ຂປລ
ວັນທີ 3 ພະຈິກ 2026 ທີ່ນະຄອນຫລວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງ ຊາດ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະຢ່າງເປັນທາງການກັບ ສະຫາຍ ເຈີນ ແທັງເໝີ້ນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ຫວຽດນາມ ໃນໂອກາດເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ຊຶ່ງເປັນການຢ້ຽມຢາມຕ່າງປະເທດຄັ້ງທໍາອິດ ພາຍຫລັງໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດລາວ ຊຸດທີ X.
ຂປລ. ໃນພິທີພົບປະ, ສະຫາຍປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫລວງ ຂອງຫວຽດນາມ ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ ຊຶ່ງມີສະຫາຍເລຂາທິການໃຫຍ່ ໂຕ ເລິມ ເປັນຜູ້ນໍາໜ້າ ໂດຍເສດຖະກິດໃນ 9 ເດືອນ ຕົ້ນປີ 2026 ສາມາດຂະຫຍາຍຕົວສູງເຖິງ 9,01%. ພ້ອມກັນນີ້, ຍັງໄດ້ແຈ້ງສະພາບການພົ້ນເດັ່ນຂອງ ສປປ ລາວ ໂດຍເນັ້ນໃຫ້ເຫັນວ່າ ເຖິງຈະມີສ່ິງທ້າທາຍຈາກຜົນກະທົບທົ່ວໂລກ, ແຕ່ ສປປ ລາວ ຍັງຮັກສາສະຖຽນລະພາບທາງດ້ານການເມືອງ, ເສດຖະກິດ 9 ເດືອນຕົ້ນປີ 2026 ເຕີບໂຕ 4,8%, ພ້ອມທັງໄດ້ລົງເລິກການປັບປຸງກົງຈັກການຈັດຕັ້ງທັງສູນກາງ ແລະ ທ້ອງຖິ່ນໃຫ້ກະທັດຮັດ ແລະ ມີປະສິດທິພາບສູງຂຶ້ນ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ລາວ-ຫວຽດນາມ ທີ່ນັບມື້ເຂົ້າສູ່ລວງເລິກ; ພ້ອມທັງທົບທວນການຮ່ວມມືຂອງສອງສະພາແຫ່ງຊາດໃນໄລຍະຜ່ານມາ ເປັນຕົ້ນການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ການສ້າງປຶ້ມປະຫວັດສາດ “50 ປີ ແຫ່ງການພົວພັນລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ” ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.

ເພື່ອສືບຕໍ່ຊຸກຍູ້ການຮ່ວມມືໃຫ້ເປັນຮູບປະທຳຍິ່ງຂຶ້ນ, ສະຫາຍປະທານສະພາແຫ່ງຊາດລາວ ໄດ້ສະເໜີເນື້ອໃນສຳຄັນສຳລັບທິດທາງການຮ່ວມມືໃນຕໍ່ໜ້າ ເປັນຕົ້ນ ສືບຕໍ່ສົ່ງເສີມການພົບປະແລກປ່ຽນລະຫວ່າງສະພາປະຊາຊົນຂ້ັນແຂວງທ່ີມີຊາຍແດນຕິດຈອດກັນ ແລະ ຄົ້ນຄວ້າປັບປຸງບົດບັນທຶກການຮ່ວມມື (MOU) ລະຫວ່າງສອງສະພາແຫ່ງຊາດ ທີ່ຈະສິ້ນສຸດລົງໃນປີ 2027; ກະກຽມສະເຫລີມສະຫລອງປີສາມັກຄີມິດຕະພາບ 2027 ວາງແຜນຈັດກິດຈະກຳຮ່ວມກັນ ເພື່ອສະເຫລີມສະຫລອງ 65 ປີ ວັນສ້າງຕັ້ງສາຍພົວພັນການທູດ ແລະ 50 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດ ນາມ; ການຕິດຕາມກວດກາໂຄງການຍຸດທະສາດ, ສະເໜີໃຫ້ສອງສະພາແຫ່ງຊາດຕິດຕາມກວດກາ ແລະ ຊຸກຍູ້ໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງ ເຊັ່ນ: ເສັ້ນທາງດ່ວນວຽງຈັນ-ຮ່າໂນ້ຍ, ເສັ້ນທາງລົດໄຟວຽງຈັນ-ທ່າແຂກ-ຫວຸ່ງອາງ ແລະ ທ່າເຮືອຫວຸ່ງອາງ ໃຫ້ປີ 2027 ເປັນ ປີແຫ່ງການຕິດຕາມກວດກາການ ຈັດຕັ້ງປະຕິບັດໂຄງການເຊື່ອມຕໍ່ພື້ນຖານໂຄງລ່າງດ້ານການຄົມມະນາຄົມ; ການສະໜັບສະໜູນບົດຮຽນຈາກຝ່າຍຫວຽດນາມ ກ່ຽວກັບການຄຸ້ມຄອງວຽກງານທ້ອງຖິ່ນ, ການນຳໃຊ້ປັນຍາປະດິດ (AI) ເຂົ້າໃນວຽກງານກົດໝາຍ ແລະ ການຫັນເປັນດີຈິຕອນຂອງສະພາແຫ່ງຊາດ.
ໂອກາດດຽວກັນນີ້, ສະຫາຍ ປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍເຫລືອອັນລໍ້າຄ່າຈາກພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ມີມາໂດຍຕະຫລອດ, ພ້ອມທັງເຊື້ອເຊີນສະຫາຍ ເຈີນ ແທັງ ເໝີ້ນ ພ້ອມດ້ວຍຄະນະໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນເວລາທ່ີເໝາະສົມ.
ຂ່າວ-ພາບ: ສພຊ
KPL