ລາວ ເປັນເຈົ້າພາບ ກອງປະຊຸມ ລັດຖະມົນຕີສະພາ ປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ຄັ້ງທີ 32

26/09/2024 12:19
Email Print 147
ຂປລ ຂປລ. ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມ ລັດຖະມົນຕີສະພາປະຊາຄົມວັດ ທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ຢູ່ນະຄອນຫລວງວຽງຈັນ ໃນວັນທີ 26 ກັນຍາ 2024 ເພື່ອປຶກສາຫາລື ແລະ ຕົກລົງ, ຮັບຮອງເອົາຫລາຍບັນຫາສຳຄັນຂອງອາຊຽນ




ຂປລ. ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມ ລັດຖະມົນຕີສະພາປະຊາຄົມວັດ ທະນະທຳ-ສັງຄົມອາຊຽນ ຄັ້ງທີ
32 ຢູ່ນະຄອນຫລວງວຽງຈັນ ໃນວັນທີ 26 ກັນຍາ 2024 ເພື່ອປຶກສາຫາລື ແລະ ຕົກລົງ, ຮັບຮອງເອົາຫລາຍບັນຫາສຳຄັນຂອງອາຊຽນ ໂດຍການເປັນປະທານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍມີ ບັນດາລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ, ຫົວໜ້າຄະນະຜູ້ແທນອາຊຽນ, ຮອງເລຂາທິການ ໃຫຍ່ອາຊຽນ, ລັດຖະມົນຕີກະຊວງສາມັກຄີ ແລະ ການມີສ່ວນຮ່ວມທາງສັງຄົມ ແຫ່ງ ຕີມໍເເລັດສະເຕ ແລະ ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ຂະແໜງການປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ, ພ້ອມດ້ວຍເອກະອັກຄະລັດຖະທູດອາຊຽນ ແລະ ຕີມໍ ແລັດສະເຕ ປະຈໍາ ສປປ ລາວ ເຂົ້າຮ່ວມ.




ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ມີຄໍາເຫັນວ່າ:
ກອງປະຊຸມໃນຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າ, ແລກປ່ຽນຄໍາຄິດຄໍາເຫັນ ແລະ ປຶກສາຫາລື ເພື່ອຄວາມເປັນເອກະພາບກັນ ໃນການຮັບຮອງເອົາບັນດາ ເອກະສານສໍາຄັນຂອງອາຊຽນ ຈຳນວນ 29 ສະບັບ ລວມທັງບົດລາຍງານ ກອງປະຊຸມລັດຖະ ມົນຕີປະຊາຄົມວັດທະນະທໍາ-ສັງຄົມ ອາຊຽນ ເພື່ອສະເໜີ ຕໍ່ຜູ້ນຳອາຊຽນ ພິຈາລະນາຮັບຮອງ ແລະ ຮັບຊາບ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ຈະຈັດຂຶ້ນໃນຕົ້ນເດືອນ ຕຸລາ 2024 ທີ່ຈະມາເຖິງນີ້, ບັນດາເອກະສານ ສຳຄັນດັ່ງກ່າວ, ຈະກາຍເປັນນິຕິກຳ ທີ່ມີຄວາມໝາຍຄວາມສຳຄັນ ແລະ ເປັນບ່ອນອີງທີ່ໜັກເເໜ້ນ ໃຫ້ແກ່ທຸກພາກສ່ວນກ່ຽວຂ້ອງ ເພື່ອນຳໄປຈັດຕັ້ງຜັນ ຂະຫຍາຍເຂົ້າໃນວຽກງານ ແຕ່ລະຂະແໜງການ ພາຍໃຕ້ເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ ໃຫ້ປາກົດຜົນເປັນຈິງໃນຕໍ່ໜ້າ ແນໃສ່ຮັບປະກັນຜົນປະໂຫຍດລວມ ຂອງປະຊາຊົນພວກເຮົາໃນອະນາຄົດ ກໍຄື ການສ້າງ ປະຊາຄົມອາຊຽນ ໃຫ້ຈະເລີນຮຸ່ງເຮືອງ, ສັງຄົມມີຄວາມປອງດອງ, ປະຊາຊົນມີວິຖີຊີວິດທີ່ດີ, ມີການພັດທະນາແບບຍືນຍົງ, ມີຄວາມເຄົາລົບ, ຮັບຮູ້ ແລະ ເຂົ້າໃຈເຊິ່ງກັນ ແລະ ກັນ ດ້ວຍການໂຄສະນາສົ່ງເສີມວັດ ທະນະທໍາທີ່ຫລາກຫລາຍ ແລະ ເປັນເອກະລັກຂອງອາຊຽນ, ສາມາດເຂົ້າເຖິງການສຶກສາ ແລະ ຮັບຮູ້ຂໍ້ມູນຂ່າວສານຢ່າງເທົ່າທຽມກັນ, ສ້າງຄວາມ ປອດໄພທາງດ້ານສຸຂະພາບ, ຮັກສາສິ່ງແວດລ້ອມໃຫ້ຍືນຍົງ ແລະ ພ້ອມກັນຮັບມືກັບການປ່ຽນແປງ ຂອງດິນຟ້າອາກາດ, ພັດທະນາສີມືແຮງງານໃຫ້ມີຄຸນນະພາບ ທັງຮັບປະກັນແຮງງານ ເຄື່ອນຍ້າຍທີ່ຖືກຕ້ອງ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ເປີດກວ້າງໂອກາດ ໃນການປະກອບອາຊີບສຳລັບໄວໜຸ່ມ, ຜູ້ດ້ອຍໂອກາດ ແລະ ຜູ້ເສຍອົງຄະໃຫ້ນັບມື້ຫລາຍຂຶ້ນ.

