ກະຊວງພະລັງງານ-ບໍ່ແຮ່ ໄດ້ຮັບອຸປະກອນ ທົດສອບຕູ້ສາກລົດໄຟຟ້າ ແລະ ຫົວສາກ

01/10/2024 19:48
Email Print 1426
ຂປລ ຂປລ. ​ເມື່​ແບໍ່​ດົນ​ມາ​ນີ້, ອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ (USAID) ໄດ້ມອບຊຸດອຸປະກອນທົດສອບຕູ້ສາກລົດໄຟຟ້າ ສຳລັບຫົວສາກໄຟຟ້າກະແສສະລັບ ຈຳນວນ 1​ ຊຸດ ແລະ ຫົວສາກໄຟຟ້າກະແສກົງ ຈຳນວນ 1 ຊຸດ ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ລວມມູນຄ່າທັງ ໝົດ 620 ລ້ານກີບ, ຕາງໜ້າຮັບໂດຍ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງ ພະລັງ ງານ ແລະ ບໍ່ແຮ່ ແລະ ມອບໂດຍ ທ່ານ ໄມໂຄ ຊິຟເຟີຣ ຜູ້ຊ່ວຍຜູ້ອໍານວຍການໃຫຍ່ ອົງການ USAID ຂົງເຂດພາກພື້ນອາຊີ, ມີຕາງໜ້າຈາກຄະນະກົມ, ສະຖານທູດສະຫະລັດອາເມລິກາ ແລະ ອົງການ USAID ເຂົ້າຮ່ວມເປັນສັກຂີພິຍານ.

ຂປລ. ​ເມື່​ແບໍ່​ດົນ​ມາ​ນີ້, ອົງການພັດທະນາສາກົນ ປະເທດສະຫະລັດອາເມລິກາ (USAID) ໄດ້ມອບຊຸດອຸປະກອນທົດສອບຕູ້ສາກລົດໄຟຟ້າ ສຳລັບຫົວສາກໄຟຟ້າກະແສສະລັບ ຈຳນວນ 1​ ຊຸດ ແລະ ຫົວສາກໄຟຟ້າກະແສກົງ ຈຳນວນ 1 ຊຸດ ໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ລວມມູນຄ່າທັງ ໝົດ 620 ລ້ານກີບ, ຕາງໜ້າຮັບໂດຍ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງ ພະລັງ ງານ ແລະ ບໍ່ແຮ່ ແລະ ມອບໂດຍ ທ່ານ ໄມໂຄ ຊິຟເຟີຣ ຜູ້ຊ່ວຍຜູ້ອໍານວຍການໃຫຍ່ ອົງການ USAID ຂົງເຂດພາກພື້ນອາຊີ, ມີຕາງໜ້າຈາກຄະນະກົມ, ສະຖານທູດສະຫະລັດອາເມລິກາ ແລະ ອົງການ USAID ເຂົ້າຮ່ວມເປັນສັກຂີພິຍານ.

ຊຸດອຸປະກອນທົດສອບດັ່ງກ່າວ, ສາມາດນໍາໃຊ້ເຂົ້າໃນການທົດສອບ ຕູ້ສາກລົດໄຟຟ້າ ທີ່ຕິດຕັ້ງ ຢູ່ເຮືອນ ແລະ ສະຖານີສາກລົດໄຟຟ້າ ສາທາລະນະແບບສາກທຳມະດາ ແລະ ແບບສາກໄວ ທີ່ສາມາດ ທົດສອບການຮົ່ວໄຫລຂອງກະແສໄຟ, ຄຸນນະພາບກະແສໄຟຟ້າ (ຄ່າ harmonics) ແລະ ທົດສອບ ການຕິດຕໍ່ສື່ສານລະຫວ່າງຕູ້ສາກ ແລະ ລົດໄຟຟ້າ (communication protocol) ໃຫ້ໄດ້ຕາມມາດຕະຖານສາກົນ ເພື່ອຮັບປະກັນຄວາມປອດໄພ ໃນການນຳໃຊ້ຕູ້ສາກ ແລະ ຫລຸດຜ່ອນຄວາມສ່ຽງຕໍ່ລະ ບົບຈ່າຍໄຟຟ້າ ພ້ອມທັງສ້າງຄວາມໝັ້ນໃຈ ໃຫ້ແກ່ຜູ້ນຳໃຊ້ລົດໄຟຟ້າ ໃນ ສປປ ລາວ.

