ຂປລ. ເມື່ອບໍ່ດົນມານີ້, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ໄດ້ໃຫ້ ກຽດຕ້ອນຮັບການເຂົ້າຢ້ຽມຂ່ໍ່າ ນັບຂອງທ່ານນາງ ເຫວີຍສືເຈີນ ຜູ້ອໍານວຍການໃຫຍ່ມະຫາວິທະ ຍາໄລຊົນເຜົ່າກວາງຊີ ສປ ຈີນ ເພື່ອເຂົ້າຢ້ຽມຢາມ ແລະ ປຶກສາ mk[mk,7egsa o.lj fe]a f ;j kfh ;pdv'mb o-q o]txtmko [5 o,t3s]ko-k;|5j , 3 xtgmf 9a f0B o16j ll s;Pfok, sk]n xh v'da o7;k,xvfwr dko[y orq o]tgIn vo xt-k-q og0ffvogff{fvo7vo gxa og9Q kdko xq dxa dIa dlk37']j k'dkomj v'mj P;grnj v7;k,pn opq ' ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພຸດ 11.11.2026 ປີທີ 25 ສະບັບທີ 6.560 gru j ,mt;u [q f[kfdkooerk0v'ra d ra fmtok;Pd'koln j ,;o-q o .sh sa oxj Pol6 j 75 ootrk[.\j K ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 6 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 IP[IP'goN v.odq f\kp okpmtskodv'ma [xt-k-q o]k; ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ທ່ານ ສິລິລາດທົງສິນ ທອງເພັງ gxu fdv'xt-5 ,ltw\lk,a ogmnj vmu 2 0v'ltrkxt-k-q oot7vos];';P'9a o -5 fmu V ]k;{9u o sk]n czoIj ;,,n p5 fmtlkffh kodkolb dlk slr fegou odv'xt-5 ,.spj z6h cmovq '7totra d 7A 'mu VIII ທ່ານ ອາດສະພັງທອງ ສີພັນດອນ ( ກາງ ) ສະຫາຍ ບົວສອນ ບຸບຜາວັນ ( ກາງ ) ຂປລ. ໃນໄລຍະ 9 ເດືອນຕົ້ນ ປີ 2026 ນີ້, ເສດຖະກິດຂອງ ນະຄອນຫລວງວຽງຈັນ (ນວ) ຂະຫຍາຍຕົວຢູ່ໃນລະດັບ 6,2%, ຄາດຄະເນໝົດປີຈະໃຫ້ຂະຫຍາຍ ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ V ເປີດຂຶ້ນຢ່າງເປັນທາງການໃນວັນທີ 10 ພະຈິກ 2026 ໂດຍການເປັນ ປະທານຂອງທ່ານ ອາດສະພັງທອງ ຂປລ. ກອງປະຊຸມຄະນະກໍາມະ ການປ້ອງກັນຄວາມປອດໄພການ ບິນພົນລະເຮືອນແຫ່ງຊາດ ຄັ້ງທີ 3 ຈັດຂຶ້ນໃນວັນທີ 10 ພະຈິກ ຂປລ. ກອງປະຊຸມຮຽບຮຽງ ເນື້ອໃນກົດໝາຍວ່າດ້ວຍນາຍ ທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ຈັດຂຶ້ນໃນວັນທີ 9 ພະຈິກ 2026 ໂດຍການເປັນ ປະທານຂອງທ່ານນາງ ທຸມມາລີ ວົງພະຈັນ ປະທານກຳມາທິການ ກົດໝາຍ ແລະ ຍຸຕິທຳ (ກໝຍທ), ມີບັນດາຮອງປະທານກຳມາທິການ ສະພາແຫ່ງຊາດ, ຮອງລັດຖະມົນຕີ, ຮອງຫົວໜ້າອົງການ, ຄະນະທີ່ ປຶກສາທາງດ້ານກົດໝາຍຂອງ ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ), ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ທ່ານນາງ ທຸມມາລີ ວົງພະຈັນ ໄດ້ໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນ ລາວ (ສະບັບປັບປຸງ) ໄດ້ນໍາ ເຂົ້າພິຈາລະນາໃນກອງປະຊຸມສະ ໄໝສາມັນເທື່ອທີ 2 ຂອງສະພາ ແຫ່ງຊາດ ຊຸດທີX ໂດຍມີສະມາຊິກ ສະພາແຫ່ງຊາດ (ສສຊ) ຈໍານວນ 22 ທ່ານ ໄດ້ປະກອບຄໍາເຫັນຕໍ່ເນື້ອ ໃນຈໍານວນ 29 ມາດຕາ ກວມເອົາ 39 ເນື້ອໃນ ແລະ ໄດ້ຖືກພິຈາລະນາ ຮັບຮອງເອົາດ້ວຍຄະແນນເຫັນດີ 97,51%; ກອງປະຊຸມຮຽບຮຽງ ຄັ້ງນີ້ ແມ່ນເພື່ອຮັບປະກັນໃຫ້ເນື້ອ ໃນມີຄວາມຄົບຖ້ວນ, ຈະແຈ້ງ ແລະ ຮັດກຸມຂຶ້ນຕື່ມກ່ອນສະເໜີປະທານ ສະພາແຫ່ງຊາດ ພິຈາລະນາລົງລາຍ ເຊັນ ແລະ ສະເໜີປະທານປະເທດ 9 gfn vo8Q oxu oU glf4tdy f o; 0tspkp8q ;.o]tfa [ 6,2% lts]v';a olh k'8A 'lt3,lvogrnj voltskp Ij ;,3I'IPora d-A ol6 ' 3,fltd6 7q [Iv[ 1 xu 2026 ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງປ້ອງກັນ ປະເທດ, ປະທານຄະນະກໍາມະການ ປ້ອງກັນຄວາມປອດໄພການບິນ ພົນລະເຮືອນແຫ່ງຊາດ, ມີຮອງ ລັດຖະມົນຕີ, ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ໄດ້ກ່າວວ່າ: ວຽກ ງານປ້ອງກັນຄວາມປອດໄພການ ບິນພົນລະເຮືອນແມ່ນໜຶ່ງໃນວຽກ ງານຍຸດທະສາດທີ່ມີຄວາມສໍາຄັນ ສີພັນດອນ ກໍາມະການສູນກາງ ພັກ, ເລຂາຄະນະພັກ, ປະທານສະ ພາປະຊາຊົນ ນະຄອນຫລວງວຽງ ຈັນ, ມີປະທານຄະນະກໍາມະການ ປົກຄອງນະຄອນຫລວງວຽງຈັນ, ການນໍາພັກ-ລັດ ຂອງນະຄອນ ຫລວງວຽງຈັນ, ສະມາຊິກສະພາ ແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ, ສະມາຊິກ ສະພາປະຊາຊົນນະຄອນຫລວງ ວຽງຈັນ ຊຸດທີ V, ບັນດາປະທານຮອງປະທານຄະນະກຳມະການ ປົກຄອງເມືອງ, ຫົວໜ້າ-ຮອງຫົວ ໜ້າພະແນກການ, ອົງການຈັດຕັ້ງ ຕົວຢູ່ໃນລະດັບ 7,6% (ແຜນ ການປີໃຫ້ບັນລຸ 8%) ທຽບໃສ່ໄລ ຍະດຽວ ຂອງປີຜ່ານມາຂະຫຍາຍ ຕົວໃນລະດັບ 6,6%, ລວມຍອດ ຜະລິດຕະພັນພາຍໃນ (GDP) ບັນລຸ 95.351,54 ຕື້ກີບ (ແຜນ ການປີໃຫ້ບັນລຸ 100.427 ຕື້ ກີບ), GDP ສະເລ່ຍຕໍ່ຫົວຄົນ 106 ລ້ານກີບ (ແຜນການປີໃຫ້ໄດ້ 94,10 ລ້ານກີບ). ທ່ານ ສິລິລາດທົງສິນ ທອງເພັງ ຮອງເລຂາຄະນະພັກ, ປະທານຄະ ນະກຳມະການປົກຄອງນະຄອນ ຫລວງວຽງຈັນ ລາຍງານໃຫ້ຮູ້ໃນ ຂປລ. ກອງປະຊຸມທາບທາມຄໍາ ເຫັນໃສ່ຮ່າງດໍາລັດ ວ່າດ້ວຍກອງທຶນ ຊົນລະປະທານ ຈັດຂຶ້ນໃນວັນທີ 10 ພະຈິກ 2026 ຢູ່ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ຄຳພະຈັນ ວົງຊະນະ ຫົວໜ້າກົມ ຊົນລະປະທານ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີຜູ້ຕາງໜ້າ ສໍານັກງານນາຍົກລັດຖະມົນຕີ, ອ່ານຕໍ່ໜ້າ 4
gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 11/11/2026 xtgmf]k; ສະຫລອງວັນສ້າງຕັ້ງ... ລາວ-ຈີນ ຫາລືແຜນການ... ເປີດກອງປະຊຸມສະໄໝສາມັນ... ຫາລືປ້ອງກັນຄວາມປອດໄພ... ຫສພ ດຳເນີນກອງປະຊຸມ... ຂປລ. ພິທີສະເຫລີມສະຫລອງ ວັນສ້າງຕັ້ງສະໂມສອນເພື່ອນ ສະຫາຍຮ່ວມໂຮງຮຽນພັກຊັ້ນສູງ ໂມດສະກູ ຄົບຮອບ 1 ປີ ຈັດຂຶ້ນໃນ ວັນທີ 7 ພະຈິກ 2026 ຜ່ານມາ, ຢູ່ນະຄອນຫລວງວຽງຈັນ ໂດຍມີ ຄະນະບໍລິຫານ, ຄະນະທີ່ປຶກສາ ແລະ ສະມາຊິກສະໂມສອນ ພ້ອມ ດ້ວຍແຂກຖືກເຊີນເຂົ້າຮ່ວມ. ສະຫາຍ ບົວສອນ ບຸບຜາວັນ ປະທານສະໂມສອນ ເພື່ອນສະຫາຍ ຮ່ວມໂຮງຮຽນພັກຊັ້ນສູງ ໂມດສະກູ ໄດ້ມີຄໍາເຫັນໃນພິທີວ່າ: ໃນໄລຍະ 1 ປີຜ່ານມາ ເປັນບາດກ້າວທຳອິດ ບົນ ເສັ້ນທາງຍາວໄກ, ສະໂມສອນຍັງ ມີຄວາມຮຽກຮ້ອງຕ້ອງການ ແລະ ສິ່ງທ້າທາຍຫລາຍຢ່າງທີ່ພວກເຮົາ ຕ້ອງໄດ້ຮ່ວມກັນຜ່ານຜ່າແກ້ໄຂ ແລະ ພັດທະນາໃຫ້ດີຂຶ້ນເລື້ອຍໆ ໂດຍໄດ້ທົບທວນຄືນຄວາມຊົງຈຳ ອັນດີງາມໃນໄລຍະສຶກສາຮ່ຳຮຽນ ຢູ່ໂຮງຮຽນພັກຊັ້ນສູງ ໂມດສະກູ ຊຶ່ງ ຖືວ່າບໍ່ພຽງແຕ່ເປັນສະຖາບັນການ ສຶກສາຊັ້ນນຳຂອງພັກກອມມູນິດ ແຫ່ງສະຫະພາບໂຊວຽດເທົ່ານັ້ນ, ແຕ່ຍັງເປັນ “ສູນເຕົ້າໂຮມແຫ່ງ ປັນຍາ ແລະ ອຸດົມການປະຕິວັດ” ທີ່ ໄດ້ຫລໍ່ຫລອມໃຫ້ພວກຕົນກາຍເປັນ ພະນັກງານສືບທອດທີ່ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທຳ ປະຕິວັດ ແລະ ມີຄວາມຈົງຮັກພັກດີ ຢ່າງສຸດຊຶ້ງຕໍ່ພັກ ແລະ ປະເທດຊາດ. ສະໂມສອນດັ່ງກ່າວ ມີບົດບາດ ເຕົ້າລວມເອົາເພື່ອນສະຫາຍຮ່ວມ ສະຖາບັນແຕ່ລະຮຸ່ນແຕ່ລະໄລຍະ ໃຫ້ເຂົ້າມາເປັນສະມາຊິກສະໂມ ຂປລ. ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກຫ້ອງວ່າການສູນກາງ ພັກ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນ ທາງການ ໃນຕອນເຊົ້າຂອງວັນທີ 10 ພະຈິກ 2026 ພາຍໃຕ້ຄຳຂວັນ: “ເສີມຂະຫຍາຍມູນເຊື້ອຄວາມ ສາມັກຄີເປັນເອກະພາບພາຍໃນ, ຍົກສູງບົດບາດການນຳພາທີ່ ເຂັ້ມແຂງຂອງຄະນະພັກ, ຍູ້ແຮງ ການປ່ຽນແປງໃໝ່ໃນການເປັນ ເສນາທິການມີຄຸນນະພາບວ່ອງໄວ ແລະ ທັນສະໄໝ” ພາຍໃຕ້ການ ເປັນປະທານຂອງສະຫາຍ ເພັດ ພົມພີພັກ ກໍາມະການກົມການເມືອງ ສູນກາງພັກ, ເລຂາທິການສູນກາງ ພັກ, ເລຂາຄະນະພັກ, ຫົວໜ້າ ຫ້ອງວ່າການສູນກາງພັກ, ໃຫ້ກຽດ ເຂົ້າຮ່ວມໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກ, ສະຫາຍ ວິໄລ ຫລ້າຄຳຟອງ ກຳມະການ ກົມການເມືອງສູນກາງພັກ, ຜູ້ ປະຈຳການຄະນະເລຂາທິການ ສູນກາງພັກ, ມີບັນດາສະຫາຍ ການນຳ, ອະດີດການນຳຂັ້ນສູງ ແລະ ພະນັກງານອາວຸໂສ-ບຳນານ, ຜູ້ແທນສົມບູນ ເຂົ້າຮ່ວມ 172 ສະຫາຍ, ຍິງ 67 ສະຫາຍ ທີ່ເປັນ ຕົວແທນໃຫ້ສະມາຊິກພັກ ທັງໝົດ 302 ສະຫາຍ. ກອງປະຊຸມໃຫຍ່ຄັ້ງນີ້, ເປັນ ເຫດການສຳຄັນທາງການເມືອງ ຂອງອົງຄະນະພັກຫ້ອງວ່າການ ສູນກາງພັກ ທີ່ຈະໄດ້ຕີລາຄາຜົນ ງານ, ຂໍ້ຄົງຄ້າງ ແລະ ບົດຮຽນ ຈາກການນຳພາ-ຊີ້ນຳໃນໄລຍະ 5 ປີຜ່ານມາ; ກຳນົດທິດທາງ, ຄາດໝາຍ ແລະ ວຽກງານຈຸດສຸມ ໃນໄລຍະ 5 ປີຕໍ່ໜ້າ ໃຫ້ມີຄວາມ ສອດຄ່ອງກັບໜ້າທີ່ການເມືອງຂອງ ຫ້ອງວ່າການສູນກາງພັກ ໃນການ ເປັນເສນາທິການຊ່ວຍສູນກາງພັກ ໃຫ້ສາມາດນຳໄປຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ. ຫາລືກ່ຽວກັບແຜນການຮ່ວມມືຍຸດ ທະສາດລະຫວ່າງສອງປະເທດ ລາວ-ຈີນ ໂດຍມີຫົວໜ້າກົມ, ຮອງ ຫົວໜ້າກົມ, ຫົວໜ້າສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ເຂົ້າຮ່ວມ. ໂອກາດນີ້, ທັງສອງຝ່າຍໄດ້ ຕີລາຄາສູງເຖິງສາຍພົວພັນການ ຮ່ວມອັນດີງາມລະຫວ່າງສອງ ປະເທດ ລາວ-ຈີນ ທີ່ມີມາແຕ່ດົນ ນານ, ພ້ອມທັງປຶກສາຫາລືແຜນ ການຮ່ວມມືຫລາຍດ້ານເປັນຕົ້ນການ ຮ່ວມມືທາງດ້ານການສ້າງຫລັກສູດ ພາສາຈີນ ເຂົ້າໃນຊັ້ນມັດທະຍົມ ຂອງ ສປປ ລາວ; ການຮ່ວມມືດ້ານ ຊັບພະຍາກອນມະນຸດ ລາວ-ຈີນ ລະດັບຊາດເພາະເປັນວຽກງານ ທີ່ຕິດພັນໂດຍກົງກັບຄວາມໝັ້ນ ຄົງ, ຄວາມສະຫງົບ, ຄວາມປອດ ໄພຂອງປະເທດຊາດ, ປັດຈຸບັນ ບັນດາໄພຂົ່ມຂູ່ທາງດ້ານຄວາມ ປອດໄພການບິນມີຫລາຍຮູບແບບ ແລະ ມີຄວາມທ້າທາຍສູງຂຶ້ນ ເລື້ອຍໆ; ເຫດການຮ້າຍແຮງທີ່ໄດ້ ສ້າງຄວາມເສຍຫາຍ ແລະ ຢ້ານກົວ ໃນໄລຍະຜ່ານມາ ແມ່ນການນໍາ ພັກ-ລັດ, ແນວລາວສ້າງຊາດ ເຂົ້າຮ່ວມ. ທ່ານອາດສະພັງທອງສີພັນດອນ ໄດ້ໃຫ້ຮູ້ວ່າ: ການດໍາເນີນກອງ ປະຊຸມຄັ້ງນີ້, ເປັນກອງປະຊຸມທີ່ມີ ຄວາມໝາຍສຳຄັນເພາະຈະໄດ້ພິ ຈາລະນາ ແລະ ຕົກລົງບັນຫາສໍາ ຄັນພື້ນຖານຂອງນະຄອນຫລວງ ວຽງຈັນ ເປັນຕົ້ນພິຈາລະນາ, ຮັບ ຮອງເອົາບົດລາຍງານຂອງຄະ ນະກຳມະການປົກຄອງນະຄອນ ຫລວງກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 9 ເດືອນ, ຄາດຄະເນໝົດປີ 2026 ແລະ ທິດທາງແຜນການ ປະຈຳປີ 2027 ຂອງນະຄອນຫລວງວຽງຈັນ; ຮັບຟັງລາຍງານການຈັດຕັ້ງປະ ຕິບັດວາລະແຫ່ງຊາດ ການພັດທະ ນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກ ໂດຍສະເພາະແມ່ນການ ສ້າງແຜນປະຕິບັດງານ ແລະ ໂຄງ ການຢູ່ນະຄອນຫລວງວຽງຈັນ; ພິ ຈາລະນາ, ຮັບຮອງເອົາໂຄງການ ສຳຫລວດອອກແບບວາງແຜນຜັງ ເທສະບານເມືອງນາຊາຍທອງ, ເມືອງຫາດຊາຍຟອງ ແລະ ເມືອງ ປາກງື່ມ; ຮັບຟັງການລາຍງານ ຊີ້ແຈງບັນຫາສໍາຄັນຕ່າງໆຂອງ ນະຄອນຫລວງວຽງຈັນ ຈໍານວນ 3 ບັນຫາ ຄື: ຊີ້ແຈງກ່ຽວກັບການ ຈັດຕັ້ງປະຕິບັດແຜນຍຸດທະສາດ ການບໍລິຫານຈັດການຂີ້ເຫຍື້ອ ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ກໍາຈັດຂີ້ເຫຍື້ອໃນນະຄອນຫລວງ ວຽງຈັນ; ຊີ້ແຈງກ່ຽວກັບການ ຈັດຕັ້ງປະຕິບັດຄຳສັ່ງເລກທີ 11/ ຊຶ່ງຝ່າຍຈີນຈະຝຶກອົບຮົມບຸກຄະລາ ກອນຜູ້ຈັດການ ແລະ ວິຊາຊີບພາກ ວິຊາການ 3.000 ຄົນໃຫ້ແກ່ລາວ ຮອດປີ 2028, ບັນລຸເປົ້າໝາຍ ໃຫ້ນັກຮຽນລາວ 10.000 ຄົນ ເຂົ້າຮຽນຢູ່ຈີນທຸກໆປີ, ຂະຫຍາຍ ການຮ່ວມມືແລກປ່ຽນລະຫວ່າງ ສອງຝ່າຍໃນຂະແໜງການສຶກສາ ຊັ້ນສູງ, ການສຶກສາວິຊາຊີບ, ການ ສຶກສາພາສາ, ການສຶກສາດ້ານດີ ຈິຕອນ, ປັນຍາປະດິດ ແລະ ຂະ ແໜງອື່ນໆໃຫ້ສຳເລັດ; ຝ່າຍຈີນ ຈະສືບຕໍ່ສະໜອງທຶນການສຶກສາ ໃຫ້ນັກຮຽນລາວທີ່ດີເດັ່ນ ເພື່ອເຂົ້າ ຮຽນຢູ່ຈີນ, ຝຶກຝົນບຸກຄະລາກອນ ທີ່ມີຄຸນນະພາບສູງໃນຂະແໜງ ການຮ່ວມມືສຳຄັນຂອງສອງຝ່າຍ; ສອງຝ່າຍຮ່ວມມືຍົກລະດັບຄວາມ ສາມາດໃນການນຳໃຊ້ເຕັກໂນໂລ ຊີດີຈິຕອນຂອງພະນັກງານລັດຖະ ກອນ ແລະ ປະຊາຊົນທົ່ວໄປຂອງ ລາວ, ຫລຸດຜ່ອນຄວາມແຕກຕ່າງ ດ້ານດີຈິຕອນ, ສ້າງເງື່ອນໄຂທີ່ດີ ໃຫ້ລາວກ້າວໄປສູ່ສັງຄົມດີຈິຕອນ. ຝ່າຍຈີນຍິນດີຕາມຄວາມຕ້ອງການ ຂອງຝ່າຍລາວ, ສືບຕໍ່ສະໜັບສະໜູນ ລາວຍົກລະດັບການສຶກສາດ້ວຍ ວິທີການປະສົມປະສານລະຫວ່າງ ການຊ່ວຍເຫລືອດ້ານວັດຖຸ ແລະ ຊອບແວ, ສະໜັບສະໜູນລາວສ້າງ ປຶ້ມແບບຮຽນຊັ້ນປະຖົມ ແລະ ມັດ ທະຍົມ. ທ່ານ ນາງ ເຫວີຍສືເຈີນ ໄດ້ ລາຍງານເຖິງຄວາມຄືບໜ້າການ ສ້າງໂຄງຮ່າງຫລັກສູດພາສາຈີນ ສໍາລັບຊັ້ນມັດທະຍົມ, ການຈັດຕັ້ງ ປະຕິບັດໂຄງການສ້າງໂຮງຮຽນ 67 ສະໃໝໄໝ່ຢູ່ ສປປ ລາວ, ການ ຜັນຂະຫຍາຍຖະແຫລງການຮ່ວມ ກັນປີ 2026 ໃນມາດຕາທີ 24, ມະຫາວິທະຍາໄລຊົນເຜົ່າກວາງ ຊີ ຍິນດີທີ່ຈະຮ່ວມມືກັບຝ່າຍລາວ ໂດຍສະເພາະມະຫາວິທະຍາໄລ ແຫ່ງຊາດກໍຄືກະຊວງສຶກສາທິການ ແລະ ກິລາ ໃນການຜັນຂະຫຍາຍ ໂຄງການດັ່ງກ່າວ ໂດຍສະເພາະ ການສົ່ງບຸກຄະລາກອນນັກຮຽນ ນັກສຶກສາໄປຮໍ່າຮຽນ ຫລື ຍົກລະ ດັບ, ຝຶກອົບຮົມຢູ່ ສປ ຈີນ ໃນ ໂຄງການຈາກ 3.000 ຄົນ ຮອດ ປີ 2028 ໃຫ້ເປັນ 10.000 ຄົນທີ່ ລະບຸໃນມະຕິທີ 24, ວຽກງານການ ປັບປຸງຫ້ອງຄົ້ນຄວ້າ-ທົດລອງຢູ່ ມຊ ເພື່ອຍົກລະດັບໃຫ້ສາມາດຕອບ ສະໜອງໄດ້ຕາມຄວາມຮຽກຮ້ອງ ຕ້ອງການຂອງການສຶກສາທີ່ຕ້ອງ ໄປຄຽງຄູ່ກັບການຄົ້ນຄວ້າ ແລະ ທົດລອງ. ໂອກາດດັ່ງກ່າວ, ທ່ານຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ສສກ ໄດ້ຕີລາຄາສູງຕໍ່ການຮ່ວມ ມືອັນແໜ້ນແຟ້ນລະຫວ່າງສອງ ຊາດ ລາວ-ຈີນ ໂດຍສະເພາະການ ຮ່ວມມືລະຫວ່າງມະຫາວິທະຍາໄລ ແຫ່ງຊາດລາວ ແລະ ມະຫາວິທະ ຍາໄລຊົນເຜົ່າກວາງຊີ ທີ່ໄດ້ຮ່ວມມື ກັນຢ່າງສະໜິດແໜ້ນ. ພ້ອມນີ້, ທ່ານ ຍັງປຶກສາຫາລືກ່ຽວກັບວິທີການຜັນ ຂະຫຍາຍມະຕິທີ 24 ໃຫ້ເປັນຮູບປະ ທໍາ ແລະ ມີປະສິດທິພາບ, ເນື່ອງ ຈາກຈຳນວນທຶນການສຶກສາມີ ຈຳນວນຫລາຍເຖິງ 10.000 ທຶນ. ສະນັ້ນ, ຂໍໃຫ້ທັງສອງມະຫາວິທະ ຍາໄລຊ່ວຍເປັນໜຶ່ງໃນໜ່ວຍງານ ໃນການຈັດຕັ້ງປະຕິບັດມະຕິດັ່ງ ກ່າວ ໃຫ້ເກີດຜົນເປັນຈິງ. ປັດຈຸບັນ, ຄວາມຕ້ອງການຮຽນພາສາຈີນຢູ່ ສປປ ລາວ ມີຈຳນວນເພີ່ມຂຶ້ນຢ່າງ ຫລວງຫລາຍ, ສະເໜີໃຫ້ຝ່າຍຈີນ ພິຈາລະນາຊ່ວຍເຫລືອດ້ານການ ພັດທະນາຄູສອນພາສາຈີນ, ການ ປັບປຸງຫລັກສູດການຮຽນ-ການ ສອນ ເພື່ອຮັບໃຊ້ໃຫ້ແກ່ການຈັດຕັ້ງ ປະຕິບັດບັນດາໂຄງການຮ່ວມມື ຕ່າງໆ ແລະ ຜັນຂະຫຍາຍຖະແຫລງ ການຮ່ວມ ແລະ ກົນໄກຕິດຕາມ ເພື່ອຜັນຂະຫຍາຍມະຕິທີ 24 ຂອງ ຖະແຫລງການຮ່ວມກັນທີ່ປະມຸກ ລັດ/ຜູ້ນຳສູງສຸດຂອງສອງປະເທດ ລາວ-ຈີນ ໃຫ້ປະກົດຜົນເປັນຮູບປະ ທຳຢ່າງແທ້ຈິງ. ຄລສພ, ລົງວັນທີ 7 ພຶດສະພາ 2026 ວ່າດ້ວຍການເພິ່ມທະວີຊີ້ນໍາ ຂອງພັກ ຕໍ່ວຽກງານແຮ່ທາດ, ການ ຄຸ້ມຄອງ ແລະ ແກ້ໄຂບັນຫາຫຍໍ້ທໍ້ ຂົງເຂດຊັບພະຍາກອນທໍາມະຊາດ; ລາຍງານກ່ຽວກັບສະພາບການ ສຶກສາຕິດພັນກັບບັນຫາການປະ ລະການຮຽນຂອງນັກຮຽນໃນຊັ້ນ ປະຖົມ, ຊັ້ນມັດທະຍົມ ແລະ ບັນຫາ ການຂາດຄູສອນ ໂດຍສະເພາະຢູ່ ເຂດຊານເມືອງຄື: ເມືອງສັງທອງ ແລະ ເມືອງປາກງື່ມ. ພ້ອມນີ້, ຍັງ ຈະໄດ້ພິຈາລະນາ, ຮັບຮອງເອົາ ການສ້າງນິຕິກຳຂອງນະຄອນ ຫລວງວຽງຈັນ ຈໍານວນ 3 ສະບັບ ຄື: ຮ່າງຂໍ້ຕົກລົງວ່າດ້ວຍພັນທະ ແລະ ຄວາມຮັບຜິດຊອບຂອງເຈົ້າ ຂອງກິດຈະການໂຮງແຮມ, ຣີສອດ, ເຮືອນພັກ, ຄອນໂດມີນຽມ, ອາ ພັດເມັ້ນ, ເຮືອນໃຫ້ເຊົ່າ, ເຮືອນ ຫ້ອງແຖວ ແລະ ຜູ້ມາພັກເຊົາຢູ່ ນະຄອນຫລວງວຽງຈັນ; ຮ່າງຂໍ້ ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ການພັດທະນາສະຖານທີ່ຈອດ ລົດໃນຕົວເມືອງນະຄອນຫລວງ ວຽງຈັນ; ຮ່າງຂໍ້ຕົກລົງວ່າດ້ວຍ ກອງທຶນຊ່ວຍເຫລືອສຸກເສີນ; ພິຈາ ລະນາ, ຮັບຮອງເອົາການສະເໜີ ປັບປຸງນິຕິກໍາ ຈໍານວນ 2 ສະບັບຄື: ຂໍ້ຕົກລົງວ່າດ້ວຍການປະເມີນລາຄາ ທີ່ດິນທົ່ວນະຄອນຫລວງວຽງຈັນ (ສະບັບປັບປຸງ) ແລະ ຂໍ້ຕົກລົງວ່າ ດ້ວຍການຈັດສັນຄວາມບໍ່ເປັນລະ ບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ນະຄອນຫລວງວຽງຈັນ (ສະບັບປັບປຸງ); ພິຈາລະນາ, ຮັບ ຮອງເອົາບົດລາຍງານການເຄື່ອນ ໄຫວວຽກງານປະຈຳປີ2026ແລະ ທິດທາງແຜນການປີ 2027 ຂອງ ສະພາປະຊາຊົນນະຄອນຫລວງ ວຽງຈັນ, ອົງການກວດສອບປະຈຳ ພາກກາງ 1, ອົງການກວດກາລັດ ນະຄອນຫລວງວຽງຈັນ, ອົງການ ໄອຍະການປະຊາຊົນ (ພາກກາງ ແລະນະຄອນຫລວງວຽງຈັນ)ແລະ ສານປະຊາຊົນ (ພາກກາງ ແລະ ນະຄອນຫລວງວຽງຈັນ). ກອງປະຊຸມຍັງຈະໄດ້ຮັບຟັງ ການລາຍງານການຈັດຕັ້ງປະຕິບັດ ຄໍາຕັດສິນຂອງສານປະຈໍາປີ 2026 ແລະ ທິດທາງແຜນການປະຈໍາ ປີ 2027 ຂອງກອງປະຕິບັດຄຳ ຕັດສິນຂອງສານປະຈໍານະຄອນ ຫລວງວຽງຈັນ; ຮັບຟັງການປະ ກອບຄຳເຫັນຂອງອົງການແນວ ລາວສ້າງຊາດ ກ່ຽວກັບການປະຕິ ບັດໜ້າທີ່ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ V. ນອກນັ້ນ, ກອງປະຊຸມຍັງຈະໄດ້ ຮັບຟັງການຊີ້ແຈງຂອງຄະນະກໍາ ມະການປົກຄອງນະຄອນຫລວງ ວຽງຈັນ ແລະ ພາກສ່ວນກ່ຽວຂ້ອງ ຈໍານວນໜຶ່ງຕໍ່ຄໍາຊັກຖາມຂອງ ບັນດາສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ແລະ ສະມາຊິກ ເອົາເຮືອບິນ ເພື່ອເປັນອາວຸດທໍາ ລາຍໂຈມຕີພົນລະເຮືອນ ຊຶ່ງໄດ້ ສ້າງຄວາມສູນເສຍທັງຊີວິດ ແລະ ຊັບສິນຢ່າງຮ້າຍແຮງ ແລະ ໜັກ ໜ່ວງ. ດ້ວຍເຫດນັ້ນ, ໄດ້ເຮັດໃຫ້ ນັກເດີນທາງເກີດຄວາມຢ້ານກົວ ແລະ ບໍ່ໝັ້ນໃຈໃນການເດີນທາງ ດ້ວຍເຮືອບິນ. ຕໍ່ກັບບັນຫາດັ່ງກ່າວ, ທຸກປະ ເທດໃນໂລກ ທີ່ເປັນສະມາຊິກຂອງ ອົງການ ການບິນພົນລະເຮືອສາກົນ ລວມທັງ ສປປ ລາວ ແມ່ນໄດ້ມີການ ປັບປຸງ, ຍົກລະດັບ ແລະ ວາງມາດ ຕະການ, ລະບົບປ້ອງກັນຄວາມ ປອດໄພການບິນພົນລະເຮືອນໃຫ້ມີ ມາດຕະຖານຄວາມປອດໄພ ແລະ ປ້ອງກັນຄວາມປອດໄພ ໂດຍອີງ ຕາມມາດຕະຖານສາກົນ, ທຸກປະ ເທດໄດ້ມີການຮ່ວມມື ແລະ ແລກ ປ່ຽນຂໍ້ມູນຂ່າວສານ ເພື່ອເພີ່ມທະ ວີການສະກັດກັ້ນ ແລະ ຕອບໂຕ້ຕໍ່ຜູ້ ກໍ່ການຮ້າຍທີ່ຍາມໃດກໍມີເປົ້າໝາຍ ມ້າງເພທຳລາຍ ແລະ ສ້າງຄວາມ ເສຍຫາຍຕໍ່ການບິນພົນລະເຮືອນ. ສອນ, ມີການຈັດກິດຈະກໍາພົບປະ ແລກປ່ຽນ ແລະ ໄປຢ້ຽມຢາມສະ ຖານທີ່ຕ່າງໆ, ການຈັດຕັ້ງສະເຫລີມ ສະຫລອງວັນສຳຄັນຂອງພັກ ແລະ ຂອງຊາດ, ຍົກປະສິດທິພາບໃນ ການນໍາພາຄະນະບໍລິຫານ, ເຊີດຊູ ຄວາມສາມັກຄີ ແລະ ການເຄື່ອນ ໄຫວຢ່າງເປັນເຈົ້າການຂອງສະ ມາຊິກ, ຍົກລະດັບການພົວພັນ ກັບຄູ່ຮ່ວມມືສະມາຄົມມິດຕະພາບ ລາວ-ຣັດເຊຍ, ຣັດເຊຍ-ລາວ, ພ້ອມທັງມີການແລກປ່ຽນບົດຮຽນ ແລະ ປະສົບການລະຫວ່າງບັນດາ ສະຫາຍອະດີດການນຳກັບພະນັກ ງານຮຸ່ນສືບທອດ. ເພື່ອເຮັດໃຫ້ສະໂມສອນເພື່ອນ ສະຫາຍຮ່ວມໂຮງຮຽນພັກຊັ້ນສູງ ໂມດສະກູ ກາຍເປັນອົງກອນທີ່ມີ ຄວາມເຂັ້ມແຂງສາມັກຄີ ແລະ ຍືນ ຍົງ, ຄະນະບໍລິຫານສະໂມສອນ ໄດ້ກຳນົດທິດທາງແຜນການ ແລະ ຄາດໝາຍສູ້ຊົນໃນຕໍ່ໜ້າສະໂມສອນ ຈະສືບຕໍ່ຄົ້ນຫາ ແລະ ເຊື້ອເຊີນເອົາ ບັນດາເພື່ອນສະມາຊິກ ເພື່ອເຂົ້າມາ ມີສ່ວນຮ່ວມໃນຄອບຄົວຂອງພວກ ເຮົາ, ຈະພະຍາຍາມຂະຫຍາຍ ຮູບແບບການເຄື່ອນໄຫວໃຫ້ມີ ຄວາມຫລາກຫລາຍ ແລະ ເປັນ ຮູບປະທຳເປັນຕົ້ນການຈັດຕັ້ງກອງ ປະຊຸມ ເພື່ອແລກປ່ຽນທາງດ້ານ ທິດສະດີ ແລະ ພຶດຕິກໍາໃນການນຳ ພາບໍລິຫານ ແລະ ການຄຸ້ມຄອງເສດ ຖະກິດສັງຄົມ. ພ້ອມກັນນັ້ນ, ກໍຈະ ສ້າງໃຫ້ມີກິດຈະກຳເພື່ອສັງຄົມ ເຊັ່ນ: ການຊ່ວຍເຫລືອດ້ານການສຶກສາ ໃຫ້ເດັກນ້ອຍໃນເຂດຫ່າງໄກສອກ ຫລີກ, ສ້າງຄວາມເຂັ້ມແຂງໃຫ້ແກ່ ກອງທຶນ, ຊ່ວຍເຫລືອເບິ່ງແຍງສະ ມາຊິກທີ່ເຈັບເປັນ ຫລື ເສຍຊີວິດ, ການດຳລົງຊີວິດ, ການຊ່ວຍເຫລືອ ເຊິ່ງກັນແລະກັນ, ແລກປ່ຽນບົດຮຽນ ແລະ ປະສົບການ, ໃຫ້ຄຳແນະນຳ ແລະ ສະໜັບສະໜູນສະມາຄົມເພື່ອ ການພັດທະນາເສດຖະກິດ-ສັງຄົມ ລາວ-ຣັດເຊຍ ແລະ ວຽກງານອື່ນໆ. ສະໂມສອນເພື່ອນສະຫາຍຮ່ວມ ໂຮງຮຽນພັກຊັ້ນສູງ ໂມດສະກູ ແມ່ນການຈັດຕັ້ງທາງສັງຄົມ, ສ້າງ ຕັ້ງຂຶ້ນເພື່ອເຕົ້າໂຮມບັນດາສະຫາຍ ຮ່ວມສະຖາບັນ ແລະ ເພື່ອສະແດງ ຄວາມຮູ້ບຸນຄຸນຕໍ່ມູນເຊື້ອ ແລະ ມິດຕະພາບອັນຍາວນານ, ຄວາມ ສາມັກຄີ ແລະ ການພົວພັນຮ່ວມມື ອັນເປັນປະຫວັດສາດລະຫວ່າງ ສປປ ລາວ ກັບ ສະຫະພາບໂຊ ວຽດໃນເມື່ອກ່ອນ, ພ້ອມທັງສືບຕໍ່ ປະກອບສ່ວນເສີມຂະຫຍາຍການ ພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ສະຫະພັນຣັດເຊຍ (ຊຶ່ງເປັນ ລັດສືບທອດໃນປັດຈຸບັນ) ໃຫ້ຂະ ຫຍາຍຕົວຍິ່ງໆຂຶ້ນ. ສະພາປະຊາຊົນນະຄອນຫລວງ ວຽງຈັນ. ຂ່າວ: ທະນູທອງ
xtgmf]k; # 0j k; c]t gsfdko 11/11/2026 gruj,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 ocsj ' lxx ]k;K dkolh k'glf4tdy fgvdt]kf gxa og9Q k8q ogv' c,j orN o4kova o|a dc|h o grnj vlh k'-kf.sh I5j 'gIn v' pq dl6 '75 ootrk[;Pd'ko dkog,n v'{co;7y f .ow]pt.\j ຂປລ. ໃນການດຳເນີນພາລະ ກິດປ່ຽນແປງໃໝ່, ພັກເຮົາຍາມ ໃດກໍເຫັນໄດ້ຄວາມສຳຄັນ ຂອງ ວຽກງານການ ເມືອງ-ແນວຄິດ ແລະ ໃນທຸກໆມະຕິ ຂອງກອງປະ ຊຸມໃຫຍ່ຂອງພັກ ລ້ວນແຕ່ໄດ້ກຳ ນົດທິດທາງອັນສຳຄັນ ແລະ ຊີ້ນຳ ຢ່າງໃກ້ຊິດຕໍ່ການເຄື່ອນໄຫວໃນ ຂົງເຂດດ້ານການເມືອງ-ແນວຄິດ. ຍ້ອນວ່າວຽກງານການເມືອງແນວ ຄິດ ແມ່ນວຽກກົກໃນການກໍ່ສ້າງ ປັບປຸງພັກ, ເປັນປັດໄຈສຳຄັນທີ່ ຮັບປະກັນສະຖຽນລະພາບທາງ ດ້ານການເມືອງ, ຮັບປະກັນຄວາມ ໝັ້ນຄົງຂອງປະເທດຊາດ ແລະ ຄວາມສະຫງົບສຸກຂອງສັງຄົມ, ທັງເປັນການສ້າງກຳລັງແຮງແຫ່ງ ຄວາມເປັນເອກະພາບດ້ານການ ເມືອງ ແລະ ກຳລັງແຮງໃນການ ຈັດຕັ້ງປະຕິບັດໜ້າທີ່ຕົວຈິງຂອງ ພັກ. ວຽກງານການເມືອງ-ແນວ ຄິດ ແມ່ນວຽກຕົ້ນຕໍ, ແມ່ນໜ້າທີ່ ແລະ ຄວາມຮັບຜິດຊອບໂດຍ ກົງຂອງຄະນະພັກ. ຄະນະພັກ ແຕ່ລະຂັ້ນ ແລະ ຜູ້ນຳແຕ່ລະບ່ອນ ຕ້ອງຍົກສູງຄວາມສາມາດ ແລະ ຄວາມຮັບຜິດຊອບໃນການກຳນົດ ທິດ ແລະ ໜ້າທີ່ຈຸດສຸມ, ຕອບສະ ໜອງການແກ້ບັນຫາທີ່ຕັ້ງຂຶ້ນ ໃນແຕ່ລະໄລຍະ. ພ້ອມທັງເປັນ ເຈົ້າການນຳພາ-ຊີ້ນຳ ກ່ຽວກັບ ການກໍ່ສ້າງ, ບຳລຸງ, ການບັນຈຸ, ສັບຊ້ອນຖັນແຖວພະນັກງານທີ່ເຮັດ ວຽກງານການເມືອງ-ແນວຄິດ ໃຫ້ ຮັບປະກັນທັງດ້ານປະລິມານ ແລະ ຄຸນນະພາບ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການໃນການ ສ້າງ, ປັບປຸງພັກ ແລະ ຍົກສູງຄຸນ ນະພາບການນຳພາຂອງພັກ. ການດຳເນີນວຽກງານການ ເມືອງ-ແນວຄິດ ຕ້ອງຢູ່ໃນທ່າບຸກ, ນຳໃຊ້ຫລາຍຮູບການ, ຫລາຍ ກຳລັງ ແລະ ມີເນື້ອໃນທີ່ຖືກຕ້ອງ ຂປລ. ໃນທ່າມກາງສະພາບ ເສດຖະກິດໂລກທີ່ມີຄວາມຜັນ ຜວນ ແລະ ເຕັມໄປດ້ວຍຄວາມ ສ່ຽງ, ການສ້າງເສດຖະກິດເອກະ ລາດ ເປັນເຈົ້າຕົນເອງ ໄດ້ກາຍເປັນ ທິດທາງຍຸດທະສາດທີ່ສຳຄັນ ຂອງ ປະເທດເຮົາ ເພື່ອຮັບປະກັນສະຖຽນ ລະພາບທາງດ້ານເສດຖະກິດ- ສັງຄົມ ແລະ ນຳພາປະເທດຊາດ ກ້າວໄປສູ່ຄວາມຈະເລີນຮຸ່ງເຮືອງ ຢ່າງແທ້ຈິງ. ຢາກສ້າງເສດຖະກິດ ເອກະ ລາດ ເປັນເຈົ້າຕົນເອງ ໃນເງື່ອນໄຂ ເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້ດີນັ້ນ, ນອກຈາກການ ເປັນເຈົ້າການ ພັດທະນາຊັບພະຍາ ກອນມະນຸດແລ້ວ ຍັງຕ້ອງມີການ ພັດທະນາພື້ນຖານການຜະລິດ, ການບໍລິການ, ສ້າງໃຫ້ມີຜະລິດ ຕະພັນທີ່ຫລາກຫລາຍ, ພັດທະນາ ລະບົບການເງິນ-ເງິນຕາໃຫ້ເຂັ້ມ ແຂງ ແລະ ເປັນເຈົ້າການເຊື່ອມ ໂຍງເຂົ້າກັບສາກົນ. ສຸມໃສ່ສ້າງ ພື້ນຖານການຜະລິດໃຫ້ໜັກແໜ້ນ, ເຂັ້ມແຂງ, ມີສິນຄ້າອຸປະໂພກບໍລິໂພກພຽງພໍເພື່ອຕອບສະໜອງພື້ນ ໂດຍ: ພິດສະໄໝ ]a f4tdvo76 .\j gruj ,7;k,g0Q k.9 fh ko]t[P[;y wo c]t 9a opk[a o ສອດຄ່ອງກັບແຕ່ລະເປົ້າໝາຍ; ຕ້ອງຖືການກຳແໜ້ນສະພາບແນວ ຄິດ, ກຳແໜ້ນຫາງສຽງ ແລະ ສາມາດຄາດຄະເນທ່າອ່ຽງແນວ ຄິດທີ່ຈະເກີດຂຶ້ນ ຜ່ານການຄົ້ນ ຄວ້າ, ວິເຄາະວິໄຈຢ່າງເລິກເຊິ່ງ ເພື່ອຮັບປະກັນຄວາມເປັນເຈົ້າການ ເຄື່ອນໄຫວໃນທຸກສະຖານະການ ແລະ ຮັບປະກັນ 4 ລັກສະນະ ພື້ນຖານ ຄື: ລັກສະນະນຳພາ, ລັກສະນະຕໍ່ສູ້, ລັກສະນະວິທະ ຍາສາດ-ຕົວຈິງ, ລັກສະນະມະຫາ ຊົນ ຄຽງຄູ່ກັບການຄົ້ນຄວ້າທິດ ສະດີ ແລະ ສະຫລຸບພຶດຕິກຳ, ເພີ່ມ ທະວີການຄົ້ນຄວ້າ, ກຳແໜ້ນ ເປັນລະບົບ ລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ເພື່ອ ຮັບປະກັນເປັນພື້ນຖານອັນໜັກ ແໜ້ນດ້ານແນວຄິດ ແລະ ວິທີ ວິທະຍາຂອງພັກ ໃນການນຳພາ ພາລະກິດປະຕິວັດໃນໄລຍະໃໝ່. ຮຽນຮູ້ບົດຮຽນຂອງພັກອ້າຍນ້ອງ ໃນການກຳນົດ ແລະ ຜັນຂະຫຍາຍ ແນວທາງກໍ່ສ້າງສັງຄົມນິຍົມ, ທັງ ເປັນເຈົ້າການຄົ້ນຄວ້າ-ສັງລວມ ພຶດຕິກຳການນຳພາຂອງພັກ ເພື່ອ ກຳແໜ້ນບັນຫາການເມືອງ, ເສດ ຖະກິດ, ວັດທະນະທຳ-ສັງຄົມ ທີ່ພັກຕ້ອງສຸມໃສ່ແກ້ໄຂໃນແຕ່ລະໄລ ຍະ, ເປັນບ່ອນອີງອັນໜັກແໜ້ນ ເພື່ອບູລະນະແນວທາງ, ແຜນນະ ໂຍບາຍ ແລະ ປັບປຸງຍົກລະດັບ ຄຸນນະພາບຂອງການຈັດຕັ້ງ ແລະ ການເຄື່ອນໄຫວນຳພາຂອງພັກ ໃຫ້ສູງຂຶ້ນ. ພ້ອມກັນນັ້ນ ແມ່ນສຸມໃສ່ສ້າງ ການຫັນປ່ຽນໃຫ້ແຂງແຮງ ແລະ ເລິກເຊິ່ງ ໃນການເຜີຍແຜ່-ເຊື່ອມ ຊຶມບັນດາມະຕິຂອງພັກ ໂດຍ ເອົາເປົ້າໝາຍການສ້າງຄວາມ ເຂົ້າໃຈຖືກຕ້ອງ ເອກະພາບ ກ່ຽວ ກັບເນື້ອໃນພື້ນຖານແຕ່ລະດ້ານ ຂອງແຜນນະໂຍບາຍ ຕິດພັນກັບ ການສ້າງຄວາມເຂົ້າໃຈ ແລະ ຄວາມຮັບຜິດຊອບຕົວຈິງ ໃນການ ປະຕິບັດຢູ່ແຕ່ລະຂັ້ນ ກໍຄືພະນັກ ງານ-ສະມາຊິກພັກແຕ່ລະຄົນ, ເຮັດ ໃຫ້ການສ້າງຄວາມຮັບຮູ້ເຂົ້າໃຈ, ຕື່ນຕົວຮັບຜິດຊອບ ແລະ ການຈັດ ຕັ້ງນຳພາປະຕິບັດຕົວຈິງບໍ່ຕັດແຍກ ອອກຈາກກັນ ແລະ ກາຍເປັນຂະ ບວນການຢ່າງຕໍ່ເນື່ອງ ແລະ ແຂງ ແຮງ. ໂດຍ: ຢ່າຕົ່ງ ແມ່ນເພີ່ມຂີດຄວາມສາມາດໃນ ການຜະລິດສິນຄ້າ ເພື່ອທົດແທນ ການນຳເຂົ້າ ແລະ ສົ່ງເສີມການ ສົ່ງອອກສິນຄ້າ ທີ່ມີມູນຄ່າເພີ່ມ; ຍົກ ລະດັບສີມືແຮງງານ ແລະ ຄວາມຮູ້ ຄວາມສາມາດ ເພື່ອຕອບສະໜອງ ການພັດທະນາໃນຍຸກທັນສະໄໝ; ຮັກສາສະຖຽນລະພາບອັດຕາ ແລກປ່ຽນ ແລະ ສົ່ງເສີມການນຳ ໃຊ້ເງິນກີບຢ່າງແຜ່ຫລາຍ ແລະ ພັດທະນາລະບົບຄົມມະນາຄົມ, ພະລັງງານ ແລະ ເຕັກໂນໂລຊີ ເພື່ອອຳນວຍຄວາມສະດວກໃຫ້ ແກ່ການຄ້າ-ການບໍລິການ. ການ ສ້າງເສດຖະກິດເອກະລາດ ເປັນ ເຈົ້າຕົນເອງ ບໍ່ແມ່ນພຽງແຕ່ໜ້າທີ່ ຂອງລັດຖະບານ, ແຕ່ແມ່ນພັນທະ ຂອງທຸກພາກສ່ວນໃນສັງຄົມ. ການ ຫັນມາຮ່ວມໃຈກັນຊົມໃຊ້ ແລະ ພັດທະນາສິນຄ້າຜະລິດຢູ່ລາວ ກໍແມ່ນກໍາລັງແຮງຂັບເຄື່ອນອັນ ມະຫາສານ ທີ່ຈະຊ່ວຍໃຫ້ເສດຖະ ກິດ ຂອງຊາດເຮົາເຕີບໂຕຢ່າງໜັກ ແໜ້ນ ແລະ ຍືນຍົງ ໂດຍພ້ອມກັນ ປະຕິບັດຄໍາຂວັນທີ່ວ່າ: “ລາວເຮັດ ລາວໃຊ້ ລາວຮ່ວມໃຈ ເສດຖະກິດ ລາວ ໝັ້ນຄົງຍືນຍົງ”. ຖານການດໍາລົງຊີວິດ ຂອງສັງຄົມ ລາວ ໂດຍບໍ່ເພິ່ງພາການນໍາເຂົ້າ ຈາກພາຍນອກດ້ານດຽວ ກ້າວສູ່ ການຜະລິດເພື່ອສົ່ງອອກ ແລະ ເກາະກ່າຍເປັນຕ່ອງໂສ້ ໃນລະບົບ ການຜະລິດ ຂອງພາກພື້ນ ແລະ ສາກົນ, ສ້າງມູນຄ່າເພີ່ມໃຫ້ແກ່ ການສົ່ງອອກສິນຄ້າ, ປຸງແຕ່ງ ຊັບພະຍາກອນ ທີ່ເປັນທ່າແຮງ ຂອງປະເທດ ໂດຍນໍາໃຊ້ເຕັກນິກເຕັກໂນໂລຊີທີ່ທັນສະໄໝ. ປັບປຸງ ລະບົບການເງິນ-ເງິນຕາໃຫ້ເຂັ້ມ ແຂງແຮງ, ຖືເປັນໝາກຫົວໃຈ ຫລື ເສັ້ນເລືອດໃຫຍ່ຂອງລະບົບເສດ ຖະກິດຂອງປະເທດ. ການເປັນເຈົ້າ ຕົນເອງທາງດ້ານເສດຖະກິດ ບໍ່ ໄດ້ໝາຍເຖິງການອັດປະຕູຂັງໂຕ ເອງ, ແຕ່ແມ່ນການນຳໃຊ້ທ່າແຮງ ພາຍໃນປະເທດ ທັງຊັບພະຍາກອນ ທຳມະຊາດ, ພູມປັນຍາ ແລະ ຊັບພະ ຍາກອນມະນຸດ ໃຫ້ເກີດຜົນປະໂຫຍດ ສູງສຸດ ໂດຍຫລຸດຜ່ອນການເພິ່ງພາ ອາໄສຈາກພາຍນອກໃນດ້ານທີ່ບໍ່ ຈຳເປັນ. ເພື່ອບັນລຸເປົ້າໝາຍດັ່ງກ່າວ, ພວກເຮົາຕ້ອງໄດ້ເອົາໃຈໃສ່ສຸມໃສ່ ບາງດ້ານທີ່ສຳຄັນ ໂດຍສະເພາະ ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ໃນພິທີ ປະຖົມນິເທດລັດຖະກອນຄູໃໝ່ ປະຈຳສົກຮຽນ 2025-2026 ທີ່ ຈັດຂຶ້ນເມື່ອບໍ່ດົນນີ້, ທ່ານ ຕຸດາ ວັນ ໜໍ່ເມືອງເສດ ຄະນະປະຈຳພັກ ກະຊວງ, ຫົວໜ້າກົມຈັດຕັ້ງ ກະ ຊວງສຶກສາທິການ ແລະ ກິລາ ໄດ້ ເນັ້ນໜັກໃຫ້ຄູທຸກຄົນມີຄວາມ ເຂົ້າໃຈຢ່າງເລິກເຊິ່ງຕໍ່ກົດໝາຍ, ລະບຽບການ, ນະໂຍບາຍ ແລະ ຂໍ້ກຳນົດຕ່າງໆຂອງລັດຖະກອນ, ຮັບຮູ້ບົດບາດ ແລະ ໜ້າທີ່ຂອງ ຕົນເອງ ພ້ອມທັງຕັ້ງໃຈປະຕິບັດ ວຽກງານສິດສອນ ຢ່າງມີຄວາມ ຮັບຜິດຊອບສູງ ພ້ອມທັງຮຽກຮ້ອງ ໃຫ້ລັດຖະກອນຄູໃໝ່ທຸກຄົນ ຈົ່ງ ຍຶດໝັ້ນໃນອຸດົມການ, ຮັກສາລະ ບຽບວິໄນ, ມີຄຸນສົມບັດ, ສິນທຳ ປະຕິວັດ ແລະ ຈັນຍາບັນວິຊາຊີບ ຄູ, ມີຄວາມຮັກແພງເອົາໃຈໃສ່ຕໍ່ ລູກສິດ ແລະ ຫ້າວຫັນຊອກຮູ້ຮ່ຳ ຮຽນ ເພື່ອພັດທະນາຄວາມຮູ້ຄວາມ ສາມາດ ແລະ ທັກສະວິຊາຊີບຂອງ ຕົນຢູ່ສະເໝີ ແນໃສ່ເຮັດໃຫ້ການ ປະຕິບັດໜ້າທີ່ການສິດສອນມີຄນຸ ນະພາບ. ປັດຈຸບັນ, ທົ່ວແຂວງສະຫວັນ ນະເຂດ ມີໂຮງຮຽນ 1.778 ແຫ່ງ ໃນນີ້, ໂຮງຮຽນລ້ຽງເດັກອະນຸບານ 495 ແຫ່ງ, ໂຮງຮຽນ ປະຖົມສຶກສາ 1.093 ແຫ່ງ ແລະ ໂຮງຮຽນມັດທະຍົມສຶກສາ 129 ແຫ່ງ, ມີຫ້ອງຮຽນ 6.620 ຫ້ອງ ແລະ ມີນັກຮຽນ 174.000 ກວ່າ ຄົນ, ຍິງ 8.765 ຄົນ. ສ່ວນບຸກ ຄະລາກອນຄູ ແລະ ພະນັກງານລັດຖະກອນທົ່ວແຂວງມີ 9.008 ຄົນ, ຍິງ 5.700 ກວ່າຄົນ ໃນນັ້ນ, ຄູທີ່ເປັນລັດຖະກອນມີ 6.794 ຄົນ, ຍິງ 4.300 ກວ່າຄົນ, ຄູປ້ອງກັນ ຊາດ 500 ກວ່າຄົນ, ຍິງ 368 ຄົນ, ຄູສັນຍາຈ້າງ 368 ຄົນ, ຍິງ 278 ຄົນ ແລະ ຄູພາກເອກະຊົນ 600 ກວ່າຄົນ, ຍິງ 543 ຄົນ. ໃນ ສົກຮຽນ 2025-2026, ແຂວງ ສະຫວັນນະເຂດ ໄດ້ຮັບອະນຸມັດ ລັດຖະກອນຄູໃໝ່ 255 ຄົນ.
RkJQdWJsaXNoZXIy MTc3MTYxMQ==