ກຳປູເຈຍ ເປີດສະຖານີ ຕູ້ຄອນເທັນເນີ ຢູ່ທ່າກຳປັ່ນເພີ່ມຂຶ້ນ

13/09/2024 17:45
Email Print 203
ຂປລ ກຳປູເຈຍ ໄດ້ເປີດ ສະຖານີ ຕູ້ຄອນເທັນເນີ(ຕູ້ສິນຄ້າ) ຢູ່ ທ່າກຳປັ່ນ ອັດໂນມາຕິ ສີຫນຸວິລ ເພີ່ມຂຶ້ນ ດ້ວຍມູນຄ່າ 37,5 ລ້ານໂດລາ ສະຫະລັດ ຫລັງຈາກກໍ່ສ້າງ ມາເປັນ ເວລາເຖິງ 17 ເດືອນ .

ຂປລ.ສຳນັກ​ຂ່າວ ຊິນ​ຮວາ​ ຂອງ ສປຈີນ, ວັນ​ທີ 12 ກັນຍາ, ກຳປູ​ເຈຍ ໄດ້​ເປີດ ສະຖານີ ຕູ້​ຄອນ​ເທັນ​ເນີ​(ຕູ້​ສິນຄ້າ) ຢູ່​ ທ່າ​ກຳ​ປັ່ນ ອັດ​ໂນ​ມາຕິ  ສີ​ຫນຸວິລ ເພີ່ມຂຶ້ນ ດ້ວຍ​ມູນ​ຄ່າ 37,5 ລ້ານ​ໂດ​ລາ ​ສະຫະລັດ ຫລັງ​ຈາກ​ກໍ່ສ້າງ​ ມາ​ເປັນ ເວລາເຖິງ 17 ​ເດືອນ . ​ໂດຍ​ສະຖານີ ຕູ້​ຄອນ​ເທັນ​ເນີ​ ແຫ່ງ​ໃໝ່ ມີ​ຄວາມ​ຍາວ 253 ​ແມັດ ສາມາດ​ຮອງ​ຮັບ ຕູ້​ຄອນ​ເທັນ​ເນີ​ໄດ້​ ປະມານ 4,5 ​ແສນ​ທີ​ອີ​ຢູ (TEU: ໜ່ວຍ​ນັບ​ຕູ້ ຄອນ​ເທັນ​ເນີ ທີ່ມີ ຄວາມຍາວ 20 ຟຸດ)ຕໍ່​ປີ.

          ໂດຍ ​ທ່ານ ຮຸນ​ມາ​ເນ​ດ ນາຍົກ ລັດຖະມົນຕີ ກຳປູ​ເຈຍ ລະບຸ​ວ່າ: ທ່າ​ກຳ​ປັ່ນ ​ແຫ່ງ​ນີ້ ເປັນ​ທ່າ​ກຳ​ປັ່ນ​ ທະ​ເລ​ແຫ່ງດຽວ ທີ່ມີ ຄວາມສຳຄັນ  ດ້ານການ​ຄ້າ​ ລະຫວ່າງ​ ປະ​ເທດ ຂອງ ກຳປູ​ເຈຍ, ພ້ອມກັນນັນ ຍັງມີ​ ບົດບາດ​ ໃນການ​ ສະໜັບສະໜູນ ​ພັດທະນາ ສັງຄົມ ​ແລະ ​ເສດຖະກິດ ​ຂອງ​ປະ​ເທດ ​ໃນ​ພາກ​ພື້ນ ແລະ ​ທົ່ວ​ໂລກ , ​ໃນ​ຂະນະດຽວກັນ,  ກໍາປູ​ເຈຍ ​ຈະຍົກ​ລະດັບ ທ່າ​ກຳ​ປັ່ນ​ແຫ່ງ​ນີ້ ​ໃຫ້ເປັນ​ສູນ​ກາງ​ ດ້ານໂລ​ຈິ​ສະຕິກ ລະດັບ ​ພາກ​ພື້ນ. ນອກນັ້ນ, ທ່ານ ​ເພັງ ​ໂພ​ນີ ລັດຖະມົນຕີ ກະຊວງ ​ໂຍທາ​ທິການ ​ແລະ ການ​ຂົນ​ສົ່ງ ຂອງ​ ກຳປູ​ເຈຍ ຍັງກ່າວ​ວ່າ: ສະຖານີ​ ຕູ້​ຄອນ​ເທັນ​ເນີ​ໃໝ່​ ແຫ່ງ​ໃໝ່​ນີ້ ສາມາດ​ ຮັບຮອງ ຕູ້​ຄອນ​ເທັນ​ເນີ​ ເພີ່ມຂຶ້ນເຖິງ 1 ລ້ານ​ທີ​ອີ​ຢູ​ ແລະ ສ້າງ​ລາຍ​ໄດ້ເຖິງ 66 ລ້ານ​ໂດ​ລາ​ ສະຫະລັດ ​ໃນເດືອນ​ມັງກອນ-​ເດືອນ​ກໍລະກົດ ຜ່ານມາ, ​ເພີ່ມ​ຂຶ້ນ 26% ​ເມື່ອ​ທຽບໃສ່​ປີ​ຕໍ່​ປີ.  /

KPL

ຂ່າວອື່ນໆ

ads
ads

Top