ເຈົ້າໜ້າທີ່ອາວຸໂສວັດທະນະທຳ-ສັງຄົມ ອາຊຽນ ທົບທວນຄືນຫລາຍບັນຫາສຳຄັນ

26/09/2024 12:01
Email Print 153
ຂປລ ຂປລ. ກອງປະຊຸມເຈົ້າໜ້າທີ່ອາວຸໂສ ເສົາຄ້ຳວັດທະນະທໍາ-ສັງຄົມອາຊຽນ ຄັ້ງທີ 37 ຈັດຂຶ້ນໃນວັນທີ 25 ກັນຍາ 2024 ນີ້, ຢູ່ນະຄອນຫລວງວຽງຈັນ ສປປ ລາວ ເພື່ອປຶກສາຫາລື ແລະ ທົບທວນຄືນ ຫລາຍບັນຫາສຳຄັນ ຂອງບັນດາກອງປະຊຸມກ່ຽວຂ້ອງ



ຂປລ. ກອງປະຊຸມເຈົ້າໜ້າທີ່ອາວຸໂສ ເສົາຄ້ຳວັດທະນະທໍາ-ສັງຄົມອາຊຽນ ຄັ້ງທີ 37 ຈັດຂຶ້ນໃນວັນທີ 25 ກັນຍາ 2024 ນີ້
, ຢູ່ນະຄອນຫລວງວຽງຈັນ ສປປ ລາວ ເພື່ອປຶກສາຫາລື ແລະ ທົບທວນຄືນ ຫລາຍບັນຫາສຳຄັນ ຂອງບັນດາກອງປະຊຸມກ່ຽວຂ້ອງ ທີ່ໄດ້ຈັດຂຶ້ນຜ່ານມາ ໂດຍການເປັນປະທານຂອງ ທ່ານ ຄຳພູ ເພັຍສັກຂາ ຮອງຫົວໜ້າກົມແຜນການ ແລະ ການຮ່ວມ ມືສາກົນ, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທັງເປັນຫົວ ໜ້າທີ່ອາວຸໂສວັດທະນະທຳ-ສັງຄົມອາຊຽນ ຂອງ ສປປ ລາວ ໂດຍມີບັນດາເຈົ້າໜ້າທີ່ ອາວຸໂສເສົາຄ້ຳ ວັດທະນະທຳ-ສັງຄົມອາຊຽນ, ປະເທດຕີມໍແລັດສະເຕ, ຮອງເລຂາທິການໃຫຍ່ອາຊຽນ ແລະ ຄະນະຜູ້ແທນຈາກປະເທດສະມາ ຊິກອາຊຽນເຂົ້າຮ່ວມ.



ກອງປະຊຸມຄັ້ງນີ້
,ໄດ້ຮັບຟັງການລາຍງານຜົນ ຂອງບັນດາກອງປະຊຸມທີ່ກ່ຽວຂ້ອງຈໍານວນໜຶ່ງ ເປັນຕົ້ນ ກອງປະຊຸມໜ່ວຍງານພັດທະນາ ແຜນຍຸດທະສາດວຽກງານ ວັດທະນະທໍາ-ສັງຄົມ ອາຊຽນ ຫລັງປີ 2025 ເຊິ່ງລວມທັງຜົນລາຍງານ ຄວາມຄືບໜ້າການສະຫລຸບທ້າຍສະໄໝ ການຈັດຕັ້ງປະຕິບັດ ແຜນຍຸດທະສາດ ຂອງເສົາຄ້ຳວັດທະນະທໍາ-ສັງຄົມອາຊຽນ 2025. ພ້ອມນີ້, ຍັງໄດ້ປຶກສາຫາລື ກ່ຽວກັບທິດທາງ ແຜນການໃນຕໍ່ໜ້າ ແລະ ກອງປະຊຸມໜ່ວຍງານ ວ່າດ້ວຍຖະແຫລງການ ກ່ຽວກັບວັດທະນະທໍາ ການປ້ອງກັນເຫດ ຄັ້ງທີ 7 ເພື່ອທົບທວນ ຄືນບັນດາແຜນວຽກ ທີ່ໄດ້ຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ລວມທັງການຄົ້ນຄວ້າປຶກ ຫາລືແຜນວຽກຈໍານວນໜຶ່ງ ແນໃສ່ຊຸກຍູ້ສົ່ງເສີມ ການຈັດຕັ້ງຜັນຂະຫຍາຍ ຖະແຫລງການ ດັ່ງກ່າວໃຫ້ມີປະສິດທິຜົນຍິ່ງຂຶ້ນ.

