ສົນທະນາ ການປັບປຸງເຕັກນິກການຕໍ່າຜ້າຝ້າຍ

31/10/2024 11:38
Email Print 615
ຂປລ ຂປລ. ສະມາຄົມຫັດຖະກຳລາວ ຈັດເວທີສົນທະນາພາຍໃຕ້ຫົວຂໍ້ “ການປັບປຸງເຕັກນິກການຕໍ່າຜ້າຝ້າຍ” ໃນວັນທີ 29 ຕຸລາ 2024 ຜ່າ​ນມາ ​ເພື່ອ​ໃຫ້ຜູ້ປະກອບການດ້ານຫັດຖະກຳ, ຜູ້ຜະລິດ ແລະ ຂະແໜງການກ່ຽວຂ້ອງ ໄດ້ແລກປ່ຽນຄວາມຮູ້ ແລະ ປະສົບການກ່ຽວກັບການຕໍ່າ, ການຜະລິດແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ ດ້ວຍເສັ້ນຝ້າຍໃຫ້ນັບມື້ດີຂຶ້ນ ​ແລະ ໃຫ້ກາຍເປັນທີ່ນິຍົມຊົມຊອບ ຂອງລູກຄ້າທັງພາຍໃນ ແລະ ຕ່າງປະເທດ.



ຂປລ. ສະມາຄົມຫັດຖະກຳລາວ ຈັດເວທີສົນທະນາພາຍໃຕ້ຫົວຂໍ້
ການປັບປຸງເຕັກນິກການຕໍ່າຜ້າຝ້າຍໃນວັນທີ 29 ຕຸລາ 2024 ຜ່າ​ນມາ ​ເພື່ອ​ໃຫ້ຜູ້ປະກອບການດ້ານຫັດຖະກຳ, ຜູ້ຜະລິດ ແລະ ຂະແໜງການກ່ຽວຂ້ອງ ໄດ້ແລກປ່ຽນຄວາມຮູ້ ແລະ ປະສົບການກ່ຽວກັບການຕໍ່າ, ການຜະລິດແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ ດ້ວຍເສັ້ນຝ້າຍໃຫ້ນັບມື້ດີຂຶ້ນ ​ແລະ ໃຫ້ກາຍເປັນທີ່ນິຍົມຊົມຊອບ ຂອງລູກຄ້າທັງພາຍໃນ ແລະ ຕ່າງປະເທດ.

ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກໍາລາວ ​ໄດ້​ໃຫ້​ຮູ້:  ເວທີສົນທະນາ ໃນຄັ້ງນີ້, ເປັນໂອກາດດີທີ່ສຸດ ເພື່ອ​ໃຫ້ຜູ້ປະກອບການດ້ານຫັດຖະກຳ, ຜູ້ຜະລິດ ແລະ ຂະແໜງການກ່ຽວຂ້ອງ ໄດ້ແລກປ່ຽນຄວາມຮູ້ ແລະ ປະສົບການກ່ຽວກັບການຕໍ່າ, ການຜະລິດແຜ່ນແພ ແລະ ເຄື່ອງນຸ່ງຫົ່ມ ດ້ວຍເສັ້ນຝ້າຍໃຫ້ນັບມື້ດີຂຶ້ນ ​ແລະ ກາຍເປັນທີ່ນິຍົມຊົມຊອບ ຂອງລູກຄ້າທັງພາຍໃນ ແລະ ຕ່າງ ປະເທດ, ທັງເປັນການປະກອບສ່ວນເຂົ້າໃນ ຂະບວນການອະນຸລັກຮັກສາມູນເຊື້ອຫັດຖະກຳ ຂອງຊາດ ລາວ ດ້ານການນຸ່ງຖື, ການແຕ່ງກາຍ, ທັງເປັນປຸກລະດົມຂົນຂວາຍ ແລະ ຟື້ນຟູຄວາມນິຍົມຊົມຊອບ ໃຫ້ແກ່ສັງຄົມໃນການນໍາໃຊ້ ຜະລິດຕະພັນຫັດຖະກຳຂອງລາວ, ສ້າງທ່າແຮງໃນການຜະລິດສິນຄ້າໃນຂະແໜງແຜ່ນແພ. ໃນນັ້ນ, ແຜ່ນແພ ເຄື່ອງນຸ່ງຖື ທີ່ເຮັດດ້ວຍຜ້າຝ້າຍ ເປັນໜຶ່ງໃນຜະລິດຕະພັນຫັດ ຖະກໍາຕໍ່າດ້ວຍມື ແລະ ນອນຢູ່ໃນປະເພດເຄື່ອງນຸ່ງຫົ່ມ, ແຕ່ງກາຍ ທີ່ຄົນລາວນິຍົມຊົມໃຊ້ ມາແຕ່ບູຮານນະການ.




ໂອກາດນີ້
, ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ, ປະທານຄະນະທີ່ປືກສາສະ ມາຄົມຫັດຖະກຳລາວ ໄດ້ຍ້ອງຍໍຊົມເຊີຍ ຕໍ່ເອື້ອຍນ້ອງແມ່ຍິງບັນດາເຜົ່າ ໂດຍສະເພາະ ຜູ້ທີ່ມີສີມືດ້ານຫັດຖະກຳລາວ, ພ້ອມທັງຮຽກຮ້ອງ ໃຫ້ຜູ້ປະກອບການ ກໍຄື ຜູ້ຜະລິດຫັດຖະກຳຜ້າແພລາວ ໃຫ້ພ້ອມກັນຮັກສາ ມູນເຊື້ອການຕໍ່ຫູກທໍໄໝ,  ການຮັກສາລວດລາຍທີ່ເປັນ ເອກະລັກຂອງແຕ່ລະຊົນເຜົ່າ, ການຍ້ອມສີທຳມະຊາດ, ການອອກແບບທີ່ເປັນເອກະລັກ ໄປພ້ອມກັບການຮັກສາ ຮີດຄອງປະເພນີອັນດີງາມ ໂດຍສະເພາະການນຸ່ງຖື ຂອງເອື້ອຍນ້ອງແມ່ຍິງລາວ ໃຫ້ຢູ່ຄູ່ກັບຄົນລາວຕະຫລອດໄປ.

ຂໍ້ມູນ: ວຽງຈັນໃໝ່

KPL

ຂ່າວອື່ນໆ

ads
ads

Top