ຊີໄອໄອອີ(CIIE) ຄັ້ງທີ 9 ທີ່ຊຽງໄຮ້: ຈີນເປີດປະຕູສູ່ໂລກ, ລາວເປີດປະຕູສູ່ໂອກາດໃໝ່

10/11/2026 17:22
ຂປລ ຈີນ ຍັງຄົງເປັນຄູ່ຄ້າອັນດັບ 1 ຂອງລາວຢ່າງໜຽວແໜ້ນ. ແຕ່ລະປີລາວສົ່ງອອກໄປຈີນສະເລ່ຍປະມານ 3,500 - 4,500 ລ້ານໂດລາກວມ 38% ຂອງການສົ່ງອອກທັງໝົດຂອງປະເທດ.

ຂປລ.ຈີນ ຍັງຄົງເປັນຄູ່ຄ້າອັນດັບ 1 ຂອງລາວຢ່າງໜຽວແໜ້ນ. ແຕ່ລະປີລາວສົ່ງອອກໄປຈີນ ສະເລ່ຍປະມານ 3,500 - 4,500 ລ້ານໂດລາກວມ 38% ຂອງການສົ່ງອອກ ທັງໝົດ ຂອງປະເທດ. ໃນຂະນະທີ່ ງານວາງສະແດງສິນຄ້າ ນຳເຂົ້າ-ສົ່ງອອກສາກົນຈີນ (CIIE) ຄັ້ງທີ 9 ຈັດຂຶ້ນໃນວັນທີ 5-10 ພະຈິກ 2026 ທີ່ນະຄອນຊຽງໄຮ້ ຄາດວ່າມີບໍລິສັດ ລາວ ກວ່າ 10 ແຫ່ງເຂົ້າຮ່ວມ. ສິນຄ້າເດັ່ນຄື ກາເຟ, ໃບຊາ, ເບຍລາວ, ສິນຄ້າ ODOP, ຫັດຖະກຳ ແລະ ອື່ນໆ.

ຫລາຍຄົນອາດຖາມວ່າ: ເປັນຫຍັງ CIIE 2026 ຈຶ່ງສໍາຄັນຕໍ່ລາວ ແລະ ຕໍ່ໂລກ? ເປັນຫຍັງຈີນ ຈຶ່ງເປັນຄູ່ຄ້າສຳຄັນ ທີ່ສຸດຂອງລາວ? ແລະ ສິນຄ້າລາວ ມີຫຍັງດີພໍ ຈະເຊີດໜ້າ ຊູຕາສູ່ສາກົນ?

ຈາກປະເທດລາວ ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດເຊື່ອມໂຍງ ເຊື່ອມຈອດ: ນັກ ທຸລະກິດລາວ ເວົ້າວ່າ: ແຕ່ກ່ອນການສົ່ງອອກ ຂອງລາວ ຕ້ອງເພິ່ງພາອາໄສ ລົດບັນທຸກຂົນສິນຄ້າ ໄປຜ່ານທ່າກໍາປັ່ນໃນໄທ ແລະ ຫວຽດນາມ ຫລັງຈາກນັ້ນຈຶ່ງ ຂົນສິນຄ້າຂຶ້ນ ກໍາປັ່ນຕໍ່ໄປຫາລູກຄ້າ ໃນປະເທດຕ່າງໆທົ່ວໂລກ ອີກ ເຊິ່ງໄດ້ເຮັດໃຫ້ຄ່າຂົນສົ່ງ ແພງເຖິງ ປະມານ 600-1,000 ໂດລາຕໍ່ຕູ້ຄອນເທັນເນີ, ໃຊ້ເວລາຫລາຍວັນ, ກໍາໄລໜ້ອຍບໍ່ຄຸ້ມຄ່າ ແລະ ມີຄວາມສ່ຽງສູງ.

