ລັດຖະມົນຕີສະພາປະຊາຄົມວັດທະນະທຳ- ສັງຄົມອາຊຽນ ຮັບຮອງເອົາຫລາຍເອກະສານສຳຄັນ

26/09/2024 16:50
Email Print 1870
ຂປລ ຂປລ. ກອງປະຊຸມ ລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນ ໃນວັນທີ 26 ກັນຍາ 2024 ນີ້, ໄດ້ປິດລົງດ້ວຍຜົນສຳເລັດ ເຊິ່ງກອງປະຊຸມ ໄດ້ປຶກສາຫາລື ແລະ ຕົກລົງຮັບຮອງເອົາ ຫລາຍບັນຫາສຳຄັນ ເປັນຕົ້ນຮັບຮອງເອົາຖະແຫລງການ ແລະ ເອກະສານສຳຄັນຂອງອາຊຽນ ຈຳນວນ 29 ສະບັບ ເພື່ອນຳສະເໜີຕໍ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ເຊິ່ງຈະຈັດຂຶ້ນໃນຕົ້ນເດືອນຕຸລາ 2024 ພິຈາລະ ນາຮັບຮອງ ຫລື ຮັບຊາບ.




ຂປລ. ກອງປະຊຸມ ລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ
32 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນ ໃນວັນທີ 26 ກັນຍາ 2024 ນີ້, ໄດ້ປິດລົງດ້ວຍຜົນສຳເລັດ ເຊິ່ງກອງປະຊຸມ ໄດ້ປຶກສາຫາລື ແລະ ຕົກລົງຮັບຮອງເອົາ ຫລາຍບັນຫາສຳຄັນ ເປັນຕົ້ນຮັບຮອງເອົາຖະແຫລງການ ແລະ ເອກະສານສຳຄັນຂອງອາຊຽນ ຈຳນວນ 29 ສະບັບ ເພື່ອນຳສະເໜີຕໍ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ເຊິ່ງຈະຈັດຂຶ້ນໃນຕົ້ນເດືອນຕຸລາ 2024   ພິຈາລະ ນາຮັບຮອງ ຫລື ຮັບຊາບ.

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຖະແຫລງຜົນສຳເລັດຂອງກອງປະຊຸມດັ່ງກ່າວວ່າ: ກອງປະຊຸມລັດຖະມົນຕີ ສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ໄດ້ປຶກສາຫາລື ແລະ ຕົກລົງເຫັນດີຮັບຮອງເອົາຫລາຍບັນຫາສຳຄັນ ເປັນຕົ້ນ ໄດ້ຮັບຮອງຖະແຫລງການ ແລະ ເອກະສານ ສຳຄັນຂອງອາຊຽນ ຈຳນວນ 29 ສະບັບ ເພື່ອນຳສະເໜີຕໍ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ພິຈາລະນາ ຮັບຮອງ ຫລື ຮັບຊາບ ເປັນຕົ້ນ ຖະແຫລງການວັງວຽງ ວ່າດ້ວຍ ການສົ່ງເສີມຜະລິດຕະພັນວັດທະນະທຳ ຂະໜາດນ້ອຍ ແລະ ຂະໜາດກາງ ຄຽງຄູ່ກັບການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ; ຖະແຫລງ ການວຽງຈັນ ວ່າດ້ວຍຄວາມສະເໝີພາບ, ການເຂົ້າເຖິງ ແລະ ສິ່ງແວດລ້ອມ: ຄວາມກ້າວໜ້າໃນການສ້າງຄວາມເຂັ້ມແຂງ ຕໍ່ສະພາບອາກາດຕັ້ງແຕ່ໄວເດັກໃນອາຊຽນ; ຖະແຫລງການຮ່ວມອາຊຽນ ວ່າດ້ວຍ ການປ່ຽນແປງດິນຟ້າອາກາດ ຕໍ່ກອງປະຊຸມລັດພາຄີສົນທິສັນຍາ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 29; ຖະແຫລງການຮ່ວມອາຊຽນ ວ່າດ້ວຍຊີວະນາໆພັນ ຕໍ່ກອງປະຊຸມລັດພາຄີ ສົນທິສັນຍາ ວ່າດ້ວຍຄວາມຫລາກຫລາຍດ້ານຊີວະນາໆພັນ ຄັ້ງທີ 16; ຖະແຫລງການອາຊຽນ ວ່າດ້ວຍເສດຖະກິດໝູນວຽນ ເພື່ອແກ້ໄຂບັນຫາ ມົນລະພິດດ້ານປລາສຕິກ; ຖະແຫລງການອາຊຽນ ວ່າດ້ວຍການສົ່ງເສີມວຽກງານ ເສດຖະກິດການດູແລເບິ່ງແຍງ ແລະ ຄວາມເຂັ້ມແຂງ ເພື່ອກ້າວໄປສູ່ປະຊາຄົມອາຊຽນທີ່ຍືນຍົງ ຫລັງປີ 2025; ຖະແຫລງການຜູ້ນໍາອາຊຽນ ວ່າດ້ວຍ ການສ້າງຄວາມເຂັ້ມແຂງ ດ້ານຄວາມປອດໄພ ແລະ ຄວາມໝັ້ນຄົງທາງດ້ານຊີວະພາບ ໃນລະດັບພາກພື້ນ; ຖະແຫລງການວຽງຈັນ ວ່າດ້ວຍການເຄື່ອນຍ້າຍ, ການພັດທະນາ ແລະ ການຮັບຮູ້ສີມືແຮງງານເຄື່ອນຍ້າຍ; ຖະແຫລງການອາຊຽນ ວ່າດ້ວຍ ການປ້ອງກັນການໃຊ້ແຮງງານເດັກ ລວມທັງການລຶບລ້າງການນຳໃຊ້ແຮງງານເດັກ ໃນທຸກຮູບແບບທີ່ຮ້າຍແຮງ ແລະ ຖະແຫລງການອື່ນໆ.

