ຂປລ
ຂປລ. ການດື່ມເຄື່ອງດື່ມທີ່ມີທາດເຫລົ້າ ແບບບໍ່ຮູ້ແຫລ່ງທີ່ມາ ຫລື ເຫລົ້າບໍ່ຜ່ານການກວດສອບມາດຕະຖານອາດສົ່ງຜົນຮ້າຍແຮງຕໍ່ສຸຂະພາບ

ຂປລ. ການດື່ມເຄື່ອງດື່ມທີ່ມີທາດເຫລົ້າ ແບບບໍ່ຮູ້ແຫລ່ງທີ່ມາ ຫລື ເຫລົ້າບໍ່ຜ່ານການກວດສອບມາດຕະຖານອາດສົ່ງຜົນຮ້າຍແຮງຕໍ່ສຸຂະພາບເນື່ອງຈາກອາດມີສານເມຕາໂນນປົນເປຶ້ອນຢູ່. ສານດັ່ງກ່າວແມ່ນເປັນພິດ ຊຶ່ງອາດປົນເປື້ອນຢູ່ໃນເຫລົ້າເຖື່ອນ ຫລື ເຫລົ້າປອມທີ່ເຮົາບໍ່ສາມາດແຍກອອກໄດ້ດ້ວຍການເບິ່ງ, ດົມກິ່ນ ຫລື ຊີມ. ເມື່ອສານເມຕາໂນນ ເຂົ້າສູ່ຮ່າງ ກາຍຈະທຳລາຍລະບົບປະສາດ ແລະ ລະບົບຫາຍໃຈ, ອາດເຮັດໃຫ້ຕາບອດ ຫລື ເສຍຊີວິດໄດ້.
ເມາຕາໂນນ ແມ່ນສານເຄມີຊະນິດໜຶ່ງທີ່ມີລັກສະນະເປັນຂອງແຫລວໃສ, ມີກິ່ນຄ້າຍຄືເຫລົ້າ, ແຕ່ມີພິດສູງຕ່າງຈາກເອຕາໂນນ ທີ່ໃຊ້ເປັນສ່ວນປະກອບໃນເຄື່ອງດຶ່ມທີ່ມີທາດເຫລົ້າ. ສຳລັບຄວາມອັນຕະລາຍຂອງເມຕາໂນນ ເມື່ອເຂົ້າສູ່ຮ່າງກາຍຈະຖືກປ່ຽນເປັນສານພິດທີ່ມີຜົນກະທົບຕໍ່ລະບົບປະສາດ ແລະ ປະສາດຕາ ລວມທັງອະໄວຍະວະຕ່າງໆຂອງຮ່າງກາຍ. ຜູ້ທີ່ໄດ້ຮັບສານພິດນີ້ ຈະມີອາກາດເຈັບຫົວ, ວິນຫົວ, ປຸ້ນທ້ອງ, ຮາກ, ຕາມົວ, ເບິ່ງເຫັນບໍ່ແຈ້ງ ແລະ ອື່ນໆ, ສ່ວນຜູ້ທີ່ໄດ້ຮັບສານພິດໃນປະລິມານຫລາຍ ຫລື ບໍ່ໄດ້ຮັບການປິ່ນປົວທັນເວລາອາດເຮັດໃຫ້ລະບົບປະສານຕາເສຍຫາຍຖາວອນ, ຕາບອດ, ໝົດສະຕິ, ຫົວໃຈລົ້ມເຫລວ ແລະ ເສຍຊີວິດ.
ສຳລັບວິທີປ້ອງກັນ, ຄວນເລືອກຊື້ເຄື່ອງດື່ມຈາກຮ້ານຄ້າທີ່ເຊື່ອຖືໄດ້, ເລືອກເຄື່ອງດື່ມທີ່ມີຝາປິດແໜ້ນດີ ແລະ ຍີ່ຫໍ້ທີ່ເຊື່ອຖືໄດ້. ຄວນລະວັງເຫລົ້າຍີ່ຫໍ້ທີ່ມີລາຄາຖືກຜິດປົກກະຕິ ຫລື ຫລຸດລາຄາ, ເຫລົ້າທີ່ບໍ່ມີສະຫລາກ, ແຈກຟຣີ, ເຫລົ້າຕົ້ມເອງທີ່ບໍ່ລະບຸທີ່ມາຢ່າງຊັດເຈນ ຫລື ເຫລົ້າເຖື່ອນ.
ວິທີປ້ອງກັນອັນຕະລາຍຈາກເມຕາໂນນ ບໍ່ແມ່ນພຽງແຕ່ເລືອກຊື້ເຄື່ອງດື່ມທີ່ປອດໄພເທົ່ານັ້ນ, ແຕ່ຕ້ອງອາໄສຄວາມຮູ້, ຄວາມຮອບຄອບ ແລະ ການບໍ່ດື່ມເຫລົ້າທີ່ບໍ່ຮູ້ແຫລ່ງທີ່ມາຈະຊ່ວຍຫລຸດຜ່ອນຄວາມສ່ຽງ ແລະ ປົກປ້ອງສຸຂະພາບຂອງຕົນເອງ, ຄອບຄົວ ແລະ ສັງຄົມ.
ໂດຍ: ແສງສະຫວັນ
KPL