ເປີດມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25

04/11/2026 12:16
ຂປລ ພິທີເປີດມະຫະກຳສີມືຫັດຖະກຳລາວ ຄັ້ງທີ 25 ປະຈໍາປີ 2026 ຈັດຂຶ້ນພາຍໃຕ້ຄໍາຂວັນ “ສີໄມ້ລາຍມືຄືອຸທິຍານແຫ່ງການທ່ອງທ່ຽວ, 25 ປີ ແຫ່ງການເຕີບໃຫຍ່ສານສາຍໃຍພູມປັນຍາ ເຊີດຊູຄຸນຄ່າຫັດຖະກຳລາວສູ່ມໍລະດົກໂລກ” .


     ຂປລ. ພາຍໃນງານໄດ້ຮວບຮວມຮ້ານວາງສະແດງຫລາຍກວ່າ 200 ຮ້ານ, ລວມທັງສາທິດສີມືຫັດຖະກຳຈາກ 18 ພາກສ່ວນ(17 ແຂວງ ແລະ ນະຄອນຫລວງ). ພິທີເປີດງານຢ່າງເປັນທາງການຈັດຂຶ້ນໃນຕອນບ່າຍວັນທີ 2 ພະຈິກ 2026 ຢູ່ສູນການຄ້າລາວ-ໄອເຕັກນະຄອນຫລວງວຽງຈັນ ໂດຍມີ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍບັນດາຜູ້ແທນຈາກພາກລັດ, ທູຕານຸທູດ ແລະ ຊ່າງຫັດຖະກຳຈາກທົ່ວປະເທດເຂົ້າຮ່ວມ. ໂອກາດນີ້, ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກຳລາວ ໄດ້ກ່າວວ່າ: ງານມະຫະກຳສີມືຫັດຖະກຳລາວ ແມ່ນບຸນປາງໃຫຍ່ຂອງຊາວຊ່າງຫັດຖະກຳລາວ, ສະເພາະປີນີ້ແມ່ນເປັນປີທີ່ພິເສດ ເພາະເປັນການການສະເຫລີມສະຫລອງຄົບຮອບ 25ປີ ຂອງງານມະຫະກຳສີມືຫັດຖະກໍາລາວ. ພາຍໃນງານໄດ້ຮວບຮວມບັນດາເຄື່ອງຫັດຖະກຳແຜ່ນແພ (ຜ້າໄໝ, ຜ້າຝ້າຍ); ເຄື່ອງປະດັບ (ເງິນ, ຄໍາ, ແກ້ວປະເສີດ); ເຄື່ອງຈັກສານ (ຫວາຍ-ໄມ້ປ່ອງ); ຜະລິດຕະພັນວັດທະນະທໍາ (ເຄື່ອງປັ້ນດິນເຜົາ, ໄມ້ແກະສະຫລັກ, ເຄື່ອງດົນຕີພື້ນເມືອງ; ອາຫານພື້ນເມືອງ, ສະໝຸນໄພ ແລະ ອື່ນໆ. ພິເສດຍັງມີຮ້ານວາງສະແດງຜະລິດຕະພັນຫັດຖະກຳຕ່າງປະເທດເຊັ່ນ: ສສ ຫວຽດນາມ, ມຽນມາ, ລາຊະອານາຈັກໄທ ແລະ ຍີ່ປຸ່ນເຂົ້າຮ່ວມ. ນອກຈາກນີ້, ຜູ້ຊົມກໍຄືນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຈະໄດ້ສຳຜັດກັບການຕໍ່າຫູກ, ສາວໄໝ, ເຂັນຝ້າຍ, ຕີເງິນ, ຈັກສານ, ປັ້ນດິນເຜົາ ແລະ ແກະສະຫລັກ ແລະ ກິດຈະກຳອື່ນໆ.

    ການຈັດງານດັ່ງກ່າວ, ນອກຈາກຈະເປັນໂອກາດໃຫ້ຊ່າງຫັດຖະກຳລາວ ໄດ້ນຳສະເໜີຜົນງານ ແລະ ຈຳໜ່າຍສິນຄ້າແລ້ວ ຍັງເປັນການສົ່ງເສີມການອະນຸລັກ ແລະ ສືບທອດພູມປັນຍາພື້ນບ້ານ, ພ້ອມທັງເຜີຍແຜ່ຄຸນຄ່າ ແລະ ເອກະລັກຂອງສີມືຫັດຖະກຳລາວໃຫ້ເປັນທີ່ຮູ້ຈັກກວ້າງຂວາງຍິ່ງຂຶ້ນ.

KPL

ຂ່າວອື່ນໆ

    • ມອບ-ຮັບປຶ້ມວັດທະນະທຳຂອງເຈີ້ຈຽງໃຫ້ຫ້ອງສະໝຸດແຫ່ງຊາດລາວວັດທະນະທຳ-ສັງຄົມ

      ມອບ-ຮັບປຶ້ມວັດທະນະທຳຂອງເຈີ້ຈຽງໃຫ້ຫ້ອງສະໝຸດແຫ່ງຊາດລາວ

      10/30/2026 9:25:37 AM

      ພິທີມອບ-ຮັບປຶ້ມວັດທະນະທຳຂອງເຈີ້ຈຽງ ສປ ຈີນ ໃຫ້ຫໍສະໝຸດແຫ່ງຊາດລາວ ຈັດຂຶ້ນໃນວັນທີ 29 ຕຸລາ 2026 ຢູ່ຫໍສະໝຸດແຫ່ງຊາດ ນະຄອນຫຼວງວຽງຈັນ ຕາງໜ້າມອບໂດຍ ທ່ານ ສູ ຢົ່ງເຊິ່ງ ຮອງຜູ້ອຳນວຍການຫໍສະໝຸດເຈີ້ຈຽງ, ຫົວໜ້າສູນຄົ້ນຄວ້າສູນປົກປັກຮັກສາປຶ້ມບູຮານແຂວງເຈີ້ຈຽງ ສປ ຈີນ ແລະ ຮັບໂດຍ ທ່ານ ສຳລານ ຫຼວງອາໄພ ຜູ້ອຳນວຍການຫໍສະໝຸດແຫ່ງຊາດ ໂດຍມີຫົວໜ້າສູນວັດທະນະທຳຈີນ ປະຈຳລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.