ພ້ອມກັນນີ້, ຍັງໄດ້ປຶກຫາສາລື ແລະ ທົບທວນຄືນຢ່າງລະອຽດຖີ່ຖ້ວນ ບັນດາເອກະສານສໍາຄັນ ຈໍານວນໜຶ່ງ ລວມທັງບັນຫາອື່ນໆທີ່ກ່ຽວຂ້ອງ ພາຍໃຕ້ເສົາຄ້ຳ ວັດທະນະທໍາ-ສັງຄົມ ອາຊຽນ ເພື່ອກຽມຄວາມພ້ອມ ດ້ານເນື້ອໃນໃຫ້ແກ່ປະຊຸມ ສະພາລັດຖະມົນຕີວັດທະນະທໍາ-ສັງຄົມອາຊຽນ ຄັ້ງທີ 32 ທີ່ຈະຈັດຂຶ້ນໃນວັນທີ 26 ກັນຍາ 2024 ເພື່ອພິຈາລະນາຄົ້ນຄວ້າ ກ່ອນທີ່ຈະສືບຕໍ່ນໍາສະເໜີ ຕໍ່ຜູ້ນໍາອາຊຽນ ຮັບຮອງໃນກອງປະຊຸມສຸດຍອດ ຄັ້ງທີ 44​ ແລະ 45 ທີ່ຈະໄຂຂຶ້ນໃນມໍ່ໆນີ້.

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ລັດຖະມົນຕີສະພາປະຊາຄົມວັດທະນະທຳ- ສັງຄົມອາຊຽນ ຮັບຮອງເອົາຫລາຍເອກະສານສຳຄັນອາຊຽນ ASEAN

      ລັດຖະມົນຕີສະພາປະຊາຄົມວັດທະນະທຳ- ສັງຄົມອາຊຽນ ຮັບຮອງເອົາຫລາຍເອກະສານສຳຄັນ

      9/26/2024 4:50:29 PM

      ຂປລ. ກອງປະຊຸມ ລັດຖະມົນຕີສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນ ໃນວັນທີ 26 ກັນຍາ 2024 ນີ້, ໄດ້ປິດລົງດ້ວຍຜົນສຳເລັດ ເຊິ່ງກອງປະຊຸມ ໄດ້ປຶກສາຫາລື ແລະ ຕົກລົງຮັບຮອງເອົາ ຫລາຍບັນຫາສຳຄັນ ເປັນຕົ້ນຮັບຮອງເອົາຖະແຫລງການ ແລະ ເອກະສານສຳຄັນຂອງອາຊຽນ ຈຳນວນ 29 ສະບັບ ເພື່ອນຳສະເໜີຕໍ່ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ເຊິ່ງຈະຈັດຂຶ້ນໃນຕົ້ນເດືອນຕຸລາ 2024 ພິຈາລະ ນາຮັບຮອງ ຫລື ຮັບຊາບ.

    • ສ້າງສະພາບແວດລ້ອມທາງໄຊເບີ ທີ່ປອດໄພ ສຳລັບແມ່ຍິງໃນອາຊຽນອາຊຽນ ASEAN

      ສ້າງສະພາບແວດລ້ອມທາງໄຊເບີ ທີ່ປອດໄພ ສຳລັບແມ່ຍິງໃນອາຊຽນ

      9/26/2024 4:10:05 PM

      ຂປລ. ກົມຄວາມປອດໄພທາງໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສະຖານທູດ ອົດສະຕຣາລີ ປະຈໍາ ສປປ ລາວ ແລະ ສູນກາງສະຫະພັນແມ່ຍິງລາວ ຈັດຝຶກອົບຮົມໃນຫົວຂໍ້ “ສ້າງສະພາບແວດລ້ອມທາງໄຊເບີທີ່ປອດໄພ ແລະ ເຂັ້ມແຂງ ສຳລັບແມ່ຍິງໃນອາຊຽນ” ໃນວັນທີ 26 ກັນຍາ 2024 ຢູ່ ນະຄອນຫລວງວຽງຈັນ

    • ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ-ບວກ ຫາລືການຮັບມື ກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງອາຊຽນ ASEAN

      ເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ-ບວກ ຫາລືການຮັບມື ກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງ

      9/26/2024 3:58:35 PM

      ຂປລ. ກອງປະຊຸມເຈົ້າໜ້າທີ່ອາວຸໂສ ປ້ອງກັນປະເທດອາຊຽນ-ບວກ (ADSOM-Plus​) ຈັດຂຶ້ນໃນວັນທີ 26 ກັນຍາ 2024 ຢູ່ນະຄອນຫວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ຫົວໜ້າເຈົ້າໜ້າທີ່ອາວຸ ໂສປ້ອງກັນປະເທດອາຊຽນ ແຫ່ງ ສປປ ລາວ, ມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາ ຊຽນ, ​ຕີ​ມໍ​​ແລັດສະ​ເຕ ​ໃນ​ນາມ​ຜູ້​ສັງ​ເກດ​ການ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.

    • ເຊື່ອມໂຍງພະລັງງານອາຊຽນ ແນໃສ່ວາງຮາກ ຖານ ພັດທະນາເສດຖະກິດ-ສັງຄົມຂອງພາກພື້ນອາຊຽນ ASEAN

      ເຊື່ອມໂຍງພະລັງງານອາຊຽນ ແນໃສ່ວາງຮາກ ຖານ ພັດທະນາເສດຖະກິດ-ສັງຄົມຂອງພາກພື້ນ

      9/26/2024 3:48:56 PM

      ຂປລ. ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 (AMEM-42) ແລະ ກອງປະຊຸມອາຊຽນ ດ້ານທຸລະກິດພະລັງງານ ຄັ້ງທີ 24 (AEBF-24) ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 26 ກັນຍາ 2024 ທີ່ຫໍປະຊຸມແຫ່ງຊາດ ໂດຍການ​ເປັນ​ປະທານຂອງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ມີບັນດາຜູ້ແທນຈາກປະເທດສະມາຊິກອາຊຽນ, ປະ ເທດ ຕີມໍ​ແລັດສະເຕ ໃນນາມປະເທດສັງເກດການ, ກອງເລຂາອາຊຽນ, ສູນພະລັງງານອາຊຽນ ແລະ ບັນດາປະເທດ + 8( ອົດສະຕຣາລີ, ສປ ຈີນ, ອິນເດຍ, ຍີ່ປຸ່ນ, ນິວຊີແລນ, ສ ເກົາຫລີ, ລັດເຊຍ ແລະ ອາເມລິກາ) ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • ລາວ ເປັນເຈົ້າພາບ ກອງປະຊຸມ ລັດຖະມົນຕີສະພາ ປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ຄັ້ງທີ 32ອາຊຽນ ASEAN

      ລາວ ເປັນເຈົ້າພາບ ກອງປະຊຸມ ລັດຖະມົນຕີສະພາ ປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ຄັ້ງທີ 32

      9/26/2024 12:19:45 PM

      ຂປລ. ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດກອງປະຊຸມ ລັດຖະມົນຕີສະພາປະຊາຄົມວັດ ທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ຢູ່ນະຄອນຫລວງວຽງຈັນ ໃນວັນທີ 26 ກັນຍາ 2024 ເພື່ອປຶກສາຫາລື ແລະ ຕົກລົງ, ຮັບຮອງເອົາຫລາຍບັນຫາສຳຄັນຂອງອາຊຽນ

ads
ads

Top