ຝຶກອົບຮົມນໍາໃຊ້ລະບົບການ ຂຶ້ນທະບຽນແບບເອເລັກໂຕຣນິກ

30/10/2024 16:06
Email Print 1143
ຂປລ ຂປລ. ກົມທະບຽນວິສາຫະກິດ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງໄຊຍະບູລີ ຈັດຝຶກອົບຮົມການນໍາໃຊ້ ລະບົບຂຶ້ນທະບຽນແບບເອເລັກໂຕຣນິກ ໃນວັນທີ 29 ຕຸລາ 2024 ​ໂດຍ​ມີ ທ່ານ ຄໍາໄຊເລົາ ລືເຕຊາ ຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງໄຊຍະບູລີ, ທ່ານ ອະພິສິດ ແສງສຸລິວົງ ຫົວໜ້າກົມທະບຽນວິສາຫະກິດ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີວິທະຍາກອນ ແລະ ສໍາມະນາກອນ ຈາກພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍ່ແກ້ວ, ແຂວງໄຊຍະບູລີ ເຂົ້າຮ່ວມ.



ຂປລ. ກົມທະບຽນວິສາຫະກິດ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງໄຊຍະບູລີ ຈັດຝຶກອົບຮົມການນໍາໃຊ້ ລະບົບຂຶ້ນທະບຽນແບບເອເລັກໂຕຣນິກ ໃນວັນທີ
29 ຕຸລາ 2024 ​ໂດຍ​ມີ ທ່ານ ຄໍາໄຊເລົາ ລືເຕຊາ ຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງໄຊຍະບູລີ, ທ່ານ ອະພິສິດ ແສງສຸລິວົງ ຫົວໜ້າກົມທະບຽນວິສາຫະກິດ ກະຊວງອຸດສາຫະກໍາ ແລະ ການຄ້າ, ມີວິທະຍາກອນ ແລະ ສໍາມະນາກອນ ຈາກພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍ່ແກ້ວ, ແຂວງໄຊຍະບູລີ ເຂົ້າຮ່ວມ.

ທ່ານ ອະພິສິດ ແສງສຸລິວົງ ໄດ້ໃຫ້ຮູ້ວ່າ: ວຽກງານທະບຽນວິສາຫະກິດ ແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນໃນຂະແໜງເສດຖະກິດ ເພາະຂະແໜງດັ່ງກ່າວ ແມ່ນເຮັດໜ້າທີ່-ພາລະບົດບາດຄ້າຍກັບ ແພດໝໍປະສູດ ໃຫ້ກໍາເນີດຊີວິດທຸລະກິດໃໝ່ເລື້ອຍໆ, ແມ່ນຂະແໜງແຈ້ງເກີດຂອງ ວິສາຫະກິດ ຈະເຕີບໃຫຍ່ຂະຫຍາຍຕົວ ກໍຕໍ່ເມື່ອຂະແໜງທະບຽນເຮັດໜ້າທີ່, ພາລະບົດບາດໃນການຊຸກຍູ້, ອໍານວຍຄວາມສະດວກ, ໃຫ້ຄໍາແນະນໍາ ແລະ ບໍລິການໃຫ້ແກ່ເຂົາເຈົ້າເຫລົ່ານັ້ນໄດ້ແຈ້ງເກີດທຸລະກິດຂອງຕົນ ແລະ ອໍານວຍຄວບຄຸມໃຫ້ດໍາເນີນທຸລະກິດ ຖືກຕ້ອງຕາມ ລະບຽບການ, ພ້ອມກັນນັ້ນ ຍັງເປັນການສ້າງ ແລະ ຂະຫຍາຍຖານລາຍຮັບງົບປະມານຂອງລັດ ຕື່ມອີກ.




