ລາວ-ອິນເດຍ ລົງນາມເອກະສານຮ່ວມມືສອງຝ່າຍ 7 ສະບັບ

12/10/2024 17:43
Email Print 1273
ຂປລ ຂປລ. ສປປ ລາວ ແລະ ສ ອິນເດຍ ລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 7 ສະບັບ



ຂປລ. ສປປ ລາວ ແລະ ສ ອິນເດຍ ລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ
7 ສະບັບ ປະກອບມີ: ການຮ່ວມມືຂົງເຂດວຽກງານປ້ອງກັນຊາດ; ສັນຍາ ວ່າດ້ວຍການຮ່ວມມືການຊ່ວຍເຫລືອເຊິ່ງກັນ ແລະ ກັນໃນດ້ານວຽກງານພາສີ; ການຮ່ວມມືການກະຈາຍສຽງ ແລະ ພາບ ລະຫວ່າງ ລາວ-ອິນເດຍ; ໂຄງການປົກປັກຮັກສາມໍລະ ດົກການສະແດງລະຄອນ ພະລັກ-ພະລາມ ຢູ່ແຂວງຫລວງພະບາງ; ໂຄງການບູລະນະສ້ອມແປງຫລັງຄາວັດປ່າແຄ ແຂວງຫລວງພະບາງ; ໂຄງການປົກປັກຮັກສາ ການສະແດງປະລັດຕື້ ແລະ ການພັດທະນາບຸກຄະລາກອນ ລຸ້ນສືບທອດ ເພື່ອໃຫ້ສະມາຄົມປະລັດຕື້ມີຄວາມຍືນຍົງ ບ້ານວັດທົ່ງ ເມືອງຈໍາປາສັກ ແຂວງຈໍາປາສັກ; ໂຄງການກໍ່ສ້າງທາງຮ່ອມ ແລະ ຮ່ອງລະບາຍນໍ້າ ຢູ່ຮ່ອມ 5 ທີ່ ບ້ານໂສກປ່າຫລວງ ເມືອງສີສັດຕະນາກ, ນະຄອນຫລວງວຽງຈັນ ເຊິ່ງ ພິທີລົງນາມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 11 ຕຸລາ 2024 ໂດຍມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ນາເລັນດຣາ ໂມດີ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ອິນເດຍ ເຂົ້າຮ່ວມເປັນສັກຂີພິຍານ.


