ນາຍົກລັດຖະມົນຕີ ເຂົ້າຮ່ວມໂຮມຊຸມນຸມ ສະຫລອງວັນຄູແຫ່ງຊາດ ຄົບຮອບ 30 ປີ

16/10/2024 15:08
Email Print 2740
ຂປລ ຂປລ. ກະຊວງສຶກສາທິການ ແລະ ກິລາ ຈັດພິທີໂຮມຊຸມນຸມສະເຫລີມ ສະຫລອງວັນຄູແຫ່ງຊາດ ຄົບຮອບ 30 ປີ (7 ຕຸລາ 1994-7 ຕຸລາ 2024) ໃນວັນທີ 16 ຕຸລາ 2024



ຂປລ. ກະຊວງສຶກສາທິການ ແລະ ກິລາ ຈັດພິທີໂຮມຊຸມນຸມສະເຫລີມ ສະຫລອງວັນຄູແຫ່ງຊາດ ຄົບຮອບ
30 ປີ (7 ຕຸລາ 1994-7 ຕຸລາ 2024) ໃນວັນທີ 16 ຕຸລາ 2024, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍການນຳ ຂັ້ນສູງພັກ-ລັດ, ອະດີດພະນັກງານອາວຸໂສບຳນານ, ບັນດາຫົວໜ້າກົມ-ຮອງກົມ, ສະຖາບັນ, ສູນ, ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາຂັ້ນແຂວງ, ນະຄອນຫລວງ, ຕະຫລອດຮອດພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມແບບເຊິ່ງໜ້າ ແລະ ອອນລາຍ.



ໃນໂອກາດນີ້
, ທ່ານ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ສູນກາງພັກ ແລະ ລັດຖະບານ ສະ ແດງຄວາມກະຕັນຍູ, ຮູ້ບຸນຄຸນ ແລະ ຍ້ອງຍໍຊົມເຊີຍຕໍ່ຄຸນງາມ ຄວາມດີຂອງຄູ-ອາຈານ; ພາລະໜ້າທີ່ຂອງຄູ ແມ່ນມີຄວາມສໍາຄັນ, ໜັກໜ່ວງ ແລະ ກວ້າງຂວາງຫລາຍຂົງເຂດ ໃນການດໍາເນີນພາລະກິດ ການສຶກສາຂອງພັກ ແລະ ລັດຖະບານ ກໍຄື ການຈັດຕັ້ງຜັນຂະຫຍາຍ ແຜນພັດທະນາການສຶກສາ, ວິ ທະຍາສາດ ແລະ ກິລາ ໂດຍສະເພາະ ແມ່ນການຮັບປະກັນ ການສະໜອງ ການສຶກສາໃຫ້ມີຄຸນນະພາບ ແລະ ສາມາດເຂົ້າເຖິງປະຊາຊົນບັນດາເຜົ່າ ໃນສະພາບການທີ່ມີ ຄວາມທ້າທາຍຫລາຍສິ່ງຕໍ່ຂະແໜງ ການສຶກສາ ແລະ ກິລາ, ພວກເຮົາບໍ່ອາດຈະປະໃຫ້ ຄູຜະເຊີນກັບສິ່ງທ້າທາຍ ນັ້ນພຽງລໍາພັງ. ສະນັ້ນ, ຈຶ່ງຮຽກຮ້ອງມາຍັງ ທຸກພາກສ່ວນໃນທົ່ວສັງຄົມ ຕ້ອງໄດ້ໃຫ້ການຮ່ວມມື ແລະ ເຮັດວຽກຮ່ວມກັນເປັນ ຕົ້ນ ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ ຈົ່ງເພີ່ມທະວີຄວາມຮັບຜິດຊອບ ຕໍ່ໜ້າທີ່ວຽກງານ ຂອງຕົນໃນການຄຸ້ມຄອງ ບໍລິຫານການສຶກສາໃຫ້ສູງຂຶ້ນ, ເອົາໃຈໃສ່ພັດທະນາ ຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບໄດ້ມາດຕະຖານຕາມ 3 ລັກສະນະ ແລະ 5 ຫລັກມູນຂອງ ການສຶກສາ ຕິດພັນກັບຂໍ້ແຂ່ງ ຂັນຮັກຊາດ ແລະ ພັດທະນາ ແລະ 3 ຂໍ້ແຂ່ງຂັນຂອງຂະແໜງການຄື: ສອນດີ-ຮຽນເກັ່ງ, ສ້າງສະພາບແວດລ້ອມທີ່ດີ ໃນສະຖານ ການສຶກສາ, ພ້ອມກັນຕ້ານປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະແມ່ນບັນ ຫາຢາເສບຕິດ ແລະ ຄ່ານິຍົມທີ່ຜິດເຂວ; ບັນດາຄູ-ອາຈານ ຈົ່ງເອົາໃຈໃສ່ເພີ່ມທະວີ ຄວາມຮັບຜິດຊອບ ຕໍ່ໜ້າທີ່ວຽກງານ ຂອງຕົນ, ປະຕິບັດໜ້າທີ່ຢ່າງເປັນມືອາຊີບ ໃຫ້ສົມກັບເປັນແມ່ພິມທີ່ດີຂອງຊາດ,ມີຈັນຍາບັນ, ຝຶກຝົນ ແລະ ພັດທະນາຕົນເອງ ດ້ານວິຊາສະເພາະ, ສຶກສາຄົ້ນຄວ້າ ທໍາຄວາມເຂົ້າໃຈ ກ່ຽວກັບຫລັກສູດ, ທົບທວນ-ສໍາມະນາກັນຄືນກ່ຽວກັບຮູບແບບ, ເຕັກນິກ, ວິທີການສອນ-ການວັດຜົນ ແລະ ຮັບປະກັນວ່າ ນັກຮຽນທີ່ຮຽນ ອ່ອນ-ຮຽນ ບໍ່ທັນໝູ່ຈະໄດ້ຮັບ ການບຳລຸງຄືນ. ນອກຈາກຈະມີວິຊາສະ ເພາະແລ້ວ ຕ້ອງຮຽນຮູ້ບັນດາທັກສະ ສະຕະວັດທີ 21 ເຊັ່ນ: ການນຳໃຊ້ເຕັກໂນໂລຊີ ຂໍ້ມູນຂ່າວສານ ປະກອບການສອນ, ທັກສະການຮຽນ ດ້ວຍຕົນເອງ, ທັກສະທາງດ້ານສັງຄົມ, ຮູ້ນໍາໃຊ້ພາສາຕ່າງປະ ເທດ, ສ້າງຄວາມເຂັ້ມແຂງໃຫ້ແກ່ຄູ ໃນດ້ານເຕັກໂນໂລຊີ ການສຶກສາເຂົ້າໃນ ການສິດສອນ, ການຮຽນຮູ້ຕະຫລອດຊີວິດ ເພື່ອສົ່ງຄວາມຮູ້ໃຫ້ແກ່ນັກຮຽນ ນັກສຶກສາຢ່າງມີປະສິດທິຜົນສູງຂຶ້ນ; ສະແດງຄວາມຂອບໃຈມາຍັງຜູ້ບໍລິຫານການສຶກສາ ແລະ ຄູ-ອາຈານ ພາກເອກະຊົນ ຊຶ່ງບັນດາທ່ານໄດ້ ປະກອບສ່ວນຢ່າງສຳຄັນ ໃນການໃຫ້ການສຶກສາແກ່ລູກຫລານຂອງເຮົາ ໂດຍສະເພາະຢູ່ໃນເຂດຕົວເມືອງ, ຂໍໃຫ້ບັນດາທ່ານສືບຕໍ່ ເສີມສະຫຍາຍມູນເຊື້ອ ອັນດີທີ່ເຄີຍ ເຮັດຜ່ານມາ; ຮຽກຮ້ອງໃຫ້ທົ່ວສັງຄົມ, ອົງການປົກຄອງທ້ອງຖິ່ນ ແລະ ຜູ້ປົກຄອງນັກຮຽນ ຈົ່ງພ້ອມກັນຊຸກຍູ້ສົ່ງເສີມໃຫ້ລູກຫລານ ທີ່ຢູ່ໃນເກນອາຍຸເຂົ້າຮຽນ ໄປເຂົ້າໂຮງຮຽນນັບ ແຕ່ການສຶກສາກ່ອນ ໄວຮຽນ, ສາມັນສຶກສາ, ວິຊາຊີບ ແລະ ການສຶກສາຊັ້ນສູງ ແລະ ເອົາໃຈໃສ່ ຕໍ່ການແນະນໍາລູກຫລານໃນການສຶກສາຮໍ່າຮຽນເວລາຢູ່ເຮືອນ, ອົບຮົມຕັກ ເຕືອນເຂົາເຈົ້າໃຫ້ເຫັນ ຄວາມສໍາຄັນຂອງການສຶກສາທັງຕໍ່ຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ.