    • ເປີດຝຶກອົບຮົມ ການເປັນຜູ້ນຳເພດຍິງພາຍໃຕ້ໂຄງການຜູ້ນຳພາເພດຍິງອາຊີວັດທະນະທຳ-ສັງຄົມ

      ເປີດຝຶກອົບຮົມ ການເປັນຜູ້ນຳເພດຍິງພາຍໃຕ້ໂຄງການຜູ້ນຳພາເພດຍິງອາຊີ

      10/30/2026 9:25:32 AM

      ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບທະນາຄານພັດທະນາອາຊີ (ADB) ເປີດຝຶກອົບຮົມການເປັນການນຳເພດຍິງ ພາຍໃຕ້ໂຄງການການເປັນຜູ້ນຳແມ່ຍິງອາຊີ ໃນວັນທີ 28-30 ຕຸລາ 2026 ໂດຍການເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ນາງ ພັນຈິນດາ ເລັ່ງສະຫວັດ ຮອງປະທານ ຄຊກມດ ແລະ ທ່ານ ອາເມີ ກາຣີ ຫົວໜ້າຝ່າຍປະຕິບັດງານປະຈຳປະເທດ ADB ປະຈຳ ສປປ ລາວ, ພ້ອມດ້ວຍສຳມະນາກອນ ຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.

    • ກົມສ່ວຍສາອາກອນ ລາວ-ຫວຽດນາມຮ່ວມມືຄຸ້ມຄອງລະບົບສ່ວຍສາອາກອນທັນສະໄໝວັດທະນະທຳ-ສັງຄົມ

      ກົມສ່ວຍສາອາກອນ ລາວ-ຫວຽດນາມຮ່ວມມືຄຸ້ມຄອງລະບົບສ່ວຍສາອາກອນທັນສະໄໝ

      10/30/2026 8:58:49 AM

      ກອງປະຊຸມພົບປະແລກປ່ຽນບົດຮຽນດ້ານວິຊາການລະດັບສູງ ລະຫວ່າງ ຄະນະວິຊາການກົມສ່ວຍສາອາກອນ ແຫ່ງ ສປປ ລາວ ແລະ ຄະນະວິຊາການຈາກກົມສ່ວຍສາອາກອນ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 27 ຕຸລາ 2026 ໃນໂອກາດທີ່ເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 26-30 ຕຸລາ 2026.

    • ສະຖານທູດຫວຽດນາມ ໂຄສະນາວຽກງານຄວບຄຸມ ແລະ ມອບ-ຮັບອາວຸດ, ວັດຖຸລະເບີດວັດທະນະທຳ-ສັງຄົມ

      ສະຖານທູດຫວຽດນາມ ໂຄສະນາວຽກງານຄວບຄຸມ ແລະ ມອບ-ຮັບອາວຸດ, ວັດຖຸລະເບີດ

      10/30/2026 8:55:25 AM

      ສະຖານທູດ ສສ ຫວຽດນາມ ປະຈຳລາວ ເຜີຍແຜ່ ແລະ ໂຄສະນາວຽກງານການຈັດຕັ້ງປະຕິບັດ, ຄວບຄຸມ ແລະ ມອບ-ຮັບອາວຸດ, ວັດຖຸລະເບີດໃຫ້ແກ່ປະຊາຊົນຫວຽດນາມທີ່ດຳລົງຊີວິດ, ທຳມາຫາກິນ ແລະ ດຳເນີນທຸລະກິດຢູ່ ສປປ ລາວ ວັນທີ 27 ຕຸລາ 2026 ພາຍໃຕ້ການເປັນປະທານໂດຍ ທ່ານ ຫງວຽນ ມິນ ເຕີມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ, ມີ ທ່ານ ພັນເອກ ສົມສະນິດ ຈັນທະວົງ ຮອງຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ, ຕົວແທນສະມາຄົມຊາວຫວຽດນາມ, ຜູ້ປະກອບການນັກທຸລະກິດ ແລະ ປະຊາຊົນຊາວຫວຽດນາມ ຢູ່ ສປປ ລາວ ເຂົ້າຮ່ວມ.

    • ຮອງປະທານ ສນຊ ພົບປະຢ້ຽມຢາມແນວລາວສ້າງຊາດ ແຂວງອຸດົມໄຊວັດທະນະທຳ-ສັງຄົມ

      ຮອງປະທານ ສນຊ ພົບປະຢ້ຽມຢາມແນວລາວສ້າງຊາດ ແຂວງອຸດົມໄຊ

      10/30/2026 8:50:20 AM

      ວັນທີ 27 ຕຸລາ 2026, ທ່ານ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ພົບປະຢ້ຽມຢາມ ແລະ ເຮັດວຽກກັບແນວລາວສ້າງຊາດແຂວງອຸດົມໄຊ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ວັນນາ ແກ້ວສັນຕິ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງອຸດົມໄຊ ພ້ອມດ້ວຍພະນັກງານຂອງແນວລາວສ້າງຊາດແຂວງ ເຂົ້າຮ່ວມ.

ads
ads

Top