ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ-ບວກ ຫາລືການຮັບມື ກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງ

26/09/2024 15:58
Email Print 141
ຂປລ ຂປລ. ກອງປະຊຸມເຈົ້າໜ້າທີ່ອາວຸໂສ ປ້ອງກັນປະເທດອາຊຽນ-ບວກ (ADSOM-Plus​) ຈັດຂຶ້ນໃນວັນທີ 26 ກັນຍາ 2024 ຢູ່ນະຄອນຫວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຫົວໜ້າເຈົ້າໜ້າທີ່ອາວຸ ໂສປ້ອງກັນປະເທດອາຊຽນ ແຫ່ງ ສປປ ລາວ, ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາ ຊຽນ, ​ຕີ​ມໍ​​ແລັດສະ​ເຕ ​ໃນ​ນາມ​ຜູ້​ສັງ​ເກດ​ການ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.

ຂປລ. ກອງປະຊຸມເຈົ້າໜ້າທີ່ອາວຸໂສ ປ້ອງກັນປະເທດອາຊຽນ-ບວກ (ADSOM-Plus) ຈັດຂຶ້ນໃນວັນທີ 26 ກັນຍາ 2024 ຢູ່ນະຄອນຫວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຫົວໜ້າເຈົ້າໜ້າທີ່ອາວຸ ໂສປ້ອງກັນປະເທດອາຊຽນ ແຫ່ງ ສປປ ລາວ, ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາ ຊຽນ, ​ຕີ​ມໍ​​ແລັດສະ​ເຕ ​ໃນ​ນາມ​ຜູ້​ສັງ​ເກດ​ການ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ພົນຕີ ສົມພອນ ມິດຕະພອນ ​ໄດ້​ມີ​ຄຳ​ເຫັນ​ວ່າ: ປັດຈຸ​ບັນ, ພາກ​ພື້ນ ​ແລະ ​ໃນ​ໂລກ ຜະ​ເຊີນ​ໜ້າ​ກັບ​ໄພ​ຂົ່ມຂູ່ ​ແລະ ສິ່ງ​ທ້າ​ທາຍ​ຕໍ່​ຄວາມ​ໝັ້ນຄົງ ທາງດ້ານການທະຫານ ແລະ ດ້ານຕ່າງໆ ທີ່ຫຍຸ້ງຍາກ​ສັບສົນ ແລະ ​ສະຫລັບ​ສັບ​ຊ້ອນ ໂດຍສະເພາະ ການແຂ່ງຂັນທາງດ້ານຍຸດທະສາດ, ການປ່ຽນແປງ ສະພາບດິນຟ້າອາກາດ, ອາຊະຍາກໍາທາງໄຊເບີ, ຄວາມໝັ້ນຄົງທາງທະເລ ແລະ ອື່ນໆ. ບັນຫາດັ່ງກ່າວ ໄດ້ສົ່ງຜົນກະທົບຕໍ່ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນ. ສະນັ້ນ, ກອງປະຊຸມໃນຄັ້ງນີ້, ຈະເປັນໂອກາດທີ່ດີສໍາລັບການປຶກສາຫາລືກ່ຽວກັບວິທີທາງຕ່າງໆ ເພື່ອສົ່ງເສີມການຮ່ວມມື ດ້ານວຽກງານປ້ອງກັນຊາດ ເພື່ອສາມາດຮັບ​ມື​ກັບ ​ບັນດາ​ສິ່ງ​ທ້າທາຍ​ຕໍ່​ຄວາມ​ໝັ້ນຄົງ​ ໃນ​ປັດຈຸ​ບັນ ​ແລະ ອະນາຄົດ.

