ອົງການອະນາໄມໂລກສົ່ງມອບວັກຊິນອະຫິວາ 2,45 ລ້ານໂດສໃຫ້ກັບ ມຽນມາ

25/09/2024 21:36
Email Print 205
ຂປລ ມຽນມາ ໄດ້ຮັບວັກຊິນປ້ອງກັນ ພະຍາດອະຫິວາ ຈໍານວນ 2,45 ລ້ານໂດສ ດ້ວຍມູນຄ່າ 4,05 ລ້ານໂດລາ ສະຫະລັດ ຈາກອົງການ ອະນາໄມໂລກ (WHO) ໂດຍມີການສົ່ງມອບຢູ່ ສະໜາມບິນສາກົນ ໃນນະຄອນຫລວງ ເນປິດໍ 2 ຊຸດ

ຂປລ.ສຳນັກຂ່າວຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ສື່ມວນຊົນ ມຽນມາ ລາຍງານວ່າ: ມຽນມາ ໄດ້ຮັບວັກຊິນປ້ອງກັນ ພະຍາດອະຫິວາ ຈໍານວນ 2,45 ລ້ານໂດສ ດ້ວຍມູນຄ່າ 4,05 ລ້ານໂດລາ ສະຫະລັດ ຈາກອົງການ ອະນາໄມໂລກ (WHO) ໂດຍມີການສົ່ງມອບຢູ່ ສະໜາມບິນສາກົນ ໃນນະຄອນຫລວງ ເນປິດໍ 2 ຊຸດ ເມື່ອວັນທີ 17 ກັນຍາ ແລະ ວັນທີ 19 ກັນຍາ ທີ່ຜ່ານມາ, ແລະ ນໍາສົ່ງ ໄປຍັງຫ້ອງເກັບວັກຊິນ ຄວບຄຸມອຸນຫະພູມ ໃນຢາງກຸ້ງ , ເພື່ອນໍາໃຊ້ ວັກຊິນດັ່ງກ່າວ ໃຫ້ແກ່ ບຸກຄົນຕາມກຸ່ມອາຍຸຕ່າງໆ ໃນພື້ນທີ່ເກີດການ ແພ່ລະບາດ ຂອງພະຍາດ ອະຫິວານີ້./

KPL

ຂ່າວອື່ນໆ

ads
ads

Top