ຂປລ
ສິງກະໂປ ແລະ ມາເລເຊຍ ໄດ້ປະກາດ ແຜນການເພີ່ມໂຄຕ້າ ລົດແທັກຊີ ຂ້າມຊາຍແດນ ທີ່ໄດ້ຮັບ ໃບອະນຸຍາດ ຈາກເດີມ 300 ຄັນ ເປັນ 500 ຄັນ ຕໍ່ປະເທດ ເລີ່ມແຕ່ວັນທີ 16 ພະຈິກ ເປັນຕົ້ນໄປ ເພື່ອຍົກລະດັບ ການເຊື່ອມຈອດ ລະຫວ່າງ ສອງປະເທດ.
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ສິງກະໂປ ແລະ ມາເລເຊຍ ໄດ້ປະກາດ ແຜນການເພີ່ມໂຄຕ້າ ລົດແທັກຊີ ຂ້າມຊາຍແດນ ທີ່ໄດ້ຮັບ ໃບອະນຸຍາດ ຈາກເດີມ 300 ຄັນ ເປັນ 500 ຄັນ ຕໍ່ປະເທດ ເລີ່ມແຕ່ວັນທີ 16 ພະຈິກ ເປັນຕົ້ນໄປ ເພື່ອຍົກລະດັບ ການເຊື່ອມຈອດ ລະຫວ່າງ ສອງປະເທດ.
ຖະແຫລງການຮ່ວມ ຈາກ ກະຊວງຄົມມະນາຄົມ ຂອງ ສອງປະເທດ ລະບຸວ່າ: ການເພີ່ມໂຄຕ້າ ພາຍໃຕ້ໂຄງການ ລົດແທັກຊີ ຂ້າມຊາຍແດນ (Cross-Border Taxi Scheme) ຈະຊ່ວຍໃຫ້ ລົດແທັກຊີ ສາມາດເຂົ້າຮ່ວມໄດ້ຫລາຍຂຶ້ນ ແລະ ເພີ່ມຂີດ ຄວາມສາມາດ ໃນການຂົນສົ່ງ ຜູ້ໂດຍສານ ອີກດ້ວຍ.
ໂດຍກຸ່ມຜູ້ໃຫ້ບໍລິການ ເອີ້ນລົດໂດຍສານ ຜ່ານແອັບພາລິເຄຊັນໃໝ່ 2 ແຫ່ງ ໄດ້ແກ່: ຊີດີຈີ ຊິກ ພີທີ ອີລິມິເຕັດ (CDG Zig Pte Ltd) ຈາກ ສິງກະໂປ ແລະ ຄຸມພູລ ເອສດີເອັນ ບີເອຈດີ (Kumpool Sdn Bhd) ຈາກມາເລເຊຍ ຈະໄດ້ຮັບ ໃບອະນຸຍາດ ໃຫ້ປະກອບການ ພາຍໃຕ້ ໂຄງການ ດັ່ງກ່າວ ເລີ່ມຕັ້ງແຕ່ ວັນທີ 16 ພະຈິກນີ້ ເປັນຕົ້ນໄປ ເພື່ອຊ່ວຍໃຫ້ ຜູ້ໂດຍສານ ແລະ ຄົນຂັບມີຕົວເລືອກ ເພີ່ມຂຶ້ນ ໃນການເດີນທາງ ແບບຈຸດຕໍ່ຈຸດຂ້າມຊາຍແດນ.
ການປັບປ່ຽນ ຫລ້າສຸດນີ້ ແມ່ນສືບເນື່ອງ ມາຈາກ ການປັບປຸງ ເມື່ອວັນທີ 4 ພຶດສະພາ 2026 ເຊິ່ງປະກອບດ້ວຍ: ການກຳນົດ ຈຸດຮັບ ຜູ້ໂດຍສານ ທີ່ ຈອງການ ບໍລິການ ຮັບສົ່ງ ຜ່ານແອັບພລິເຄຊັນ, ການເພີ່ມ ຄວາມຜ່ອນສັ້ນ-ຜ່ອນຍາວ ຂອງ ຈຸດສົ່ງ ຜູ້ໂດຍສານ, ການເພີ່ມໂຄຕ້າ ຈຳນວນລົດແທັກຊີ ແລະ ການເພີ່ມ ຂໍ້ກຳນົດ ດ້ານການບັງຄັບໃຊ້ກົດໝາຍ ເພື່ອປ້ອງກັນ ການເດີນທາງ ຜ່ານ ຈຸດພາຍໃນປະເທດ ຢ່າງຜິດກົດໝາຍ./
KPL