ໂອກາດດັ່ງກ່າວ
, ທ່ານ ພຸດ ສິມມາລາວົງ ​ໄດ້​ມີ​ຄໍາ​ເຫັນ​ວ່າ: ພັກ-ລັດ ໄດ້ກໍານົດເອົາວັນທີ 7 ຕຸລາ ເປັນວັນຄູແຫ່ງຊາດ ເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງຄູຜູ້ທີ່ເສຍສະລະ ແລະ ປະຕິບັດໜ້າທີ່ອັນມີກຽດ ເພື່ອໃຫ້ຄວາມຮູ້ ແລະ ແສງສະຫວ່າງ ໃຫ້ແກ່ລູກຫລານຂອງປະຊາຊົນລາວບັນ ດາເຜົ່າ. ໃນຕະຫລອດໄລຍະຜ່ານມາ ຄູໄດ້ມີຄວາມຫ້າວຫັນ ອຸທິດຕົນແກ່ການສິດສອນ ໃຫ້ລູກຫລານຊາວລາວບັນດາເຜົ່າ ໃຫ້ກາຍເປັນຜູ້ມີຄວາມຮູ້, ເປັນນັກຮຽນຮູ້ປັນຍາຊົນ, ເປັນຜູ້ຊ່ຽວຊານ ແລະ ເປັນການນຳຂັ້ນຕ່າງໆ, ຄູລາວຍັງໄດ້ ປະກອບສ່ວນໃຫຍ່ຫລວງ ໃນພາລະກິດຕໍ່ສູ້ກູ້ຊາດ; ເຮັດການປະຕິວັດຊາດ ປະຊາທິປະໄຕ ແລະ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຍ້ອນແນວນັ້ນການນຳພັກ-ລັດ ແລະ ສັງຄົມ ຈຶ່ງຂະໜານນາມໃຫ້ຄູວ່າ: ຄູເປັນຄົນຂອງພັກ”, “ຄູເປັນແມ່ພິມຂອງຊາດ”, “ຄູເປັນວິສະວະກອນແຫ່ງດວງວິນຍານ​ແລະ ອື່ນໆ.




ຂ່າວ: ລູກນໍ້າເຊ

ພາບ: ສົງການ

KPL

ຂ່າວອື່ນໆ

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

ads
ads

Top