4 ໜ່ວຍພັກຮາກຖານ ທວທ ແຂວງບໍ່ແກ້ວ ໄດ້ເປັນໜ່ວຍພັກປອດໃສ

09/10/2024 07:04
Email Print 2695
ຂປລ ພິທີມອບ-ຮັບໃບຢັ້ງຢືນ 4 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານພະແນກ ຖວທ ແຂວງບໍ່ແກ້ວ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2023.

           *ພິທີມອບ-ຮັບໃບຢັ້ງຢືນ 4 ໜ່ວຍພັກ ທີ່ຂຶ້ນກັບຄະນະພັກຮາກຖານພະແນກ ຖວທ ແຂວງບໍ່ແກ້ວ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2023, ໄດ້ຈັດຂຶ້ນວັນທີ 2 ຕຸລາ 2024, ທີ່ຫ້ອງປະຊຸມສະຖານີວິທະຍຸ-ໂທລະພາບໂດຍການເປັນປະທານຂອງສະຫາຍ ຄໍາຜະຫຍາ ພົມປັນຍາ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງບໍ່ແກ້ວຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມ, ມີສະຫາຍ ປອ ສົມຄິດວົງປັນຍາ ເລຂາຄະນະພັກຮາກຖານພະແນກ ຖວທ, ມີຕາງໜ້າຄະນະຈັດຕັ້ງແຂວງ, ຄະນະກວດກາພັກ-ລັດແຂວງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ 4 ໜ່ວຍ ແລະ ສະມາຊິກພັກເຂົ້າຮ່ວມ.

            ສະຫາຍ ສົມສັກ ມະຫາພົນ ຮອງເລຂາຄະນະພັກຮາກຖານຮອງຫົວໜ້າພະແນກ ຖວທ ໄດ້ຜ່ານມະຕິຕົກລົງຂອງຄະນະຈໍາພັກແຂວງສະບັບເລກທີ254/ຄປພຂ.ບກ, ລົງວັນທີ 11 ມີນາ 2024 ວ່າດ້ວຍການຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈໍາປີ 2023, ເຊິ່ງມີ 4 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານມີ: ໜ່ວຍພັກບໍລິຫານ, ໜ່ວຍພັກຖະແຫຼງຂ່າວ, ໜ່ວຍພັກວັດທະນະທໍາ ແລະ ໜ່ວຍພັກທ່ອງທ່ຽວໃຫ້ກຽດມອບໃບຢັ້ງຢືນໃນຄັ້ງນີ້ ໂດຍສະຫາຍ ຄໍາຜະຫຍາ ພົມປັນຍາ ຄະນະປະຈໍາພັກແຂວງຮອງ ເຈົ້າແຂວງບໍ່ແກ້ວ.

            ໂອກາດນີ້, ສະຫາຍໄດ້ມີບາງ ຄໍາເຫັນຕໍ່ພິທີກ່ອນອື່ນສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ໂດຍສະເພາະການຊີ້ນໍາ-ນໍາພາວຽກງານພັກຂອງຄະນະພັກຮາກຖານທີ່ເຮັດໄດ້ ສາມາດຮັບຮອງ ແລະ ຢັ້ງຢືນ 4 ໜ່ວຍພັກພະແນກ ຖວທ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ສະຫາຍໄດ້ເນັ້ນໜັກບາງບັນຫາຂອງວຽກງານ: ຄະນະພັກທຸກຂັ້ນຕ້ອງເອົາໃຈໃສ່ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ, ເຕົ້າໂຮມຄວາມສາມັກຄີ, ໃຫ້ສະມາຊິກພັກພາຍໃນໜ່ວຍໃຫ້ມີຄວາມໜັກແໜ້ນ, ກໍາແໜ້ນບັນດາຂໍ້ຫ້າມຂອງພັກ, ຂໍ້ຫ້າມຂອງລັດຖະກອນ. ຕ້ອງຖືເອົາການປັບປຸງ, ກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາຮັບປະກັນ 3 ລັກສະນະ ແລະ ຫັນວຽກງານສືໃຫ້ທັນສະໄໝເອົາໃຈໃສ່ຄຸ້ມຄອງ ແລະ ຜັນຂະຫຍາຍວຽກງານວັດທະນະທໍາ, ປັບປຸງຍົກລະດັບແຫຼ່ງທ່ອງທ່ຽວໃຫ້ເຂົ້າສູ່ລວງເລິກ, ມີສີສັນ ແລະ ເປັນທີໜ້າສົນໃຈໃຫ້ແກ່ນັກທ່ອງທ່ຽວທີ່ເຂົ້າມາທ່ຽວພາຍໃນແຂວງບໍ່ແກ້ວ.

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top