ທະນາຄານກາງ ສປຈີນ ປະກາດແຜນກະຕຸ້ນເສດຖະກິດຮອບໃໝ່

25/09/2024 21:38
Email Print 213
ຂປລ ທ່ານ ພານ ກົງເຊິ່ງ ປະທານທະນາຄານ ປະຊາຊົນ ສປຈີນ (ພີບີໂອຊີ) ຫລື ທະນາຄານກາງ ສປຈີນ ຖະແຫລງ ກ່ຽວກັບ ມາດຕະການ ກະຕຸ້ນ ເສດຖະກິດຮອບໃໝ່ ລວມເຖິງ ການປັບຫລຸດ ອັດຕາສ່ວນ ການສຳຮອງຂອງທະນາຄານການຄ້າ

ຂປລ.ສຳນັກ​ຂ່າວ​ຕ່າງປະ​ເທດ ລາຍ​ງານ​ຈາກ ນະຄອນຫລວງ​ປັກ​ກິ່ງ ປະ​ເທດ ສປຈີນ ​ເມື່ອ​ວັນ​ທີ 24 ກັນຍາ​ວ່າ: ທ່ານ ພານ ກົງ​ເຊິ່ງ ປະທານ​ທະນາຄານ​ ປະຊາຊົນ ສປຈີນ (ພີ​ບີ​ໂອ​ຊີ) ຫລື ທະນາຄານ​ກາງ ສປຈີນ ຖະ​ແຫລ​ງ ກ່ຽວ​ກັບ ມາດ​ຕະການ ກະ​ຕຸ້ນ ​ເສດຖະກິດ​ຮອບ​ໃໝ່ ​ລວມ​ເຖິງ ການ​ປັບ​ຫລຸດ ອັດຕາ​ສ່ວນ ການ​ສຳຮອງ​ຂອງ​ທະນາຄານ​ການ​ຄ້າ (ອາຣອາຣອາຣ) ຫລື​ ເງິນ​ສຳຮອງ​ຂັ້ນ​ຕໍ່າ ທີ່​ສະ​ຖາ​ບັນ ການ​ເງິນ​ພາຍໃນ​ປະ​ເທດ ຕ້ອງ​ສຳຮອງ​ໄວ້​ກັບ ພີ​ບີ​ໂອ​ຊີ ​ອີກ 0,50% ,ຂະນະ​ດຽວກັນ ພີ​ບີ​ໂອ​ຊີ ມີ​ແຜນ​ປັບ​ຫລຸດ ອັດຕາ​ດອກ​ເບ້ຍ​ ອີກ 0,25-0,50%.

ການປັບຫລຸດ ອາຣອາຣອາຣ ຄາດວ່າ ຈະຊ່ວຍເສີມສ້າງ ສະພາບຄ່ອງໃຫ້ແກ່ຕະຫລາດການເງິນຂອງປະເທດອີກປະມານ 1 ພັນຕື້ຢວນແລະ ການປັບຫລຸດ ອັດຕາດອກເບ້ຍ ຈະສ້າງປະໂຫຍໃຫ້ແກ່ປະຊາຊົນປະມານ 150 ລ້ານຄົວເຮືອນ ທົ່ວປະເທດ, ​ເນື່ອງຈາກຈະຊ່ວຍຫລຸດໜີ້ຄົວເຮືອນໂດຍສະເລ່ຍປີລະ ປະມານ 150.000 ລ້ານຢວນ./

KPL

ຂ່າວອື່ນໆ

ads
ads

Top