ຄຳມ່ວນ-ຮາຕິ່ງ ສືບຕໍ່ຮວມມືຮອບດ້ານເຊື່ອມໂຍງຄົມມະນາຄົມ-ຮັກສາຊາຍແດນ

30/09/2026 01:41
Email Print 1916
ຂປລ ຂປລ. ແຫລ່ງຂ່າວຈາກແຂວງ ຄໍາມ່ວນ ໃຫ້ຮູ້ວ່າ: ກອງປະຊຸມ ພົບປະຂ້ັນສູງ ເພ່ືອທົບທວນຜົນ ການຮ່ວມມື ແລະ ກໍານົດທິດທາງ ສືບຕໍ່ພັດທະນາສາຍພົວພັນສອງ ແຂວງ ຄໍາມ່ວນ ແລະ ຮ່າຕິ່ງ ໃຫ້ ເລິກເຊິ່ງ ແລະ ເປັນຮູບປະທໍາ ຈັດ ຂຶ້ນໃນໃນອາທິດຜ່ານມາ ທີ່ຕາ ແສງແຫ່ງແຊນ ແຂວງຮ່າຕິ່ງ ສສ ຫວຽດນາມ, ໂດຍມີ ທ່ານ ໄຊ ຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຄຳມ່ວນ, ທ່ານ ຫງ້ວຽນ ຢຸຍ ເລີ່ມ ເລຂາພັກແຂວງຮ່າຕິ່ງ ພ້ອມດ້ວຍ ຜູ້ແທນຈາກບັນດາພະແນກການ, ຂະແໜງການ ແລະ ທ້ອງຖິ່ນຂອງ ສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມ, ສອງຝ່າຍໄດ້ ແລກປ່ຽນຂໍ້ມູນສະພາບການພັດ ທະນາ ເສດຖະກິດ-ສັງຄົມ, ທົບທວນ ຜົນການປະຕິບັດບົດບັນທຶກກອງ ປະຊຸມຂັ້ນສູງ ທີ່ລົງນາມຮ່ວມກັນ ໃນວັນທີ 13 ພະຈິກ 2025 ຜ່ານມາ  ທີ່ແຂວງຄໍາມ່ວນ ພ້ອມທັງເຫັນດີ ສືບຕໍ່ເສີມສ້າງມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືຮອບ ດ້ານລະຫວ່າງສອງແຂວງ. ພ້ອມ ນີ້, ສອງຝ່າຍຍັງໄດ້ກໍານົດບັນດາ ທິດທາງຮ່ວມມືສໍາຄັນຄື: ການ ກໍ່ສ້າງພັກ ແລະ ອົງການປົກຄອງ; ດ້ານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ; ການຮັກສາຊາຍແດນ;  ການຕ້ານອາຊະຍາກໍາຂ້າມຊາຍ  ແດນ ແລະ ການແລກປ່ຽນຄະນະ ຜູ້ແທນ, ບົດຮຽນ ແລະ ກິດຈະກໍາ ມິດຕະພາບ ລະຫວ່າງປະຊາຊົນ ສອງຝ່າຍ. ສ່ວນດ້ານເສດຖະກິດ,  ສອງແຂວງເຫັນດີຊຸກຍູ້ການຄ້າ,  ການລົງທຶນ, ການຂົນສົ່ງ ແລະ  ການບໍລິການໂລຈິສຕິກ ໂດຍໃຊ້ທ່າ ແຮງຂອງທ່າເຮືອຫວຸ້ງອ່າງ, ເສ້ັນທາງຫລວງ 12C (ຮ່າຕ່ິງ)  ແລະ ຂົວມິດຕະພາບ III ຄໍາມ່ວນ- ນະຄອນພະນົມ ເພື່ອເພີ່ມປະສິດ  ທິພາບການເຊ່ືອມໂຍງການຄ້າ ແລະ ຂົນສົ່ງຂ້າມແດນ.     