ພ້ອມນີ້, ໃນກອງປະຊຸມ ຍັງໄດ້ປຶກສາຫາລື ແລະ ໃຫ້ຄໍາເຫັນຊີ້ແນະ ຕໍ່ກັບວາລະລວມທີ່ສໍາຄັນຕ່າງໆ ຂອງແຜນຍຸດທະສາດ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຫລັງປີ 2025 ເຊິ່ງໄດ້ສໍາເລັດລຸລ່ວງໄປດ້ວຍດີ ໃນເດືອນສິງຫາ ຜ່ານມາ ຢູ່ນະຄອນຫລວງວຽງຈັນ.

ພ້ອມນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຄວາມຫ້າວຫັນ ແລະ ເອົາໃຈໃສ່ດ້ວຍຄວາມຮັບຜິດຊອບສູງ ຂອງທຸກພາກສ່ວນທີ່ກ່ຽວຂ້ອງ ໃນການກະກຽມປະເມີນທ້າຍສະໄໝ ແຜນແມ່ບົດປະຊາຄົມວັດທະນະທຳ-ສັງຄົມອາຊຽນ 2025 ໃຫ້ປະສົບຜົນສໍາເລັດ ຕາມຄາດໝາຍທີ່ວາງໄວ້ ກໍຄື ໜ່ວຍງານພັດທະນາ ແຜນຍຸດ ທະສາດປະຊາຄົມ ວັດທະນະທຳ-ສັງຄົມອາ ຊຽນ ຫລັງປີ 2025 ແລະ ທຸກພາກສ່ວນກ່ຽວຂ້ອງ ທີ່ໄດ້ເອົາໃຈໃສ່ປະກອບສ່ວນໃນ ການພັດທະນາ ຮ່າງແຜນຍຸດທະສາດດັ່ງກ່າວ, ເຫັນວ່າມີຄວາມຄືບໜ້າ ໄປຕາມແຜນ ທີ່ກໍານົດໄວ້ຢ່າງໜ້າເພິ່ງພໍໃຈ ເຊິ່ງປະກອບສ່ວນສໍາຄັນຕໍ່ ການສ້າງວິໄສທັດ ຂອງປະຊາຄົມອາຊຽນ 2045 ແລະ ເອກະສານສຳຄັນກ່ຽວ ຂ້ອງ ທີ່ຈະຮັບຮອງເອົາໃນປີ 2025 ໃຫ້ສໍາເລັດຢ່າງເປັນຮູບປະທໍາ.

ຂ່າວ: ທະນູທອງ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ລັດຖະມົນຕີສະພາປະຊາຄົມວັດທະນະທຳ- ສັງຄົມອາຊຽນ ຮັບຮອງເອົາຫລາຍເອກະສານສຳຄັນອາຊຽນ ASEAN

      ລັດຖະມົນຕີສະພາປະຊາຄົມວັດທະນະທຳ- ສັງຄົມອາຊຽນ ຮັບຮອງເອົາຫລາຍເອກະສານສຳຄັນ

      9/26/2024 4:50:29 PM

      ຂປລ. ກອງປະຊຸມ ລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນ ໃນວັນທີ 26 ກັນຍາ 2024 ນີ້, ໄດ້ປິດລົງດ້ວຍຜົນສຳເລັດ ເຊິ່ງກອງປະຊຸມ ໄດ້ປຶກສາຫາລື ແລະ ຕົກລົງຮັບຮອງເອົາ ຫລາຍບັນຫາສຳຄັນ ເປັນຕົ້ນຮັບຮອງເອົາຖະແຫລງການ ແລະ ເອກະສານສຳຄັນຂອງອາຊຽນ ຈຳນວນ 29 ສະບັບ ເພື່ອນຳສະເໜີຕໍ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ເຊິ່ງຈະຈັດຂຶ້ນໃນຕົ້ນເດືອນຕຸລາ 2024 ພິຈາລະ ນາຮັບຮອງ ຫລື ຮັບຊາບ.