ຊຸດອົບຮົມຄັ້ງນີ້
, ແມ່ນມີຄວາມສໍາຄັນຫລາຍ ແລະ ຈະເປັນໃບໜ້າອັນໃໝ່ ຂອງຂະແໜງອຸດສາຫະກໍາ ແລະ ການຄ້າ ກໍຄື ລະບົບການແຈ້ງຂຶ້ນທະບຽນ ວິສາຫະກິດແບບທັນສະໄໝ, ລະບົບການແຈ້ງຂຶ້ນທະບຽນ ວິສາຫະກິດແບບເອເລັກໂຕຣນິກ ຖືວ່າເປັນສິ່ງໃໝ່ສໍາລັບເຈົ້າໜ້າທີ່ທຸກຄົນ ພ້ອມທັງເປັນການຍົກລະດັບວຽກງານ ອອກຕິດຕາມທະບຽນວິສາຫະກິດ ໄປສູ່ສະພາບການອັນໃໝ່, ເປັນການສ້າງຄວາມຮັບຮູ້ ເຂົ້າໃຈພາວະວິໄສ ຂອງຄວາມຈຳເປັນຕໍ່ກັບລະບົບດັ່ງກ່າວ ແລະ ພື້ນຖານເຕັກນິກໃນວົງແຄບ ຫລື ເວົ້າວ່າການສ້າງຄູຝຶກ ເປັນການມາຖ່າຍທອດຄວາມຮູ້ ດ້ານວິທະຍາສາດ-ວິທະຍາການ, ມາຮຽນຮູ້ເຕັກນິກອັນໃໝ່ເຫລົ່ານັ້ນ ເນື້ອໃນລາຍລະອຽດສູ່ວິຊາການໃນວົງກວ້າງ, ຢ່າງເລິກເຊິ່ງເຖິງຖອງ.                                                        

ຂ່າວ: ມະໄລວັນ

KPL

ຂ່າວອື່ນໆ

    • ສັບປະດາວັດທະນະທຳຊາວໜຸ່ມຈີນ-ອາຊຽນ ປະຈຳປີ 2026ວັດທະນະທຳ-ສັງຄົມ

      ສັບປະດາວັດທະນະທຳຊາວໜຸ່ມຈີນ-ອາຊຽນ ປະຈຳປີ 2026

      11/17/2026 4:23:49 PM

      ນະຄອນຫຼວງວຽງຈັນ ເປັນເຈົ້າພາບຈັດງານສັບປະດາວັດທະນະທຳຊາວໜຸ່ມ ຈີນ-ອາຊຽນ 2026 ພາຍໃຕ້ຫົວຂໍ້: "ການເຊື່ອມໂຍງຂອງຊາວໜຸ່ມ ຮ່ວມກັນສ້າງອະນາຄົດທີ່ຍືນຍົງ"

    • 28 ຕາແສງ ຢູ່ແຂວງອຸດົມໄຊ ໄດ້ຮັບອຸປະກອນໄອທີ ວັດທະນະທຳ-ສັງຄົມ

      28 ຕາແສງ ຢູ່ແຂວງອຸດົມໄຊ ໄດ້ຮັບອຸປະກອນໄອທີ

      11/17/2026 6:20:58 AM

      ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພິທີມອບ-ຮັບ ອຸປະກອນໄອທີ ໃຫ້ແກ່ຄະນະກຳມະ ການປົກຄອງ 28 ຕາແສງ ພາຍໃນ 7 ເມືອງ ແຂວງອຸດົມໄຊ ຈາກ ຄະນະຈັດຕັ້ງສູນກາງພັກ ຈັດຂຶ້ນ ເມື່ອບໍ່ດົນມານີ້ ທີ່ແຂວງອຸດົມໄຊ ຕາງໜ້າມອບໂດຍ ທ່ານ ດອນ ໄພວົງ ຮອງຄະນະຈັດຕັ້ງສູນກາງ ພັກ ແລະ ຕາງໜ້າຮັບໂດຍຄະນະ ກຳມະການປົກຄອງ 28 ຕາແສງ, ມີ ທ່ານ ວົງສະຫວັນ ໄຊຍະວົງ ປະ ທານຄະນະກຳມະການປົກຄອງ ແຂວງອຸດົມໄຊ ແລະ ພາກສ່ວນທ່ີກ່ຽວຂ້ອງ ເຂົ້າຮ່ວມ.