ດ້ວຍເຫດນັ້ນ ລັດຖະບານລາວ ຈຶ່ງຖືການພັດທະນາ ພື້ນຖານໂຄງລ່າງ ທີ່ມີຄຸນນະພາບ ເປັນບຸລິມະສິດ ສໍາຄັນໂດຍໄດ້ຮ່ວມມື ກັບລັດຖະບານຈີນ ສ້າງທາງລົດ ໄຟລາວ-ຈີນເລີ່ມກໍ່ ສ້າງປະມານປີ 2016 ແລະ ເປີດໃຫ້ບໍລິການໃນປີ 2021. ນີ້ຄືຈຸດປ່ຽນຄັ້ງປະຫວັດ ສາດທີ່ເຮັດໃຫ້ລາວ ຈາກປະເທດ ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດ ເຊື່ອມໂຍງເຊື່ອມຈອດກັບອາຊຽນ, ຈີນ, ເອີຣົບ ແລະ ທົ່ວໂລກ ພາຍໃຕ້ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ກວມເອົາ 150 ປະເທດ ຈົນຖືກຂະໜານນາມວ່າ “ເສັ້ນທາງຄຳ”

ນັບແຕ່ເປີດບໍລິການເກືອບ 5 ປີ, ທາງລົດໄຟລາວ-ຈີນຂົນສົ່ງສິນຄ້າ ບັນລຸປະມານ 92ລ້ານໂຕນ ໃນນັ້ນສິນຄ້າຂ້າມແດນ ມີມູນຄ່າປະມານ 14,900 ລ້ານໂດລາ ເພີ່ມຂຶ້ນສະເລ່ຍປີລະ 24%, ສ່ວນຜູ້ໂດຍສານ ບັນລຸປະມານ 80 ລ້ານເທື່ອຄົນ ໃນນັ້ນມີລົດໄຟ ແລ່ນໃຫ້ບໍລິການເຖິງ 18 ຖ້ຽວຕໍ່ມື້ ກວມເອົາຜູ້ໂດຍສານຈາກ 120 ກວ່າປະເທດ.

ຄ່າຂົນສົ່ງຄຸນໝິງ-ໄທ ຜ່ານລາວຫລຸດລົງ 30-50%,ສະເພາະຄ່າຂົນສົ່ງ ໃນລາວຫລຸດລົງ 20-40%, ສິນຄ້າຂ້າມແດນຈາກ 10 ກວ່າຊະນິດ ໃນຕອນເປີດໃໝ່ ເພີ່ມເປັ 3,800 ກວ່າຊະນິດ,ກວມ 31 ແຂວງ-ເຂດແຄວ້ນໃນຈີນ ແລະ 19 ປະເທດ.

CIIE ຄັ້ງທີ 9 ມີຫຍັງແດ່?

ງານປີນີ້ສາມາດດຶງດູດ 162 ປະເທດ ແລະ 4,142 ບໍລິສັດ,ພື້ນທີ່ວາງສະແດງ ທັງໝົດເກີນ 440,000 ຕາແມັດ  ໃນນັ້ນພື້ນທີ່ສໍາລັບວິສາຫະກິດ 370,000 ກວ່າຕາແມັດ ເປັນສະຖິຕິໃໝ່ທັງໝົດ.  ມີບໍລິສັດແຖວໜ້າຂອງໂລກ 300 ກວ່າແຫ່ງເປັນຄັ້ງທໍາອິດ ແລະ ມີສິນຄ້າເປີດຕົວ ຄັ້ງທຳອິດໃນໂລກ, ອາຊີ ແລະ ຈີນ ກວ່າ 480 ລາຍການ.

ຫລາຍປີຜ່ານມາ ມູນຄ່າການຊື້ຂາຍ ທີ່ເກີດຈາກ CIIE ສະສົມ580,000 ລ້ານກວ່າໂດລາ,ສະເພາະປີ 2025 ບັນລຸ 83,490 ລ້ານໂດລາສູງສຸດ ເປັນປະຫວັດການ.

ປະເທດຕ່າງໆທີ່ມາຮ່ວມງານໄດ້ຫຍັງ? ໄດ້ຄູ່ຮ່ວມການຄ້າໃໝ່, ໄດ້ຂົວຕໍ່ດ້ານການຄ້າ ການລົງທຶນ ການທ່ອງທ່ຽວ ແລະ ໄດ້ເຂົ້າເຖິງຕະຫລາດຈີນ ທີ່ໃຫຍ່ເປັນອັນດັບ 2 ຂອງໂລກ. ຈີນສະໜັບສະໜູນ ການຄ້າເສລີ ແລະ ເປີດຕະຫລາດສູ່ສາກົນ ໂດຍອັດຕາພາສີ ສະເລ່ຍຫລຸດລົງເຫລືອ 7.3% ຕໍ່າກວ່າປະເທດ ພັດທະນາທົ່ວໄປ, ຍົກເລີກພາສີ 100% ຫລື ພາສີ 0% ໃຫ້ປະເທດ ດ້ອຍພັດທະນາ ທີ່ສຸດທີ່ມີສາຍພົວພັນ ທາງການທູດກັບຈີນ ແລະ ຍົກເລີກໝົດຂໍ້ຈຳກັດ ການລົງທຶນຕ່າງປະເທດ ໃນຂະແໜງການຜະລິດ.

