ຂປລ
ຂປລ. ຈາກເສັ້ນທາງຊີວິດທີ່ເຄີຍພົບຄວາມຫຍຸ້ງຍາກເຮັດການຜະລິດແບບປະຖົມປະຖານບໍ່ກຸ້ມຢູ່ກຸ້ມກິນ

ຂປລ. ຈາກເສັ້ນທາງຊີວິດທີ່ເຄີຍພົບຄວາມຫຍຸ້ງຍາກເຮັດການຜະລິດແບບປະຖົມປະຖານບໍ່ກຸ້ມຢູ່ກຸ້ມກິນ ກ້າວສູ່ວິຖີນັກທຸລະກິດກະສິກຳຕົວຈິງມັນບໍ່ແມ່ນເລື່ອງທຳມະດາເພາະຕ້ອງໃຊ້ທັງຄວາມອົດທົນ ແລະ ຄວາມດຸໝັ່ນຂະຫຍັນພຽນ. ຈາກເສັ້ນທາງແຫ່ງຄວາມສູ້ຊົນຕະຫລອດໄລຍະເວລາ 26 ປີ ລຸງ ສົມຈິດ ລາວລີ ໄດ້ພິສູດໃຫ້ເຫັນແລ້ວວ່າຄວາມດຸໝັ່ນ ແລະ ຄວາມອົດທົນສາມາດສ້າງຊີວິດໃໝ່ ທີ່ສະດວກສະບາຍໄດ້ຢ່າງແທ້ຈິງ. ຖ້າເວົ້າເຖິງເລື່ອງການສ້າງເສດຖະກິດຄອບຄົວຕ້ອງຍົກໃຫ້ຄອບຄົວຂອງລຸງ ສົມຈິດ ລາວລີ ອາຍຸ 70 ປີ, ຊົນເຜົ່າຫໍ້ ບ້ານນາທົງ ເມືອງນາໝໍ້ ແຂວງອຸດົມໄຊ ທີ່ປີນີ້ສາມາດປະກາດຄວາມສຳເລັດດ້ວຍຕົວເລກລາຍຮັບທີ່ໜ້າພາກພູມໃຈຫລັງຫັກຄ່າໃຊ້ຈ່າຍແລ້ວຍັງເຫລືອກຳໄລບໍ່ຕໍ່າກວ່າ 350 ລ້ານກີບ.
ໃນປີ 2026 ນີ້, ລຸງ ສົມຈິດ ໄດ້ລົງທຶນລ້ຽງປາ 4 ໜອງ ໂດຍເລືອກຊື້ພັນປາຄຸນນະພາບຈາກແຂວງຫລວງນໍ້າທາ ເຊັ່ນ: ປານິນ, ປາດຸກ ແລະ ປາໄນ. ມາຮອດປັດຈຸບັນຜົນຜະລິດໃນໜອງເຕັມໄປດ້ວຍປາຂະໜາດໃຫຍ່ລວມແລ້ວ 10 ກວ່າໂຕນ. ສໍາລັບການຈຳໜ່າຍກໍໄດ້ຂາຍດີ ໂດຍມີທັງລູກຄ້າໄປຊື້ຮອດໜອງ ແລະ ນໍາໄປຂາຍທີ່ຕະຫລາດເມືອງນາໝໍ້ ໃນລາຄາເປັນກັນເອງ 45.000 ຫາ 50.000 ກີບຕໍ່ກິໂລ. ລຸງ ສົມຈິດ ໃຫ້ຮູ້ວ່າ: ຄາດຄະເນລາຍຮັບໝົດປີ 2026 ນີ້ ແມ່ນຈະມີລາຍຮັບຈາກການຂາຍປາປະມານ 500 ລ້ານກີບ; ລາຍຮັບຈາກການປາດຢາງພາລາ ປະມານ 150 ລ້ານກີບຕໍ່ປີ ຊຶ່ງລວມລາຍຮັບທັງໝົດປະມານ 650 ລ້ານກີບ, ຂະນະທີ່ເມື່ອຫັກຕົ້ນທຶນຄ່າຫົວອາຫານ ແລະ ຄ່າໃຊ້ຈ່າຍຕ່າງໆອອກແລ້ວຍັງເຫລືອເງິນແຮ່ບໍ່ຕໍ່າກວ່າ 350 ລ້ານກີບ.
