ສປຈີນ ມີບໍລິສັດ ດຳເນີນ ການຜະລິດ ຈຳນວນ 6 ລ້ານແຫ່ງ

25/09/2024 21:35
Email Print 164
ຂປລ ສປຈີນ ມີບໍລິສັດ ຜູ້ປະກອບທຸລະກິດ ການຜະລິດ 6,03 ລ້ານແຫ່ງ (ໄລ່ເຖິງທ້າຍເດືອນສິງຫາ 2024) ຊຶ່ງເພີ່ມຂຶ້ນ 5,53% ເມື່ອທຽບໃສ່ ໄລຍະ ທ້າຍປີທີ່ຜ່ານມາ, ແລະ ບໍລິສັດ ກ່ຽວກັບ ອຸດສາຫະກຳ ເກີດໃໝ່ ທາງຍຸດທະສາດ 515.300 ແຫ່ງ ຫລື ກວມເອົາ 8,55% ຂອງທັງໝົດ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 24 ກັນຍາ, ສຳນັກ ບໍລິການ ຂໍ້ມູນ ອົງກອນແຫ່ງປະເທດ ສປຈີນ ລາຍງານວ່າ: ສປຈີນ ມີບໍລິສັດ ຜູ້ປະກອບທຸລະກິດ ການຜະລິດ 6,03 ລ້ານແຫ່ງ (ໄລ່ເຖິງທ້າຍເດືອນສິງຫາ 2024) ຊຶ່ງເພີ່ມຂຶ້ນ 5,53% ເມື່ອທຽບໃສ່ ໄລຍະ ທ້າຍປີທີ່ຜ່ານມາ, ແລະ ບໍລິສັດ ກ່ຽວກັບ ອຸດສາຫະກຳ ເກີດໃໝ່ ທາງຍຸດທະສາດ 515.300 ແຫ່ງ ຫລື ກວມເອົາ 8,55% ຂອງທັງໝົດ.

ໂດຍຈຳນວນບໍລິສັດ ຜູ້ປະກອບທຸລະກິດ ການຜະລິດ ໃນພາກຕາເວັນອອກ ຂອງສປຈີນ ຢູ່ທີ່ 3,87 ລ້ານແຫ່ງ, ກວມເອົາ 64,21% ຂອງທັງໝົດ, ໃນພາກກາງຢູ່ທີ 1,13 ລ້ານແຫ່ງ, ຖັດມາແມ່ນ ພາກຕາເວັນຕົກ 755.900 ແຫ່ງ ແລະ ພາກຕາເວັນອອກ ສຽງເໜືອ 268.300 ແຫ່ງ (ໄລ່ເຖິງທ້າຍເດືອນສິງຫາ 2024).

ນອກນັ້ນ, ບັນດາບໍລິສັດ ຜູ້ປະກອບທຸລະກິດ ການຜະລິດໃນສປຈີນ ຍັງສືບຕໍ່ ຮັກສາທິດທາງ ການເຕີບໂຕ ຢ່າງຕໍ່ເນື່ອງ ໃນໄລຍະເດືອນມັງກອນ-ເດືອນສິງຫາ 2024. ໂດຍພາກກາງ ມີອັດຕາການ ເຕີບໂຕໄວທີ່ສຸດ 6,55% ເມື່ອທຽບກັບໄລຍະທ້າຍປີ 2023. /


KPL

ຂ່າວອື່ນໆ

ads
ads

Top