ຫົວກະຫລົດ ມີປະໂຫຍດຫຍັງແນ່ ?

10/09/2024 09:34
Email Print 145
ຂປລ ຫົວກະຫລົດອາດດີຕໍ່ສຸຂະພາບຫລາຍຢ່າງ ແຕ່ສິ່ງທີ່ຮູ້ ແລະ ຢາກແນະນໍາເບື້ອງຕົ້ນຄື:

    *ຫົວກະຫລົດອາດດີຕໍ່ສຸຂະພາບຫລາຍຢ່າງ ແຕ່ສິ່ງທີ່ຮູ້ ແລະ ຢາກແນະນໍາເບື້ອງຕົ້ນຄື: ຊ່ວຍບໍາລຸງສາຍຕາ ເພາະໃນຫົວກະຫລົດມີສານວິຕາມິນທີ່ຮ່າງກາຍຕ້ອງການທັງຍັງມີປະໂຫຍດທີ່ຊ່ວຍໃນເລື່ອງການບໍາລຸງສາຍຕາຂອງເຮົານໍາ ໂດຍສະເພາະເນື້ອເຍື່ອຊັ້ນໃນຂອງດວງຕາ ເຊິ່ງການທີ່ໄດ້ກິນຫົວກະຫລົດເປັນປະຈໍາຍັງຊ່ວຍຖະໜອມດວງຕາໃຫ້ສາມາດແນມເຫັນຢ່າງປົກກະຕິໄປໄດ້ອີກດົນ ເພາະຫົວກະຫລົດອຸດົມໄປດ້ວຍວິຕາມິນ ແລະ ແຮ່ທາດທີ່ມີປະໂຫຍດຫລາກຊະນິດເຊັ່ນ: ເບຕ້າແຄໂຣທີນ, ວິຕາມິນA, ວິຕາມິນ B2, ວິຕາມິນ C, ວິຕາມິນ E, ທາດການຊຽມ, ທາດໂປຕັສຊຽມ, ທາດຟົສຟໍ, ທາດເຫລັກ ແລະ ຍັງມີສານສໍາຄັນຄືສານ ຟອລຄາຣິນອລ ເຊິ່ງຊ່ວຍຕໍ່ຕ້ານແຊນມະເຮັງເປັນຕົ້ນ. ປະໂຫຍດຂອງຫົວກະຫລົດ: ຊ່ວຍບໍາລຸງ ແລະ ຮັກສາສາຍຕາ, ປິ່ນປົວອາການຕາຟາງ, ມີສານຕໍ່ຕ້ານອະນຸມູນອິດສະລະ ເຊິ່ງມີສ່ວນຊ່ວຍຕ້ານຄວາມເຖົ້າ ແລະ ການເກີດຮອຍຫ່ຽວຍານແຫ່ງໄວ, ຊ່ວຍຫລຸດລະດັບຄໍເລສເຕີໂຣນໃນຮ່າງກາຍ, ຊ່ວຍປິ່ນປົວອາການຄວາມດັນເລືອດສູງ, ສັບພະຄຸນຂອງຫົວກະຫລົດແມ່ນຊ່ວຍຮັກສາລະດັບນໍ້າຕານໃນເລືອດ, ຊ່ວຍເພີ່ມປະສິດທິພາບໃນລະບົບໄຫລວຽນຂອງເລືອດເປັນຕົ້ນ. ຫົວກະຫລົດສາມາດເຮັດເປັນຂອງກິນຍາມວ່າງເພື່ອສຸຂະພາບໄດ້ ປົກກະຕິແລ້ວຄົນສ່ວນຫລາຍມັກຈະຄິດວ່າເອົາໄປປຸງແຕ່ງກັບອາຫານຄາວໄດ້ພຽງຢ່າງດຽວ ເຊິ່ງຄວາມຈິງ ແລ້ວຫົວກະຫລົດສາມາດເອົາມາເຮັດເປັນຂອງຫວານໄດ້ຄືກັນເຊັ່ນ: ເຂົ້າໜົມຄົກຫົວກະຫລົດ ຫລື ເຄື່ອງດື່ມນໍ້າຫົວກະຫລົດຫວານໆຈັກຈອກໃນຕອນກາງເວັນ ສາມາດຊ່ວຍດັບຫິວ ແລະ ດັບກະຫາຍໄດ້ບໍ່ຕ່າງຈາກເຂົ້າໜົມຫວານ ແລະ ເຄື່ອງດື່ມຊະນິດອື່ນໆເລີຍ.

     ຂໍ້ແນະນໍາ: ໃນແຕ່ລະມື້ຄວນບໍລິໂພກອາຫານໃຫ້ຄົບ 5 ໝວດ ແລະ ກິນອາຫານໃຫ້ຫລາກຫລາຍຊະນິດ, ບໍ່ກິນອາຫານຊໍ້າໆກັນທຸກມື້ ເພື່ອປະໂຫຍດຕໍ່ຮ່າງກາຍ ແລະ ສຸຂະພາບທີ່ດີ ຄວນສຶກສາຂໍ້ ມູນຈາກຫລາຍບ່ອນ ແລະ ປຽບທຽບຂໍ້ມູນເພື່ອຄວາມຈະແຈ້ງ ເພາະຂໍ້ມູນບາງຢ່າງອາດຈະຍັງບໍ່ມີຫລັກຖານສະໜັບສະໜູນຢ່າງຈະແຈ້ງ ແລະ ຫາກມີຂໍ້ສົງໄສໃດໆຄວນປຶກສາທ່ານໝໍປະຈໍາໂຕຂອງທ່ານ ຫລື ນັກໂພຊະນາການ.

            ໂດຍ: ມາລິດາ

KPL

ຂ່າວອື່ນໆ

ads
ads

Top