ໃນໂອກາດ ໄຂງານວາງສະແດງ ສິນຄ້ານຳເຂົ້າ-ສົ່ງອອກສາກົນຈີນ (CIIE) ຄັ້ງທີ 9 ນີ້, ທ່ານ ຕິງເຊຍຊຽງ ຮອງນາຍົກ ລັດຖະມົນຕີຈີນ ໄດ້ກ່າວໃນພິທີ ເປີດງານໃນວັນທີ 5 ພະຈິກ  ແລະ ໄດ້ສະເໜີ 4 ຂໍ້ວ່າ ໜຶ່ງ: ຍຶດໝັ້ນການໃຊ້ ຕະຫລາດຮ່ວມກັນ, ຍົກສູງການເປີດປະຕູ ແລະ ການເຊື່ອມໂຍງເຊື່ອມ ຈອດ, ເສີມທ່າແຮງປຽບທຽບ ຂອງແຕ່ລະປະເທດ ເພື່ອຮ່ວມກັນ ຂະຫຍາຍເສດຖະກິດໂລກ; ສອງ: ລົງເລິກການຮ່ວມມື ດ້ານການລົງທຶນ, ປັບປຸງການຈັດວາງ ອຸດສາຫະກໍາຂ້າມຊາຍແດນ, ສ້າງເງື່ອນໄຂ ທີ່ດີໃຫ້ວິສາຫະກິດ ເພື່ອເຊື່ອມໂຍງ ເຂົ້າກັບຕ່ອງໂສ້ ການຜະລິດ ແລະ ຕ່ອງໂສ້ສະໜອງທົ່ວໂລກ; ສາມ: ເພີ່ມທະວີການສ້າງ ຄວາມສາມາດດ້ວຍ ນະວັດຕະກຳໃໝ່, ຍົກສູງຄຸນນະພາບ ການສະໜອງ ຂະຫຍາຍຂອບເຂດ ການຄ້າເພື່ອຊຸກຍູ້ ການຫັນປ່ຽນ ແລະ ຍົກລະດັບ ແລະ ສີ່:ເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈກັນ ແກ້ໄຂຄວາມຂັດແຍ້ງ ຜ່ານການປຶກສາຫາລື ແລະ ທັບມ້າງກຳແພງ ອຸປະສັກຕ່າງໆ.

ພ້ອມກັນນັ້ນ ໃນງານຄັ້ງນີ້ຍັງໄດ້ ວາງເປົ້າໝາຍວ່າ: “ຮອດທ້າຍແຜນ 5 ປີ ຄັ້ງທີ 15 (2026-2030) ການຂາຍຍ່ອຍສິນຄ້າ ຂອງຈີນຈະບັນລຸ 8,450 ຕື້ໂດລາ, ຂະແໜງບໍລິການ ຈະເກີນ 14,080 ຕື້ໂດລາ”

CIIE ຄັ້ງທີ 9 ສະທ້ອນໃຫ້ເຫັນ ຢ່າງຈະແຈ້ງວ່າ ຈີນ ຈະເປັນເວທີສ້າງໂອກາດ ສໍາຄັນຂອງການພັດທະນາໂລກ ຕະຫລອດໄປ, ຍິນດີຕ້ອນຮັບບໍລິສັດ ທົ່ວໂລກມາລົງທຶນ ແລະ ຮ່ວມກັນເຮັດໃຫ້ ເສດຖະກິດໂລກ ເຂັ້ມແຂງ. ຈີນບໍ່ໄດ້ຢາກຂາຍຢ່າງດຽວ, ຈີນຢາກຊື້ຫລາຍຂຶ້ນ ເຊັ່ນກັນ ແຕ່ບາງປະເທດ ບໍ່ຂາຍເຕັກໂນໂລຊີໃຫ້ ແລະ ຈີນຍັງຈະເປີດ ຕະຫລາດຕໍ່ໄປ. ສະນັ້ນການສ້າງສິ່ງກີດຂວາງ ດ້ານການຄ້າ ແລະ ເຕັກໂນໂລຊີ ລ້ວນແຕ່ທຳລາຍວົງຈອນ ການຄ້າໂລກ ໂດຍບໍ່ມີເຫດຜົນ.

ໂດຍ:ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top