ຂປລ
ພິທີມອບ-ຮັບໜ້າທີ່ ລະຫວ່າງ ຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຊຸດເກົ່າ ແລະ ຊຸດໃໝ່ ຈັດຂຶ້ນໃນວັນທີ 6 ພະຈິກ 2026 ຢູ່ຫ້ອງວ່າການສູນກາງພັກ ໂດຍການເປັນປະທານຂອງ ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ຂປລ. ໃນພິທີ, ສະຫາຍ ບຸນເຫລືອ ພັນດານຸວົງ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກໄດ້ຜ່ານບົດສະຫລຸບການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃນໄລຍະຜ່ານມາຂອງສະມາຄົມມິດຕະພາບລາວກັບຕ່າງປະເທດ ແລະ ຄະນະສັນຕິພາບ ແລະ ສາມັກຄີຂອງລາວ. ໃນນັ້ນ, ໄດ້ສັງລວມຜົນງານທີ່ຍາດມາໄດ້, ຕີລາຄາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານການທູດປະຊາຊົນ ສາມາດປະກອບສ່ວນໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ເພື່ອສ້າງຄວາມເຂົ້າອົກເຂົ້າໃຈ ແລະ ການຮ່ວມມື ລະຫວ່າງ ປະຊາຊົນລາວ ກັບປະຊາຊົນບັນດາປະເທດຄູ່ຮ່ວມມືໃຫ້ນັບມື້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ.
ໃນພິທີ, ສະຫາຍ ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງປະເທດ, ຄະນະ ສັນຕິພາບ ແລະ ສາມັກຄີຂອງລາວໂດຍແຕ່ງຕັ້ງ ສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ເປັນປະທານສະມາຄົມມິດຕະພາບ ລາວ- ຫວຽດນາມ ຂັ້ນສູນກາງ; ສະຫາຍ ນາງ ເຂັມມະນີ ພົນເສນາ ອະດີດກໍາມະການສູນກາງພັກ, ອະດີດຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ເປັນປະທານສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ; ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະພັກນະຄອນຫລວງວຽງຈັນ, ປະທານສະພາປະຊາຊົນນະຄອນຫລວງວຽງຈັນ ເປັນປະທານສະມາຄົມມິດຕະພາບລາວ-ສປປ ເກົາຫລີ; ສະຫາຍ ມອນໄຊ ລາວມົ່ວຊົງ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ເປັນປະທານສະມາຄົມມິດຕະພາບລາວ-ກູບາ; ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ເປັນປະທານສະມາຄົມມິດຕະພາບ ລາວ-ກໍາປູເຈຍ ຂ້ັນສູນກາງ; ສະຫາຍ ສັນຕິສຸກ ສິມມາລາວົງ ກຳມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານເປັນປະທານສະມາຄົມມິດຕະພາບລາວ-ຣັດເຊຍ; ສະຫາຍ ມະໄລທອງ ກົມມະສິດ ກຳມະການສູນກາງພັກ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າເປັນປະທານສະມາຄົມມິດຕະພາບ ລາວ-ສ ເກົາຫລີ; ສະຫາຍ ພຸດ ສິມມາລາວົງ ອະດີດກຳມະການສູນກາງພັກ, ອະດີດລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ເປັນ ປະທານສະມາຄົມມິດຕະພາບ ລາວ- ຍີ່ປຸ່ນ; ສະຫາຍ ພູທອນ ເມືອງປາກ ອະດີດຮອງລັດຖະມົນຕີກະຊວງສາທາ ລະນະສຸກ, ອະດີດປະທານອົງການກາ ແດງແຫ່ງຊາດລາວ ເປັນປະທານສະ ມາຄົມມິດຕະພາບ ລາວ-ເຢຍລະມັນ ແລະ ສະຫາຍ ສົມມາດ ພົນເສນາ ອະດີດກຳມະການສູນກາງພັກ, ອະດີດຮອງປະທານສະພາແຫ່ງຊາດ, ເປັນປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ.
ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້, ສະຫາຍ ພົນເອກ ວິໄລ ຫລ້າຄຳຟອງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານອັນພົ້ນເດັ່ນທີ່ຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຊຸດເກົ່າຍາດມາໄດ້ ແລະ ເຊື່ອໝັ້ນວ່າ ຄະນະບໍລິຫານງານຊຸດໃໝ່ ຈະສືບຕໍ່ເຮັດສຳເລັດໜ້າທີ່ການເມືອງ, ການຕ່າງປະເທດ ກໍຄື ວຽກງານການທູດປະຊາຊົນ ທີ່ຂັ້ນເທິງມອບໝາຍໃຫ້ ເພື່ອປະກອບສ່ວນເຂົ້າໃນການຮັດແໜ້ນຄວາມສາມັກຄີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ປະຊາຊົນລາວ ກັບບັນດາປະເທດຄູ່ຮ່ວມມືໃຫ້ແຕກດອກອອກຜົນ ແລະ ກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ.
KPL