ທ່າທຽບເຮືອສາກົນ ລາວ-ຫວຽດ ຮັບກຳປັ່ນລຳທຳອິດ ຂົນສົ່ງອຸປະກອນໂຄງການພະລັງງານລົມ

25/09/2024 21:36
Email Print 191
ຂປລ ຂປລ. ວັນທີ 23 ກັນຍາ 2024 ຜ່ານມາ, ບໍລິສັດ ຫຸ້ນສ່ວນ ທ່າກຳປັ່ນສາກົນລາວ-ຫວຽດ ນາມ ຈຳກັດ ຈັດພິທີ ຕ້ອນຮັບກຳປັ່ນ PACIFIC INTEGRITY ເຊິ່ງເປັນ ກໍາປັ່ນລຳທຳອິດຂອງໂຄງການພະລັງງານລົມ ຫາຍແອັງ-ກວາງຈິ ປະກອບມີ: ກັງຫັນ, ເສົາ, ໃບພັດ, ເຄື່ອງປັ່ນໄຟຟ້າ ແລະ ອຸປະກອນອື່ນໆ ໄດ້ທຽບເຂົ້າທ່າເຮືອ ຫວຸ່ງອາງ ສສ ຫວຽດນາມ ໂດຍມີຜູ້ຕາງໜ້າຈາກພາກລັດ, ບໍລິ ສັດການຄ້າບໍ່ແຮ່ ຮ່າຕິ້ງ, ນັກລົງທຶນໂຄງການພະລັງງານລົມ, ບໍລິສັດ ຄຸ້ມຄອງທ່າເຮືອ, ເຈົ້າຂອງກຳປັ່ນ, ສູນ Logistics, ກຸ່ມບໍລິສັດ ເຕີນກາງ ໄຊ່ງອນ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຂປລ. ວັນທີ 23 ກັນຍາ 2024 ຜ່ານມາ, ບໍລິສັດ ຫຸ້ນສ່ວນ ທ່າກຳປັ່ນສາກົນລາວ-ຫວຽດ ນາມ ຈຳກັດ ຈັດພິທີ ຕ້ອນຮັບກຳປັ່ນ PACIFIC INTEGRITY ເຊິ່ງເປັນ ກໍາປັ່ນລຳທຳອິດຂອງໂຄງການພະລັງງານລົມ ຫາຍແອັງ-ກວາງຈິ ປະກອບມີ: ກັງຫັນ, ເສົາ, ໃບພັດ, ເຄື່ອງປັ່ນໄຟຟ້າ ແລະ ອຸປະກອນອື່ນໆ ໄດ້ທຽບເຂົ້າທ່າເຮືອ ຫວຸ່ງອາງ ສສ ຫວຽດນາມ ໂດຍມີຜູ້ຕາງໜ້າຈາກພາກລັດ, ບໍລິ ສັດການຄ້າບໍ່ແຮ່ ຮ່າຕິ້ງ, ນັກລົງທຶນໂຄງການພະລັງງານລົມ, ບໍລິສັດ ຄຸ້ມຄອງທ່າເຮືອ, ເຈົ້າຂອງກຳປັ່ນ, ສູນ Logistics, ກຸ່ມບໍລິສັດ ເຕີນກາງ ໄຊ່ງອນ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຫງວ໋ຽນແອງຕ໋ວນ ຜູ້ອຳນວຍການ ບໍລິສັດ ທ່າກຳປັ່ນສາກົນ ລາວ-ຫວຽດນາມ ໄດ້ກ່າວວ່າ: ດ້ວຍຍຸດທະສາດ ການດຳເນີນທຸລະກິດ ຖືລູກຄ້າເປັນໃຈກາງ ແລະ ມຸ່ງໝັ້ນເຖິງການພັດທະນາຮ່ວມກັນ ເຊິ່ງ ບໍລິສັດຈະປະຕິບັດການຄ່ຽນຖ່າຍ ແລະ ຂົນສົ່ງສິນຄ້າ ກໍຄື ໃຫ້ບໍລິການທີ່ກ່ຽວຂ້ອງໂດຍຄໍານຶງເຖິງຄວາມປອດໄພ, ວ່ອງໄວ, ແລະ ຄວາມສະດວກໃຫ້ແກ່ລູກຄ້າ ເພື່ອຮັບປະກັນຜົນປະ ໂຫຍດຂອງທຸກຝ່າຍ ແລະ ຕອບສະໜອງຄວາມໄວ້ວາງໃຈຂອງລູກຄ້າ.

ບໍລິສັດ ທ່າເຮືອສາກົນ ລາວ-ຫວຽດນາມ ຈຳກັດ ກໍຫວັງວ່າຈະໄດ້ຮັບການສືບຕໍ່ຮ່ວມມື ແລະ ສະໜັບສະໜູນຈາກບັນດານັກລົງທຶນ, ລູກຄ້າ, ຄູ່ຮ່ວມມື ຫລາຍຂຶ້ນໃນຕໍ່ໜ້າ.

KPL

ຂ່າວອື່ນໆ

ads
ads

Top