ກ່ອນຈະມີຜົນສໍາເລັດໃນມື້ນີ້, ລຸງ ສົມຈິດ ໄດ້ເລົ່າເຖິງຄວາມຫລັງດ້ວຍຄວາມພາກພູມໃຈວ່າ: ແຕ່ກ່ອນຊີວິດຄອບຄົວພົບຄວາມຫຍຸ້ງຍາກແທ້ໆເຮັດການຜະລິດແບບດັ່ງເດີມປູກຝັງລ້ຽງສັດແບບປະຖົມປະຖານແມ່ນແຕ່ອາຫານການກິນຍັງບໍ່ກຸ້ມຄອບຄົວ. ແຕ່ພໍຫັນມາເອົາດີດ້ານການລ້ຽງປາ ແລະ ປູກຢາງພາລາຂາຍເປັນສິນຄ້າຊີວິດກໍຄ່ອຍໆດີຂຶ້ນຕາມລຳດັບ. ສຳລັບອາຊີບລ້ຽງປານີ້, ລຸງ ສົມຈິດ ໄດ້ເຮັດມາຢ່າງຕໍ່ເນື່ອງເປັນເວລາຍາວນານເຖິງ 26 ປີເຕັມ ຊຶ່ງຜົນງານຈາກເຫື່ອແຮງນີ້ ສາມາດສົ່ງລູກຮຽນຈົບມະຫາວິທະຍາໄລເຖິງ 2 ຄົນ ແລະ ມີວຽກເຮັດງານທໍາໝົດແລ້ວ, ພ້ອມທັງມີຊັບສິນມີຄ່າລວມທັງພາຫະນະໃຫຍ່-ນ້ອຍຮັບໃຊ້ຄອບຄົວ, ມີເຮືອນຊານບ້ານຊ່ອງແບບຖາວອນ 1 ຫລັງ ແລະ ມີເງິນເກັບໄວ້ໃຊ້ຍາມຈຳເປັນອີກດ້ວຍ.
ໃນໂອກາດອັນດີນີ້, ເຈົ້າຂອງກິດຈະການຕົວຈິງດັ່ງ ລຸງ ສົມຈິດ ຍັງໄດ້ຝາກຄວາມຫວັງເຖິງຂະແໜງການທີ່ກ່ຽວຂ້ອງຂອງເມືອງນາໝໍ້ ຊ່ວຍສະໜັບສະໜູນຊອກຫາຊ່ອງທາງ ຫລື ຕະຫລາດຈຳໜ່າຍຜົນຜະລິດປາໃຫ້ກວ້າງຂວາງກວ່າເກົ່າ ພ້ອມທັງຖືກຕ້ອງຕາມການຈັດແບ່ງທີ່ກຳນົດ ເພື່ອໃຫ້ກະສິກອນສາມາດສ້າງລາຍຮັບເພີ່ມຂຶ້ນ ແລະ ຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນກວ່າເກົ່າ. ນີ້ຖືວ່າເປັນອີກໜຶ່ງບົດຮຽນ ແລະ ແຮງບັນດານໃຈທີ່ ລຸງ ສົມຈິດ ໄດ້ພິສູດໃຫ້ກັບຄົນຮຸ່ນປັດຈຸບັນເຫັນວ່າຄວາມອົດທົນ ແລະ ຂະຫຍັນໝັ່ນພຽນບໍ່ເຄີຍທຳລາຍໃຜມີແຕ່ຈະສ້າງຄວາມຮັ່ງມີ ແລະ ຄວາມໝັ້ນຄົງໃຫ້ກັບຄອບຄົວຢ່າງແທ້ຈິງ.
ໂດຍ: ເຂົ້າຈານນຳ້
KPL