ສ້າງສະພາບແວດລ້ອມທາງໄຊເບີ ທີ່ປອດໄພ ສຳລັບແມ່ຍິງໃນອາຊຽນ

26/09/2024 16:10
Email Print 1927
ຂປລ ຂປລ. ກົມຄວາມປອດໄພທາງໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສະຖານທູດ ອົດສະຕຣາລີ ປະຈໍາ ສປປ ລາວ ແລະ ສູນກາງສະຫະພັນແມ່ຍິງລາວ ຈັດຝຶກອົບຮົມໃນຫົວຂໍ້ “ສ້າງສະພາບແວດລ້ອມທາງໄຊເບີທີ່ປອດໄພ ແລະ ເຂັ້ມແຂງ ສຳລັບແມ່ຍິງໃນອາຊຽນ” ໃນວັນທີ 26 ກັນຍາ 2024 ຢູ່ ນະຄອນຫລວງວຽງຈັນ



ຂປລ. ກົມຄວາມປອດໄພທາງໄຊເບີ
, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສະຖານທູດ ອົດສະຕຣາລີ ປະຈໍາ ສປປ ລາວ ແລະ ສູນກາງສະຫະພັນແມ່ຍິງລາວ ຈັດຝຶກອົບຮົມໃນຫົວຂໍ້ ສ້າງສະພາບແວດລ້ອມທາງໄຊເບີທີ່ປອດໄພ ແລະ ເຂັ້ມແຂງ ສຳລັບແມ່ຍິງໃນອາຊຽນໃນວັນທີ 26 ກັນຍາ 2024 ຢູ່ ນະຄອນຫລວງວຽງຈັນ ພາຍ​ໃຕ້ການເປັນປະທານຮ່ວມຂອງ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກຕສ, ທ່ານ ນາງ ເມເເກັນ ຈອນສ໌ ເອກະອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານ ນາງ ຈັນໂສດາ ພອນທິບ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ມີກະຊວງອ້ອມຂ້າງ ທີ່ເຮັດວຽກຕິດພັນ, ມີຕາງໜ້າຈາກປະເທດໄທ, ກໍາປູເຈຍ ​ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.



ທ່ານ ໄຊລືຊາ ອິນສີຊຽງໃໝ່
, ຮອງລັດຖະມົນຕີ ກຕສ ​ໄດ້​ມີ​ຄໍາ​ເຫັນວ່າ: ການຝຶກອົບຮົມໃນຄັ້ງນີ້ ແນໃສ່ຍົກສູງຄວາມຮູ້ ແລະ ເສີມສ້າງທັກສະດ້ານເຕັກນິກວິຊາການໃຫ້ກັບແມ່ຍິງ ໃນການປ້ອງກັນຕົນເອງ ແລະ ຕອບໂຕ້ຕໍ່ການຫລອກລວງທາງອອນລາຍ, ມີສະຕິຕໍ່ການນຳໃຊ້ອິນເຕີເນັດ ໂດຍສະເພາະຫລີກລ່ຽງ ການຖືກຕົວະຍົວະ, ຫລອກລວງ ແລະ ສະແຫວງຫາຜົນປະໂຫຍດ ທາງສື່ອອນລາຍ ແລະ ການຖືກຂົ່ມຂູ່ຕ່າງໆທາງອອນລາຍ. ພ້ອມນີ້, ກໍເພື່ອເປີດໂອກາດ ແລະ ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງລາວໄດ້ມີສ່ວນຮ່ວມ ແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນກັບແມ່ຍິງ ຕາງໜ້າຈາກ ປະເທດອາຊຽນ ເພື່ອຮັບປະກັນ ການກຽມພ້ອມຮັບມື ແລະ ປ້ອງກັນໄພອັນຕະລາຍຕ່າງໆ ທີ່ອາດຈະເກີດຂຶ້ນ ​ໂດຍ​ສະ​ເພາະໃນໄລຍະທີ່ ສປປ ລາວ ເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ປີ 2024 ແລະ ນໍາເອົາບົດຮຽນ, ຄວາມຮູ້, ປະສົບການທີ່ໄດ້ຖອດຖອນ ຈາກການເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ໄປນຳໃຊ້ເຂົ້າໃນ ການດຳລົງຊີວິດໂຕຈິງຂອງຕົນ ພ້ອມທັງສົ່ງຕໍ່ຄວາມຮູ້ດັ່ງກ່າວ ໃຫ້ຄົນອ້ອມຂ້າງ ມີສະຕິລະວັງຕົວ ແລະ ພ້ອມກັນສ້າງສະພາບແວດລ້ອມທາງໄຊເບີ ທີ່ປອດໄພສຳລັບທຸກຄົນໃນສັງຄົມ.

ພ້ອມນັ້ນ, ຍັງເປັນການສົ່ງເສີມ ການສ້າງທັກສະຄວາມສາມາດ ແລະ ແລກປ່ຽນຄວາມຮູ້ລະ ຫວ່າງ ເອື້ອຍນ້ອງແມ່ຍິງລາວ ແລະ ບັນດາປະເທດອ້ອມຂ້າງກັບຊ່ຽວຊານ ແນໃສ່ສ້າງຄວາມຮັບຮູ້ເຂົ້າໃຈອັນລະອຽດ ກ່ຽວກັບໄພຄຸກຄາມຕ່າງໆທາງໄຊເບີ, ພ້ອມທັງຫາແນວທາງ ແລະ ມາດຕະການໃນການປົກປ້ອງ, ສ້າງກົນໄກການຮ່ວມມື ແລະ ການເຊື່ອມໂຍງທີ່ບໍ່ມີພົມແດນ.

ຂ່າວ-ພາບ: ກຕສ

KPL

ຂ່າວອື່ນໆ

    • ປະເທດ ລາຊະອານາຈັກໄທອາຊຽນ ASEAN

      ປະເທດ ລາຊະອານາຈັກໄທ

      12/19/2025 9:33:38 AM

      ປະເທດລາຊະອານາຈັກໄທ (The Kingdom of Thailand) ມີນະຄອນຫລວງຊື່ວ່າ: ບາງກອກ (Bang kok), ຊຶ່ງເປັນປະເທດ ເພື່ອນບ້ານ ຮັກແພງຊ່ວຍເຫລືອ ເຊິ່ງກັນ ແລະ ກັນມາໂດຍຕະຫລອດກັບ ປະເທດລາວ ແລະ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນກັບ ປະເທດ ສປປ ລາວ ເມື່ອວັນທີ 19.12.1950 ເປັນຕົ້ນມາ.

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

ads
ads

Top