ໃນໄລຍະຜ່ານມາ, ອົງການ USAID  ໄດ້ໃຫ້ການສະໜັບສະໜູນ ດ້ານວິຊາການແກ່ພະນັກ ງານກະຊວງພະລັງງານ ແລະ ບໍ່ແຮ່ ແລະ ລັດວິສາຫະກິດໄຟຟ້າລາວ ເປັນຕົ້ນ ແມ່ນການຝຶກອົບຮົມ ການນຳໃຊ້ຊຸດອຸປະກອນທົດສອບຕູ້ສາກລົດໄຟຟ້າ, ການຍົກລະດັບຄວາມອາດສາມາດດ້ານວິຊາການ ແລະ ການແລກປ່ຽນທັດສະນະທີ່ປະເທດໄທ ແລະ ສະຫະລັດອາເມລິກາ ເພື່ອກຽມຄວາມພ້ອມໃນ ການຄຸ້ມຄອງສະຖານີສາກລົດໄຟຟ້າທີ່ເພີ່ມຂຶ້ນ ສອດຄ່ອງກັບພາລະບົດບາດຂອງກະຊວງ ທີ່ລະບຸໄວ້ ໃນມະຕິເລກທີ 08/ລບ ລົງວັນທີ 04 ຕຸລາ 2021 ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ ນະໂຍ ບາຍການນຳໃຊ້ລົດໄຟຟ້າ ໃນ ສປປ ລາວ. ລັດຖະບານ ຍັງໄດ້ວາງຄາດໝາຍສູ້ຊົນໃຫ້ການນຳໃຊ້ລົດ ໄຟຟ້າກວມເອົາ 30% ຂອງຍານພາຫານະທັງໝົດ ແລະ ມີສະຖານີສາກລົດໄຟຟ້າຫລາຍກວ່າ 100 ແຫ່ງໃນປີ 2030.

ຂໍ້ມູນ-ພາບ: ກະຊວງ​ພະລັງງານ ​ແລະ ບໍ່​ແຮ່

KPL

ຂ່າວອື່ນໆ

    • ບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026ຈະຈັດຂຶ້ນ 20-24 ພະຈິກນີ້ວັດທະນະທຳ-ສັງຄົມ

      ບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2026ຈະຈັດຂຶ້ນ 20-24 ພະຈິກນີ້

      11/13/2026 10:11:52 AM

      ບຸນນະມັດສະການພະທາດຫຼວງວຽງຈັນ ແລະ ວາງສະແດງສິນຄ້າ ປະຈຳປີ 2026 ຈະຈັດຂຶ້ນໃນວັນທີ 20-24 ພະຈິກ 2026 ໂດຍຈະຈັດຫຼາຍກິດຈະກຳຕິດພັນກັບວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ທີ່ເຄີຍປະຕິບັດກັນມາແຕ່ບູຮານນະການ ຊຶ່ງມີບັນດາກິດຈະກຳປິ່ນອ້ອມ ຄື: ພິທີກຳທາງພຸດທະສາສະໜາ, ສະແດງສິລະປະ, ແຂ່ງຂັນກິລາພື້ນເມືອງ, ວາງສະແດງສິນຄ້າຫຼາກຫຼາຍປະເພດ, ຫຼາຍສີສັນ ແລະ ອື່ນໆ.

    • ເມືອງໂຂງ ທຳລາຍ ອາວຸດລ່າເນື້ອ ແລະວັດຖຸຕ້ອງຫ້າມວັດທະນະທຳ-ສັງຄົມ

      ເມືອງໂຂງ ທຳລາຍ ອາວຸດລ່າເນື້ອ ແລະວັດຖຸຕ້ອງຫ້າມ

      11/13/2026 10:02:11 AM

      ປກສ ເມືອງໂຂງ ທຳລາຍອາວຸດລ່າເນື້ອ ແລະ ວັດຖຸຕ້ອງຫ້າມ 258 ກະບອກ ເພື່ອຮັກສາຄວາມສະຫງົບໃນທ້ອງຖິ່ນ

