ຂະແໜງການທ່ອງທ່ຽວລາວ ເພີ່ມທະວີການ ດຶງດູດນັກທ່ອງທ່ຽວ ຈາກຣາຊະອານາຈັກໄທ

03/10/2024 10:31
Email Print 4317
ຂປລ ຂປລ. ກົມໂຄສະນາການທ່ອງທ່ຽວ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບການທ່ອງທ່ຽວແຫ່ງປະເທດໄທ ຈັດງານພົບປະພາກທຸລະກິດ ທ່ອງທ່ຽວລາວ-ໄທ (B2B) Roadshow 2024 ໃນວັນທີ 2 ຕຸລາ 2024 ທີ່ຈັງຫວັດຍະໂສທອນ ຣາຊະອານາຈັກໄທ ເຊິ່ງແມ່ນໜຶ່ງໃນແຜນກິດຈະກໍາ ປີທ່ອງທ່ຽວລາວ 2024



ຂປລ. ກົມໂຄສະນາການທ່ອງທ່ຽວ
, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບການທ່ອງທ່ຽວແຫ່ງປະເທດໄທ ຈັດງານພົບປະພາກທຸລະກິດ ທ່ອງທ່ຽວລາວ-ໄທ (B2B) Roadshow 2024 ໃນວັນທີ 2 ຕຸລາ 2024 ທີ່ຈັງຫວັດຍະໂສທອນ ຣາຊະອານາຈັກໄທ ເຊິ່ງແມ່ນໜຶ່ງໃນແຜນກິດຈະກໍາ ປີທ່ອງທ່ຽວລາວ 2024 ໂດຍກົມໂຄສະນາ ການທ່ອງທ່ຽວເປັນຜູ້ຈັດຕັ້ງປະຕິບັດ ເພື່ອໃຫ້ບັນດາບໍລິສັດທ່ອງທ່ຽວລາວ ພົບປະຊື້-ຂາຍລາຍການທ່ອງທ່ຽວ ກັບບໍລິສັດທ່ອງທ່ຽວຂອງໄທ ເຊິ່ງຖືເປັນໂອກາດສຳຄັນ ໃນການ ເພີ່ມທະວີດຶງດູດ ນັກທ່ອງທ່ຽວໄທ ໃຫ້ເດີນທາງໄປທ່ຽວ ສປປ ລາວ ນັບມື້ນັບເພີ່ມຂຶ້ນ.



ຝ່າຍລາວນໍາໂດຍ ທ່ານ ຄົມ ດວງຈັນທາ ຫົວໜ້າກົມໂຄສະນາ ການທ່ອງທ່ຽວ
, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ມີບໍລິສັດທ່ອງທ່ຽວລາວ ໂອເວີຊີຈໍາກັດ, ບໍລິສັດທ່ອງທ່ຽວເວີດວາຍ ຈໍາກັດ (worldwidetravel), ບໍລິສັດທ່ອງທ່ຽວ ດຣິມເດສທິນ, ແດນສະຫວັນນໍ້າງື່ມລີສອດ, ໂຮງແຮມໂຄຊີວຽງຈັນ ນໍ້າພຸ (cosi), ໂຮງແຮມເອີບານໄນ໌ຕ, ໂຮງແຮມຣາດິສເສີນ, ໂຮງແຮມແລນມາກ ແລະ ໂຮງແຮມຫວງກິມ; ຝ່າຍຣາຊະອານາຈັກໄທ ນຳໂດຍ ທ່ານ ນາງ ລັດດາວັນ ແສນໂຍທະກະ ຮອງຜູ້ອໍານວຍການ ການທ່ອງທ່ຽວແຫ່ງປະເທດໄທ ສໍານັກງານຈັງຫວັດອຸບົນຣາຊະທານີ, ມີຜູ້ປະກອບການທ່ອງທ່ຽວ ຈາກຈັງຫວັດຍະໂສທອນ, ອຸບົນຣາຊະທານີ, ອໍານາດຈະເລີນ, ອຸດອນທານີ, ໜອງຄາຍ ແລະ ຈັງຫວັດມະຫາສານະຄາມ ເຂົ້າຮ່ວມ. ທັງນີ້ ກໍເພື່ອຊຸກຍູ້, ສົ່ງເສີມທຸລະກິດການທ່ອງທ່ຽວລາວ-ໄທ ໄດ້ມີການເເລກປ່ຽນຂໍ້ມູນລາຍການທ່ອງທ່ຽວ, ຮູບເເບບການ ຈັດລາຍການທ່ອງ ທ່ຽວ, ສ້າງລາຍການເຊື່ອມຕໍ່,ຮັບ-ສົ່ງນັກທ່ອງທ່ຽວ ເເລະ ການຊື້-ຂາຍລາຍການທ່ອງທ່ຽວ ເຊິ່ງກັນ ເເລະ ກັນ. ພ້ອມນີ້,  ຍັງເປັນການເພີ່ມທະວີ ສ້າງຄວາມໝັ້ນໃຈ ໃຫ້ເເກ່ຜູ້ປະກອບການທຸລະກິດທ່ອງທ່ຽວ, ທຸລະກິດປີ່ນອ້ອມຂອງ 2 ປະເທດ ໄດ້ຂຸດຄົ້ນທ່າເເຮງຜະລິດຕະພັນ ການທ່ອງທ່ຽວເຊິ່ງກັນ ເເລະ ກັນ. ການຈັດງານດັ່ງກ່າວ ເເມ່ນຮູບ ເເບບໜຶ່ງ ຂອງການໂຄສະນາ ຜະລິດຕະພັນການທ່ອງທ່ຽວ ໂດຍໃຊ້ເວທີການພົບປະແບບ ເຊິ່ງໜ້າ ແບບ B2B ພາກທຸລະກິດພົບປະພາກທຸລະກິດ ເພື່ອໃຫ້ເກີດການສ້າງເຄືອຂ່າຍ ຂອງ 2 ປະເທດ ນັບມື້ກວ້າງຂວາງຂຶ້ນຕື່ມ ຢູ່ໃນຕະຫລາດທ່ອງທ່ຽວພາກພື້ນ ອີກດ້ວຍ.



