮົາພວມຜະເຊີນໜ້າ. ພັກ ແລະ ລັດຖະບານຍາມໃດກໍຢັ້ງຢືນວ່າຊາວໜຸ່ມ- ເຍົາວະຊົນ ແມ່ນກະດູກສັນຫລັງ, ແມ່ນແຂນຂວາທີ່ໄວ້ວາງໃຈຂອງພັກ ແລະ ແມ່ນກຳລັງຕະລຸມບອນໃນທຸກສະໜາມຮົບ. ໃນປັດຈຸບັນ, ປະເທດຊາດຂອງພວກເຮົາພວມຜ່ານຜ່າໄລຍະຫົວລ້ຽວຫົວຕໍ່ ທີເຕັມໄປດ້ວຍສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ລວມເຖິງຜົນກະທົບຢ່າງໜັກໜ່ວງຈາກໄພພິບັດທຳມະຊາດ ຊຶ່ງສະມາຊິກຊາວໜຸ່ມ- ເຍົາວະຊົນກໍແມ່ນກຸ່ມສ່ຽງທີ່ໄດ້ຮັບຜົນກະທົບໂດຍກົງ. ໃນທ່າມກາງສະພາບການທີ່ຫຍຸ້ງຍາກດັ່ງກ່າວນີ້, ບົດບາດຂອງອົງການຈັດຕັ້ງ ຊາວໜຸ່ມ ຍິ່ງຕ້ອງໄດ້ຮັບການເຊີດຊູ ແລະ ພົ້ນເດັ່ນຂຶ້ນກວ່າເວລາໃດໝົດ ເພື່ອເປັນກຳລັງແຮງຫລັກແຫລ່ງ, ເປັນທີ່ເພິ່ງທາງດ້ານຈິດໃຈ ແລະ ເປັນຜູ້ສະກັດກັ້ນທຸກປາກົດການຫຍໍ້ທໍ້ໃນສັງຄົມ. 

ຂ່າວ: ທະນູທອງ; ພາບ: ວັນເພັງ

KPL

ຂ່າວອື່ນໆ

    • ຫາລືແກ້ໄຂບັນຫາການຂາດແຄນແຮງງານບົດ-ສາລະຄະດີ

      ຫາລືແກ້ໄຂບັນຫາການຂາດແຄນແຮງງານ

      9/28/2026 12:35:11 PM

      ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດກອງປະຊຸມປຶກສາຫາລືຮ່ວມກັບຄູ່ຮ່ວມງານ ແລະ ພາກ ສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາການຂາດແຄນແຮງງານ, ພ້ອມທັງກໍານົດແຜນການຮ່ວມກັນ ໃນການສະໜອງແຮງງານ ທັງໄລຍະສັ້ນ ແລະ ໄລຍະຍາວ ໃນວັນທີ 24 ກັນຍາ 2026 .

    • ອົງການກາແດງສະວິດ ມອບພາຫະນະ ແລະ ອຸປະກອນຮັບໃຊ້ ໃຫ້ອົງການກາແດງແຫ່ງຊາດລາວບົດ-ສາລະຄະດີ

      ອົງການກາແດງສະວິດ ມອບພາຫະນະ ແລະ ອຸປະກອນຮັບໃຊ້ ໃຫ້ອົງການກາແດງແຫ່ງຊາດລາວ

      9/28/2026 10:02:37 AM

      ອົງການກາແດງສະວິດ ໄດ້ມອບພາຫະນະ ແລະ ອຸປະກອນໃຫ້ແກ່ອົງການກາແດງແຫ່ງຊາດລາວ ເພື່ອຮັບໃຊ້ເຂົ້າໃນການຈັດຕັ້ງປະຕິບັດ 2 ໂຄງການຄື: “ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ (NBTS)” ແລະ “ໂຄງ ການສ້າງຄວາມເຂັ້ມແຂງດ້ານການກຽມຄວາມພ້ອມຮັບມືເຫດສຸກເສີນໃນໂຮງຮຽນ ແລະ ຊຸມຊົນ (SAFER)”. ພິທີມອບ-ຮັບພາຫະນະ ແລະ ອຸປະກອນດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 25 ກັນຍາ 2026 ນີ້ທີ່ສະຖາບັນເລືອດແຫ່ງຊາດ ນະຄອນຫລວງວຽງຈັນ.

    • ໂທລະພາບລາວ ແລະ ວິທະຍຸ-ໂທລະພາບກວາງຊີ ລົງນາມຮ່ວມມືສອງຝ່າຍບົດ-ສາລະຄະດີ

      ໂທລະພາບລາວ ແລະ ວິທະຍຸ-ໂທລະພາບກວາງຊີ ລົງນາມຮ່ວມມືສອງຝ່າຍ

      9/28/2026 9:48:46 AM

      ພິທີລົງນາມການຮ່ວມມືດ້ານສື່ມວນຊົນ ລະຫວ່າງ ໂທລະພາບແຫ່ງຊາດລາວ ແລະ ວິທະຍຸ-ໂທລະພາບກວາງຊີ ສປ ຈີນ ຈັດຂຶ້ນໃນລະຫວ່າງ ວັນທີ 24 ກັນຍາ 2026 ນີ້.

    • ການນຳຊິນສູງລາວ ພົບປະໂອ້ລົມພີ່ນ້ອງຄົນເຊື້ອຊາດລາວ ຢູ່ອາເມລິກາ ແລະ ການາດາບົດ-ສາລະຄະດີ

      ການນຳຊິນສູງລາວ ພົບປະໂອ້ລົມພີ່ນ້ອງຄົນເຊື້ອຊາດລາວ ຢູ່ອາເມລິກາ ແລະ ການາດາ

      9/28/2026 9:39:59 AM

      ໃນໂອກາດເຄື່ອນໄຫວຢ້ຽມຢາມເຮັດວຽກຢູ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ນະຄອນຫລວງວໍຊິງຕັນດີຊີ, ສະຫະລັດອາເມ ລິກາ ໃນຕອນແລງວັນທີ 19 ກັນຍາ 2026, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມງານພົບປະໂອ້ລົມ ພີ່ນ້ອງຄົນເຊື້ອຊາດລາວ ທີ່ເດີນທາງມາຈາກບັນດາລັດໃນອາເມລິກາ ແລະ ການາດາ ຈໍານວນ 200 ກວ່າທ່ານ,

    • ປະທານຄະນະກວດກາສູນກາງພັກ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປືບົດ-ສາລະຄະດີ

      ປະທານຄະນະກວດກາສູນກາງພັກ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື

      9/25/2026 11:55:26 AM

      ໃນວັນທີ 23 ກັນຍາ 2026 ນີ້, ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື ໂດຍມີ ສະຫາຍ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກ, ເລຂາຄະນະ ພັກແຂວງ, ປະທານສະພາປະຊາຊົນແຂວງອັດຕະປື ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ.

ads
ads

Top