“ປາແດກ” ຄືຫົວໃຈຂອງຮ້ານຕຳແຊບໃນຊອຍ

09/10/2024 07:29
Email Print 2987
ຂປລ  ອາຫານປະເພດຕໍາແມ່ນ ອາຫານທີ່ຄົນລາວນິຍົມກິນ ເວົ້າໄດ້ວ່າກິນທຸກມື້ກໍ່ໄດ້, ບາງຄົນຈົນຫລົງສະເຫນ່ລົດຊາດມີຮ້ານປະຈໍາ.

           ອາຫານປະເພດຕໍາແມ່ນ ອາຫານທີ່ຄົນລາວນິຍົມກິນ ເວົ້າໄດ້ວ່າກິນທຸກມື້ກໍ່ໄດ້, ບາງຄົນຈົນຫລົງສະເຫນ່ລົດຊາດມີຮ້ານປະຈໍາ ແບບວ່າ ຖ້າມື້ນີ້ຢາກກິນຕໍາຕ້ອງແມ່ນຮ້ານນີ້ ຈຶ່ງແຊບ ແລະ ຖືກໃຈ ເພາະປັດຈຸບັນຮ້ານຕໍາແມ່ນມີຫລາຍ ເຊິ່ງກໍມີເອກະລັກທີ່ແຕກຕ່າງກັນ ສະນັ້ນ, ມື້ນີ້ຄໍລໍາ ສົ່ງເສີມທຸລະກິດຈະພາທ່ານມາຮູ້ຈັກຮ້ານທີ່ມີຊື່ສຽງໂດ່ງດັງຢູ່ບ້ານດົງປາລານ ນັ້ນຄືຮ້ານຕໍາແຊບໃນ ຊອຍ ເປັນອີກຮ້ານໜຶ່ງທີ່ມັດໃຈລູກຄ້າມາໄດ້ຍາວນານ ດ້ວຍລົດຊາດຄວາມແຊບມີເອກະລັກ ທີ່ນໍ້າປາແດກເຂັ້ມຂຸນ, ວັດຖຸດິບທີ່ສົດໃໝ່, ມີເມນູທີ່ຫລາກຫລາຍໃຫ້ເລືອກກິນເວົ້າໄດ້ວ່າມາຮ້ານນີ້ຄຸ້ມ ທັງລົດຊາດ, ທັງລາຄາແມ່ນສົມເຫດສົມຜົນ.

           