ທ່ານ ຄົມ ດວງຈັນທາ ໄດ້ໃຫ້ຮູ້ວ່າ: ປີ 2024 ເປັນປີໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ເຊິ່ງ ສປປ ລາວ ເປັນປະທານອາຊຽນ ຕາມຮອບໝູນວຽນ ເເລະ ລັດຖະບານ ໄດ້ປະກາດເປັນ ປີທ່ອງທ່ຽວລາວ 2024
, ກະຊວງຖະເເຫລງຂ່າວ ວັດທະນະທໍາ ເເລະ ທ່ອງທ່ຽວ ໄດ້ສົມທົບກັບພະເເນກ ຖວທ ນະຄອນຫລວງ, ພະເເນກ ຖວທ ຂອບເຂດທົ່ວປະເທດ ກຳນົດກິດຈະກຳ ການທ່ອງທ່ຽວມີ 79 ລາຍການ. ໃນນີ້,  14 ລາຍການເເມ່ນລະດັບຊາດ ເເລະ 65 ລາຍການເເມ່ນລະດັບທ້ອງຖິ່ນ. ລັດຖະບານ ສປປ ລາວ ໄດ້ລົງທືນຂະໜາດ ໃຫຍ່ເຂົ້າໃນ ການພັດທະນາໂຄງລ່າງພື້ນຖານ ດ້ານການທ່ອງທ່ຽວ,  ປັບປຸງເສັ້ນທາງ, ສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອຮອງຮັບໃຫ້ແກ່ນັກທ່ອງທ່ຽວ ເຊິ່ງຕະຫລາດນັກ ທ່ອງທ່ຽວພາກພື້ນ ເປັນຕະຫລາດທີ່ສໍາຄັນສໍາ ລັບການທ່ອງທ່ຽວລາວ. ໃນນັ້ນ, ນັກທ່ອງທ່ຽວໄທ ມີຈຳນວນຫລວງ ຫລາຍເດີນທາງມາທ່ຽວລາວ ແລະ ໄດ້ກາຍເປັນເປົ້າໝາຍ ຕະຫລາດ ທ່ອງທ່ຽວ ຈັດໃນອັນດັບ 1 ທີ່ເດີນທາງມາທ່ອງທ່ຽວລາວ ແລະ ມີທ່າອ່ຽງນັບມື້ນັບເພີ່ມຂຶຶ້ນ. ໃນປີ 2020 ມີນັກທ່ອງທ່ຽວໄທເຂົ້າມາທ່ອງທ່ຽວລາວ ຈໍານວນ 350.103 ເທື່ອຄົນ, ປີ 2023 ມີ 1.326.705 ເທື່ອຄົນ ແລະ 8 ເດືອນຕົ້ນປີ 2024ມີຈໍານວນ 855.228 ເທື່ອຄົນ, ກວມເອົາ 32,24% ຂອງນັກທ່ອງທ່ຽວສາກົນທັງໝົດ.




