ເຊື່ອມໂຍງພະລັງງານອາຊຽນ ແນໃສ່ວາງຮາກ ຖານ ພັດທະນາເສດຖະກິດ-ສັງຄົມຂອງພາກພື້ນ

26/09/2024 15:48
Email Print 124
ຂປລ ຂປລ. ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 (AMEM-42) ແລະ ກອງປະຊຸມອາຊຽນ ດ້ານທຸລະກິດພະລັງງານ ຄັ້ງທີ 24 (AEBF-24) ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 26 ກັນຍາ 2024 ທີ່ຫໍປະຊຸມແຫ່ງຊາດ ໂດຍການ​ເປັນ​ປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາຜູ້ແທນຈາກປະເທດສະມາຊິກອາຊຽນ, ປະ ເທດ ຕີມໍ​ແລັດສະເຕ ໃນນາມປະເທດສັງເກດການ, ກອງເລຂາອາຊຽນ, ສູນພະລັງງານອາຊຽນ ແລະ ບັນດາປະເທດ + 8( ອົດສະຕຣາລີ, ສປ ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ສ ເກົາຫລີ, ລັດເຊຍ ແລະ ອາເມລິກາ) ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.



ຂປລ. ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ
42 (AMEM-42) ແລະ ກອງປະຊຸມອາຊຽນ ດ້ານທຸລະກິດພະລັງງານ ຄັ້ງທີ 24 (AEBF-24) ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 26 ກັນຍາ 2024 ທີ່ຫໍປະຊຸມແຫ່ງຊາດ ໂດຍການ​ເປັນ​ປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາຜູ້ແທນຈາກປະເທດສະມາຊິກອາຊຽນ, ປະ ເທດ ຕີມໍ​ແລັດສະເຕ ໃນນາມປະເທດສັງເກດການ, ກອງເລຂາອາຊຽນ, ສູນພະລັງງານອາຊຽນ ແລະ ບັນດາປະເທດ + 8( ອົດສະຕຣາລີ, ສປ ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ສ ເກົາຫລີ, ລັດເຊຍ ແລະ ອາເມລິກາ) ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.



ທ່ານ ໂພໄຊ ໄຊຍະສອນ ກ່າວເປີດກອງປະຊຸມວ່າ: ສປປ ລາວ ໃນຖານະປະທານອາຊຽນ ປີ
2024 ໄດ້ກຳນົດຫົວຂໍ້ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນທີ່ເນັ້ນໃຫ້ເຫັນບົດບາດສໍາຄັນ ຂອງການເຊື່ອມໂຍງພະລັງງານອາຊຽນ ແນໃສ່ເພື່ອວາງຮາກຖານສໍາຄັນ ຂອງການພັດທະນາເສດຖະກິດ ແລະ ສັງຄົມຂອງພາກພື້ນ. ໃນຂະນະດຽວກັນ, ການກຽມຄວາມພ້ອມເພື່ອຮັບມື ກັບການປ່ຽນແປງດິນຟ້າອາກາດ ແລະ ການປ່ຽນຜ່ານສູ່ພະລັງງານ ທີ່ສະອາດກວ່າ, ພ້ອມນີ້ ເຮົາກໍາລັງຢູ່ໃນໄລຍະສຸດທ້າຍ ຂອງການຈັດຕັ້ງປະຕິບັດແຜນວຽກ ອາປາເອັກ (APAEC) ໄລຍະທີ 2 ໃນປີ 2025 ສິ່ງສໍາຄັນແມ່ນເຮົາຕ້ອງທົບທວນ ຜົນສໍາເລັດທີ່ເຮົາໄດ້ຈັດຕັ້ງປະຕິບັດ ແລະ ທິດທາງທີ່ອາຊຽນຈະກ້າວເດີນຕໍ່ໄປຂ້າງໜ້າ ເພື່ອບັນລຸເປົ້າໝາຍລວມອາຊຽນ.




ພ້ອມ​ກັນ​ນີ້, ຍັງ​ມີກອງປະຊຸມອາຊຽນ ດ້ານທຸລະກິດພະລັງງານ ຄັ້ງທີ
24 (AEBF-24) ທີ່ຈັດໂດຍສູນພະລັງງານອາຊຽນ ເຊິ່ງມີຄວາມຄາດຫວັງວ່າ ໃຫ້ເປັນອີກເວທີໜຶ່ງທີ່ສຳຄັນ ເພື່ອເຊື່ອມໂຍງລະຫວ່າງ ຜູ້ກຳນົດນະໂຍບາຍລະດັບສູງ ແລະ ຜູ້ມີສ່ວນຮ່ວມພາກທຸລະກິດ ເພື່ອແລກປ່ຽນຂໍ້ມູນ ແລະ ກາລະໂອກາດຂອງ ການຮ່ວມມື ເຊິ່ງກອງປະຊຸມດັ່ງກ່າວ ຈະໄດ້ເພີ່ມທະວີການຮ່ວມມື ໃນພາກພື້ນຂອງພວກເຮົາ ເພື່ອສ້າງຄວາມຮັບປະກັນ ດ້ານພະລັງງານທີ່ໝັ້ນຄົງ ແລະ ອານາຄົດທີ່ຍືນຍົງ ສຳລັບປະຊາຊົນທຸກຄົນໃນປະຊາຄົມ .

ຂ່າວ: ວຽງສະຫວັນ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top