ມູນຄ່າການຄ້າ ກໍາປູເຈຍ-ອາຊຽນ ເຕີບໂຕເພີ່ມຂຶ້ນ 11,8%

25/09/2024 21:37
Email Print 228
ຂປລ ການແລກປ່ຽນທາງການຄ້າຂອງ ກໍາປູເຈຍ ກັບກຸ່ມປະເທດ ສະມາຊິກອາຊຽນ (ASEAN) ກວມເອົາມູນຄ່າ 1,04 ໝື່ນລ້ານໂດລາສະຫະລັດ ໃນໄລຍະ 8 ເດືອນທຳອິດ (ເດືອນມັງກອນ-ເດືອນສິງຫາ) ຂອງປີນີ້, ເພີ່ມຂຶ້ນ 11,8%

ຂປລ.ສຳນັກ​ຂ່າວ ຊິນ​ຮວາ​ຂອງ ສປຈີນ, ສຳນັກງານ​ພາສີ ​ທົ່ວ​ໄປ​ຂອງ ກຳປູ​ເຈຍ ລະ​ບຸ​ວ່າ: ການ​ແລ​ກປ່ຽນ​ທາງ​ການ​ຄ້າ​ຂອງ​ ກໍາປູ​ເຈຍ ກັບ​ກຸ່ມ​ປະ​ເທດ ສະມາຊິກ​ອາ​ຊຽນ (ASEAN) ກວມ​ເອົາ​ມູນ​ຄ່າ 1,04 ໝື່ນ​ລ້ານ​ໂດ​ລາ​ສະຫະລັດ ​ໃນ​ໄລຍະ 8 ​ເດືອນ​ທຳ​ອິດ (​ເດືອນ​ມັງກອນ-​​ເດືອນ​ສິງຫາ) ຂອງ​ປີ​ນີ້, ​ເພີ່ມ​ຂຶ້ນ 11,8% ເມື່ອທຽບໃສ່ ​ໄລຍະ​ເວລາ​ດຽວ​ກັນ​ ຂອງ​ປີ​ກາຍ.

          ກຳປູ​ເຈຍ ສົ່ງ​ອອກ​ຜະລິດ​ຕະພັນ​ ລວມມີ ມູນ​ຄ່າ 3,43 ຕື້​ໂດ​ລາ ​ສະຫະລັດ ​ໄປ​ຍັງ​ກຸ່ມປະ​ເ​ທດ ສະມາຊິກ​ອາ​ຊຽນ​ ເພີ່ມ​ຂຶ້ນ 10% ເມື່ອທຽບໃສ່ ໄລຍະ​ເວລາ​ດຽວ​ກັນ ​ຂອງ​ປີ​ກາຍ. ສ່ວນ​ການ​ນໍາ​ເຂົ້າ ຈາກ​​ອາ​ຊຽນ ດ້ວຍ​ມູນ​ຄ່າ 7,06 ຕື້​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 12,5%. ຂະນະ​ທີ່ ປະລິມານ​ການ​ຄ້າຂອງ​ ກໍາປູ​ເຈຍ ກັບ ອາ​ຊຽນ ກວມ​ເອົາ 28,4% ຂອງ​ມູນ​ຄ່າ​ ການ​ຄ້າ​ລວມ. ນອກນັ້ນ ​ຄູ່​ການ​ຄ້າ 5 ອັນ​ດັບ​ທຳ​ອິດ ຂອງ​ກຳປູ​ເຈຍ ​ໃນ​ອາ​ຊຽນ ເຊັ່ນ: ຫວຽດນາມ, ​ໄທ, ສິງກະ​ໂປ, ອິນ​ໂດ​ເນ​ເຊຍ ​ແລະ ມາ​ເລ​ເຊຍ./

KPL

ຂ່າວອື່ນໆ

ads
ads

Top