ກ່ອນພິທີລົງນາມ, ສອງນາຍົກລັດຖະມົນຕີ ລາວ-ອິນເດຍ ໄດ້ພົບປະສອງຝ່າຍນໍາກັນ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ສົ່ງເສີມການຮ່ວມມື ລະຫວ່າງສອງປະເທດ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ. ໃນໂອກາດນີ້, ສອງຝ່າຍໄດ້ສະແດງຄວາມຍິນດີທີ່ເຫັນວ່າ ໃນຕະຫລອດ 68 ປີ ແຫ່ງການພົວພັວຮ່ວມມື ຂອງສອງປະເທດ ຍັງສືບຕໍ່ຮັກສາໄວ້ມິດຕະພາບ, ມູນເຊື້ອອັນດີງາມ ທີ່ມີຮີດຄອງປະເພນີ ແລະ ວັດທະນະທໍາໃກ້ຄຽງກັນ, ປະຊາຊົນສອງຊາດມີການໄປມາຫາສູ່ກັນ, ມີການພົບປະຢ້ຽມຢາມເຊິ່ງກັນ ແລະ ກັນ ລະຫວ່າງ ການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ, ລວມທັງມີການຊ່ວຍເຫລືອ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໃນຂົງເຂດພາກພື້ນ ແລະ ສາກົນ. ສອງຝ່າຍເປັນເອກະພາບຈະສືບຕໍ່ຊຸກຍູ້ ແລະ ລົງເລິກການຮ່ວມມືບາງດ້ານໃນຕໍ່ໜ້າ ໂດຍສະເພາະ ການຮ່ວມມືດ້ານ ພະລັງງານແສງຕາເວັນ, ການຊຸກຍູ້ນັກທຸລະກິດອິນເດຍ ເຂົ້າມາລົງທຶນຢູ່ ສປປ ລາວ ໃນຂົງເຂດທີ່ ສປປ ລາວ ມີທ່າແຮງ ເປັນຕົ້ນ ດ້ານພະລັງງານສະອາດ, ກະສິກໍາ, ອຸດສາຫະກໍາປຸງແຕ່ງ, ວັດທະນະທໍາ ແລະ ການທ່ອງທ່ຽວແບບທໍາມະຊາດ ແລະ ຂົງເຂດອື່ນໆ. ພ້ອມນັ້ນ, ສອງຝ່າຍຍັງໄດ້ ແລກປ່ຽນ ຄໍາຄິດຄໍາເຫັນຕໍ່ກັບການຮ່ວມມື ອາຊຽນ-ອິນເດຍ ແລະ ຕໍ່ກັບສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ນາເລັນດຣາ ໂມດີ ທີ່ໄດ້ຖືກເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສ ອິນເດຍ ອີກສະໄໝໜຶ່ງ, ພ້ອມທັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ລັດຖະບານ ແລະ ປະຊາຊົນອິນເດຍ ທີ່ໄດ້ໃຫ້ການ ຊ່ວຍເຫລືອ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ບັນດາໂຄງການຊ່ວຍເຫລືອເພື່ອການພັດທະນາ ແລະ ເສດຖະກິດຂອງອິນເດຍ (IDEAS), ໂຄງການເຫັນຜົນໄວ (Quick Impact Project) ພາຍໃຕ້ຂອບແມ່ນໍ້າຂອງ-ແມ່ນໍ້າຄົງຄາ, ການຊ່ວຍເຫລືອທຶນຝຶກ ອົບຮົມໄລຍະສັ້ນ ແລະ ໄລຍະຍາວ, ການຊ່ວຍເຫລືອວຽກງານ ບູລະນະບູຮານສະຖານຂອງ ສປປ ລາວ ແລະ ການຊ່ວຍເຫລືອ ເຄື່ອງບັນເທົາທຸກສຸກເສີນ ໄພນໍ້າຖ້ວມ ແກ່ ສປປ ລາວ.

ໃນຂະນະດຽວກັນ, ທ່ານ ນາເລັນດຣາ ໂມດີ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ຢືນຢັນວ່າຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນຕໍ່ໜ້າ, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ອວຍພອນໃຫ້ການເປັນເຈົ້າພາບ ແລະ ປະທານ ອາຊຽນຂອງ ສປປ ລາວ ໃນປີ 2024 ນີ້ ປະສົບຜົນສໍາເລັດຢ່າງຈົບງາມ.

KPL

ຂ່າວອື່ນໆ

    • ເລຂາທິການໃຫຍ່ ພັກ ປປ ລາວ ຕ້ອນຮັບຜູ້ຕ່າງໜ້າພິເສດ ເລຂາທິການໃຫຍ່ ພັກກອມມູນິດຈີນການເມືອງ

      ເລຂາທິການໃຫຍ່ ພັກ ປປ ລາວ ຕ້ອນຮັບຜູ້ຕ່າງໜ້າພິເສດ ເລຂາທິການໃຫຍ່ ພັກກອມມູນິດຈີນ

      1/14/2026 11:36:01 AM

      ໃນວັນທີ 13 ມັງກອນ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫລິວ ຮາຍຊິງ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ.

    • ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ ການເມືອງ

      ພ້ອມກັນປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກໃຫ້ປະກົດເປັນຈິງ

      1/7/2026 2:39:08 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດ ລາວ, ສະຫາຍ ຄຳມອນ ຈັນທະຈິດ ກຳມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງ ປະທານຜູ້ປະຈຳການສະພາທິດສະດີສູນກາງພັກ ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ວ່າ: ຕົນມີ ຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ໄດ້ມີສ່ວນຮ່ວມເຂົ້າໃນການກຽມກອງປະຊຸມໃນຄັ້ງນີ້ ຖືວ່າເປັນບັນຍາ ກາດທີ່ມີຄວາມຄຶກຄື້ນ, ມີຄວາມຮັບຜິດຊອບ ແລະ ທັງມີຄວາມສະນິດສະໜົມ ບໍ່ວ່າຢູ່ພາຍໃນກອງປະຊຸມ ແລະ ຢູ່ນອກກອງປະຊຸມ ລ້ວນແຕ່ສະແດງເຖິງຄວາມຕັ້ງໃຈ, ຄວາມເຊື່ອໝັ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

    • ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດການເມືອງ

      ພັກກໍານົດທິດທາງ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາປະເທດຊາດ

      1/7/2026 2:33:02 PM

      ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວັນທີ 6 ມັງກອນ 2026 ນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ສະແດງຄວາມຮູ້ສຶກດີໃຈ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ພະນັກງານສະມາຊິກພັກ ໃນຂອບເຂດທົ່ວປະເທດ ກໍຄື ເປັນຕົວແທນສະມາຊິກພັກກະ ຊວງ ຍທຂ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້, ຖືເປັນເຫດການການເມືອງ ທີ່ມີຄວາມໝາຍຄວາມສໍາຄັນຫລາຍ ທີ່ໄດ້ຮັບຮູ້ກ່ຽວກັບການສະຫລຸບຕີລາຄາການນໍາພາຂອງພັກ ຕະຫລອດໄລຍະ 5 ປີ ຜ່ານມາ ແລະ ກໍານົດທິດທາງແຜນ ການ 5 ປີຕໍ່ໜ້າ ເພື່ອສ້າງການຫັນປ່ຽນ ແລະ ຍົກສູງບາດກ້າວການພັດທະນາໃນຕໍ່ໜ້າ ໃຫ້ມີອັນພົ້ນເດັ່ນ ມີອັນໃໝ່ໆ ນໍາພາປະເທດຊາດເຮົາກ້າວຂຶ້ນໃນແຕ່ລະໄລຍະ.

    • ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ  ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝການເມືອງ

      ພັກ ປປ ລາວ ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ຫັນເປັນທັນສະໄໝ

      1/7/2026 2:26:55 PM

      ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກ ປປ ລາວ ກໍຄື ຄະນະບໍລິຫານງານສູນກາງພັກ ຊຸດທີ XII ຈະປະຕິຮູບລະບອບ-ລະບຽບການຕ່າງໆ ໃຫ້ໂປ່ງໃສຍິ່ງຂຶ້ນ, ຫລຸດຜ່ອນຂອດຂັ້ນ ແລະ ຍົກສູງປະສິດທິພາບ ແລະ ຄວາມສາມາດ ໃນການບໍລິຫານປະເທດ ຕິດພັນກັບການຊຸກຍູ້ການຫັນເປັນທັນສະໄໝ-ຫັນເປັນດີຈິຕອນ, ການແບ່ງຂັ້ນຄຸ້ມຄອງ, ແບ່ງສິດໃຫ້ຈະແຈ້ງ, ຂາດຕົວ ແລະ ສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນການຜະ ລິດ-ທຸລະກິດ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ມີຄວາມສາມາດສູງຂຶ້ນໃນການແຂ່ງຂັນ.

    • ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນການເມືອງ

      ລັດຖະບານ ຈະສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ

      1/7/2026 2:06:59 PM

      ໄລຍະ 5 ປີ (2026-2030) ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ເປັນແຜນສືບຕໍ່ພັດທະນາປະເທດ ໃຫ້ຫລຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ ຢ່າງມີຄຸນນະພາບ ແລະ ໂລ່ງລ່ຽນ, ບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທັງເປັນແຜນຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ຍຸດທະສາດການພັດທະນາ ໄລຍະ 10 ປີ (2026-2035) ແລະ ວິໄສທັດ ຮອດປີ 2055, ສືບຕໍ່ປະຕິບັດ 4 ບຸກທະລຸ ໃຫ້ແຂງແຮງ, ເລິກເຊິ່ງ.

ads
ads

Top