ກອງ​ປະຊຸມເຈົ້າໜ້າທີ່ອາວຸໂສ ປ້ອງກັນປະເທດອາຊຽນ-ບວກ ​ ​ເປັນ​ກົນ​ໄກ​ການ​ຮ່ວມ​ມື​ທີ່​ສໍາຄັນ ​ຂອງ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ແລະ ອາ​ຊຽນ-ບວກ ​ໃນ​ການ​ເຮັດ​ວຽກ​ຮ່ວມ​ກັນ ​ແລະ ສົ່ງ​ເສີມ​ການ​ຮ່ວມ​ມື​ທີ່​ເປັນ​ຮູ​ບປະ​ທໍາ ​ແລະ ການ​ເສີມ​ສ້າງ​ຂີດ​ຄວາມ​ສາມາດ​ຕ່າງໆ ​​ເພື່ອ​ຮັບ​ມືກັບ​​​ໄພ​ຂົ່ມຂູ່ຕ່າງໆ​ ຕໍ່​ຄວາມ​ໝັ້ນຄົງ​ ໃຫ້​ມີ​ປະສິດທິພາບ, ປະກອບສ່ວນ​ເຂົ້າ​ໃນສັນຕິພາບ, ຄວາມ​ໝັ້ນຄົງ ແລະ ການ​ພັດທະນາ​ຂອງ​ພາກ​ພື້ນ. ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ບັນດາຄະນະຜູ້ແທນ ຈາກປະເທດສະມາຊິກອາຊຽນ-ບວກ ຈະຕ້ອງໄດ້ພ້ອມກັນປຶກສາຫາລື ແລະ ເປັນເອກະພາບກັນ ໃນຫລາຍໆບັນຫາ ເຊິ່ງເປັນພື້ນຖານອັນສໍາຄັນ ໃຫ້ແກ່ການສືບຕໍ່ຈັດຕັ້ງປະຕິບັດ ບັນດາແຜນການຮ່ວມມື ຂອງເຈົ້າໜ້າທີ່ອາວຸ ໂສປ້ອງກັນປະເທດອາຊຽນ-ບວກ ແລະ ເປັນການກະກຽມຄວາມພ້ອມ ໃຫ້ແກ່ການຈັດກອງປະຊຸມ ລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 11 ແລະ ກິດຈະກໍາປິ່ນອ້ອມອື່ນໆ ທີ່ຈະຈັດຂຶ້ນໃນເດືອນພະຈິກ ທີ່ຈະມາເຖິງ ໃຫ້ບັນລຸຜົນສຳເລັດຕາມຈຸດປະສົງ​ ແລະ ​ຄາດໝາຍທີ່ກອງປະຊຸມວາງໄວ້​.

ຂ່າວ-ພາບ: ຢ່າ​ຕົ້ງ

KPL

ຂ່າວອື່ນໆ

    • ລັດຖະມົນຕີສະພາປະຊາຄົມວັດທະນະທຳ- ສັງຄົມອາຊຽນ ຮັບຮອງເອົາຫລາຍເອກະສານສຳຄັນອາຊຽນ ASEAN

      ລັດຖະມົນຕີສະພາປະຊາຄົມວັດທະນະທຳ- ສັງຄົມອາຊຽນ ຮັບຮອງເອົາຫລາຍເອກະສານສຳຄັນ

      9/26/2024 4:50:29 PM

      ຂປລ. ກອງປະຊຸມ ລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນ ໃນວັນທີ 26 ກັນຍາ 2024 ນີ້, ໄດ້ປິດລົງດ້ວຍຜົນສຳເລັດ ເຊິ່ງກອງປະຊຸມ ໄດ້ປຶກສາຫາລື ແລະ ຕົກລົງຮັບຮອງເອົາ ຫລາຍບັນຫາສຳຄັນ ເປັນຕົ້ນຮັບຮອງເອົາຖະແຫລງການ ແລະ ເອກະສານສຳຄັນຂອງອາຊຽນ ຈຳນວນ 29 ສະບັບ ເພື່ອນຳສະເໜີຕໍ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ເຊິ່ງຈະຈັດຂຶ້ນໃນຕົ້ນເດືອນຕຸລາ 2024 ພິຈາລະ ນາຮັບຮອງ ຫລື ຮັບຊາບ.

