ຂປລ
ຂປລ. ນັບແຕ່ທ້າຍສະຕະວັດທີ 19-ຕົ້ນສະຕະວັດທີ 20 ເປັນຕົ້ນມາ, ລັດທິລ່າເມືອງຂຶ້ນໄດ້ມາຮຸກຮານຢຶດຄອງອິນດູຈີນ
ຂປລ. ນັບແຕ່ທ້າຍສະຕະວັດທີ 19-ຕົ້ນສະຕະວັດທີ 20 ເປັນຕົ້ນມາ, ລັດທິລ່າເມືອງຂຶ້ນໄດ້ມາຮຸກຮານຢຶດຄອງອິນດູຈີນ, ປະຊາຊົນລາວບັນດາເຜົ່າ ໄດ້ລຸກຮືຂຶ້ນຕໍ່ສູ້ຕ້ານລັດ ທິຈັກກະພັດຜູ້ຮຸກຮານຢ່າງອົງອາດກ້າຫານ, ແຕ່ບໍ່ໄດ້ຮັບໄຊຊະນະຢ່າງຂາດຕົວ, ອັນເນື່ອງມາຈາກຫລາຍສາເຫດ, ແຕ່ສາເຫດຕົ້ນຕໍແມ່ນຍ້ອນບໍ່ທັນມີທິດສະດີມາກ-ເລນິນ ເຍືອງທາງ, ບໍ່ທັນມີພັກແບບໃໝ່ ຂອງຊົນຊັ້ນກຳມະກອນນຳພາ ແລະ ບໍ່ທັນໄດ້ມີແນວທາງທີ່ຖືກຕ້ອງ. ປະທານ ໂຮ່ຈີ່ມິງ ໄດ້ນຳເອົາລັດທິມາກ-ເລນິນ ເຂົ້າມາເຜີຍແຜ່ ແລະ ໄດ້ສ້າງຕັ້ງພັກກອມມູນິດອິນດູຈີນຂຶ້ນໃນປີ 1930.
ພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ ແລະ ຄະນະ ພັກແຄວ້ນລາວ ນຳພາໂດຍກົງ; ປະຊາຊົນລາວບັນດາເຜົ່າໄດ້ດຳເນີນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນຢ່າງອົງອາດກ້າຫານຈົນເຖິງ ປີ 1945, ກອງທັບແດງໂຊວຽດ ໄດ້ຕີເອົາຊະນະຟາດຊິດ ແລະ ລັດທິຂຸນເສິກ. ຢູ່ອິນດູຈີນ, ໂດຍໄດ້ຮັບຜົນສະທ້ອນຈາກການປະຕິວັດເດືອນສິງຫາ ຢູ່ຫວຽດນາມ ສຳເລັດຜົນ ແລະ ໄດ້ປະກາດເອກະລາດໃນວັນທີ 2 ກັນຍາ 1945 ໄດ້ເປັນກາລະໂອກາດພັນປີມີເທື່ອໜຶ່ງ. ປະຊາຊົນລາວໄດ້ຈັບເອົາໂອກາດທີ່ຫາຍາກນີ້ ລຸກຮືຂຶ້ນຢຶດອຳນາດ ແລະ ປະກາດເອກະລາດໃນວັນທີ 12 ຕຸລາ 1945, ເຮັດໃຫ້ລາວເຮົາກາຍເປັນປະເທດເອກະລາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ. ແຕ່ວ່າເອກະລາດຂອງລາວໄດ້ບໍ່ພໍເທົ່າໃດເດືອນ, ລັດທິລ່າເມືອງຂຶ້ນແບບເກົ່າຊ້ຳພັດໄດ້ກັບຄືນມາຮຸກຮານ 3 ຊາດອິນດູຈີນອີກເທື່ອທີ່ສອງ; ປະຊາຊົນລາວ ພ້ອມກັບປະຊາຊົນຫວຽດນາມ ແລະ ກຳປູເຈຍ ໄດ້ພ້ອມກັນສືບຕໍ່ຕໍ່ສູ້ຍືດເຍື້ອຍາວນານ. ຈົນເຖິງໄຊຊະນະບັ້ນຮົບດຽນບຽນຟູຂອງກອງທັບ ແລະ ປະຊາຊົນຫວຽດນາມ, ນຳໄປສູ່ການເຊັນສັນຍາເຊີແນວປີ 1954 ກ່ຽວກັບອິນດູຈີນ. ວັນທີ 22 ມີນາ 1955, ພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ; ພໍແຕ່ໄດ້ຮັບການສ້າງຕັ້ງຂຶ້ນ, ພັກເຮົາໄດ້ຜະເຊີນໜ້າກັບການຮຸກຮານຂອງລັດທິລ່າເມືອງແບບໃໝ່ ຊຶ່ງເປັນຈັກກະພັດທີ່ເຂັ້ມແຂງ, ຮັ່ງມີທີ່ສຸດຂອງຍຸກສະໄໝໃໝ່. ພັກເຮົາໄດ້ກຳແໜ້ນ ແລະ ໝູນໃຊ້ທິດສະດີ ມາກ-ເລນິນ ເຂົ້າສູ່ສະພາບຕົວຈິງຂອງການປະຕິວັດລາວຢ່າງປະດິດສ້າງ, ສົມທົບລັດທິຮັກຊາດ, ຈິດໃຈເອກະລາດເປັນເຈົ້າຕົນເອງບວກກັບການສະໜັບສະໜູນຊ່ວຍເຫລືອຂອງບັນດາປະເທດສັງຄົມນິຍົມອ້າຍນ້ອງເປັນຕົ້ນແມ່ນຄວາມສາມັກຄີສູ້ຮົບລະຫວ່າງ ລາວ-ຫວຽດນາມ ແລະ ກຳປູເຈຍ, ການຊ່ວຍເຫລືອອັນໃຫຍ່ຫລວງຂອງສະຫະພາບໂຊວຽດ, ຈີນ ແລະ ປະເທດສັງຄົມນິຍົມອື່ນໆ.
ພາລະກິດຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດລ່າເມືອງຂຶ້ນ ເພື່ອປົດປ່ອຍຊາດຂອງປະຊາຊົນລາວ ໄດ້ດຳເນີນຢ່າງພິລະອາດຫານ, ທັງຕໍ່ສູ້ດ້ວຍກຳລັງອາວຸດ, ທັງຕໍ່ສູ້ດ້ວຍການເມືອງ, ດ້ານກົດໝາຍ ແລະ ການຕ່າງປະເທດ ໄດ້ຮັບໄຊຊະນະຢ່າງຕໍ່ເນື່ອງ, ສຸດທ້າຍໂດຍຈັບເອົາກາລະໂອກາດທີ່ຫວຽດນາມ ແລະ ກຳປູເຈຍ ປົດປ່ອຍປະເທດຢ່າງສົມບູນ, ພັກປະຊາຊົນປະຕິວັດລາວ ໄດ້ນຳໃຊ້ຍຸດທະສາດ 3 ບາດຄ້ອນຍາດເອົາໄຊຊະນະຢ່າງສົມບູນແບບບົວບໍ່ຊ້ຳນ້ຳບໍ່ຂຸ່ນກ້າວເຖິງການລົບລ້າງລະບອບເກົ່າ, ສ້າງຕັ້ງລະບອບປະຊາທິປະໄຕປະຊາຊົນຂຶ້ນໃນວັນທີ 2 ທັນວາ 1975, ສຳເລັດພາລະກິດການປະຕິວັດຊາດປະຊາທິປະໄຕ. ທຸກໄຊຊະນະຂອງການປະຕິວັດປົດປ່ອຍຊາດຂອງປະເທດເຮົາລ້ວນແຕ່ຕິດພັນກັບການຊ່ວຍເຫລືອອັນໃຫຍ່ຫລວງຂອງຫວຽດນາມ, ຈີນ, ໂຊວຽດ ແລະ ບັນດາປະເທດສັງຄົມນິຍົມອື່ນໆ.
ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ, ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ ສະຫະພາບໂຊວຽດ ໄດ້ຕັ້ງໜ້າໃຫ້ການສະໜັບສະໜູນຊ່ວຍເຫລືອປະເທດເຮົາຢ່າງໃຫຍ່ຫລວງ ແລະ ຮອບດ້ານທັງດ້ານການເມືອງ, ເສດຖະກິດ, ການສຶກສາ, ສາທາລະນະສຸກ, ວັດທະນະທຳ, ວິທະຍາສາດເຕັກໂນໂລຊີ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ ແລະ ການກໍ່ສ້າງພະນັກງານ. ການຮ່ວມມືຊ່ວຍເຫລືອເຊິ່ງກັນ ແລະ ກັນ ຂອງສະຫະພາບໂຊວຽດ ມີຫລາຍກິດຈະການທີ່ເປັນພື້ນຖານໃຫ້ແກ່ລາວເປັນຕົ້ນແມ່ນເສັ້ນທາງໝາຍເລກ 9, ຂົວປາກກະດິງ, ໂຮງຮຽນພັກ-ລັດ ຊັ້ນສູງ (ທ່າງ່ອນ), ໂຮງໝໍມິດຕະ ພາບ 150 ຕຽງ, ໂຮງກາຍຍະສິນສູນກາງ, ສະຖານີດາວທຽມຫລັກ 52 ແລະ ອື່ນໆ. ແຕ່ລະປີນັກສຶກສາລາວ ໄດ້ໄປຮໍ່າຮຽນຢູ່ສະຫະພາບໂຊວຽດ ເປັນຮ້ອຍໆໃນທຸກລະດັບ ແລະ ທຸກຂະແໜງການທັງເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົດໝາຍ, ການຕ່າງປະເທດ ແລະ ດ້ານທິດສະດີ ຊຶ່ງມີທັງລະດັບປະລິນຍາຕີ, ປະລິນຍາໂທ, ປະລິນຍາເອກ ແລະ ບຳລຸງໄລຍະສັ້ນອື່ນໆ, ອັນໄດ້ຊ່ວຍໃຫ້ປະເທດເຮົາສາມາດຮຳບາດແຜສົງຄາມ, ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ແລະ ຮັບປະກັນສະຖຽນລະພາບຂອງປະເທດຊາດ.
KPL