ພ້ອມນີ້, ກອງປະຊຸມ ຍັງໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ 9 ບຸລິ ມະສິດ ຂອງປະທານອາຊຽນ ປີ 2024 ແລະ ຍິນດີຕໍ່ຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນແມ່ບົດ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ 2025 ແລະ ການຮ່າງແຜນຍຸດທະສາດ ເສົາຄໍ້າວັດທະນະທຳ-ສັງຄົມອາຊຽນ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045 ເຊິ່ງຈະຖືກຮັບຮອງເອົາໃນປີໜ້າ.

ໝາກຜົນຂອງກອງປະຊຸມລັດຖະມົນຕີ ສະພາວັດທະນະທຳ-ສັງຄົມ ອາຊຽນ ຄັ້ງທີ 32 ຈະເປັນພື້ນຖານອັນສໍາຄັນ ໃຫ້ແກ່ຜົນສໍາເລັດ ຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນ ໃນວັນທີ 8-11 ຕຸລາ 2024 ທີ່ ນະຄອນຫລວງວຽງຈັນ.

ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງ​ກ່າວອີກວ່າ: ເພື່ອຜັນຂະຫຍາຍ ຄຳຂວັນ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນໃຫ້ປະກົດຜົນເປັນຈິງ, ສປປ ລາວ ໄດ້ກຳນົດ 9 ຂົງ ເຂດບຸລິມະສິດ ໃນສາມເສົາຄໍ້າຂອງອາຊຽນ. ໃນນັ້ນ, ເສົາຄໍ້າວັດທະນະທຳ-ສັງຄົມອາຊຽນ ມີ 4 ຂົງ ເຂດບຸລິມະສິດ ຄື: ການເສີມຂະຫຍາຍ ບົດບາດຂອງສິລະປະ ແລະ ວັດທະນະທຳ ພາຍໃນພາກພື້ນ ລວມເຖິງການເສີມສ້າງຂີດຄວາມສາມາດ ໃຫ້ແກ່ຊັບພະຍາກອນມະນຸດ ແລະ ຊຸກຍູ້ໃຫ້ມີການເຕີບໂຕ ຂອງບັນດາວິສາຫະກິດ ດ້ານວັດທະນະທຳ ຂະໜາດນ້ອຍ ແລະ ຂະໜາດກາງ ຕາມທິດເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ; ການປົກປັກຮັກສາສິ່ງແວດລ້ອມ, ສຸມໃສ່ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ, ການສົ່ງເສີມໃຫ້ບັນດາຕົວເມືອງ ມີຄວາມຍືນຍົງດ້ານສິ່ງແວດລ້ອມ ແລະ ການຜະລິດ, ຊົມໃຊ້ແບບຍືນຍົງ; ການສົ່ງເສີມຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ແມ່ຍິງ-ເດັກຍິງ ແລະ ການສ້າງຄວາມເຂັ້ມແຂງ ດ້ານໂຄງລ່າງພື້ນຖານ ສາທາລະນະສຸກ ແລະ ສຸຂະພາບ.

ຂ່າວ: ທະນູທອງ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top