ຫາລືປ້ອງກັນຄວາມປອດໄພ ການບິນພົນລະເຮືອນ

11/11/2026 09:57
ຂປລ ກອງປະຊຸມຄະນະກໍາມະ ການປ້ອງກັນຄວາມປອດໄພການ ບິນພົນລະເຮືອນແຫ່ງຊາດ ຄ້ັງທີ 3 ຈັດຂຶ້ນໃນວັນທີ 10 ພະຈິກ 2026 ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານຄະນະກໍາມະການປ້ອງກັນຄວາມປອດໄພການບິນພົນລະເຮືອນແຫ່ງຊາດ, ມີຮອງລັດຖະມົນຕີ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຂປລ. ສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ໄດ້ກ່າວວ່າ: ວຽກງານປ້ອງກັນຄວາມປອດໄພການບິນພົນລະເຮືອນແມ່ນໜຶ່ງໃນວຽກງານຍຸດທະສາດທີ່ມີຄວາມສໍາຄັນລະດັບຊາດເພາະເປັນວຽກງານທີ່ຕິດພັນໂດຍກົງກັບຄວາມໝັ້ນຄົງ, ຄວາມສະຫງົບ, ຄວາມປອດ ໄພຂອງປະເທດຊາດ, ປັດຈຸບັນ ບັນດາໄພຂົ່ມຂູ່ທາງດ້ານຄວາມປອດໄພການບິນມີຫລາຍຮູບແບບ ແລະ ມີຄວາມທ້າທາຍສູງຂ້ຶນເລື້ອຍໆ; ເຫດການຮ້າຍແຮງທີ່ໄດ້ສ້າງຄວາມເສຍຫາຍ ແລະ ຢ້ານກົວໃນໄລຍະຜ່ານມາ ແມ່ນການນໍາເອົາເຮືອບິນເພ່ືອເປັນອາວຸດທໍາ ລາຍໂຈມຕີພົນລະເຮືອນ ຊ່ຶງໄດ້ສ້າງຄວາມສູນເສຍທັງຊີວິດ ແລະ ຊັບສິນຢ່າງຮ້າຍແຮງ ແລະ ໜັກໜ່ວງ. ດ້ວຍເຫດນັ້ນ, ໄດ້ເຮັດໃຫ້ນັກເດີນທາງເກີດຄວາມຢ້ານກົວ ແລະ ບໍ່ໝັ້ນໃຈໃນການເດີນທາງດ້ວຍເຮືອບິນ.

ຕ່ໍກັບບັນຫາດ່ັງກ່າວ, ທຸກປະເທດໃນໂລກ ທີ່ເປັນສະມາຊິກຂອງອົງການ ການບິນພົນລະເຮືອສາກົນລວມທັງ ສປປ ລາວ ແມ່ນໄດ້ມີການປັບປຸງ, ຍົກລະດັບ ແລະ ວາງມາດຕະການ, ລະບົບປ້ອງກັນຄວາມປອດໄພການບິນພົນລະເຮືອນໃຫ້ມີມາດຕະຖານຄວາມປອດໄພ ແລະ ປ້ອງກັນຄວາມປອດໄພ ໂດຍອີງຕາມມາດຕະຖານສາກົນ, ທຸກປະເທດໄດ້ມີການຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານ ເພື່ອເພີ່ມທະວີການສະກັດກັ້ນ ແລະ ຕອບໂຕ້ຕໍ່ຜູ້ກໍ່ການຮ້າຍທີ່ຍາມໃດກໍມີເປົ້າໝາຍມ້າງເພທຳລາຍ ແລະ ສ້າງຄວາມເສຍຫາຍຕໍ່ການບິນພົນລະເຮືອນ.

KPL

ຂ່າວອື່ນໆ

ads
ads

Top