3 ອົງການຈັດຕັ້ງມະຫາຊົນ ຂປລ ເປີດຂະບວນ ແຂ່ງຂັນຂຽນບົດ-ຂຽນຂ່າວ-ຮູບພາບ ແລະ ວິດີໂອ

30/10/2024 16:03
Email Print 842
ຂປລ ຂປລ. ຄະນະໜ່ວຍຊາວໜຸ່ມ ຮ່ວມກັບ ອົງການຈັດຕັ້ງກຳມະບານ ແລະ ສະຫະພັນແມ່ຍິງ ສໍານັກຂ່າວສານປະເທດລາວ(ຂປລ) ​ເປີດ​ຂະ​ບວນແຂ່ງຂັນດ້ານວິຊາການ ໂດຍສະເພາະ ຂຽນບົດ, ຂຽນຂ່າວ, ປະກວດຮູບພາບ ແລະ ຄລິບວິດີໂອ ໃນວັນທີ 30 ຕຸລາ 2024 ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຄັ້ງທີ 16 ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ, ກອງປະຊຸມໃຫຍ່ຄະນະບໍລິຫານງານຊາວໜຸ່ມ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ສະໄໝທີ 9 ແລະ ກອງປະຊຸມອື່ນໆ



ຂປລ. ຄະນະໜ່ວຍຊາວໜຸ່ມ ຮ່ວມກັບ ອົງການຈັດຕັ້ງກຳມະບານ ແລະ ສະຫະພັນແມ່ຍິງ ສໍານັກຂ່າວສານປະເທດລາວ(ຂປລ) ​ເປີດ​ຂະ​ບວນແຂ່ງຂັນດ້ານວິຊາການ ໂດຍສະເພາະ ຂຽນບົດ
, ຂຽນຂ່າວ, ປະກວດຮູບພາບ ແລະ ຄລິບວິດີໂອ ໃນວັນທີ 30 ຕຸລາ 2024 ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຄັ້ງທີ 16 ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ, ກອງປະຊຸມໃຫຍ່ຄະນະບໍລິຫານງານຊາວໜຸ່ມ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ສະໄໝທີ 9 ແລະ ກອງປະຊຸມອື່ນໆ ໂດຍການເປັນປະທານຂອງ ທ່ານ ວັນນະສິນ ສິມມະວົງ ຜູ້ອຳນວຍການໃຫຍ່ສຳນັກຂ່າວສານປະເທດລາວ, ມີຄະນະ​ພັກ-ຄະນະອຳນວຍການ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານ-ວິຊາການ ພາຍໃນ ຂປລ ເຂົ້າຮ່ວມ.




ໂອກາດດັ່ງກ່າວ
, ທ່ານນາງ ຈັນທະລອນ ແກ້ວບົວວັນ ຫົວໜ້າພະແນກບັນນາທິການຂ່າວພາຍໃນ, ເລຂາໜ່ວຍຊາວໜຸ່ມ ສຳນັກຂ່າວສານປະເທດລາວ ​ໄດ້ໃຫ້ຮູ້ວ່າ: ຄະນະໜ່ວຍຊາວໜຸ່ມ ຮ່ວມກັບ ອົງການຈັດຕັ້ງກຳມະບານ ແລະ ສະຫະພັນແມ່ຍິງ ສໍານັກຂ່າວສານປະເທດລາວ ຈັດກິດຈະກຳແຂ່ງຂັນດ້ານວິຊາການ ໂດຍສະເພາະ ຂຽນບົດ, ຂຽນຂ່າວ, ປະກວດຮູບພາບ ແລະ ຄລິບວິດີໂອ ໂດຍຕິດພັນກັບວຽກງານຂໍ້ແຂ່ງຂັນ 4 ບຸກ, 5 ເປັນເຈົ້າ ແລະ ຂໍ້ແຂ່ງຂັນແມ່ຍິງ 3 ດີ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ຄັ້ງທີ 16 ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ, ກອງປະຊຸມປະຊຸມໃຫຍ່ຄະ ນະບໍລິຫານງານຊາວໜຸ່ມກະຊວງ ຖວທ ສະໄໝທີ 9, ກອງປະຊຸມໃຫຍ່ຄະນະບໍລິຫານງານ ສະຫະ ພັນແມ່ຍິງ ກະຊວງ ຖວທ ຄັ້ງທີ 9 ແລະ ກອງປະຊຸມໃຫຍ່ ຄະນະບໍລິຫານງານ ສະຫະພັນກຳມະບານ ກະຊວງ ຖວທ ຄັ້ງທີ 8.