    • ປະທານຄະນະກຳມະການປົກຄອງແຂວງອັດຕະປື ຕ້ອນຮັບທູດ ສ ເກົາຫລີ ປະຈຳລາວວັດທະນະທຳ-ສັງຄົມ

      ປະທານຄະນະກຳມະການປົກຄອງແຂວງອັດຕະປື ຕ້ອນຮັບທູດ ສ ເກົາຫລີ ປະຈຳລາວ

      11/17/2026 6:15:35 AM

      ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ທ່ານ ທະນູໄຊ ບັນຊາລິດ ປະທານຄະນະກຳມະ ການປົກຄອງແຂວງອັດຕະປື ພ້ອມ ຂະແໜງການທີ່ກ່ຽວຂ້ອງຂອງ ແຂວງ ໄດ້ຕ້ອນຮັບ ທ່ານ ລີ ຈອງ ຮັອບ ເອກອັກຄະລັດຖະທູດວິສາມັນຜູ້ມີ ອຳນາດເຕັມແຫ່ງສາທາລະນະລັດ ເກົາຫລີ ປະຈຳ ສປປ ລາວ ພ້ອມ ຄະນະ ໃນວັນທີ 11 ພະຈິກ 2026, ທີ່ສຳນັກງານແຂວງອັດຕະປື, ໃນ ໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອັດຕະປື ເພື່ອປຶກສາຫາລື, ແລກປ່ຽນຂໍ້ມູນ ແລະ ຊຸກຍູ້ການຮ່ວມມືດ້ານການພັດ ທະນາໃຫ້ນັບມື້ເລິກເຊິ່ງ ແລະ ເປັນ ຮູບປະທຳຍິ່ງຂຶ້ນ.

    • ເຜີຍແຜນການນຳໃຊ້ດີຈີຕອນ ເພື່ອຄຸ້ມຄອງການເກັບລາຍຮັບຂອງລັດວັດທະນະທຳ-ສັງຄົມ

      ເຜີຍແຜນການນຳໃຊ້ດີຈີຕອນ ເພື່ອຄຸ້ມຄອງການເກັບລາຍຮັບຂອງລັດ

      11/17/2026 6:10:40 AM

      ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ແຂວງວຽງຈັນ ໄດ້ເຜີຍແຜ່ ແລະ ແນະນຳການນຳ ໃຊ້ລະບົບຄຸ້ມຄອງໃບເກັບເງິນແບບ ເອເລັກໂຕຣນິກ (E-Tax In-voice) ແລະ ລະບົບຄ່າທຳນຽມ, ຄ່າບໍລິການ (D-Filing) ໃຫ້ພະ ນັກງານທີ່ຮັບຜິດຊອບວຽກງານດັ່ງ ກ່າວ ໃນທົ່ວແຂວງໃນທ້າຍອາທິດ ຜ່ານມາ ໂດຍການເປັນປະທານຂອງ ທ່ານ ສີວຽງໄຊ ອໍລະບູນ ຮອງປະທານຄະນະກຳມະການ ປົກຄອງແຂວງ, ທ່ານ ຄຳພັນ ພັນ ທຸລັກ ຫົວໜ້າກົມສ່ວຍສາອາກອນ, ພ້ອມດ້ວຍການນຳພະແນກການ ເງິນແຂວງ, ສ່ວຍສາອາກອນ ແຂວງ, ການນຳເມືອງແກ້ວອຸດົມ, ພະນັກງານຈາກພະແນກການ ຕ່າງໆ ແລະ ຕາງໜ້າຫົວໜ່ວຍ ທຸລະກິດເຂົ້າຮ່ວມ.

    • ບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026ຈະຈັດຂຶ້ນ 20-24 ພະຈິກນີ້ວັດທະນະທຳ-ສັງຄົມ

      ບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026ຈະຈັດຂຶ້ນ 20-24 ພະຈິກນີ້

      11/13/2026 10:11:52 AM

      ບຸນນະມັດສະການພະທາດຫຼວງວຽງຈັນ ແລະ ວາງສະແດງສິນຄ້າ ປະຈຳປີ 2026 ຈະຈັດຂຶ້ນໃນວັນທີ 20-24 ພະຈິກ 2026 ໂດຍຈະຈັດຫຼາຍກິດຈະກຳຕິດພັນກັບວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ ຊຶ່ງມີບັນດາກິດຈະກຳປິ່ນອ້ອມ ຄື: ພິທີກຳທາງພຸດທະສາສະໜາ, ສະແດງສິລະປະ, ແຂ່ງຂັນກິລາພື້ນເມືອງ, ວາງສະແດງສິນຄ້າຫຼາກຫຼາຍປະເພດ, ຫຼາຍສີສັນ ແລະ ອື່ນໆ.

ads
ads

Top