    • ສ້າງສະພາບແວດລ້ອມທາງໄຊເບີ ທີ່ປອດໄພ ສຳລັບແມ່ຍິງໃນອາຊຽນອາຊຽນ ASEAN

      ສ້າງສະພາບແວດລ້ອມທາງໄຊເບີ ທີ່ປອດໄພ ສຳລັບແມ່ຍິງໃນອາຊຽນ

      9/26/2024 4:10:05 PM

      ຂປລ. ກົມຄວາມປອດໄພທາງໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສະຖານທູດ ອົດສະຕຣາລີ ປະຈໍາ ສປປ ລາວ ແລະ ສູນກາງສະຫະພັນແມ່ຍິງລາວ ຈັດຝຶກອົບຮົມໃນຫົວຂໍ້ “ສ້າງສະພາບແວດລ້ອມທາງໄຊເບີທີ່ປອດໄພ ແລະ ເຂັ້ມແຂງ ສຳລັບແມ່ຍິງໃນອາຊຽນ” ໃນວັນທີ 26 ກັນຍາ 2024 ຢູ່ ນະຄອນຫລວງວຽງຈັນ

    • ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ-ບວກ ຫາລືການຮັບມື ກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງອາຊຽນ ASEAN

      ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ-ບວກ ຫາລືການຮັບມື ກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງ

      9/26/2024 3:58:35 PM

      ຂປລ. ກອງປະຊຸມເຈົ້າໜ້າທີ່ອາວຸໂສ ປ້ອງກັນປະເທດອາຊຽນ-ບວກ (ADSOM-Plus​) ຈັດຂຶ້ນໃນວັນທີ 26 ກັນຍາ 2024 ຢູ່ນະຄອນຫວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຫົວໜ້າເຈົ້າໜ້າທີ່ອາວຸ ໂສປ້ອງກັນປະເທດອາຊຽນ ແຫ່ງ ສປປ ລາວ, ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາ ຊຽນ, ​ຕີ​ມໍ​​ແລັດສະ​ເຕ ​ໃນ​ນາມ​ຜູ້​ສັງ​ເກດ​ການ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.

    • ເຊື່ອມໂຍງພະລັງງານອາຊຽນ ແນໃສ່ວາງຮາກ ຖານ ພັດທະນາເສດຖະກິດ-ສັງຄົມຂອງພາກພື້ນອາຊຽນ ASEAN

      ເຊື່ອມໂຍງພະລັງງານອາຊຽນ ແນໃສ່ວາງຮາກ ຖານ ພັດທະນາເສດຖະກິດ-ສັງຄົມຂອງພາກພື້ນ

      9/26/2024 3:48:56 PM

      ຂປລ. ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 (AMEM-42) ແລະ ກອງປະຊຸມອາຊຽນ ດ້ານທຸລະກິດພະລັງງານ ຄັ້ງທີ 24 (AEBF-24) ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 26 ກັນຍາ 2024 ທີ່ຫໍປະຊຸມແຫ່ງຊາດ ໂດຍການ​ເປັນ​ປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາຜູ້ແທນຈາກປະເທດສະມາຊິກອາຊຽນ, ປະ ເທດ ຕີມໍ​ແລັດສະເຕ ໃນນາມປະເທດສັງເກດການ, ກອງເລຂາອາຊຽນ, ສູນພະລັງງານອາຊຽນ ແລະ ບັນດາປະເທດ + 8( ອົດສະຕຣາລີ, ສປ ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ສ ເກົາຫລີ, ລັດເຊຍ ແລະ ອາເມລິກາ) ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ເຈົ້າໜ້າທີ່ອາວຸໂສວັດທະນະທຳ-ສັງຄົມ ອາຊຽນ ທົບທວນຄືນຫລາຍບັນຫາສຳຄັນອາຊຽນ ASEAN

      ເຈົ້າໜ້າທີ່ອາວຸໂສວັດທະນະທຳ-ສັງຄົມ ອາຊຽນ ທົບທວນຄືນຫລາຍບັນຫາສຳຄັນ

      9/26/2024 12:01:04 PM

      ຂປລ. ກອງປະຊຸມເຈົ້າໜ້າທີ່ອາວຸໂສ ເສົາຄ້ຳວັດທະນະທໍາ-ສັງຄົມອາຊຽນ ຄັ້ງທີ 37 ຈັດຂຶ້ນໃນວັນທີ 25 ກັນຍາ 2024 ນີ້, ຢູ່ນະຄອນຫລວງວຽງຈັນ ສປປ ລາວ ເພື່ອປຶກສາຫາລື ແລະ ທົບທວນຄືນ ຫລາຍບັນຫາສຳຄັນ ຂອງບັນດາກອງປະຊຸມກ່ຽວຂ້ອງ

ads
ads

Top