ເອດີບີ ຮັກສາຄາດການເຕີບໂຕພາກພື້ນອາຊີພວມພັດທະນາ

26/09/2024 22:48
Email Print 115
ຂປລ ທະນາຄານ ພັດທະນາ ອາຊີ (ADB) ຄາດການວ່າ ພາກພື້ນ ອາຊີ ພວມພັດທະນາ ອາດຈະບັນລຸ ການເຕີບໂຕ 5% ໃນປີນີ້ ແລະ 4,9% ໃນປີໜ້າ, ເນື່ອງຈາກ ການເຄືອນໄຫວ ຂອງຜູ້ບໍລິໂພກ ທີ່ເຂັ້ມແຂງ ແລະ ຄວາມຕ້ອງການສູງ ສຳລັບສິນຄ້າ ຜະລິດຕະພັນ ເຕັກໂນໂລຊີ ສົ່ງອອກ.

ຂປລ.ຕາມຂ່າວສານ ຫວຽດນາມ, ວັນທີ 25 ກັນຍາ, ທະນາຄານ ພັດທະນາ ອາຊີ (ADB) ຄາດການວ່າ ພາກພື້ນ ອາຊີ ພວມພັດທະນາ ອາດຈະບັນລຸ ການເຕີບໂຕ 5% ໃນປີນີ້ ແລະ 4,9% ໃນປີໜ້າ, ເນື່ອງຈາກ ການເຄືອນໄຫວ ຂອງຜູ້ບໍລິໂພກ ທີ່ເຂັ້ມແຂງ  ແລະ ຄວາມຕ້ອງການສູງ ສຳລັບສິນຄ້າ ຜະລິດຕະພັນ ເຕັກໂນໂລຊີ ສົ່ງອອກ.

ຄຽງຄູ່ກັນນັ້ນ ເອດີບີ ໄດ້ຄາດການອັດຕາເງິນເຟີ້ ໃຫ້ກັບພາກພື້ນອາຊີ ພວມພັດທະນາ ລວມມີ 46 ປະເທດ ຢູ່ພາກພື້ນອາຊີ-ປາຊີຟິກ ຫລຸດລົງເຫລືອ 2,8% ໃນປີນີ້ ແລະ 2,9% ໃນປີໜ້າ. ຊຶ່ງທຽບກັບ ຄາດການກ່ອນໜ້ານີ້ ແມ່ນ 2,9% ແລະ 3,0%.

ໂດຍທະນາຄານນີ້ ຕັ້ງຢູ່ນະຄອນຫລວງ ມານິລາ ປະເທດ ຟີລິບປິນ ກໍ່ໄດ້ຍົກໃຫ້ເຫັນ ເຖິງຄວາມສ່ຽງຈຳນວນໜຶ່ງ  ຕໍ່ການຄາດການ ເຕີບໂຕດັ່ງກ່າວ, ໃນນັ້ນ ລວມທັງລັດທິປົກປ້ອງ ທີ່ເພີ່ມຂຶ້ນ, ການຕຶງຄຽດ ດ້ານພູມສາດ ການເມືອງທີ່ເພີ່ມຂຶ້ນ, ບັນດາເງື່ອນໄຂສະພາບການ ດິນຟ້າອາກາດໃນທາງລົບ ຂອງຕະຫລາດ ອະສັງຫາລິມະຊັບ ສປຈີນ ທີ່ອອ່ນແອລົງ.

ໃນຂະນະທີ່ ສປຈີນ ເປັນພື້ນຖານເສດຖະກິດ ຂະໜາດໃຫຍ່ ອັນດັບ 2 ຂອງໂລກ ພວມຜະເຊີນໜ້າກັບຄວາມກົດດັນ ໄພເງິນເຟີ້ ແລະ ປະສົບກັບຄວາມຫຍຸ້ງຍາກ ໃນການຊຸກຍູ້ ການເຕີບໂຕ, ເຖິງວ່າຈະມີມາດຕະການ ດ້ານນະໂຍບາຍ ເພື່ອຊຸກຍູ້ ການໃຊ້ຈ່າຍ ພາຍໃນປະເທດ ກໍ່ຕາມ.
KPL

ຂ່າວອື່ນໆ

ads
ads

Top