ສຳລັບ ຫົວຂໍ້ການແຂ່ງຂັນ ປະກອບມີ: ຫົວ​ຂໍ້​ກ່ຽວ​ກັບ ການເປັນປະທານອາຊຽນຂອງ ສປປ ລາວ
,  ປີທ່ອງທ່ຽວລາວ 2024, ການຜັນຂະຫຍາຍມະຕິ ການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ຫລື ສອຈ. ສ່ວນເງື່ອນໄຂ ແລະ ຂໍ້ກໍານົດການສົ່ງເຂົ້າແຂ່ງຂັນ ສຳລັບ ການແຂ່ງຂັນ ຂຽນບົດ ແລະ ຂຽນຂ່າວ ສາມາດສົ່ງບົດ, ຂ່າວ ໄດ້ບໍ່ເກີນ 2 ບົດ-ຂ່າວ/ຄົນ, ຄວາມຍາວບໍ່ເກີນ 2 ໜ້າເຈ້ຍ A4, ຕ້ອງເປັນບົດ ແລະ ຂ່າວ ທີ່ໄດ້ລົງພິມ ແລະ ເຜີຍແຜ່ ຜ່ານຜະລິດຕະພັນໃດໜຶ່ງ ຂອງສໍານັກຂ່າວສານປະເທດລາວ ເລີ່ມແຕ່ເດືອນມັງກອນ 2024 ເປັນຕົ້ນມາ; ການປະກວດຮູບພາບ ສົ່ງບໍ່ເກີນຈໍານວນ 5 ຮູບ/ຄົນ, ຕ້ອງຂຽນບັນຍາຍລາຍລະອຽດ ແຕ່ລະຮູບພາບ, ຮູບຕ້ອງມີຂະໜາດ 1 Mb ໂດຍບໍ່ຜ່ານການຕົບແຕ່ງ ດ້ວຍໂຟໂຕຊັອບ ແລະ ອື່ນໆ, ສາມາດໃຊ້ກ້ອງຖ່າຍຮູບ ຫລື ກ້ອງຈາກມືຖືຖ່າຍໄດ້ ແລະ ຕ້ອງເປັນຮູບທີ່ຖ່າຍບໍ່ເກີນ 6 ເດືອນ. ສຳລັບ ຄຣິບວິດີໂອ ສົ່ງບໍ່ເກີນ 3 ຄລິບ/ຄົນ, ກໍານົດຄວາມຍາວບໍ່ເກີນ 3 ນາທີ/ຄລິບ, ຖ່າຍທຳ ດ້ວຍກ້ອງວິດີໂອ ຫລື ກ້ອງຈາກມືຖືກໍໄດ້ ແລະ ຕ້ອງຕັດຕໍ່ດ້ວຍຄອມພິວເຕີ ຫລື ໂທລະສັບມືຖືກໍໄດ້, ທຸກຄລິບ ຂະໜາດບໍ່ນ້ອຍເກີນໄປ ເພື່ອສາມາດລົງໃນຢູທູບ ແລະ ເຟສບຸກ: ປະເທດລາວ Pathedlao ໂດຍພາບບໍ່ແຕກ ແລະ ຕ້ອງເປັນຄລິບ ທີ່ຖ່າຍທຳ-ຕັດຕໍ່ ບໍ່ເກີນ 6 ເດືອນ ​ໂດຍ​ເລີ່​ມຮັບ​ຜົນງານ​ການ​ແຂ່ງຂັນ​ນັບ​ແຕ່​ມື້​ເປີດ​ພິທີ​ຢ່າງ​ເປັນ​ທາງ​ການ ​ແລະ ແລະ ປະກາດຜົນໃນທ້າຍເດືອນທັນວາ 2024

ຂ່າວ: ທະນູທອງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

ads
ads

Top