ຂປລ
ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ໄດ້ລົງນາມ ຄຳສັ່ງ ໃຫ້ນຳຊັບສິນ ຢູ່ຣັດເຊຍ ຂອງ ບໍລິສັດ ເຈແປນ ໂທແບກໂກ ອິນເຕີເນຊັນແນລ ຫລື ເຈທີໄອ (JTI) ໃຫ້ຢູ່ພາຍໃຕ້ ການບໍລິຫານ ຈັດການຊົ່ວຄາວ ຂອງ ອິນດັດສະທຣຽວ ແອສເຊັດສ໌ (Industrial Assets) ເປັນບໍລິສັດ ສັນຊາດ ຣັດເຊຍ.
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ: ເມື່ອບໍ່ດົນມານີ້ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ໄດ້ລົງນາມ ຄຳສັ່ງ ໃຫ້ນຳຊັບສິນ ຢູ່ຣັດເຊຍ ຂອງ ບໍລິສັດ ເຈແປນ ໂທແບກໂກ ອິນເຕີເນຊັນແນລ ຫລື ເຈທີໄອ (JTI) ໃຫ້ຢູ່ພາຍໃຕ້ ການບໍລິຫານ ຈັດການຊົ່ວຄາວ ຂອງອິນດັດສະທຣຽວ ແອສເຊັດສ໌ (Industrial Assets) ເປັນບໍລິສັດ ສັນຊາດ ຣັດເຊຍ.
ເຈທີໄອ ເຊິ່ງເປັນ ຜູ້ຜະລິດ ຢາສູບຊັ້ນນຳ ລະດັບໂລກ ໄດ້ດຳເນີນ ທຸລະກິດ ໃນຣັດເຊຍ ມາຕັ້ງແຕ່ ປີ 1999 ແລະ ເຕີບໂຕຂຶ້ນ ຈົນກາຍເປັນ ຜູ້ຜະລິດຢາສູບ ຂະໜາດໃຫຍ່ທີ່ສຸດ ໃນ ຣັດເຊຍ ໂດຍມີ ແບຣນ ຢາສູບລະດັບໂລກເຊັ່ນ: ວິນສຕັນ (Winston), ເມວີອັສ (Mevius), ຄາເມລ (Camel), ໂຊບຣາເນຍ (Sobranie), ກລາມົວ (Glamour) ແລະ ແອລດີ (LD) ລວມທັງ ແບຣນທ້ອງຖິ່ນ ຂອງ ຣັດເຊຍ ເຊັ່ນ: ຣັສກີ ສະຕິລ (Russky Stil), ປີໂອຕຣ໌ 1 (Pyotr I) ແລະ ທະຣອຍກາ (Troika) ຢູ່ໃນກຸ່ມຜະລິດຕະພັນ ຂອງ ບໍລິສັດດັ່ງກ່າວ ເຊັ່ນກັນ./
KPL