ພ້ອມກັນນັ້ນ, ສອງຝ່າຍຈະສືບ ຕໍ່ປະສານງານ ໃນການລົງທຶນຍົກ ລະດັບເສັ້ນທາງຫລວງແຫ່ງຊາດ ເລກທີ 12C ແຕ່ດ່ານຈາລໍ ເຖິງທ່າເຮືອຫວຸ້ງອ່າງ ໃນໄລຍະ 2026- 2030, ສຶກສາການກໍ່ສ້າງເສັ້ນທາງ ດ່ວນເຊ່ືອມຕ່ໍດ່ານນາເພ້ົາ-ຈາລໍ ກັບ ທ່າເຮືອຫວຸ້ງອ່າງ ແລະ ເສັ້ນທາງ ລົດໄຟຫວຸ້ງອ່າງ-ເຕີນເອີບ-ມູ່ຢາ  ຕາມແຜນການທີ່ອະນຸມັດ. ສໍາລັບ ຂົງເຂດສັງຄົມ, ສອງແຂວງເຫັນດີ ສືບຕໍ່ຮ່ວມມືດ້ານການສຶກສາ, ການ ຝຶກອົບຮົມ, ການແລກປ່ຽນຄູອາ ຈານ ແລະ ພັດທະນາບຸກຄະລາກອນ  ພ້ອມທັງເສີມສ້າງການຮ່ວມມືດ້ານ ສາທາລະນະສຸກ, ວິທະຍາສາດ-ເຕັກໂນໂລຊີ, ນະວັດຕະກໍາ, ດີຈິ ຕອນ ແລະ ກົດໝາຍ-ຍຸຕິທໍາ. 

ກອງປະຊຸມຍັງໄດ້ເນັ້ນໃຫ້ສອງ ຝ່າຍ ສືບຕໍ່ດໍາເນີນຂັ້ນຕອນມອບ- ຮັບ ໂຄງການຊົນລະປະທານໜອງ ບົກ ແຂວງຄໍາມ່ວນ, ຕາມລະບຽບ ການດ້ານການເງິນ ແລະ ການຄຸ້ມ ຄອງທຶນຊ່ວຍເຫລືອລ້າຂອງຫວຽດ ນາມ ພ້ອມທັງກໍານົດໃຫ້ການຮ່ວມ ມືດ້ານຊາຍແດນມີຄວາມເຂັ້ມງວດ,  ປອດໄພ ແລະ ຍືນຍົງ. ທັງສອງຝ່າຍ ໄດ້ເຫັນດີສືບຕໍ່ຜັນຂະຫຍາຍເນື້ອ ໃນບົດບັນທຶກຮ່ວມມື ໂດຍມອບໃຫ້ ບັນດາພະແນກການ, ໜ່ວຍງານ  ແລະ ທ້ອງຖິ່ນຂອງສອງແຂວງ ປະສານງານ, ຕິດຕາມ ແລະ ລາຍ  ງານຜົນການປະຕິບັດ. ສໍາລັບ ກອງປະຊຸມຂັ້ນສູງປະຈໍາປີ 2027 ລະຫວ່າງ ສອງແຂວງ ຈະຈັດຂຶ້ນ ທີ່ແຂວງຄໍາມ່ວນ.

ໂອກາດດຽວກັນ, ແຂວງຮ່າຕິ່ງ ຍັງໄດ້ມອບເງິນ 300 ລ້ານດົງ ໃຫ້ ແຂວງຄຳມ່ວນ ເພື່ອປະກອບສ່ວນ ຊ່ວຍເຫລືອ ແລະ ຊຸກຍູ້ວຽກງານ ຮັບມື ແລະ ຟື້ນຟູຈາກໄພພິບັດ.

ຂ່າວ: ມະນີວັນ, ພາບ: ທະວີແສງ

KPL

ຂ່າວອື່ນໆ

    • ເປີດມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25ວັດທະນະທຳ-ສັງຄົມ

      ເປີດມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25

      11/4/2026 12:16:11 PM

      ພິທີເປີດມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25 ປະຈໍາປີ 2026 ຈັດຂຶ້ນພາຍໃຕ້ຄໍາຂວັນ “ສີໄມ້ລາຍມືຄືອຸທິຍານແຫ່ງການທ່ອງທ່ຽວ, 25 ປີ ແຫ່ງການເຕີບໃຫຍ່ສານສາຍໃຍພູມປັນຍາ ເຊີດຊູຄຸນຄ່າຫັດຖະກຳລາວສູ່ມໍລະດົກໂລກ” .

    • ມອບ-ຮັບປຶ້ມວັດທະນະທຳຂອງເຈີ້ຈຽງໃຫ້ຫ້ອງສະໝຸດແຫ່ງຊາດລາວວັດທະນະທຳ-ສັງຄົມ

      ມອບ-ຮັບປຶ້ມວັດທະນະທຳຂອງເຈີ້ຈຽງໃຫ້ຫ້ອງສະໝຸດແຫ່ງຊາດລາວ

      10/30/2026 9:25:37 AM

      ພິທີມອບ-ຮັບປຶ້ມວັດທະນະທຳຂອງເຈີ້ຈຽງ ສປ ຈີນ ໃຫ້ຫໍສະໝຸດແຫ່ງຊາດລາວ ຈັດຂຶ້ນໃນວັນທີ 29 ຕຸລາ 2026 ຢູ່ຫໍສະໝຸດແຫ່ງຊາດ ນະຄອນຫຼວງວຽງຈັນ ຕາງໜ້າມອບໂດຍ ທ່ານ ສູ ຢົ່ງເຊິ່ງ ຮອງຜູ້ອຳນວຍການຫໍສະໝຸດເຈີ້ຈຽງ, ຫົວໜ້າສູນຄົ້ນຄວ້າສູນປົກປັກຮັກສາປຶ້ມບູຮານແຂວງເຈີ້ຈຽງ ສປ ຈີນ ແລະ ຮັບໂດຍ ທ່ານ ສຳລານ ຫຼວງອາໄພ ຜູ້ອຳນວຍການຫໍສະໝຸດແຫ່ງຊາດ ໂດຍມີຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.