    • ສື່ມວນຊົນທົ່ວປະເທດ ຍົກລະດັບທັກສະກຽມພ້ອມໂຄສະນາການຢອດວັກຊິນໂປລີໂອ ຮອບ 3ວັດທະນະທຳ-ສັງຄົມ

      ສື່ມວນຊົນທົ່ວປະເທດ ຍົກລະດັບທັກສະກຽມພ້ອມໂຄສະນາການຢອດວັກຊິນໂປລີໂອ ຮອບ 3

      11/12/2026 9:38:17 AM

      ກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບອົງການຢູນິເຊັບ (UNICEF) ປະຈຳ ສປປ ລາວ ແລະ ກະຊວງສາທາລະນະສຸກ ຈັດກອງປະຊຸມໃຫ້ຄວາມຮູ້ດ້ານເຕັກນິກແກ່ສື່ມວນຊົນທົ່ວປະເທດຈາກສູນກາງ ແລະ 17 ແຂວງ ເພື່ອເພີ່ມປະສິດທິພາບໃນການໂຄສະນາປຸກລະດົມຂະບວນການຢອດວັກຊິນກັນພະຍາດໂປລີໂອ ຮອບວຽນທີ 3 ໃນວັນທີ 11 ພະຈິກ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ໄຊມອນ ນາເຊີ ຜູ້ຕາງໜ້າອົງການ UNICEF ປະຈຳ ສປປ ລາວ, ມີກົມກ່ຽວຂ້ອງກະຊວງສາທາລະນະສຸກ ແລະ ສື່ມວນຊົນທົ່ວປະເທດ ເຂົ້າຮ່ວມ.

    • ບຸນມະໂຫລານຊາວໜຸ່ມ 3 ປະເທດຈັດຂຶ້ນຢູ່ ສສ ຫວຽດນາມວັດທະນະທຳ-ສັງຄົມ

      ບຸນມະໂຫລານຊາວໜຸ່ມ 3 ປະເທດຈັດຂຶ້ນຢູ່ ສສ ຫວຽດນາມ

      11/11/2026 2:19:16 PM

      ບຸນມະໂຫລານຊາວໜຸ່ມ ຫວຽດນາມ-ກຳປູເຈຍ-ລາວ ປີ 2026 ຈັດຂຶ້ນໃນວັນທີ 8-11 ພະຈິກ 2026 ຢູ່ຫ້ອງປະຊຸມ ແລະ ວາງສະແດງແຂວງກວາງຫງ້າຍ ສສ ຫວຽດນາມ ເປັນກຽດເຂົ້າຮ່ວມໂດຍ ທ່ານ ອູ່ຮວັນ ກຳມະການສຳຮອງສູນກາງພັກ, ຮອງເລຂາຜູ້ປະຈຳການພັກແຂວງ, ປະທານຄະນະກຳມະການແນວໂຮມຊາດຫວຽດນາມ ແຂວງກວາງຫງ້າຍ ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ຄະນະຜູ້ແທນຊາວໜຸ່ມທັງ 3 ປະເທດ ເຂົ້າຮ່ວມ. ໃນນີ້, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ນຳພາໂດຍ ທ່ານ ນາງ ສີສົມພອນ ຕິປັນຍາ ຮອງຫົວໜ້າກົມພັດທະນາວິຊາຊີບຊາວໜຸ່ມລາວ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

    • ຮຽບຮຽງເນື້ອໃນກົດໝາຍນາຍທະຫານກອງທັບປະຊາຊົນລາວວັດທະນະທຳ-ສັງຄົມ

      ຮຽບຮຽງເນື້ອໃນກົດໝາຍນາຍທະຫານກອງທັບປະຊາຊົນລາວ

      11/11/2026 2:06:25 PM

      ກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ຈັດຂຶ້ນໃນວັນທີ 9 ພະຈິກ 2026 ໂດຍການເປັນປະທານຂອງ ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກຳມາທິການກົດໝາຍ ແລະ ຍຸຕິທຳ (ກໝຍທ), ມີບັນດາຮອງປະທານກຳມາທິການສະພາແຫ່ງຊາດ, ຮອງລັດຖະມົນຕີ, ຮອງຫົວໜ້າອົງການ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top