ກຳປູເຈຍ ກວາດລ້າງແກັງຫລອກລວງອອນລາຍ 972 ແຫ່ງ

10/11/2026 14:31
ຂປລ ທາງການ ກຳປູເຈຍ ເປີດເຜີຍ ຜົນການປາບປາມ ແກັງຫລອກລວງອອນລາຍ ໃນໄລຍະເດືອນກໍລະກົດ 2025 ເຖິງ ຕຸລາ 2026 ໂດຍສາມາດ ກວາດລ້າງ ສະຖານທີ່ຕັ້ງເຄືອຂ່າຍ ຫລອກລວງໄດ້ 972 ແຫ່ງ

ຂປລ .ສຳນັກຂ່າວອິນໂຟເຄວສ: ເມື່ອບໍ່ດົນມານີ້, ທາງການ ກຳປູເຈຍ ເປີດເຜີຍ ຜົນການປາບປາມ ແກັງຫລອກລວງອອນລາຍ ໃນໄລຍະເດືອນກໍລະກົດ 2025 ເຖິງ ຕຸລາ 2026 ໂດຍສາມາດ ກວາດລ້າງ ສະຖານທີ່ຕັ້ງເຄືອຂ່າຍ ຫລອກລວງໄດ້ 972 ແຫ່ງ ແລະ ສົ່ງຊາວຕ່າງປະເທດກັບຄືນປະເທດແລ້ວ  ຈຳນວນ 23,760 ຄົນ ຕາມຖະແຫລງການ ຂອງ ຄະນະກຳມະການປາບປາມ ການຫລອກລວງ ອອນລາຍ.

ພາຍໃຕ້ການປະຕິບັດການ ດັ່ງກ່າວ, ທາງການ ກຳປູເຈຍ ໄດ້ຖອນ ໃບອະນຸຍາດ ປະກອບ ກິດຈະການກາຊີໂນ 18 ແຫ່ງ ແລະ ຢຸດຕິໃບອະນຸຍາດ ອີກ 10 ແຫ່ງ. ນອກຈາກນີ້, ຍັງໄດ້ດຳເນີນ ຄະດີ ກັບ ຜູ້ຕ້ອງສົງໄສ ຈຳນວນ 5.032 ຄົນ ເຊິ່ງຖືກ ຕັ້ງຂໍ້ຫາ ແລະ ຄວບຄຸມຕົວ ລະຫວ່າງ ລໍຖ້າ ການພິຈາລະນາຄະດີ.

ສ່ວນຝ່າຍ ດຳເນີນການ ກ່ຽວກັບ ຊັບສິນທີ່ກ່ຽວຂ້ອງ, ໜ່ວຍງານ ບັງຄັບໃຊ້ ກົດໝາຍ ໄດ້ອາຍັດເງິນໃນບັນຊີທະນາຄານ ລວມມີ ມູນຄ່າ ຫລາຍກວ່າ 300 ລ້ານໂດລາ ສະຫະລັດ ລວມທັງ ຊັບສິນ ປະເພດ ອະສັງຫາ ລິມະຊັບ ອີກຫລາຍຮ້ອຍລ້ານ ໂດລາ ສະຫະລັດ ໂດຍຊັບສິນ ທັງໝົດ ພວມຢູ່ໃນຂະບວນການ ທາງກົດໝາຍ ເພື່ອຢຶດເປັນຂອງລັດ./

KPL

ຂ່າວອື່ນໆ

ads
ads

Top