    • ເປີດຝຶກອົບຮົມ ການເປັນຜູ້ນຳເພດຍິງພາຍໃຕ້ໂຄງການຜູ້ນຳພາເພດຍິງອາຊີວັດທະນະທຳ-ສັງຄົມ

      ເປີດຝຶກອົບຮົມ ການເປັນຜູ້ນຳເພດຍິງພາຍໃຕ້ໂຄງການຜູ້ນຳພາເພດຍິງອາຊີ

      10/30/2026 9:25:32 AM

      ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບທະນາຄານພັດທະນາອາຊີ (ADB) ເປີດຝຶກອົບຮົມການເປັນການນຳເພດຍິງ ພາຍໃຕ້ໂຄງການການເປັນຜູ້ນຳແມ່ຍິງອາຊີ ໃນວັນທີ 28-30 ຕຸລາ 2026 ໂດຍການເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານ ຄຊກມດ ແລະ ທ່ານ ອາເມີ ກາຣີ ຫົວໜ້າຝ່າຍປະຕິບັດງານປະຈຳປະເທດ ADB ປະຈຳ ສປປ ລາວ, ພ້ອມດ້ວຍສຳມະນາກອນ ຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.

    • ກົມສ່ວຍສາອາກອນ ລາວ-ຫວຽດນາມຮ່ວມມືຄຸ້ມຄອງລະບົບສ່ວຍສາອາກອນທັນສະໄໝວັດທະນະທຳ-ສັງຄົມ

      ກົມສ່ວຍສາອາກອນ ລາວ-ຫວຽດນາມຮ່ວມມືຄຸ້ມຄອງລະບົບສ່ວຍສາອາກອນທັນສະໄໝ

      10/30/2026 8:58:49 AM

      ກອງປະຊຸມພົບປະແລກປ່ຽນບົດຮຽນດ້ານວິຊາການລະດັບສູງ ລະຫວ່າງ ຄະນະວິຊາການກົມສ່ວຍສາອາກອນ ແຫ່ງ ສປປ ລາວ ແລະ ຄະນະວິຊາການຈາກກົມສ່ວຍສາອາກອນ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 27 ຕຸລາ 2026 ໃນໂອກາດທີ່ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 26-30 ຕຸລາ 2026.

    • ສະຖານທູດຫວຽດນາມ ໂຄສະນາວຽກງານຄວບຄຸມ ແລະ ມອບ-ຮັບອາວຸດ, ວັດຖຸລະເບີດວັດທະນະທຳ-ສັງຄົມ

      ສະຖານທູດຫວຽດນາມ ໂຄສະນາວຽກງານຄວບຄຸມ ແລະ ມອບ-ຮັບອາວຸດ, ວັດຖຸລະເບີດ

      10/30/2026 8:55:25 AM

      ສະຖານທູດ ສສ ຫວຽດນາມ ປະຈຳລາວ ເຜີຍແຜ່ ແລະ ໂຄສະນາວຽກງານການຈັດຕັ້ງປະຕິບັດ, ຄວບຄຸມ ແລະ ມອບ-ຮັບອາວຸດ, ວັດຖຸລະເບີດໃຫ້ແກ່ປະຊາຊົນຫວຽດນາມທີ່ດຳລົງຊີວິດ, ທຳມາຫາກິນ ແລະ ດຳເນີນທຸລະກິດຢູ່ ສປປ ລາວ ວັນທີ 27 ຕຸລາ 2026 ພາຍໃຕ້ການເປັນປະທານໂດຍ ທ່ານ ຫງວຽນ ມິນ ເຕີມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ມີ ທ່ານ ພັນເອກ ສົມສະນິດ ຈັນທະວົງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ຕົວແທນສະມາຄົມຊາວຫວຽດນາມ, ຜູ້ປະກອບການນັກທຸລະກິດ ແລະ ປະຊາຊົນຊາວຫວຽດນາມ ຢູ່ ສປປ ລາວ ເຂົ້າຮ່ວມ.

ads
ads

Top