          ທ່ານ ນາງ ເວົ້າວ່າ: ຕົນ ເອງເປັນຄົນມັກຄ້າຂາຍ ແລະ ມັກກິນຕໍາ ກໍເລີຍອອກ ຈາກວຽກປະຈໍາມາເຮັດ ຮ້ານຕໍາເປັນຂອງໂຕເອງ ແຕ່ປີ2019 ເປັນຕົ້ນມາເຫັນວ່າຜົນຕອບຮັບດີຈຶ່ງ ຍຶດຖືອາຊີບນີ້ເປັນຕົ້ນມາ ໂດຍຈຸດພິເສດ ຂອງຮ້ານ ເຮົາທີ່ດຶງດູດລູກຄ້າ ແມ່ນຢູ່ ທີ່ປາແດກທີ່ເຂັ້ມຂຸ້ນ ເພາະປາແດກແມ່ນຕົ້ມ, ປຸງເອງ ທຸກຂັ້ນຕ້ອນ ຈຶ່ງໄດ້ປາແດກທີ່ແຊບນົວ ບໍ່ວ່າຈະໃສ່ເມນູໃດກໍແຊບ ໂດຍສະ ເພາະເວລາໃສ່ຕໍາແລ້ວ ແຊບຄົບເຄື່ອງອີກຢ່າງໜຶ່ງຮ້ານເຮົາ ກໍມີເມນູທີ່ຫລາກຫລາຍໃຫ້ລູກຄ້າ ໄດ້ເລືອກກິນ ບໍ່ວ່າຈະເປັນອາຫານປະເພດປິ້ງ, ເຂົ້າຜັດ, ກະເທົາ ແລະ ທີ່ຂາດບໍ່ໄດ້ແມ່ນແກງນໍໄມ້ບອກໄດ້ເລີຍວ່າແຊບຫລາຍໃຜມາກໍຕ້ອງລອງຊີມຖ້າໄດ້ມາເຮົາ. ສໍາລັບຕໍາທີ່ໄດ້ຂາຍດີທີ່ຢາກແນະນໍາເລີຍ ຕ້ອງແມ່ນຕໍາປ່າ, ຕໍາຊົນນະບົດ, ຕໍາເຂົ້າປຸນຫົວຫອຍ, ຕໍາທະເລລວມ ແລະ ອື່ນໆອີກ ຫລາຍຢ່າງ ທີ່ເຮົາຄິດວ່າສິບໍ່ມີ ແຕ່ຮ້ານ ເຮົາມີ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ເພາະວ່າບາງຄົນມາກໍມັກບໍ່ຕ່າງກັນ. ແນວໃດກໍດີ ສໍາລັບການເພີ່ມຂຶ້ນລູກຄ້າໃນປັດຈຸບັນ ຫລາຍ ຄົນກໍຖາມເຂົ້າມາຫລາຍວ່າ ບໍ່ໄດ້ຂະຫຍາຍສາຂາບໍ່ສໍາລັບຈຸດນີ້ທາງເຮົາບໍ່ມີແຜນຂະຫຍາຍມີແຕ່ເຮັດປາແດກປຸງສຸກ ຍີ່ຫໍ່ຕໍາແຊບໃນຊອຍ 1 ກິໂລ 75 ພັນກີບ ສົ່ງທົ່ວນະຄອນຫລວງ ແລະ ຕ່າງແຂວງກໍສົ່ງຄືກັນຖ້າໃຜສົນໃຈຢາກໄດ້ປາແດກແຊບໄວ້ກິນ ຫລື ເຮັດຕໍາຂາຍ ກໍສາມາດຕິດຕໍ່ ສອບຖາມໄດ້ທີ່ເບີ 020 59767700 ຫລື ຖ້າທ່ານໃດຢາກໄປຕໍາແມ່ນຢູ່ບ້ານດົງປາລ້ານ ຮ້ານຕັ້ງຢູ່​​ໃກ້ ກັບຮ້ານເຂົ້າຈີ່ແຊບນາງ ຊ້ອຍແຊບດົງປະລ້ານ.

            ທ້າວເກດ ຂາປະຈໍາ ຮ້ານຕໍາແຊບໃນຊອຍເວົ້າ ໃຫ້ຟັງວ່າ: ຕົນເອງເຫັນ ຮ້ານນີ້ ຜ່ານສື່ອອນລາຍ ຮູ້ສຶກ ວ່າ ສີສັນຂອງ ຕໍາ ເປັນຕາແຊບຈຶ່ງໄດ້ລອງ ມາກິນ ໂດຍເມນູທີ່ມັກກິນ ກໍຈະເປັນຕໍາເຂົ້າປຸ້ນ, ຕໍາ ປ່າ, ແກງນໍໄມ້, ຕົ້ມແຊບແມ່ນບໍ່ໄດ້ຂາດ ຖ້າມາຕ້ອງ ໄດ້ສັ່ງ ເພາະເຂົ້າກັນຫລາຍ ເວລາກິນຕໍາເຜັດໆກັບສົດ ນໍ້າຕົ້ມແຊັບ​​ໆ ຕ້ອງ​​ໄດ້ລອງ ບອກເລີຍທັງແຊບ ແລະ ຄຸ້ມ ຄ່າ ເພາະລາຄາກໍບໍ່ໄດ້ສູງ ຫລາຍຖ້າທຽບໃສ່ຄ່າຄອງ ຊີບໃນປັດຈຸບັນ.

            ນາງ ດາວ ຂາປະຈໍາ ຮ້ານນີ້ກໍເວົ້າວ່າ: ຕົນເອງ ເຮັດວຽກຢູ່ແຖວນີ້ ຄັນວ່າ ມື້ໃດຢາກຕໍາຕ້ອງຊວນໝູ່ ມາກິນຮ້ານນີ້ ເພາະວ່າຕໍ ແຊບ ແລະ ມີຫລາຍເມນູ ໃຫ້ເລືອກກິນ ບໍ່ວ່າຈະເປັນ ຕໍາ, ແກງນໍໄມ້, ປະເພດ ປີ້ງກໍມີ ອີກຢ່າງກໍມີນໍ້າປັ່ນ ໄວ້ບໍລິການອີກ ເວົ້າໄດ້ວ່າ ຄົບຈົບໃນຮ້ານດຽວ ແຖມ ລາຄາກໍບໍ່ແພງຫລາຍ.​

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top