ໂອກາດດຽວກັນ
, ທ່ານ ນາງ ລັດດາວັນ ແສນໂຍທະກະ ໄດ້ໃຫ້ຮູ້ວ່າ: ການຈັດງານພົບປະຂອງຜູ້ປະກອບ ການທຸລະກິດການທ່ອງທ່ຽວ ໃນຄັ້ງນີ້, ເປັນການໂຄສະນາແຫລ່ງທ່ອງທ່ຽວ, ທີ່ສໍາຄັນໄດ້ເຜີຍແຜ່ຜ່ານວິດີໂອ ໃຫ້ບໍລິສັດທ່ອງທ່ຽວ ໄດ້ຈັດເຂົ້າໃນລາຍທ່ອງທ່ຽວ ລວມເຖິງຮ້ານອາຫານ, ໂຮງແຮມທີ່ມີຊື້ສຽງຂອງແຕ່ລະຈັງຫວັດ ເຊັ່ນ: ຈັງຫວັດຍະໂສທອນ, ອຸບົນຣາຊະທານີ, ອໍານາດຈະເລີນ ແລະ ຈັງຫວັດມະຫາສານະຄາມ ເພື່ອສ້າງຄວາມໝັ້ນໃຈໃຫ້ເເກ່ ຜູ້ປະກອບການທຸລະກິດທ່ອງທ່ຽວ ແລະ ທຸລະກິດປີ່ນອ້ອມຂອງ 2 ປະເທດ.

ຂ່າວ: ວີລະວັນ.

KPL

ຂ່າວອື່ນໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

    • ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ສໍາຫລວດເສັ້ນທາງການທ່ອງທ່ຽວຢູ່ແຂວງກຸຍໂຈວ ສປ ຈີນທ່ອງທ່ຽວ

      ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ສໍາຫລວດເສັ້ນທາງການທ່ອງທ່ຽວຢູ່ແຂວງກຸຍໂຈວ ສປ ຈີນ

      7/8/2025 2:26:32 PM

      ຂປລ. ໃນລະຫວ່າງ ວັນທີ 29 ມີຖຸນາ ຫາ 3 ກໍລະກົດ 2025 ຢູ່ແຂວງກຸຍໂຈວ ສປ ຈີນ. ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ເປັນບໍລິສັດໜຶ່ງທີ່ໄດ້ເຂົ້າຮ່ວມກອງປະຊຸມພົບປະການທ່ອງທ່ຽວ ລະຫວ່າງ ພະແນກການທ່ອງທ່ຽວແຂວງກຸຍໂຈວ ແລະ ບໍລິສັດທ່ອງທ່ຽວຈາກ ສປປ ລາວ, ໄທ ແລະ ມາເລເຊຍ

    • ໄປສຳພັດກັບຄວາມງາມອັນມະຫັດສະຈັນ ຂອງຖໍ້ານໍ້າລອດ ເຊບັ້ງໄຟທ່ອງທ່ຽວ

      ໄປສຳພັດກັບຄວາມງາມອັນມະຫັດສະຈັນ ຂອງຖໍ້ານໍ້າລອດ ເຊບັ້ງໄຟ

      7/7/2025 12:19:25 PM

      ຖ້ຳນ້ຳລອດ ເຊບັ້ງໄຟ, ຖ້ຳນີ້ບໍ່ຕັ້ງຢູ່ເມືອງເຊບັ້ງໄຟຕາມຊ່ື່ເລີຍ ແລະ ກໍບໍ່ແມ່ນຕົ້ນກຳເນີດຂອງນ້ຳເຊບັ້ງໄຟ ເພາະຄວາມຈິງແລ້ວຖ້ຳແຫ່ງນີ້ຕັ້ງຢູ່ບ້ານໜອງປີງ ເມືອງບົວລະພາ ແຂວງຄຳມ່ວນ ຫ່າງຈາກຕົວເມືອງໄປທາງທິດຕາເວັນອອກສຽງເໜືອປະມານ 15 ກິໂລແມັດ.

    • 6 ເດືອນຕົ້ນປີ ຫລວງພະບາງ ເກັບລາຍຮັບໄດ້ 1,2 ຕື້ກວ່າກີບທ່ອງທ່ຽວ

      6 ເດືອນຕົ້ນປີ ຫລວງພະບາງ ເກັບລາຍຮັບໄດ້ 1,2 ຕື້ກວ່າກີບ

      6/30/2025 1:22:05 PM

      ຂປລ. ໄລຍະ 6 ເດືອນຕົ້ນປີ 2025, ການຈັດຕັ້ງປະຕິບັດ-ຄຸ້ມຄອງ ການຈັດເກັບລາຍຮັບ ຢູ່ແຂວງຫລວງພະບາງ ປະຕິບັດໄດ້ 1,2 ຕື້ກວ່າກີບ, ເທົ່າກັບ 61,79% ເຊິ່ງທ່າແຮງພື້ນຖານ ໃນການສ້າງລາຍຮັບຫລັກ ແມ່ນການບໍລິການດ້ານການທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ອື່ນໆ.

ads
ads

Top