ຈີນ ຊື້ຄຳເພີ່ມຂຶ້ນຢ່າງຕໍ່ເນື່ອງ ເປັນເດືອນທີ່ 24

10/11/2026 14:31
ຂປລ ຂໍ້ມູນທີ່ເຜີຍແຜ່ ໂດຍທະນາຄານກາງຈີນ (PBOC) ລະບຸວ່າ ຄຳສຳຮອງ ຂອງ ຈີນ ເພີ່ມຂຶ້ນ 830.000 ອອນ ໃນເດືອນຕຸລາ ລວມມີ 78.30 ລ້ານອອນ ເມື່ອທ້າຍເດືອນຕຸລາ ຈາກ 77.47 ລ້ານອອນ ໃນເດືອນກັນຍາ ເຊິ່ງເປັນການ ເພີ່ມຄຳສຳຮອງ ຕິດຕໍ່ກັນ ເປັນເດືອນທີ 24.

ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້,  ຂໍ້ມູນທີ່ເຜີຍແຜ່ ໂດຍທະນາຄານກາງຈີນ (PBOC) ລະບຸວ່າ ຄຳສຳຮອງ ຂອງ ຈີນ ເພີ່ມຂຶ້ນ 830.000 ອອນ ໃນເດືອນຕຸລາ ລວມມີ 78.30 ລ້ານອອນ ເມື່ອທ້າຍເດືອນຕຸລາ ຈາກ 77.47 ລ້ານອອນ ໃນເດືອນກັນຍາ ເຊິ່ງເປັນການ ເພີ່ມຄຳສຳຮອງ ຕິດຕໍ່ກັນ ເປັນເດືອນທີ 24.

ຖ້າຫາກ ພິຈາລະນາ ນັບແຕ່ ຕົ້ນປີ 2026, ທະນາຄານກາງ ຈີນ ໄດ້ເລັ່ງ ສະສົມຄຳ ໃນ ໄລຍະ 6 ເດືອນທ້າຍປີ ໂດຍມີ ຄຳສຳຮອງ ເພີ່ມຂຶ້ນຈາກ 74,19 ລ້ານອອນ ໃນເດືອນມັງກອນ ເປັນ 78,30 ລ້ານອອນສ ໃນທ້າຍເດືອນຕຸລາ ຫລື ເພີ່ມຂຶ້ນ 4,11 ລ້ານອອນ ກວມເອົາ ປະມານ 5,5%. ເຖິງແມ່ນວ່າ ການເພີ່ມຂຶ້ນຄຳສຳຮອງ ໃນແຕ່ລະເດືອນຕົ້ນປີທຳອິດ ເພີ່ມຂຶ້ນເລັກໜ້ອຍ, ແຕ່ການສະສົມຄຳ ເພີ່ມຂຶ້ນ ໃນໄລຍະ6 ເດືອນທ້າຍປີ, ໂດຍສະເພາະ ໃນໄລຍະ ເດືອນກໍລະກົດ-ຕຸລາ, ຈີນ ໄດ້ເພີ່ມຄຳສຳຮອງ ລວມມີ 2,22 ລ້ານອອນ ຫລື ຫລາຍກວ່າ ເຄິ່ງໜຶ່ງຂອງປະລິມານ ຄຳສຳຮອງ ທີ່ເພີ່ມຂຶ້ນ ທັງໝົດ ໃນປີນີ້./

 

KPL

ຂ່າວອື່ນໆ

ads
ads

Top