ຊາເຫັດກໍ່ແດງ ຜະລິດຕະພັນບຳລຸງສຸຂະພາບຈາກແຂວງຫລວງພະບາງ

10/11/2026 13:19
ຂປລ ຂປລ. ການເບິ່ງແຍງສຸຂະພາບດ້ວຍສະໝຸນໄພທຳມະຊາດ ກຳລັງໄດ້ຮັບຄວາມນິຍົມຢ່າງແພ່ຫລາຍ ແລະ “ຊາເຫັດກໍ່ແດງ

   ຂປລ. ການເບິ່ງແຍງສຸຂະພາບດ້ວຍສະໝຸນໄພທຳມະຊາດ ກຳລັງໄດ້ຮັບຄວາມນິຍົມຢ່າງແພ່ຫລາຍ ແລະ “ຊາເຫັດກໍ່ແດງ” ກໍແມ່ນໜຶ່ງໃນທາງເລືອກທີ່ຕອບໂຈດໄດ້ຢ່າງລົງໂຕດ້ວຍຄຸນສົມບັດພິເສດຂອງເຫັດກໍ່ແດງຈາກປ່າທຳມະຊາດ ແຂວງຫລວງພະບາງ ທີ່ຜ່ານຂະບວນການຜະລິດທີ່ພິຖີພິຖັນ, ຈົນໄດ້ມາເປັນຊາສະໝຸນໄພ 3 ສູດພິເສດທີ່ຊ່ວຍບຳລຸງຮ່າງກາຍ, ຫລຸດໄຂມັນ, ປັບຄວາມດັນເລືອດສູງ ແລະ ເໝາະສຳລັບທຸກເພດທຸກໄວ.
   ທ່ານນາງ ດອກຄໍາຫລ້າ ໄຊຈໍາປາ ຈາກແຂວງຫລວງພະບາງ ໄດ້ໃຫ້ສໍາພາດຕໍ່ຜູ້ຂຽນໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າຜະລິດຕະພັນລາວ ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໄດ້ເລົ່າເຖິງທີ່ມາ ແລະ ການພັດທະນາຜະລິດຕະພັນຊາເຫັດກໍ່ແດງ ຊຶ່ງເປັນຜົນຜະລິດທີ່ໄດ້ຈາກປ່າທຳມະຊາດຂະໜາດໃຫຍ່ຢູ່ຕາມເຂດພູສູງ ແລະ ປ່າດົງດິບ ໂດຍສະເພາະແມ່ນຢູ່ເຂດບ້ານຫ້ວຍຂີງ ລະຫວ່າງ ແຂວງຫລວງພະບາງ ແລະ ແຂວງຜົ້ງສາລີ. ການພັດທະນາຜະລິດຕະພັນດັ່ງກ່າວ ໄດ້ຮັບການສະໜັບສະໜູນ ແລະ ໃຫ້ຄຳແນະນຳດ້ານວິຊາການ ລວມເຖິງທຶນຮອນຈາກໂຄງການພັດທະນາຕ່າງໆ ຊຶ່ງຊ່ວຍໃຫ້ປະຊາ ຊົນສາມາດຍົກລະດັບຈາກການເກັບເຫັດສົດຕາມທຳມະຊາດຂາຍມາສູ່ຂັ້ນຕອນການປຸງແຕ່ງ ແລະ ອົບແຫ້ງ ເພື່ອເພີ່ມມູນຄ່າເພີ່ມໃຫ້ແກ່ສິນຄ້າດ້ວຍຂັ້ນຕອນການຜະລິດ ແລະ ຄວາມເອົາໃຈໃສ່ໃນຄຸນນະພາບເນື່ອງຈາກເຫັດອອກຕາມໃນຍາມທຳມະຊາດລະດູຝົນ (ໂດຍປົກກະຕິໃນໜຶ່ງປີຈະອອກປະມານ 2 ຫາ 3 ຄັ້ງ ຕາມສະພາບດິນຟ້າອາກາດ), ກຸ່ມຜູ້ຜະລິດຈຶ່ງຕ້ອງມີຄວາມພິຖີພິຖັນໃນການເກັບກຳ ແລະ ການປຸງແຕ່ງ ເພື່ອບໍ່ໃຫ້ສິນຄ້າເນົ່າເປື່ອຍທາງກຸ່ມໄດ້ນຳເອົາເຫັດມາຜ່ານຂັ້ນຕອນການອົບດ້ວຍເຕົາອົບໄຟຟ້າ ແລະ ເຕົາອົບຖ່ານທໍາມະຊາດ ເພື່ອຮັກສາຄຸນນະພາບ, ຄວາມສະອາດ ແລະ ຄວາມສົດໃໝ່.
   ຜະລິດຕະພັນທີ່ຈຳໜ່າຍໃນປັດຈຸບັນປະກອບມີ: ຊາເຫັດກໍ່ແດງສົດ (ແບບອົບແຫ້ງ) ມີສັບພະຄຸນຊ່ວຍບຳລຸງຮ່າງກາຍ, ຫລຸດຜ່ອນຄວາມສ່ຽງທີ່ກໍ່ໃຫ້ເກີດພະຍາດມະເຮັງ, ຊ່ວຍຂະຫຍາຍຫລອດເລືອດ, ບຳລຸງຫົວໃຈ ແລະ ສາຍຕາ; ຊາເຫັດກໍ່ແດງປະສົມໃບມອນ ແລະ ຫຍ້າຫວານ ຊ່ວຍຫລຸດນໍ້າຕານໃນເລືອດ, ບຳລຸງສາຍຕາ, ຫລຸດໄຂມັນ, ຊ່ວຍໄລ່ສານພິດໃນຮ່າງກາຍ; ຊາເຫັດກໍ່ແດງປະສົມຂີງດຳ ຊ່ວຍບຳລຸງກຳລັງ, ແກ້ອາການອິດເມື່ອຍ, ຊ່ວຍປັບໃຫ້ລະບົບໝູນວຽນເລືອດດີຂຶ້ນ, ຫລຸດຄວາມດັນເລືອດສູງ ແລະ ບັນເທົາອາການທ້ອງຍຶ່ງ (ເໝາະສຳລັບແມ່ຍິງເປັນພິເສດ).
ຊາເຫັດກໍ່ແດງ 1 ກ່ອງ ມີ 12 ຊອງ ລາຄາ 99.000 ກີບ, ຊາເຫັດກໍ່ແດງປະສົມໃບມອນ 1 ກ່ອງ ມີ 12 ຊອງ ລາຄາ 65.000 ກີບ, ຊາເຫັດກໍ່ແດງປະສົມຂີງດຳ1 ກ່ອງ ມີ 12 ຊອງ ລາຄາ 75. 000 ກີບ.

    ສໍາລັບທ່ານໃດທີ່ຕ້ອງການຊື້ ຫລື ພໍ່ຄ້າ, ແມ່ຄ້າທີ່ສົນໃຈໄປຈໍາໜ່າຍຕໍ່ສາມາດສັ່ງຊື້ ຫລື ສອບຖາມຂໍ້ມູນເພີ່ມເຕີມໄດ້ຜ່ານທາງເພຈ Facebook ຂອງກຸ່ມຜະລິດຕະພັນ ຫລື ຕິດຕໍ່ໂດຍກົງຫາຕົວແທນຈຳໜ່າຍໃນທ້ອງຖິ່ນ, ມີລາຄາຂາຍຍົກ ແລະ ຂາຍຍ່ອຍທາງ Facebook ຊາສະໝຸນໄພເຫັດກໍ່ແດງ, ເບີວອດແອັບ 020 23360006, 020 97309663.

    ໂດຍ: ມາລີດາ

KPL

ຂ່າວອື່ນໆ

ads
ads

Top