    • ສ້າງສະພາບແວດລ້ອມທາງໄຊເບີ ທີ່ປອດໄພ ສຳລັບແມ່ຍິງໃນອາຊຽນອາຊຽນ ASEAN

      ສ້າງສະພາບແວດລ້ອມທາງໄຊເບີ ທີ່ປອດໄພ ສຳລັບແມ່ຍິງໃນອາຊຽນ

      9/26/2024 4:10:05 PM

      ຂປລ. ກົມຄວາມປອດໄພທາງໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສະຖານທູດ ອົດສະຕຣາລີ ປະຈໍາ ສປປ ລາວ ແລະ ສູນກາງສະຫະພັນແມ່ຍິງລາວ ຈັດຝຶກອົບຮົມໃນຫົວຂໍ້ “ສ້າງສະພາບແວດລ້ອມທາງໄຊເບີທີ່ປອດໄພ ແລະ ເຂັ້ມແຂງ ສຳລັບແມ່ຍິງໃນອາຊຽນ” ໃນວັນທີ 26 ກັນຍາ 2024 ຢູ່ ນະຄອນຫລວງວຽງຈັນ

    • ເຊື່ອມໂຍງພະລັງງານອາຊຽນ ແນໃສ່ວາງຮາກ ຖານ ພັດທະນາເສດຖະກິດ-ສັງຄົມຂອງພາກພື້ນອາຊຽນ ASEAN

      ເຊື່ອມໂຍງພະລັງງານອາຊຽນ ແນໃສ່ວາງຮາກ ຖານ ພັດທະນາເສດຖະກິດ-ສັງຄົມຂອງພາກພື້ນ

      9/26/2024 3:48:56 PM

      ຂປລ. ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 (AMEM-42) ແລະ ກອງປະຊຸມອາຊຽນ ດ້ານທຸລະກິດພະລັງງານ ຄັ້ງທີ 24 (AEBF-24) ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 26 ກັນຍາ 2024 ທີ່ຫໍປະຊຸມແຫ່ງຊາດ ໂດຍການ​ເປັນ​ປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາຜູ້ແທນຈາກປະເທດສະມາຊິກອາຊຽນ, ປະ ເທດ ຕີມໍ​ແລັດສະເຕ ໃນນາມປະເທດສັງເກດການ, ກອງເລຂາອາຊຽນ, ສູນພະລັງງານອາຊຽນ ແລະ ບັນດາປະເທດ + 8( ອົດສະຕຣາລີ, ສປ ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ສ ເກົາຫລີ, ລັດເຊຍ ແລະ ອາເມລິກາ) ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ລາວ ເປັນເຈົ້າພາບ ກອງປະຊຸມ ລັດຖະມົນຕີສະພາ ປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ຄັ້ງທີ 32ອາຊຽນ ASEAN

      ລາວ ເປັນເຈົ້າພາບ ກອງປະຊຸມ ລັດຖະມົນຕີສະພາ ປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ຄັ້ງທີ 32

      9/26/2024 12:19:45 PM

      ຂປລ. ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມ ລັດຖະມົນຕີສະພາປະຊາຄົມວັດ ທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ຢູ່ນະຄອນຫລວງວຽງຈັນ ໃນວັນທີ 26 ກັນຍາ 2024 ເພື່ອປຶກສາຫາລື ແລະ ຕົກລົງ, ຮັບຮອງເອົາຫລາຍບັນຫາສຳຄັນຂອງອາຊຽນ

    • ເຈົ້າໜ້າທີ່ອາວຸໂສວັດທະນະທຳ-ສັງຄົມ ອາຊຽນ ທົບທວນຄືນຫລາຍບັນຫາສຳຄັນອາຊຽນ ASEAN

      ເຈົ້າໜ້າທີ່ອາວຸໂສວັດທະນະທຳ-ສັງຄົມ ອາຊຽນ ທົບທວນຄືນຫລາຍບັນຫາສຳຄັນ

      9/26/2024 12:01:04 PM

      ຂປລ. ກອງປະຊຸມເຈົ້າໜ້າທີ່ອາວຸໂສ ເສົາຄ້ຳວັດທະນະທໍາ-ສັງຄົມອາຊຽນ ຄັ້ງທີ 37 ຈັດຂຶ້ນໃນວັນທີ 25 ກັນຍາ 2024 ນີ້, ຢູ່ນະຄອນຫລວງວຽງຈັນ ສປປ ລາວ ເພື່ອປຶກສາຫາລື ແລະ ທົບທວນຄືນ ຫລາຍບັນຫາສຳຄັນ ຂອງບັນດາກອງປະຊຸມກ່ຽວຂ້ອງ

ads
ads

Top